ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຈົ້າບອກມາ...ແລ້ວຂ້ອຍຊິຂຽນຕໍ່..

ໜ້າທີ່ 17 ຈາກທັງໝົດ 17 ໜ້າ <<<12345 ... 151617>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນແວດວົງແຫ່ງສາຕ-......ສີລປ໌ໜອງ
ສາວໃດຄິດຢາກລອງ..........ສີລປ໌ສ້າງ
ສັນເສກເປັນຫໍຫ້ອງ............ກອນກາພຍ໌
ຮຽງຊາບລາບເອກອ້າງ.......ກອນຮ້ອຍກ່ອມກັນ!!!

ແຕ່ວ່າເວທີ່ຂ້ອຍ.............ຫງອຍເຫງົາ
ຫາມີໃຜແວະເຊົາ.......... ອ່ານບັ້ນ
ບົທກອນກາພຍ໌ຊຶມເສົ້າ.....ແສນໝ່າຍ
ອາຍໃຈຕົນທີ່ປັ້ນ............ເປັນມົ້ງວາທສີລປ໌....


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລືມໆໄລຮ່ອງນ້ຳ....ທາຣທ່ອງທຽວໄຫຼ
ມັນເຫືອດຫາຍແປໄປ....ສູ່ດາວະດິງຟ້າ
ນ້ຳທີ່ເຄີຍໄຫຼກ້ຽວ........ດອນແດງໂຂງຂອດ
ໄຫຼຈອດໆປານຮ່ອງນ້ອຍ...ຂອງຂ້ອຍສິຂາດວັງ...ແທ້ແຫຼ້ວ.


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຫຼຽວເບິ່ງດາວດາດຟ້າ.....................ສັງມົວມືດອັບແສງ
ອັນວ່າເດືອນດາວຫາຍ....................ບໍ່ຄູ່ຄຽງບົນຟ້າ
ປ່ອຍໃຫ້ສາຍຕາຈ້ອງ......................ມອງເດືອນດາວຢ່າງລ້າຫຼ່ອຍ
ເໜືອນດັ່ງຕົວກະຕ່າຍນ້ອຍ................ທີ່ຄອຍຈ້ອງສ່ອງພະຈັນ ນັ້ນແລ້ວ


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ຄິດຮອດ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mona ຂຽນວ່າ...
ຄິດຮອດ



ຄິດຮອດເຈົ້າທຸກວິນາທີ
ແຕ່ບໍ່ມີນາທີໃດໄດ້ຢູ່ລ້າ
ຄິດເຫັນໝ້າ
ຮອຍຍິ້ມທີ່ເຄີຍຍິ້ມມາ
ຢາກບອກໄປນຳລົມນຳຟ້າວ່າຄິດເຖິງ.ຄິດເຖິງ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ຫຼຽວເບິ່ງດາວດາດຟ້າ.....................ສັງມົວມືດອັບແສງ
ອັນວ່າເດືອນດາວຫາຍ....................ບໍ່ຄູ່ຄຽງບົນຟ້າ
ປ່ອຍໃຫ້ສາຍຕາຈ້ອງ......................ມອງເດືອນດາວຢ່າງລ້າຫຼ່ອຍ
ເໜືອນດັ່ງຕົວກະຕ່າຍນ້ອຍ................ທີ່ຄອຍຈ້ອງສ່ອງພະຈັນ ນັ້ນແລ້ວ



ເປັນກອນທີ່ປະທັບໃຈ!!!
ແຕ່ຍາມເຈົ້າຫຼຽວເຫັນດາວດາດຟ້າ....ໝ້າຂ້ອຍປານຖືກລົນ
ແມ່ນດາວໃສແສນເຢັນ....ສ່ອງບໍ່ເຫັນໃຈນີ້
ມັນມືດມົນມົວກູ້ມ.....ເມຄາສູມໂຫມຕ່າວ
ດາວແລະເດືອນຟັ່ງຟ້າວ...ຫາລີ້ຫຼີກແສງ-ຕາທີ່ຈ້ອງຫັ້ນ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພີ່ນວ່າ:``ກາຢາກກິນກ້ວຍ
ມັນຍັງກັດກົ້ນກ່ອນ
ບາດເຖົ້າຫົວງູຢາກຢອກນ້ອງ
ສັງມາຄວ້າໃສ່ແຕ່ຫ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງໄວ້ແມສາຍນ້ຳ......ລຳຂອງກວ້າງໃຫຍ່
ເບີ່ງໄວ້ຕິໄຫຫິນ........ກ່ອນມັນຊິຜັນຍ້າຍ
ເບິ່ງໄວ້ແມ່ຫຼີ່ຕ້ອນ......ດອນໂຂງນ້ຳຕົກຕາດ
ເບີ່ງໄວ້ເດິໜູ່ເຈົ້າກ່ອນມັນເສົ້າສ້ຽງສູນ...


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ອັນວ່າ: ຄົນຢູ່ໃນໂລກນີ້........................ດີຊົ່ວກໍ່ມີຫຼາຍ
ຫຼົງໄຫຼລືມໄລປະ.................................ຮີດປະເພນີເຄົ້າ
ໄປນິຍົມເຂົາພຸ້ນ..................................ແນວຜິດຄອງຂອງພໍ່ແມ່
ບອກກັນແດ່ເດີ້ພີ່ນ້ອງ...........................ຢ່າໄປຍ້ອງຍົກແຕ່ເຂົາ........


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ອັນວ່າ: ຄົນຢູ່ໃນໂລກນີ້........................ດີຊົ່ວກໍ່ມີຫຼາຍ
ຫຼົງໄຫຼລືມໄລປະ.................................ຮີດປະເພນີເຄົ້າ
ໄປນິຍົມເຂົາພຸ້ນ..................................ແນວຜິດຄອງຂອງພໍ່ແມ່
ບອກກັນແດ່ເດີ້ພີ່ນ້ອງ...........................ຢ່າໄປຍ້ອງຍົກແຕ່ເຂົາ........



ຍິນໆສຽງຕ່າວອື້ງ........ອວນກ່າວຄຳຂົມ
ໃຜກໍຊົມໃຈມັກ...........ຮັກຫອມເມືອງບ້ານ
ແຕ່ວ່າຫານຈາເວົ້າ.......ແນວໃດເກີນເພີ່ນ
ແນວເພີ່ນເໜົາຮັກໄວ້....ດາຍແລ້ງຜູ່ດຽວ

ຕົກລົງການງານບ້ານ.....ປະຊາຣາສໃຜຂືນ
ດັ່ງ ໂຮຈິມິນມາຢືນຢູ່ກາງສວັນຫັນ
ບາດເຊື້ອສາຍລາວແລ້ວ...ແມ່ນມີຄຸກແກ່ປະເທດ
ກໍບໍ່ເຫັນຮອດກົ້ນ.........ວົງເຈົ້າແຫງລາວ...ລ້ານຊ້າງແລ

ກັບໄປເຫັນສ່ຽວເຄົ້າ.....ທີພາກັນກິນຊາດ
ກິນໆດິນດອນອັດ........ປາກປະຊາແສນເອົ້າ
ກ່າວຄຳໃດຜິດເຈົ້າ.....ນາຍເໜືອຫົວພັກໃຫຍ່
ໄລ່ປະຊາເຂົ້າຖ້ຳ.........ເອົາແກວເພື້ອນເຂົ້າເມືອງ....


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້ານີ້ໜ້າໜາວ....


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ໜ້ານີ້ໜ້າໜາວ....



ຫາກໜ້ານີ້ໜ້າໜາວ.....ຮີບຫາສາວມາໄວ້ກອດ
ຢ່າໄດ້ແຕ່ນອນພ່ຳພອດ....ຫາເມັຍຊ້ອນກ່ອນແຫຼະດີ

ຫາກແມ່ນໜາວເຫຼືອກະດໍ້....ມັນຄົງງໍຫົດຫູ່
ຢູ່ໃນຖ້ຳດັ່ງເກົ່າກີ້........ໜີຊົ້ນຫຼີກໂບມ...

ຮິໆໆໆ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ໜ້ານີ້ໜ້າໜາວ....



ຫາກໜ້ານີ້ໜ້າໜາວ.....ຮີບຫາສາວມາໄວ້ກອດ
ຢ່າໄດ້ແຕ່ນອນພ່ຳພອດ....ຫາເມັຍຊ້ອນກ່ອນແຫຼະດີ

ຫາກແມ່ນໜາວເຫຼືອກະດໍ້....ມັນຄົງງໍຫົດຫູ່
ຢູ່ໃນຖ້ຳດັ່ງເກົ່າກີ້........ໜີຊົ້ນຫຼີກໂບມ...

ຮິໆໆໆ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ໜ້ານີ້ໜ້າໜາວ....



ຫາກໜ້ານີ້ໜ້າໜາວ.....ຮີບຫາສາວມາໄວ້ກອດ
ຢ່າໄດ້ແຕ່ນອນພ່ຳພອດ....ຫາເມັຍຊ້ອນກ່ອນແຫຼະດີ

ຫາກແມ່ນໜາວເຫຼືອກະດໍ້....ມັນຄົງງໍຫົດຫູ່
ຢູ່ໃນຖ້ຳດັ່ງເກົ່າກີ້........ໜີຊົ້ນຫຼີກໂບມ...

ຮິໆໆໆ.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນນ້ອງນ້່ງເສົ້າສ່ວນບັກອ້າຍສົມນໍ້າໜ້າ.....


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ເຫັນນ້ອງນ້່ງເສົ້າສ່ວນບັກອ້າຍສົມນໍ້າໜ້າ.....



ຍາມເຫັນນ້ອງນັ່ງເສົ້າຄືດເອົາວ່ານາງແສດງ
ແກ້ງອໍເຊາະໃຫ້ຊາຍຫຼົງອ່ອນໃຈປານຜັກໜື້ງ
ຈື່ງຄິດເຫັນທາງແກ້ງ ນວນແພງເລີຍແກ້ງຕອບ
ສົມນ້ຳໜ້າຕອບໃຫ້ຄືນໄດ້ດັ່ງກັນ;;;ຫັ້ນແຫຼ້ວເດິ!!

ຮິໆໆໆ.


໐ ກະທູ້
໑໗໔ ໂພສ
ນັກການກະທູ້
ຄິດຮອດແມ່...


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປກິນເບຍບໍ່


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Monoy ຂຽນວ່າ...
ຄິດຮອດແມ່...



ອ໋ອຍນໍ!
ໃຫຍ່ປານນີ້ໜີຈາກແມ່ພຽງຄືນ
ແຟນບໍ່ມາຢາມເຢືອນສອດສາຍກໍສຸດສ້ອຍ
ກະພອຍຄິດເຫັນແຕ່ໜ້າອີ່ແມ່ແພງເຫຼືອວ່າ
ຢາກມານັ່ງຕ່ຳຝາຍແພສີ້ນຢູ່ນຳ..ອີ່ແມ່ເດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ໄປກິນເບຍບໍ່



ເລີກວຽກແລ້ວມານັ່ງນຳກັນບໍນາງ
ມາຊີມເບັຍຮິ່ນກັນຈັກແກ້ວ
ຫາກວ່າໂສທະນາຂື້ນເອົາກັນສາມເທື່ອ
ເບັຍໜື່ງແກ້ວ...ຫຼື...ໜື່ງຄືນ...
ຮິໆໆ


໓ ກະທູ້
໘໓ ໂພສ
ຂາປະຈຳເວັບບອດ
Em yeu Anh Mai mai ^^ .. ( tor hai dae der )

<img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><br><a href="http://punlao.com"><b>http://punlao.com</b></a>

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ເປັນ​ຕາ​ມ່ວນ​ຢູ່​ໃດ​ເນາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bayta ຂຽນວ່າ...
Em yeu Anh Mai mai ^^ .. ( tor hai dae der )



Em yeu Anh Mai mai
ຫາໄດ້ມາ
ງາມບໍລະຄົນດີ
ຫາກພໍໃຈຖືກໃຈມັກອີ່ຫຼີ
ຄິດວ່າຄົງຂື້ນດີກຣີ...ໂກ້ໆ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
​ເປັນ​ຕາ​ມ່ວນ​ຢູ່​ໃດ​ເນາະ



ເປັນ​ຕາ​ມ່ວນ​ຢູ່​ໃດ​ເນາະໄປຕາດລໍສາຣະວັນ
ເຂົາຫາກພາກັນຢ້ອນກ້ຽວໜ່ຽວແຂນ
ກິ່ນກະແຟແຜ່ທົ່ວຍາມເຊົ້ານັ້ນ
ພາຕື່ນຈາກຝັນອັນອັມມະຕະ!!!


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບຍເອີຍເບຍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ເບຍເອີຍເບຍ



ເບັຍເອີຍເບັຍເມັຍເຮົາກະມັກ
ລັກແຊ່ໄວ້ໃນລີ້ນຊັກຕູ້ເຢັນເປັນຫ້າ
ບາດກັບວຽກມາອີ່ແມ່ຍອດຍິງນອນຫງາຍ
ອ້ອມແອ້ມແກ້ວເປົ່າຢັງຢາຍ..ແຕ່ໃນຕູ້ແກ້ວຫາຍເໝິດຈ້ອຍ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືນວັນນັ້ນ................ຟາ້ແຈ່ມແສງໃສ
ຍ້ອນບັ້ງໄຟຫຼາຍດວງ...ຈູດກັນຫຼາຍຂັ້ນ
ເປັນພັນໆຍິງຂື້ນ..........ປານເສີກແຕກຕື່ນ
ພາກັນມ່ວນຊື່ນຊ້ອຍ....ທ້ອງຫຼານນ້ອຍຫອດຫີວ!

ພາກັນຢືມກອບກູ້........ເງິນໝູ່ມາສລອງ
ຊື້ດອກໄຟຫຼາຍແສນ...ເສບສົມວ່າສຸດຊື້ງ
ໃນນະພາແສງເຫຼື້ອມ...ໂອະໂອຍແສນສງ່າ
ຈາກຟ້າຝົນຮ່າຂີ້ມື້.......ໂຮຍໃຫ້ໃສ່ຫົວ....

ທຸກທົ່ວຄົນໃນຄ້າຍ......ໄດ້ຮັບສເມີກັນ
ເປັນເຖົ່າພັນເງິນຕຣາ....ຕ່າງຢືມມາຈູດ
ຈູດກັນຖິ້ມ..................ເງິນຢືມແຈກຈ່າຍ
ໃຜກະໄດ້ແຕ່ໜີ້...........ເມື່ອໄວ້ໃສ່ຫົວ!!!!
ແຮໆໆ.


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽມນີ້...ມາແວ່ຢ້ຽມ ທ່ອງເວບພັນລາວ
ຢາກຖາມຂ່າວຄາວຫາ ເພື່ອນພົງພັນເຊື້ອ
ເມືອທາງໃດຫມົດດຽວນີ້ ຄືບໍ່ເຫັນມີ ມິດຈີ່ລີ້
ຫລື ຫນີໄປລັກລີ້ ທາງກ້ຳຖີ່ນໃດ ເດນໍ!

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ພວກເພິ່ນໄປເລາະຫລິ້ນ ແຖວຖິ່ນເຟສບຸກ
ຄົງສະໜຸກສະໜານຫລາຍ ຈຶ່ງເລົ່າລືມພັນລາວຈ້ອຍ
ຍັງເຫລືອແຕ່ຕົວຂ້ອຍ ຄອຍມາຢ້ຽມແວ່
ມາລໍ່າແລໝູ່ເຈົ້າ ມາເຂົ້າຕໍ່ກອນ ຢູ່ເດີ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ບໍ່ມີໃຜຕ່າວຢ້ອນ ມາຮ່ວມວົງກອນ ເລີຍນໍ
ໄປສະອອນເຟສບຸກ ທຸກພັນລາວແລ້ວ
ບໍ່ມີຄົນແຊວຮ້ອງ ເໝືອນຄາວຄັ້ງເກົ່າ
ຄິດຮອດເດໝູ່ເຈົ້າ ແຟນກີ້ເກົ່າຫລັງ ຮຽມເອີຍ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

ໜ້າທີ່ 17 ຈາກທັງໝົດ 17 ໜ້າ <<<12345 ... 151617>>>