ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
໑.ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ໃນພາ
ສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະ ຂຽນຄຳວ່າ: "ຮີດຄອງປະເພນີ" (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວ
ຄຳວ່າ "ຂະນົບທຳນຽມ" ແປເອົາໃຈຄວາມແລ້ວ ກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນເອງ.
ຮີດມາຈາກຄຳບາລີ ວ່າ: "ຈາປິດຕະ" ເປັນໄດ້ທັງຄຳນາມ ແລະ ຄຳກິລິຍາ.
ຮີດ 12 ຫມາຍເຖິງປະເພນີ ພິທີກຳ (ຫລືການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າໃນ 12
ເດືອນ ເປັນຕົ້ນແມ່ນ.
1. ເດືອນຈຽງ ຈະມີພິທີລ້ຽງຜີຟ້າຜີແຖນ ນິຍົມພະສົງອົງຄະເຈົ້າເຂົ້າປະລິວາດສະກຳ.
2. ເດືອນຍີ່ ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ ບຸນງະ ບຸນລະປຶມ (ລາວເທິງ ພາກໃຕ້) ບຸນ
ກະເລີ (ລາວເທິງ ພາກເຫນືອ).
3. ເດືອນສາມເພັງ ເຮັດບຸນເຂົ້າຈີ່-ບຸນມາຄະບູຊາ ບຸນວັດພູ ຈຳປາສັກ.
4. ເດືອນສີ່ ເຮັດບຸນພະເວດ ຫລື ບຸນມະຫາຊາດ.
5. ເດືອນຫ້າ ເຮັດບຸນປີໃຫມ່ລາວ ຫລື ບຸນກຸດສົງການ
6. ເດືອນຫົກ ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ.
7. ເດືອນເຈັດ ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງປູ່ຕາ (ກຽມເຮັດໄຮ່ເຮັດນາ).
8. ເດືອນແປດ ເຮັດບຸນເຂົ້າພັນສາ.
9. ເດືອນເກົ້າ ເຮັດບຸນເຂົ້າປະດັບດິນ
10. ເດືອນສິບ ເຮັດບຸນເຂົ້າສະຫລາກ.
11. ເດືອນສິບເອັດ ເຮັດບຸນອອກພັນສາ.
12. ເດືອນສິບສອງ ເຮັດບຸນກະຖິນ ບຸນພຣະທາດຫລວງ (ເຊິ່ງບຸນປະຈຳເດືອນທີ່ກ່າວມານັ້ນ ແມ່ນຖືເອົາ
ຕາມເດືອນລາວ ບໍ່ແມ່ນເດືອນສາກົນ).
໒.1. ເມື່ອພຶດພັນທັນຍາຫານ ເຂົ້າເປັນຮວງ ຕົ້ນໄມ້ເປັນຫມາກ ແລະ ພຶດອອກຜົນ ຕົນຢ່າຟ້າວກິນກ່ອນ ໃຫ້ເອົາໄປທຳບຸນໃຫ້ທານ ແກ່ຜູ້ຊົງສິນ ແລະ ຜູ້ທີ່ມີອູບປະລະຄຸນສາກ່ອນ ແລ້ວຕົນເອງຈຶ່ງຄ່ອຍກິນທີຫລັງ;
2. ຢ່າພາກັນໂລບຕາຊັ່ງຕາຊິງ, ຢ່າພາກັນເຮັດ ແລະ ຈ່າຍເງິນປອມແປງ, ຢ່າພາກັນກ່າວຄຳຫຍາບຊ້າ, ກ້າແຂງ ຕໍ່ກັນ ແລະ ກັນ;
3. ໃຫ້ພາກັນເຮັດຮົ້ວ ແລະ ກຳແພງອ້ອມວັດວາອາຮາມ ແລະ ອາຄານສາທາລະນະ ແລະ ເຮັດຮົ້ວບ້ານເຮືອນຂອງຕົນ;
4. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນເສຍກ່ອນ ແລະ ໄປເຮືອນອື່ນຄວນຮັບອະນຸຍາດຈຶ່ງເຂົ້າ;
5. ເມື່ອເຖິງສິນ 8 ສິນ 15 ຄ່ຳ ໃຫ້ພາກັນສົມມາຜູ້ມີອູບປະລາຄຸນ ກ້ອນເຂົ້າຄີໄຟຂັ້ນໄດ ແລະ ປະຕູເຮືອນ, ປະຕູບ້ານ;
6. ກ່ອນເຂົ້ານອນຄວນອາບນ້ຳ ແລະ ພາວະນາເສຍກ່ອນຈຶ່ງນອນ;
7. ເມື່ອເຖິງວັນສິນ 15 ຄ່ຳ ໃຫ້ແຕ່ງຂັນດອກໄມ້ ມີທູບທຽນບູຊາພະ ແລະ ຜົວຂອງຕົນ ເພື່ອຂໍອະໄພເຊິ່ງກັນ ແລະ ກັນ ແລະ ຄວນຖວາຍ ດອກໄມ້ທູບທຽນໃຫ້ແກ່ພະອົງເພື່ອລົງອຸໂປສົດ;
8. ເມື່ອເຖງສິນດັບ - ສິນເພັງໃຫ້ນິມົນພະອົງມາສູດມົງຄົນເຮືອນຮຸ່ງເຊົ້າມາ ໃຫ້ທຳບຸນໃສ່ບ້ານຖວາຍສັງຄພທານ;
9. ເມື່ອພະອົງມາບິນພະບາດຢ່າໃຫ້ເພິ່ນຄອຍຖ້າ ເວລາໃສ່ບາດ ບໍ່ໃສ່ເກີບ, ບໍ່ກັ້ງຄັນຮົ່ມ, ບໍ່ເອົາຜ້າປົກຫົວ, ບໍ່ອູ້ມລູກອູ້ມຫລານ;
10. ເມື່ອພະອົງເຂົ້າປະຣິວະສະກັນ ໃຫ້ມີຂັນດອກໄມ້ ທູບທຽນ ແລະ ບໍລິຂານໄປຖວາຍເພິ່ນ;
11. ເມື່ອເຫັນພະອົງກາຍມາໃຫ້ນັ່ງລົງ ແລ້ວຈຶ່ງຄ່ອຍເຈລະຈາ;
12. ຢ່າໄດ້ຢຽບເງົາເຈົ້າພິກສຸສົງ, ສາມະເນນ, ຕົນສົງສິນບໍລິສຸດ;
13. ຢ່າເອົາອາທານເງື່ອນໄປທານ ແລະ ຢ່າຈົ່ງອາຫານເງື່ອນໄວ້ໃຫ້ຜົວກິນ. ( ອາຫານທີ່ກິນບໍ່ໝົດ )
14. ຢ່າເສບກາມມະຄຸນໃນວັນສິນ ວັນສົງການ ແລະ ວັດເກີດຂອງຕົນ. ( ນອນຮ່ວມຍິງ ຫລື ຊາຍ )
ຂຽນໂດຍ:ສຸກສະຫວັດ
|