ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » admin ຄຸມ server ຂອງ ມຊ blocked ເວັບ ພັນລາວ

໑໓ ກະທູ້
໒໓໗ ໂພສ
ນັກການກະທູ້
ຂ້າພະເຈົ້າເອງກະບໍ່ເຂົ້າໃຈຄືກັນວ່າເປັນຫຍັງຕ້ອງບ໋ອກເວັບພັນລາວໄປເຮັດຫຍັງ. ມັນໃດ້ສ້າງຄວາມເດືອດຮ້ອນເຖິງນັກສຶກສາທີ່ມີຈິດໃຈຮັກ ພັນລາວນັ້ນບໍ່ສາມາດເຂົ້າຫຼີ້ນເວັບພັນລາວ ໄດ້ໃນວິທະຍາເຂດດົງໂດກ... ກໍ່ເປັນທີ່ຮູ້ຈັກກັນດີວ່ານັກສຶກສາສ່ວນໃຫ່ຍຈະບໍ່ຄ່ອຍມີເວລາຮ້ານເນັດ ຫຼື ຢູ່ບ້ານ ເພະວ່າຕ້ອງໄຊ້ເວລາສ່ວນໃຫ່ຍຢູ່ໃນ ໂຮງຮຽນ.. ສະນັ້ນເວລາຫວ່າງສ່ວນໃຫ່ຍນັກສຶກສາຈະມັກເອົາຄອມຂອງຕົນເອງມານັ່ງຫຼີ້ນຕາມບ່ອນທີ່ມີສັນຍານ wireless ຫຼືກໍ່ຫ້ອງການ, ຫ້ອງ Lab ຕ່າງໆ..
ກ່ອນໜ້ານີ້ທາງ admin ມຊ ກໍ່ໄດ້ບ໋ອກເວັບ hi5 ມາແລ້ວເຊັ່ນກັນ..​ສະນັ້ນ ໝູ່ເພື່ອນຈະມີຂໍ້ຄິດເຫັນແນວໃດຕໍ່ເລື່ອງນີ້ ?


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ໋ອກມື້ໃດລະນິຮືເຮັດແນວໃດຈະຫຼິ້ນໄດ້ບາດນິ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກໍເປັນສິດທີ່ສາມາດເຮັດໄດ້ຂອງຜູ່ເບິ່ງແຍງລະບົບ ເຊິ່ງອາດຈະຖືກສັ່ງການມາຈາກຄະນະ ຫຼືໜ່ວຍງານທີ່ກ່ຽວຂ້ອງໂດຍກົງ ອັນມາເຫດເນື່ອງມາຈາກຄວາມເໝາະສົມຫຼາຍໆ ປະການ

- -'


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ການທີ່ຜູ້ທີ່ມີໜ້າທີ່ຄວບຄຸມເຄື່ອຄ່າຍໃນມະຫາໄລທີ່ມີສິດເດັດຂາດໃນການລະງັບຫ້າມໃຊ້ເວັບໄດເວັບໜຶ່ງກະຕາມ
ຜູ້ທີ່ຄວບຄຸມເຄື່ອຄ່າຍ ຕ້ອງຄຳນຶ່ງເຖິງຜົນກະທົບທີ່ມີຕໍ່ການຮ່ຳຮຽນ ແລະພຶດຕິກຳຂອງນັກສຶກສາກ່ອນ ໃນການໃຊ້ເວັບນັ້ນໆ
ວ່າອອກນອກຮູນອກທາງຈາກສະຖານະພາບຄວາມເປັນນັກສຶກສາຂອງຕົນແລ້ວຫລືບໍ່ ຖ້າບໍ່ເຖິງຄວາມຮຸນແຮງ ຫົວໜ້າກະໜ້າຈະປານີປານອມກັນນະ
ເພາະວ່າແຕ່ລະຄົນກະຍ່ອມມີສິດທິເສລີພາບພື້ນຖານໃນໃຊ້ຢູ່ແລ້ວ ຫົວໜ້າເຄື່ອຄ່າຍຫລືຜູ້ມີໜ້າທີ່ຮັບຜິດຊອບໜ້າຈະວາງຂອບເຂດ
.ຜົນກະທົບຕໍ່ການໃຊ້ເວັບນະວ່າ ເຖິງຂັ້ນໄດຄວນລະງັບ ຫລືບໍ່?
ສະຫລຸບສັ້ນໆ ຖ້າຫົວໜ້າເຄື່ອຄ່າຍເຫັນຜົນກະທົບໃນທາງບໍ່ດີຂອງເວັບນັ້ນທີ່ເຮັດໃຫ້ນັກສຶກສາ ປ່ອຍປະລະເລີຍຕໍ່ການສຶກສາ ແລະມີພຶດຕິກຳທີ່ບໍ່ສອດຄ່ອງກັບສະຖານະພາບຄວາມເປັນນັກສຶກສາ ຜູ້ຄວບຄຸມເວັບນນັ້ນກະສົມຄວນລະງັບ
ຖ້າພຶດຕິກຳບໍ່ຮ້າຍແຮງບໍ່ເຖິງຂັ້ນຂອບເຂດທີ່ວາງໄວ້ ຜູ້ຄວບຄຸມກະບໍ່ຄວນລະງັບນະ ຖ້າເລື່ອງເລັກໆນ້ອຍກະມາລະງັບນິ ມັນກະເປັນການບໍ່ສົມຄວນ ແລະມັນກະເປັນການບົ່ງບອກເຖິງຕົວຕົນຜູ້ຄວບຄຸມພ້ອມ (ຜະເລັດການສື່)

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວວ່ານັກສືກສາ ມີສິດເຕັມຕົວ ກະຫ້າມກັນຕາມຫຼັກຣັຖທັມມະນູນຕິເບາະ!!
ເພາະຮູ້ຫຼາຍບໍ່ດີ!!
ຫາກວ່າໃຜບໍຣິໂພກ ພັນລາວແລ້ວ ຢາກໃຫ້ເອົາມາແປຄືນໃຫມ່ ແນ່ ຈາກພາສາອື່ນຫັ້ນ..
ອາຈແປເປັນໃຊ້ ກະໄດ້ບໍ່ຈຳເປັນຕ້ອງບໍຣິໂພກ!!
ຫຼືວ່າເຮົາເຂົ້າໃຈຜິດ ບໍຣິໂພກ ຄື ກິນ,ສັນ ແມ່ນບໍ? ຕາມ ພາສາພະ ພາສາເຈົ້າ?
ແຕ່ການໃຊ້ເວບນັ້ນນີ້ ມັນຄວນໃຊ້ຄຳວ່າ:``ໃຊ້``.


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ການທີ່ຜູ້ທີ່ມີໜ້າທີ່ຄວບຄຸມເຄື່ອຄ່າຍໃນມະຫາໄລທີ່ມີສິດເດັດຂາດໃນການລະງັບຫ້າມໃຊເວັບໄດເວັບໜຶ່ງກະຕາມ
ຜູ້ທີ່ຄວບຄຸມເຄື່ອຄ່າຍ ຕ້ອງຄຳນຶ່ງເຖິງຜົນກະທົບທີ່ມີຕໍ່ການຮ່ຳຮຽນ ແລະພຶດຕິກຳຂອງນັກສຶກສາກ່ອນ ໃນການໃຊ້ເວັບນັ້ນໆ
ວ່າອອກນອກຮູນອກທາງຈາກສະຖານະພາບຄວາມເປັນນັກສຶກສາຂອງຕົນແລ້ວຫລືບໍ່ ຖ້າບໍ່ເຖິງຄວາມຮຸນແຮງ ຫົວໜ້າກະໜ້າຈະປານີປານອມກັນນະ
ເພາະວ່າແຕ່ລະຄົນກະຍ່ອມມີສິດທິເສລີພາບພື້ນຖານໃນການບໍລິໂພກຢູ່ແລ້ວ ຫົວໜ້າເຄື່ອຄ່າຍຫລືຜູ້ມີໜ້າທີ່ຮັບຜິດຊອບໜ້າຈະວາງຂອບເຂດ
.ຜົນກະທົບຕໍ່ການໃຊ້ເວັບນະວ່າ ເຖິງຂັ້ນໄດຄວນລະງັບ ຫລືບໍ່?
ສະຫລຸບສັ້ນໆ ຖ້າຫົວໜ້າເຄື່ອຄ່າຍເຫັນຜົນກະທົບໃນທາງບໍ່ດີຂອງເວັບນັ້ນທີ່ເຮັດໃຫ້ນັກສຶກສາ ປ່ອຍປະລະເລີຍຕໍ່ການສຶກສາ ແລະມີພຶດຕິກຳທີ່ບໍ່ສອດຄ່ອງກັບສະຖານະພາບຄວາມເປັນນັກສຶກສາ ຜູ້ຄວບຄຸມເວັບນນັ້ນກະສົມຄວນລະງັບ
ຖ້າພຶດຕິກຳບໍ່ຮ້າຍແຮງບໍ່ເຖິງຂັ້ນຂອບເຂດທີ່ວາງໄວ້ ຜູ້ຄວບຄຸມກະບໍ່ຄວນລະງັບນະ ຖ້າເລື່ອງເລັກໆນ້ອຍກະມາລະງັບນິ ມັນກະເປັນການບໍ່ສົມຄວນ ແລະມັນກະເປັນການບົ່ງບອກເຖິງຕົວຕົນຜູ້ຄວບຄຸມພ້ອມ (ຜະເລັດການສື່)


ຄືເທດໜ້ອຍແທ໊ ພຣະອາຈານ

ຮັກແທ້ຄືແມ່

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ນັກສຶກສາຕັ້ງໃຈຮຽນຕິເບາະ...


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແດ່ ເຮົາມີຢູ່ບ້ານ
ໂຮງຮຽນເຮົາກ່າບໍ່ໄດ້ປຮອກເວ໊ປຈັັກອັນ

ຮັກນ້ອງຕອນເມົາ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຂໍມີຄວາມເຫັນ
ເພາະຢູ່ບ່ອນເຮົາເຮັດວຽກສາມາດໃຊ້ໄດ້ຕະຫຼອດ


໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ງຶມງຶມງຶມ ແຕ່ນຂ້ອຍຄືຫລິ້ນໄດ້ ງຶມງຶມ

ຫລືວ່າຫາກໍ່ບລ໋ອກຫວາ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ໋ອກໄປເຮັດຫຍັງ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບລັອກເລີຍ

~Vਕਆpïrєی™~

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຮະໆ, ສິດຂອງເຂົາ. ວ່າແຕ່ block ແຕ່ hi5 ກັບ Punlao ຫວາ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຂກທ ຫຼີ້ນເນັດຢູ່ໃສ່ນີ້? ຈີງມາຂຽນກະທູ້ນິ້ໄດ້

ບໍມີວັນໄດ້ຮັກກັນ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍ ຄືວ່າຍັງຫຼີ້ນ ໄດ້ຢູ່ ນາ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງສັຍພວກທີ່ຫຼີ້ນໄດ້ແມ່ນຢູ່ໃນກຸ່ມ!!ພັກພວກຂອງອັດມິນຕິເບາະ?


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ ຄນລ ກະຫຼິ້ນໄດ້ປົກກະຕິ

ທ້າວທອງໃສ

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຢູ່ ຄນລ ກະຫຼິ້ນໄດ້ປົກກະຕິ


ອັນນີ້ເຮົາບໍ່ໄດ້ຢູ່ເຂດ ມຊ ທອງໃສ 55

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ສົງໃສ ບ໋ອກໄວ້ຫຼີ້ນຜູ້ດຽວຕິ ອ້າວເວົ້າຢອກຊື່ເດີ້ ກະຢ່າງທີ່ວ່າແຫຼະ ຄົງມີຫຼາຍເຫດຜົນ....

..... ເຈົ້າອາດມີຫຼາຍເຫດຜົນທີ່ເຈົ້າຈະບລ໋ອກ....ແຕ່ຂ້ອຍມີພຽງເຫດຜົນດຽວຄືຄິດຮອດພັນລາວ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
block ກະຜ່ານ proxy ກະໄດ້


໓ ກະທູ້
໙໑ ໂພສ
ຂາປະຈຳເວັບບອດ
ຄືຊິມີແນວຂອງຂະເຈົ້າຕິ?


໑໕ ກະທູ້
໑໒໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຮະໆ, ສິດຂອງເຂົາ. ວ່າແຕ່ block ແຕ່ hi5 ກັບ Punlao ຫວາ?




ອາດຈະເເມ່ນເເລະດ່ຽວ

ນັກສຶກສາລາວສ່ວນຫລາຍ ມີເເຕ່ຫລິ້ນປະເພດນິ້ເເລະ


〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others




໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື້ມາຫຼິ້ນເອງໂລດ
ເພາະວ່າຂອງລາວໂທລະຄົມ ກັບ ຢູນິເທວ ເຂົາກໍມີການບໍລິການອິນເຕີເນັດ
ຜ່ານສັນຍານວາຍເລດ ພຽງແຕ່ໄປຊື້ອຸປະກອນມາຕິດຕັ້ງກະພໍແລ້ວ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ້ນກໍ່ສະແດງວ່າເວບນີ້ໄດ້ນັບຄວາມນິຍົມໃນບັນດານັກຮຽນ ມ ຊ ຕ້ອງທຳໃຈ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິບ໋ອກພັນລາວເຮັດຫຍັງ,ໄປບ໋ອກເວັບລາມົກ,ເວັບແກມພຸ້ນຊິບດີກວ່າບໍ໋,ສ່ວນhi5ຫັ້ນບ໋ອກໂລດເພາະມັນບມີສາລະ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ກໍເປັນສິດທີ່ສາມາດເຮັດໄດ້ຂອງຜູ່ເບິ່ງແຍງລະບົບ ເຊິ່ງອາດຈະຖືກສັ່ງການມາຈາກຄະນະ ຫຼືໜ່ວຍງານທີ່ກ່ຽວຂ້ອງໂດຍກົງ ອັນມາເຫດເນື່ອງມາຈາກຄວາມເໝາະສົມຫຼາຍໆ ປະການ

- -'



ແມ່ນແລ້ວ ຕອບໄດ້ດີຫລາຍ


໓ ກະທູ້
໒໘໔ ໂພສ
ນັກການກະທູ້
admin ຄຸມ server ຂອງ ມຊ blocked ເວັບ ພັນລາວ ຍ້ອນວ່າ ມາຫຼິ້ນພັນລາວແລ້ວ ລະຖືກສາວພັນລາວຫັກອົກ ເຈັບໃຈແຮງເລີຍ Block ມັນໝົດຊະ ລະບາຍອາລົມ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ T0M ຂຽນວ່າ...
admin ຄຸມ server ຂອງ ມຊ blocked ເວັບ ພັນລາວ ຍ້ອນວ່າ ມາຫຼິ້ນພັນລາວແລ້ວ ລະຖືກສາວພັນລາວຫັກອົກ ເຈັບໃຈແຮງເລີຍ Block ມັນໝົດຊະ ລະບາຍອາລົມ



ຄິດໄດ້ດີ