ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກາບກອນຝາກດາວ

໖ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ



ຄືນນີ້ ຫນາວຫມອກນ້ຳ ລະລອງກິ່ນສາຍລົມ

ນັ່ງຊົມຈັນກັບຄວາມເຫົງາ ຄິດຮອດນາງແຟນອ້າຍ

ຜ້າຫົ່ມກາຍໃຈຕັ່ງ ເບິ່ງດວງດາວຍາມມຶດມິດ

ຊີວິດຕິດແທບເທົ້າ ມີດາວເຈົ້າເປັນຄູ່ໃຈ



ນີ້ນໍຄົນບ້ານໄກ້ ໄປຕ່າງຖິ່ນເມືອງຫລວງ

ດວງລືໄທຫົວໃຈຄິດ ຍອ້ນຍາກຈົນເງິນໄຊ້

ໄປຊອກຫາຄວາມຮູ້ ຕາມປະສາຄົນບ້ານປ່າ

ຊອກຫາຮຽນວິຊາ ເພີ່ມປັນຍາໃຫ້ເກັ່ງກ້າ ຈິ່ງຫນີຫ້ນາ ຫ່າງດອນ



ຍາມເຫົງາໃຈອອ່ນລ້າ ຜູ້ສາວເກົ່າທີ່ເຄີຍຮັກ

ຈັກນາງເປັນແນວໃດ ຊິຫ່ວງເຮົາບໍນໍນອ້ງ

ຍາມເດືອນດາວ ເຕັມຟ້າ ສອງດວງຕາແຫງນແນມເບິ່ງ

ຄິດເຖິງສາວຜູ້ນັ້ນ ສັນຍາອ້າຍຮັກຈິງ



ທຸກຄ່ຳຄືນນີ້ຈອ້ງ ນັ່ງຈໍ່ຄໍ່ມອງດາວ

ຍາມລົມຫນາວໂຊຍພັດ ນ້ຳຕາຊືມສອງແກ້ມ

ແນມເບິ່ງດາວສະເດັດກ້ຳ ຫົວໃຈຄິດຮ່ຳໆໆ

ນັ່ງເບິ່ງດາວຫ່ວງຫລ້າ ນຳສາວນອ້ຍຜູ້ຫ່າງໄກ



ບາງຄັ້ງຝົນລິນຍອ້ຍ ຟ້າມຶດມິດອັບແສງ

ຄືກັບດວງຊີວາ ຫງ່ວມເຫົງາແສນເສົ້າ

ຍາມເມກລົມບົດບັງເບື້ອງ ນະພາງາມບໍ່ຄືເກົ່າ

ຢ້ານໃຈສາວບໍ່ທ່ຽງໝັ້ນ ສັນຍາຮ້າງ ລະຫ່ວາງໃຈ



ຂໍຝາກຄວາມຮັກນີ້ ສົ່ງຂ່າວຖາມຫາ

ເຖິງນະພາດວງດາວ ຝາກໃຫ້ສາວແຟນອ້າຍ

ເຖິງຢູ່ໄກແຕ່ໃຈໄກ້ ມີດາວເປັນຫມູ່ເພື່ອນ

ເຕືອນໃຈຮັກແກ່ນຫມັ້ນ ສັນຍາອ້າຍ ຊິບໍ່ລືມ



ຫາກນອ້ງເຫົງາ ຄິດຮອດອ້າຍ

ໃຫ້ນາງເບິ່ງດວງດາວ ຫາກສອງເຮົາມີບຸນ ຊິຊ່ວຍຊູນຳຊ້ວນ

ຫາກບຸນຜະລາໃຫ້ ອ້າຍຊິເມືອກັບຖິ່ນ

ຝາກຮັກເຖິງຍຸພິນ ຜ່ານດິນດາວສູ່ມື້ ວ່າຄົນນີ້ຮັກຈິງ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມ່ວນໆໆໆໆ

ຮັກແທ້ຄືແມ່

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອໄດ້ເຫັນພາບ..........ອົດໃຈເກືອບບໍ່ໄຫວ
ເຈົ້າສ້າງງາມວິໄລ..........ສາວໃດຈະທຽບປານ
ຮອຍຍີ້ມກໍ່ຫວານ.........ປະສານສາຍຕາມີສະເໜ່
ສະອອນຫຼາຍແທ້ເດ........ສາວລາວຜູ້ຂາວໃສ
ງາມປຽບປານດອກໄມ້.......ເບິ່ງເຈົ້າຈົນສະດຸດຕາ
ງາມສົມຊື່ລືຊາ...........ສາວພັນລາວດ໋ອດຄອມ ເຮົານີ້ເອີ້ຍ!

ບໍມີວັນໄດ້ຮັກກັນ