ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 6 ໜ້າ <<<123456>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຣື້ອງນີ້ ເກິດມາຈາກການສັງເກດທີ່ໄດ້ມາຈາກ: ທັງຮູບພາບຕ່າງໆແລະວິດີໂອທີ່ໄດ້ເຫັນມາ.
ທຸກຊົນເຊື້ອໃດ, ຜິວພັນໃດ ກະມີເອກລັກເປັນຂອງໂຕເອງ ດັ່ງຜິວຫນັງ,ຮ່າງກາຍ ກະທັ້ງສີຂອງຜົມ.
ວິວັທນາການທຸກດ້ານໃນໂລກປ່ຽນໄປເພາະການຄິດຄົ້ນໄດ້ທາງວິທຍາສາດ...
ການທີ່ສາວຫຼືບ່າວທາງອາຊີທີ່ມີຜົມດຳປານຖ່ານຫັ້ນແຕ່ໃດມາເປັນທີ່ອິດສາຂອງສາວຂອງບ່າວທາງຢູໂຣບ..
ຫາກຍາມໃດເຂົາເຫັນ (ແຕ່ກີ້ໆພຸ້ນ!) ຢາກລູບຢາກບາຍຜົມນັ້ນ ທັງຢາກຈະໄດ້ໃຫ້ໂຕເອງມີຄືກັນ..ບາງຄັ້ງເພາະສີຂອງຜົມນີ້ ກະຍັງເປັນເປິເຊັນຫນື່ງໃຫ້ບ່າວຈາກພາກພື້ນອາຊີສ້າງຄວາມສົນໃຈ ດຶງໃຈສາວຢູໂຣບໃຫ້ເຫັນໃຈໄດ້!!
ຕົກມາດຽວນີ້ ມີການຜລິດຢາ,ສີຍ້ອມຜົມກັນຂື້ນທົ່ວໂລກ ດຽວນີ້ ໃຜຢາກມີຜົມສີໃດກະມີໄດ້ພຽງແລ່ນໄປຊື້ເອົາສີຍ້ອມຜົມມາຍ້ອມເອັງກະໄດ້ ຫຼືໄປຫາຮ້ານເສີມສວຍໃຫ້ຍ້ອມໃຫ້ກະແຮງງ່າຍ ພຽງແຕ່ໃຫ້ມີເງິນຈ່າຍໄປກະພໍ!!
ບ່າວສາວຈາກພາກພື້ນອາຊີກະບໍ່ນ້ອຍຫນ້າ ຜົມຂອງຕົນທີ່ດຳ,ເຫຼືອມຍາບໆງາມປານວ່າອິນແຕ່ງມາ ກະກາຍເປັນສີແດງ, ສີທອງ, ສີຂາວ..ອຶກທຶກໄປ..ບາງຄົນກະເບິ່ງງາມປານແຕ້ມ, ບາງຄົນກະ ເບິ່ງຄືລິງທີ່ມີສີສັນແທ້ຂອງມັນຫັ້ນ...
ຕາຕີບປານຫອຍແຄງຜົມແດງປານຜົມປອມຂອງສາວທີ່ຍາມຄ່ຳຢືນຢູ່ກ້ອງເສົາໄຟ ໃນເຂດ ປ່າ``ບູໂລຍ``ຢູ່ກຸງປາຣີ..
ບໍ່ຕິໃຜດອກໃນການຍ້ອມຜົມຂອງໂຕເອັງນີ້ ແຕ່ເບິ່ງແລ້ວມັນບໍ່ເຂົ້າທ່າປານໃດ!!
ເບິ່ງອ້າຍບ່າວນັກຮ້ອງຈາກພາກພື້ນອາຊີນີ້ແຮງພາໃຫ້ ຄິດວ່າມັນປານກັນກັບວ່າ ຫາ ຫຍັງອື່ນແທນບໍ່ໄດ້ ໃນການສແຫວງຫາການສ້າງຊື່ສຽງນັ້ນ...
ຜິວດຳ ຜົມທອງ,ຜົມແດງ...ໂອຍອຸກໃຈນຳ!ປານ ເກະໄປເລີຍ!!
ມີການຍ້ອມຜົມແບບທຳມະຊາດຂອງບ່າວ ຈາກອະຟຣິກາ..ແບບແຜນຂອງບ່າວສາວທ້ອງຖິ່ນກະໃຊ້ວິທີຍ້ອມແບບທຳມະຊາດແບບທ້ອງຖິ່ນ ..ງ່າຍໆສຸດແລະບໍ່ຕ້ອງເສັຍເງິນເສັຍຄຳແມ້ແຕ່ສຫຼຶງດຽວ..ຫາກວ່າໃຜທີ່ມີຜົມດຳຢາກໄດ້ຜົມແດງງາມປານວ່າ ຊິນດີ ໂກຣຟອດ ແລ້ວ ມາຟັງທາງນີ້.
ເອົາຕາມແບບຂອງສາວແລະບ່າວຈາກອະຟຣິກາເດິ..ເອົາຫົວໄປໂຕ່ງໃສ່ ນ້ຳຫຍ່ຽວຂອງງົວຍາມມັນຫຍ່ຽວຫັ້ນ ບໍ່ພໍທໍ່ໃດສີຜົມກະຈະປ່ຽນເປັນສີແດງດັ່ງດຽວກັບເອົາສີທີ່ຊື້ມາຫັ້ນ...
ແບບນີ້ຄືຊິບໍ່ມີໃຜກ້າລອງ!!
ແຕ່ອີກບັນຫາຫນຶ່ງທີ່ພາໃຫ້ສັງຫອນບໍ່ແລ້ວ!!
ການເວລານັ້ນປ່ຽນໄປທັງອາຍຸວັນນະ ຜິວຫນັງມັງສາຂອງຄົນເຮົາກະປ່ຽນໄປ ສີຂອງຜົມກະປ່ຽນໄປເຊັ່ນກັນ..ກະຍ້ອນປະໂຫຍດຂອງຢາຍ້ອມຜົມນີ້ພາໃຫ້ຄົນຫຼາຍລ້ານຫຼາຍໂກດ ຍັງຄົງມີຜົມສີດຳໄປຈົນຮອດມື້ຕາຍ!!!
ແຕ່ສັງຂານຫັ້ນພັດຍ້ອມບໍ່ໄດ້!
ມື້ວານນີ້ໄດ້ເຫັນວິດີໂອ ຂອງການສູ່ຂວັນສເຫຼິມສຫຼອງບຸນປີໃຫມ່ທີ່ວຽງຈັນໃນລີ້ງຂອງໃຜໃນພັນລາວ(ຜູ່ຂຽນຮູ້!)..
ທີ່ຈັບໃຈແລະໃຫ້ຄວາມສົນໃຈເປັນພິເສດ ກະສີສັນຂອງຜົມຂອງບັນດາເຖົ້າແກ່ທີ່ນັ່ງຍໍມືນົບອ້ອມພາຂວັນຫັ້ນ ເບິ່ງຜູ່ໃດກະມີຜົມດຳເຫຼື້ອມຍາບໆປານບ່າວຫາກະຂື້ນໃຫມ່ນີ້ ກະພາໃຫ້ຄິດໄປວ່າແມ່ນແຕ່ຜູ່ນຳກະຍັງພາກັນຍ້ອມຜົມ!!
ກະມາສເດຶອກໃນໃຈວ່າ ສຳພໍ ອີ່ຫຍັງອີ່ຫຍັງມັນກະປານກັນກັບ ລະຄອນໂອເປຣາປັກກິ່ງ...
ຫາກວ່າຍັງຢາກເປັນບ່າວແວງຢູ່ແບບນີ້ມັນກະຄືວ່າບໍ່ຍອມຮັບເອົາຄວາມເປັນຈິງທີ່ທຳມະຊາດໃຫ້ມາທັງອາຍຸ ສັງຂານ ແລະ ຄວາມຮອບຮູ້ ແລະຮັບຮູ້ວ່າອັນໃດເຫມາະສົມແລະສົມຄວນ..
ຫຼືເຮົາກະຊິໄປຍ້ອມນຳຫມູ່ບໍບາງທີສາວນ້ອຍ,ຍາມເຫັນແຕ່ໄກ ກະຊິຄິດໄປວ່າ ຜົມດຳຢູ່ ປ່ອຍໃຫ້ຈີບໄດ້!!!
ແຕ່ໂຕເອັງພັດຍັງມີຄວາມໄອເຫຍຶອງໃນໃຈຢູ່ນີ້ຕິ ມັນລົດ ເສັຍດາຍຄ່າຊື້ສີ ທັງຄ່າບໍຣິການຫັ້ນ ແຫນງສູ້ເອົາເງິນໂຮມໄວ້ ບາງທີມີໂອກາດຊິໄດ້ຊ່ອຍພັນລາວຈັກວັນ.
ຫາກວ່າໄປຕຳໃຈໃຜແລ້ວກະຍອມຮັບເອົາຄຳຕິຊົມ ກະທັ້ງສຽງດ່າວ່າສາບແຊ່ງຈາກບ່າວ,ຈາກສາວຈາກພາກພື້ນອາຊີທັງມວນ...
ຫາກວ່າຄຳດ່າວ່ານັ້ນມາຈາກເຖົ້າຫົວງູທັງຫຼາຍແລ້ວ
ຂໍຢ່າງດຽວໃຫ້ກ້າອອກຊື່ສຽງມາຍາມນັ້ນຈະບໍ່ເສັຍໃຈ ດ່າມາເລີຍ!!
ເຮົາ ຜູ່ຍັງມີຄວາມລະອາຍ!!!


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຈົ່ມ ຍາວແທ໊ ອ້າຍເທົາ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ຄືຈົ່ມ ຍາວແທ໊ ອ້າຍເທົາ



ຍາມຂຽນແລ້ວຄວາມຮູ້ສຶກມັນຫຼັ່ງໄຫຼອອກມາປານວ່າມີໃຜເປິດນ້ຳກ໊ອກນີ້ແຫຼະ!!


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກຂອງເຂົາ ອ້າຍເອີຍ ຢ່າສຸເອົາມາຄິດ ໃຫ້ເປື່ອງ ສະໝອງດອກ ອ້າຍ
ຄວາມສຸກຂອງຂະເຈົ້າ ນະ

ຮັກແທ້ຄືແມ່

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສີຂອງຜົມກະປ່ຽນໄປເຊັ່ນກັນ..ກະຍ້ອນປະໂຫຍດຂອງຢາຍ້ອມຜົມນີ້ພາໃຫ້ຄົນຫຼາຍລ້ານຫຼາຍໂກດ ຍັງຄົງມີຜົມສີດຳໄປຈົນຮອດມື້ຕາຍ!!!
ແຕ່ສັງຂານຫັ້ນພັດຍ້ອມບໍ່ໄດ້!
ເຮົາມັກຄຳນິຫຼາຍ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ສີຂອງຜົມກະປ່ຽນໄປເຊັ່ນກັນ..ກະຍ້ອນປະໂຫຍດຂອງຢາຍ້ອມຜົມນີ້ພາໃຫ້ຄົນຫຼາຍລ້ານຫຼາຍໂກດ ຍັງຄົງມີຜົມສີດຳໄປຈົນຮອດມື້ຕາຍ!!!
ແຕ່ສັງຂານຫັ້ນພັດຍ້ອມບໍ່ໄດ້!
ເຮົາມັກຄຳນິຫຼາຍ



ອີ່ຫຼີຫ໋ວາ ມັນກະຄືໆໃດ໋ນໍ ປະໂຫຍກນີ້!


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ສີຂອງຜົມກະປ່ຽນໄປເຊັ່ນກັນ..ກະຍ້ອນປະໂຫຍດຂອງຢາຍ້ອມຜົມນີ້ພາໃຫ້ຄົນຫຼາຍລ້ານຫຼາຍໂກດ ຍັງຄົງມີຜົມສີດຳໄປຈົນຮອດມື້ຕາຍ!!!
ແຕ່ສັງຂານຫັ້ນພັດຍ້ອມບໍ່ໄດ້!
ເຮົາມັກຄຳນິຫຼາຍ


5555 ນ້ອງເຮົາ ມີສົມບັດ ສຳນວນ ເສີຍ ນໍ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ຄວາມສຸກຂອງເຂົາ ອ້າຍເອີຍ ຢ່າສຸເອົາມາຄິດ ໃຫ້ເປື່ອງ ສະໝອງດອກ ອ້າຍ
ຄວາມສຸກຂອງຂະເຈົ້າ ນະ



ກະແມ່ນຄວາມນ້ອງວ່າຫັ້ນລະ!

ແຕ່ວ່າ ບາງທີອາຈເປັນສິ່ງເຕືອນໃຈໄດ້ວ່າ: ສົມຄວນມີຄວາມພໍໃຈໃນສິ່ງທີ່ເຮົາໄດ້ຮັບມາຈາກພໍ່ແມ່!!!
ແລະຮັບຮູ້ຄວາມເປັນໂຕຂອງໂຕເອງ!!

ກິນເຂົ້າໂຕໂສເຣື້ອງເພິ່ນນໍ ວ່າບໍ!


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ຄວາມສຸກຂອງເຂົາ ອ້າຍເອີຍ ຢ່າສຸເອົາມາຄິດ ໃຫ້ເປື່ອງ ສະໝອງດອກ ອ້າຍ
ຄວາມສຸກຂອງຂະເຈົ້າ ນະ



ກະແມ່ນຄວາມນ້ອງວ່າຫັ້ນລະ!

ແຕ່ວ່າ ບາງທີອາຈເປັນສິ່ງເຕືອນໃຈໄດ້ວ່າ: ສົມຄວນມີຄວາມພໍໃຈໃນສິ່ງທີ່ເຮົາໄດ້ຮັບມາຈາກພໍ່ແມ່!!!
ແລະຮັບຮູ້ຄວາມເປັນໂຕຂອໜງໂຕເອງ!!
ກິນເຂົ້າໂຕໂສເຣື້ອງເພິ່ນນໍ ວ່າບໍ!


ກະຊິເປັນຫຍັງ ເລື່ອງຂອງ ຊາວບ້ານ ແມ່ນ ວຽກງານ ຂອງເຮົາ ເດ໊ ຮອ້ນ ນໍ

ຮັກແທ້ຄືແມ່

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
^
^
^
ເເມ່ນໆໆ

♡ເເມ່ລູກອ໋ອນ♡



.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
^
^
^
ເເມ່ນໆໆ




ແມ່ນກະແມ່ນແຕ່ວ່າຫຼາຍຄົນຄົງບໍ່ພໍໃຈອ່ານແບບກ່ຽວກັບຊົງຜົມຂອງໂຕ!!
ທີ່ມີໃຜມາບັງອາຈເວົ້າໃສ່!!
ແຕ່ຢາກບອກຕື່ມອີກວ່າ ສາວຜົມທອງທາງຢູໂຣບຖືກເວົ້າຂວັນທັງເປັນທີ່ສ້າງເປັນເຣື້ອງຕະຫຼົກໃສ່ຫຼາຍໆ..


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວ ໄວ້ກັບມາອ່ານ ບໍ່ຮູ້ເລື່ອງເທື່ອເອີ໊ກໆໆ

ຮູ້ແຕ່ວ່າ ເກີດມາມີດີຢູ່ທີ່ຜົມງາມນີ້ແລະ 5555+ ພູມໃຈແມ່ໃຫ້ມາ ກັກໆໆໆ

ໃຜໆ ກາວ່າຜົມຂ້ອຍງາມ ກິ່ວ ກິ່ວ

ປ.ລ ເວົ້າລະບໍ່ເຊື້ອວ່າແລະ

21 3-15-13-16-12-5-20-5 13-5


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ຍາວ ໄວ້ກັບມາອ່ານ ບໍ່ຮູ້ເລື່ອງເທື່ອເອີ໊ກໆໆ

ຮູ້ແຕ່ວ່າ ເກີດມາມີດີຢູ່ທີ່ຜົມງາມນີ້ແລະ 5555+ ພູມໃຈແມ່ໃຫ້ມາ ກັກໆໆໆ

ໃຜໆ ກາວ່າຜົມຂ້ອຍງາມ ກິ່ວ ກິ່ວ

ປ.ລ ເວົ້າລະບໍ່ເຊື້ອວ່າແລະ



ກະພະຍາມຍາມຮັກສາໄວ້!
ຊົງຜົມເປັນດັ່ງເຮືອນຫຼັງຫນຶ່ງສຳຫຼັບຜູ່ຍິງໃນຕຳນານເກົ່າແກ່ ທີ່ວ່າ ຜູ່ຍິງນັ້ນມີເຮືອນນຳກັນສາມຫຼັງ ຫນຶ່ງກະແມ່ນເຮືອນຜົມ!!!


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລະລຸງເທົາ


ຢາກລອງຍ້ອມສີຜົມຢູ່ ແຕ່ດີຕົນຜົມເລີຍບໍ່ເກີດຍ້ອມສຳ

21 3-15-13-16-12-5-20-5 13-5


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼານພອຍລິນ,
ສີສັນຂອງເສັ້ນຜົມອາຈບໍ່ມີຫຍັງຍິ່ງໃຫຍ່ ໄປດອກແຕ່ ມັນບອກວ່າເຮົາມີຜິວພັນໃດໄດ້ແຕ່ບໍ່ອາຈບອກວ່າເຊື້ອສາຍໃດ ແຕ່ ກະມີພຽງເຮົາເທົ່ານັ້ນທີ່ຍັງເປັນເຮົາແລະຮູ້ວ່າເຮົາຄືໃຜໃນຈັກວານນີ້!!
ຈະຍ້ອມໃຫ້ເປັນສີຂາວ, ສີທອງງາມປານນາງຟ້າ ແຕ່ ໃນໃຈນັ້ນຕິ ຜິວພັນຫັ້ນຕິ ມັນຟ້ອງອອກມາສເມິວ່າ ເຈົ້າມາຈາກດິນຕົມຖິ່ນໃດ!!!


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຈະຍ້ອມຢູ່


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜົມເສຍ

ຮັກນ້ອງຕອນເມົາ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນສິດທິຂອງເຂົາເຮົາບໍ່ມີສິດຫຍັງດອກທີ່ຈະໄປຫ້າມ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮອດໃສລະ ມາຈອບເບິ່ງ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ວ່າຈະຍ້ອມຢູ່



ຍ້ອມແລ້ວວາດຮູບໄປໃຫ້ເບິ່ງນຳແນ່!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ຜົມເສຍ




ເວົ້າປານວ່າກະແຈຣົຖ ທີ່ເສັຍຫາຍໄປ.
ຫາກວ່າມັນຫຼົ່ນ ກະຕ້ອງໄປຊື້ຜົມປອມມາໃສ່!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ມັນເປັນສິດທິຂອງເຂົາເຮົາບໍ່ມີສິດຫຍັງດອກທີ່ຈະໄປຫ້າມ




ກະຍັງວ່າຫັ້ນລະ ກິນເຂົ້າໂຕໂສເຣື້ອງຫມູ່!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ຮອດໃສລະ ມາຈອບເບິ່ງ




ກະຢ້ານວ່າມີໃຜ ຫຶນສຸດຂີດແຕ່ມາຣະຍາດເຕືອນບໍ່ໃຫ້ມາອອກຄວາມເຫັນກະຄົງມີ!!


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ມັນເປັນສິດທິຂອງເຂົາເຮົາບໍ່ມີສິດຫຍັງດອກທີ່ຈະໄປຫ້າມ




ກະຍັງວ່າຫັ້ນລະ ກິນເຂົ້າໂຕໂສເຣື້ອງຫມູ່!!


ໂອະ...ໂອ໊....!!!! ເປັນຊັ້ນໄປ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນຫານີ້ ມັນກະເປັນໄປໃນຄະຕິແລະຄວາມເຫັນຂອງຜູ່ຂຽນສື່ໆ ຢາກຮູ້ວ່າຜູ່ອື່ນຫັ້ນຄິດແບບໃດ!
ຍາມໃດໄດ້ເຫັນຄົນອາຊີທີ່ຍ້ອມຜົມໃຫ້ເປັນສີແດງຄືຝຣັ່ງນີ້ ຂ້ອຍຫມົດສັດທານຳ ຫາກວ່າເປັນຫມູ່ເປັນຄູ່ກັນກະຢ້ານວ່າໄດ້ຖົກຖຽງກັນແບບແຕກ ຫັກ ແຕ່ ກະບົນພື້ນຖານຂອງຄຳວ່າສິດທິ ຂອງແຕ່ລະບຸກຄົນ!
ແຕ່ຮູ້ໄວ້ຢ່າງຫນຶງວ່າໃນການຍົກບັນຫານີ້ຂື້ນມາຂ້ອຍພຽງຢາກຖາມຫາຄວາມເຂົ້າໃຈຂອງທຸກຄົນວ່າເຫິ່ເຫີມໄປນຳຍຸກສໄຫມນີ້ມັນມີຄວາມສຳຄັນໄປກວ່າຄວາມເປັນໂຕຂອງໂຕເອັງມາກນ້ອຍພຽງໃດ!?
ທາງຢູໂຣບ: ຫາກເຫັນສາວຈາກອາຊີ ທີ່ມີຜົມສີແດງ ເຂົາມັກຈະມອງຂ້າມ ເພາະຖືວ່າສາວນັ້ນໄຮ້ຄ່າ(ແບບວ່າລືມຮອຍຕິນ!!)ບໍ່ຮູ້ຈະເຂົ້າໃຈຄວາມຫມາຍທີ່ຂ້ອຍຢາກເວົ້າຫຼືບໍ່?ເຕັ້ຍໆ ຕາ ຕີບໆໆ ຜົມແດງ, ຜົມສີທອງ!!ຄີ້ວດຳ ປານວ່າໂຕໂຂນໃນວົງລິເກ!!


໓ ກະທູ້
໘໓ ໂພສ
ຂາປະຈຳເວັບບອດ
ນ້ອງ​ຈະ​ບໍ່​ມີ​ວັນ​ຍ້ອມ​ສີ​ຜົມ​ເດັດຂາດ

<img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><br><a href="http://punlao.com"><b>http://punlao.com</b></a>

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ສີຂອງຜົມກະປ່ຽນໄປເຊັ່ນກັນ..ກະຍ້ອນປະໂຫຍດຂອງຢາຍ້ອມຜົມນີ້ພາໃຫ້ຄົນຫຼາຍລ້ານຫຼາຍໂກດ ຍັງຄົງມີຜົມສີດຳໄປຈົນຮອດມື້ຕາຍ!!!
ແຕ່ສັງຂານຫັ້ນພັດຍ້ອມບໍ່ໄດ້!
ເຮົາມັກຄຳນິຫຼາຍ



ອີ່ຫຼີຫ໋ວາ ມັນກະຄືໆໃດ໋ນໍ ປະໂຫຍກນີ້!

ຄື ອີຫຼີນິລະ ບໍ່ແມ່ນແຕ່ຄືໆດອກ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bayta ຂຽນວ່າ...
ນ້ອງ​ຈະ​ບໍ່​ມີ​ວັນ​ຍ້ອມ​ສີ​ຜົມ​ເດັດຂາດ


ຫມູ່ວ່າ: ເອົາກູຊິຈ່າຍໃຫ້ ໄປຍ້ອມສາ ແລ້ວຊິເບິ່ງຫນ້າຕາຫຼໍ່ຂື້ນທັງຫນຸ່ມຂື້ນ..
ແຕ່ກະພຽງຂອບໃຈໄປລ້າໆ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...



ຄຳເຫັນໂຕນີ້ ປານກັນກັບຮູບຂອງທ່ານກິມອິນເຊັນ ຍາມໄປຢາມປະເທດຣັດເຊັຍ!!


ໜ້າທີ່ 1 ຈາກທັງໝົດ 6 ໜ້າ <<<123456>>>