ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຈົ້າບອກມາ...ແລ້ວຂ້ອຍຊິຂຽນຕໍ່..

ໜ້າທີ່ 16 ຈາກທັງໝົດ 17 ໜ້າ <<<12345 ... 14151617>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ແຟນເຂົາເຮົາຍ່ອມບໍ່ມີສິດ ແຕ່ຖ້າລົມຕິດ ກໍ່ເປັນລິຂະສິດທີ່ຖຶກຕ້ອງ



ແຟນເຂົາກະຍາມຢູ່ນຳເຂົາ
ຫາກຍາມມາຢູ່ນຳເຮົາກະເປັນແຟນເຮົາເຂົາບໍ່ກ່ຽວ
ຫາກແຟນເຂົາພາທ່ຽວທັງຈ່າຍໃຫ້ນຳ
ບໍ່ແມ່ນເວນແມ່ນກັມແນວໃດຈັກດີ້
ແມ່ນຂອງຟຣີໆໆມ່ວນໄປມ່ວນໄປ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ມັກຄົນໂສດສັດຕູ ມີເປັນແສນ
ມັກຄົນມີ ແຟນ ສັດຕູຄົນດຽວ



ມັກໃຜກະໄດ້ສັດຕຣູບໍ່ສຳຄັນ
ຫາກວ່າມັນເຈັບໃຈກະໃຫ້ມັນກັດ..ຕາຍ
ຫຼືຫາກວ່າມັນໃຫຍ່ກະໄລ່ໄປໄຖນາ
ຫາກມັນຢາກມາວ່າກະໃຫ້ມັນຂຽນຄຳຮ້ອງ
ຫາກມັນຢາກຈະຟ້ອງກະແລ້ວແຕ່ໃຈມັນ
ຫາກຍາມເຮົາເອົາແຟນມັນມັນກະມັນມັນທໍ່ນັ້ນແຫຼ້ວ!!
ແຕ່ມັນຄົງເຈັບໃຈນໍ??


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ຫາກຍັງເອີ້ນເຂົາວ່າ ແຟນ ແລ້ວຈະມາຄວງແຂນ ຂ້ອຍເຮັດຫັຍງ


ກະເພາະແຟນຄົນນັ້ນບໍ່ທໍ່ເຈົ້າຈັກຢ່າງ
ຈັບແຂນເຈົ້າມັນເຫງົາຍາມບໍ່ມີນາງເດ!!!
ກະຍ້ອນແຟນໜີຫ່າງຈຶ່ງຂໍຍ່າງນຳເຈົ້າ..ບໍ່ໄດ້ຊັ້ນເບາະ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ເຈົ້າມັກໃຜ ຮັກໃຜ ຂ້ອຍບໍວ່າ ແຕ່ຢ່າມາຄວງໃຜໃຫ້ຂ້ອຍເຫັນ ເພາະຂ້ອຍບໍ່ແມ່ນ ຄົນໃຈເຢັນ ຫາກໄດ້ ເຫັນ..........................



ເປັນຄົນໃຈໃຫຍ່ຈັ່ງຊີ້ ຈຶ່ງຕາຍຍາກຮູ້ບໍ?
ຕ້ອງແບ່ງຮັກແບ່ງຮູ
ຕ້ອງແບ່ງປູແບ່ງແປ້ງ
ຕ້ອງແບ່ງສົບສີແດງໆ
ຕ້ອງແບ່ງແບ໊ງນຳແນ່!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ຫາກຍັງເອີ້ນເຂົາວ່າ ແຟນ ແລ້ວຈະມາຄວງແຂນ ຂ້ອຍເຮັດຫັຍງ


ຈັດໜັກເລີຍເນາະ
ໄປໂກດໄປຄ້ານໃຜມານີ້



ກະຄຽດຄົນມີແຟນແລ້ວມາຈູງແຂນເຮົານີ້ແຫຼະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mphone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
ສີງເວົ້າແນວນີ້ມຸ້ຍບໍ່ຢາກໄປເປັນຄູຢູ່ບ້ານເຮົາເລີຍ
ຄູຢູ່ນີ້ໄດ້ເງີນເດືອນຫຼາຍໄດ


ແມ່ນຫວາ ອືມ..ຖ້າດີແທ້ກະຫາເຮັດວຽກຢູ່ພຸ້ນເລີຍໂລດ ບ່ອນໃດມີເງື່ອນໄຂດີກ່ວາແລະສະບາຍກະຊອກຫາເອົາເອງລະ ສິງຍັງບໍ່ຢາກກັບໄປບ້ານຊ້ຳ ກັບໄປລະບໍ່ຊ່າງຢູ່ນ່າ ຈັກແນວໃດບຸ ໝູ່ກະບໍ່ມີຈັກຄົນໄປຮຽນໝົດ ນອກນັ້ນກະເອົາຜົວເອົາເມຍປະກັນໝົດຄົນໂສດຄືເຮົາກະເລີຍເຊັງ ສິໃຫ້ໄປຄົບຄ້າສະມາຄົມກັນຄືເກົ່າກະບໍ່ເປັນແລ້ວເພາະຂະເຈົ້າກະມີພາລະແນວອື່ນ ກະເລີຍບໍ່ລຶ້ງຖ້າບໍ່ມີພໍ່ແມ່ຢູ່ຫັ້ນກະຄືສິບໍ່ກັບບ້ານເລີຍດ໋ອກ ຄິດວ່າຖ້າບໍ່ມີວຽກເຮັດງານທຳດີໆບໍ່ມີອາຊີບໝັ້ນຄົງພໍສິບໍ່ຂໍກັບບ້ານວ່າຊັ້ນເດ....ຄວາມຫວັງ.



ເຮັດຢູ່ພຸ້ນຫາກມີເງິນມີທອງ
ກະແບ່ງປັນເປັນຜອງຝາກມາທາງພີ້
ຈະຊ່ອຍອົດຊ່ອຍອອມຈະຊ່ອຍຕ້ອມຊ່ອຍຕຸ່ມ
ຫາກວ່າມີແນວງູ້ມກະຫງາຍເງີກຢູ່ແທນ!!!
ຝາກມາຝາກມາ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mphone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ນົກເຂົາໄຂ່ ຍັງເອົາແກ້ມກ່າຍຄອນ
ນົກເຂົານອນ ຍັງເອົາ...............


ສິຕໍ່ໃຫ້ເດີສາວນ້ຳຫວານ...............................

ນົກເຂົາໄຂ່ ຍັງເອົາແກ້ມກ່າຍຄອນ
ນົກເຂົານອນ ຍັງເອົາແກ້ມກ່າຍໄມ້
ບັດວ່າສາວນ້ຳຫວານໄຫ້ ສິເອົາແກ້ມກ່າຍຜູ້ໃດ໋ເດນໍ..! ອິອິ



ບໍ່ເຊື່ອດອກວ່ານົກເຂົາໄຂ່ມັນຊິເອົາແກ້ມກ່າຍຄອນ!!
ມັນຕ້ອງສັງຮວມວ່າໄຂ່ມັນບືນອອກເອັງບໍ່ໄດ້ຕອງໄດ້ເບັ່ງຢ່າງແຮງ!!!
ຍາມນອນຫຼືມັນກະບໍ່ເອົາຫົວກ່າຍໄມ້(ແນວມັນແຂງ!!)
ບາດສາວນ້ຳຫວານໄຫ້ ຕ້ອງເອົານ້ຳໝາກນາວມາຢອດໃສ່!!ນ້ຳຕາ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ນົກເຂົາໄຂ່ ຍັງເອົາແກ້ມກ່າຍຄອນ
ນົກເຂົານອນ ຍັງເອົາ...............



ໂອຍສາວວິວັນນີ້ເອີຍ..
ອັນວ່ານົກເຂົາໄຂ່ເອົາຫົວກ່າຍໄມ້ວ່າຕິ?
ບາດວ່ານົກເຂົານອນເອົາຄອນມາກ່າຍຫົວ
ບາດວ່າເຖົ້າຫົວຫງອກຍັງເອົາແກ້ມກ່າຍຂາ.....

ນົກກັບຄົນມັນຄົນລະເຣື້ອງນໍ!!?


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າໆໆລຸງເທົານີ້ເມັ້ນແນວໃດລາວກະຕໍ່ໃຫ້ເນາະ ອຸດົມການມາແຮງຫວາລຸງ ຮະຮະ ຢອກເດີລຸງເທົາ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ຮ່າໆໆລຸງເທົານີ້ເມັ້ນແນວໃດລາວກະຕໍ່ໃຫ້ເນາະ ອຸດົມການມາແຮງຫວາລຸງ ຮະຮະ ຢອກເດີລຸງເທົາ



ສາວໄວຣັສຫົວຮາໆໆປານວ່າພໍໃຈ
ກັບຄຳໄຂຂຽນມາສູ່ສາຍຕານັ້ນ
ເປັນຄຳເຕີ້ຍຄຳຄົມຄຳຂີ້ໄກ່
ໃຜທກໍເກັບຫ້ອຍໄດ້ຫາກໃຈນັ້ນມັກຢາກຂຽນ!!
ຮຽມເອີຍ!
ພຸ້ນນະ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າເວລແຫ່ງຄວາມສຸຂສົມສຸຂສັນຍັງມີໃຫ້
ພີ່ນ້ອງພັນລາວທັງຫຼາຍຈົ່ງມີໂຊກມີໄຊ
ໃນວັນນີ້ແລະຫຼັງວັນຂື້ນປີໃໜ່
ກາຍໄປແລ້ວກະແລ້ວໄປ
ກັບຄືນໄປຄຸກເຂົ່າຄຸກເຂັນນຳກັມນຳເວນຄືເກົ່າ
ຫາເຊົ້າກິນບ່າຍຫາກໂຊກດີໄດ້
ແພງໄວ້ກິນແລງເນິ!!
ຂໍປີ ໒໐໑໒ຈົ່ງນຳມາຂຶ່ງຄວາມຜາສຸຂສຳຣານແກ່ທຸກຄົນທຸກຖ້ວນໝ້າແມ່ນແຕປູ້ສີຕູ້ສາກະໃຫ້ມີອາຍຸວັນນັງ
ຈົນຮອດມື້ນັ້ນ!!
ແລ້ວຊິໄຕ້ທູບໄຕ້ທຽນນຳດອກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີໃຜບອກ ກະບອກເອັງ..

ຫາກເສັງແລ້ວ....ສາວໆນ້ອຍດົງໂດກ
ທັງສາວນ້ອຍລິເຊ...ທັງຫຼາຍ
ກະພາກັນມາເພ....ແນວຄິດ
ໃຫ້ມັນປິດເຫດຮ້າຍ...ໃນພື້ນແຜ່ນດິນ!!


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຮ່ໆແວະເຂົ້າມາຈອບ ຮິຮິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໐ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ໃນຄ່ຳຄືນທີ່ບໍ່ມີເຈົ້າ.......... ຕໍ່ໃຫ້ແດ່

SIMPLE PLAN

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ແຮ່ໆແວະເຂົ້າມາຈອບ ຮິຮິ




ແຮທແວະເຂົ້າມາຈອບ ທັງຫົວສຽງຮິໆ
ພ້ອມກັບມິກກີ້ ທີ່ໝ້າຮັກ
ຫຼາຍເຊັ່ນຄົນເຊັ່ນລູກ....ເຊັ່ນຫຼານ
ກະຍັງໄດ້ສັງສັນ...........ນຳມິກກີ້ຈັ່ງຊີ້ມາ!!



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ funyyyyyyyyyyyyyyyyyyyyyyyyyyyyyyyy ຂຽນວ່າ...
ໃນຄ່ຳຄືນທີ່ບໍ່ມີເຈົ້າ.......... ຕໍ່ໃຫ້ແດ່



ສາວຟັນນີນີ້ກະດາຍ!!

``ໃນຄ່ຳຄືນທີ່ບໍ່ມີເຈົ້າ.......ສຸດເຫງົາໃຈອ້າງວາງ
ເຈົ້າຫາຍຫ່າງຂ້າງ.........ໄປແອບອອດອ້ອນໃຜ
ຈື່ງບໍ່ມາຈື່ງຖິ້ມຂ້າ............ໃຫ້ປ່ຽວດຽວດາຍ
ໂທ່ເອີຍຈອມໃຈ.............ຮູ້ໄດ້ບໍ່ວ່ານ້ອງຣະທົມ!!!

ເປັນຕາບໍ່?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ funyyyyyyyyyyyyyyyyyyyyyyyyyyyyyyyy ຂຽນວ່າ...
ໃນຄ່ຳຄືນທີ່ບໍ່ມີເຈົ້າ.......... ຕໍ່ໃຫ້ແດ່



ສາວຟັນນີນີ້ກະດາຍ!!

``ໃນຄ່ຳຄືນທີ່ບໍ່ມີເຈົ້າ.......ສຸດເຫງົາໃຈອ້າງວາງ
ເຈົ້າຫາຍຫ່າງຂ້າງ.........ໄປແອບອອດອ້ອນໃຜ
ຈື່ງບໍ່ມາຈື່ງຖິ້ມຂ້າ............ໃຫ້ປ່ຽວດຽວດາຍ
ໂທ່ເອີຍຈອມໃຈ.............ຮູ້ໄດ້ບໍ່ວ່ານ້ອງຣະທົມ!!!

ເປັນຕາບໍ່?



ແລ້ວສາວ(ບ່າວ)ຟັນນີ້......ໄດ້ມາອ່ານແລ້ວຫຼືໃດ
ມີຄວາມສຸຂຫຼືພໍໃຈ.........ຢ່າງໃດເດເຈົ້າ
ເໜົາຂຽນໃຫ້...............ໜົດໃຈຈົນວ່າເມື່ອຍ
ຄິດຫາຄຳກ່າວຫ້ອຍ.......ເປັນເຟືອຍຟ້ອນຄ່ອງຄື ບໍເດ?


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555555555


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕູນຫົວຫຍັງ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
555555555



ແມ່ນສຽງຫົວ ຮ້າໆ ຫຼືວ່າ ສຽງຫຍັງ?
ຄິດໆໄປພາງໆ ວ່າ ເຈົ້າຍັງຂື້ນສອງຂັ້ນ
ຫາກຄິດຫາແນວປັ້ນແນວຟັນແນວເຂັ່ຍ
ຫຼືແນວເລັຍລອດພື້ນແນວທື້ນຄັກໃຈ!?!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຕູນຫົວຫຍັງ



ນາງວິວັນມາຢາມຢ້ຽມຖາມ ``ວັນສອງ``ຄົນຄ່ຽມ
ທຽມໃຈມັກຢອກເຍົ້າ............ຈູງແຂນເຂົ້າຮ່ອມໜາກແກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
[img][/img]


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຕູນຫົວຫຍັງ



ນາງວິວັນມາຢາມຢ້ຽມຖາມ ``ວັນສອງ``ຄົນຄ່ຽມ
ທຽມໃຈມັກຢອກເຍົ້າ............ຈູງແຂນເຂົ້າຮ່ອມໜາກແກ!!


ແມ່ນຫຍັງລຸງ ອັນໝາກແກຫັ້ນ ຫຼານບໍ່ຮູ້

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ບຸນປີໃໝ່ລາວມີໃຜສິໄປຫຼີ້ນໃສແນ່ ແຮະໆໆຂພຈສິໄປນຳ ອິອິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຕູນຫົວຫຍັງ



ນາງວິວັນມາຢາມຢ້ຽມຖາມ ``ວັນສອງ``ຄົນຄ່ຽມ
ທຽມໃຈມັກຢອກເຍົ້າ............ຈູງແຂນເຂົ້າຮ່ອມໜາກແກ!!


ແມ່ນຫຍັງລຸງ ອັນໝາກແກຫັ້ນ ຫຼານບໍ່ຮູ້



ປ່າແກ ກະແມ່ນປ່າໄມ້ທີ່ເພີ່ນປູກສຳຫຼັບລ້ຽງ ຄັ່ງ ສ່ວນຫຼາຍກະພາກັນຕັດມາເຮັດຟືນຫັ້ນແຫຼະ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ມື້ບຸນປີໃໝ່ລາວມີໃຜສິໄປຫຼີ້ນໃສແນ່ ແຮະໆໆຂພຈສິໄປນຳ ອິອິ



ມື້ບຸນປີໃໝ່ລາວ......ມີໃຜສິໄປຫຼີ້ນ ສາວ ໃສແນ່
ຂໍແຮະແຮຮ່ວມເຈົ້າ ພໍໄດ້ແນ່ບໍນໍ!!



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກວັນສອງວັນໝ້າ.....ຟ້າບໍ່ປ່ຽນສີສັນ
ແຕ່ເປັນວັນມີມົງຄຸນ....ແກ່ລາວທັງຄ້າຍ
ຄ່ອຍພາກັນສັນສ້າງ ກິນທານຮຽງຮ່ວມ
ພາກັນຮວມມ່ວນແມ້ງ ປີໃໜ່ແລ້ວທ່ານເອີຍ..

ຂໍໃຫ້ມີໃຈແຈ້ງ ສຸຂດັ່ງໜາກຜາງສຸກ
ຫຼື ໜາກໂປມຫອມຫວນ ທຸກຄົນຢ່າຫາເຍີ້ຍ
ພາກັນຫຼີ້ນກິນເມົາພໍມ່ວນ
ຢ່າດ່ວນຄິດໃຫຍ່ແທ້ ເກີນຂັ້ນເຂດຄົນ

ປາງບຸນພາກັນເຕົ້າ ຮັກຫໍ່ໂຮມກັນ
ຢາດນ້ຳສົງໂຮຍຮຳ ສ່ຳພໍພຽງໄດ້
ປະເພນີເຮົາໃຫ້ ຄອງຄືຢ່າໃຫ້ໜົ່ນ
ທຸກຄົນຈົ່ງເຈີດຈ້າ ຫົວແຍ້ມຕໍ່ກັນ!!!

ທ.ຄຳແສນ.


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ joiyyy ຂຽນວ່າ...
ຄຳ




ຄຳເຊໂປນຫຼືຄຳ ເກ້ ຂາຍເລເຂົ້າປັກກິ່ງ ໜົດລະເດ!!!
ບໍ່ຄຳລາວເຂົາຂຸດ ເພາະວ່າເຮົາຫົວປູ້
ເຂົາຂຸດຄົ້ນ ຂົນໝີ ໄວ່ໆ
ເຫັນແຕ່ໄງ່ ຢຍດຟ້າ ອ້າຍລາວໝ້າໜົ່ນໜອງ!!!!



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ມາຢາມຢ້ຽມ ...ນານວັນຍັງຄ່ອຍຢູ່ ບໍນໍ
ຊາວ ພລ ຜູ່ຂ້າ..........ສະບາຍແມ້ງມ່ວນໃຈ...ບໍເດ!!!


ໜ້າທີ່ 16 ຈາກທັງໝົດ 17 ໜ້າ <<<12345 ... 14151617>>>