ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເກີດຫຍັງຂື້ນກັບ ທະນາຄານພົງສະຫວັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນຂ່າວ ມາວ່າມື້ສວຍນີ້ 13.30 ວັນທີ 27.5.2010 ຢູ່ທີ່ທະນາຄານພົງສະຫວັນ ສາຂາໃຫ່ຍ ມີທະຫານ ຕຳຫລວດ ແລະ ປະຊາຊົນ ໄປຢູ່ຫັ້ນຢ່າງຫຼວງຫຼາຍ...ມັນເກີດຫຍັງຂື້ນນະພີ່ນ້ອງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດັງຮອດຕ່າງປະເທດແລ້ວ
ມັນເກີດຫຍັງຂື້ນ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ວານໄດ້ງິນວ່າ ບໍຣິສັດນີ້ ຈະສັ່ງຊື້ເຄື່ອງບິນອາຍພົ່ນຈາກຣັດເຊັຍສາມຄັນວ່າຊັ້ນ!!
ບໍ່ຮູ້ວ່າມີຫຍັງເກິດຂື້ນຢູ່ວຽງຈັນ!!


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມື້ວານໄດ້ງິນວ່າ ບໍຣິສັດນີ້ ຈະສັ່ງຊື້ເຄື່ອງບິນອາຍພົ່ນຈາກຣັດເຊັຍສາມຄັນວ່າຊັ້ນ!!
ບໍ່ຮູ້ວ່າມີຫຍັງເກິດຂື້ນຢູ່ວຽງຈັນ!!


ຄືຊິແມ່ນເຫດນີ້ແຫຼະ ໄດ້ຍິນວ່າຊິເປີດສາຍການບິນພົງສະຫວັນ
ຜູ້ໃຫ່ຍເພິ່ນຈິ່ງອອກມາຖະແຫຼ່ງຂ່າວວ່າບໍ່ມີບັນຫາຫຍັງ
ຖ້າຕິດຕາມຂ່າວຕໍ່ໄປ


໖ ກະທູ້
໑໔໒ ໂພສ
ນັກການກະທູ້
ໃນນາມພະນັກງານທະນາພົງສະຫວັນຈຳກັດ ຂໍແຈ້ງມາຍັງບັນດາລູກຄ້າທີ່ຮັກແພງ ແລະ ນັບຖື ທຸກໆທ່ານ
ກ່ຽວກັບເຫດການທີ່ມີບຸກຄົນທີ່ບໍ່ຫວັງດີກັບທະນາຄານພົງສະຫວັນ ໄດ້ປ່ອຍຂ່າວລືທີ່ບໍ່ມີມູນຄວາມຈິງ ເພື່ອຫວັງທຳລາຍຊື່ສຽງຂອງທະນາຄານພົງສະຫວັນ ແລະ ສ້າງຄວາມປັ່ນປ່ວນໃນສັງຄົມ. ພວກເຮົາພະນັກງານທະນາຄານພົງສະຫວັນທັງໝົດຂໍຢືນຢັນວ່າ: ຂ່າວລືດັ່ງກ່າວບໍ່ແມ່ນຄວາມຈິງເລີຍ ແລະ ເພື່ອເປັນການຢັ້ງຢືນວ່າຂ່າວລືດັ່ງກ່າວບໍ່ແມ່ນຄວາມຈິງ ແລະ ທະນາຄານພົງສະຫວັນຍັງໝັ້ນຄົງ ແລະ ໃຫ້ບໍລິການທ່ານຕໍ່ໄປ-ຕັ້ງແຕ່ຕອນເຊົ້າຂອງມື້ນີ້ ທ່ານ ອ໋ອດ ພົງສະຫວັນ ກໍ່ໄດ້ມາຖະແຫຼງຂ່າວຢູ່ທີ່ທະນາຄານພົງສະຫວັນສາຂາສາມແສນໄທ ແລະ ທ່ານກໍ່ຢູ່ກັບພວກເຮົາເພື່ອອະທິບາຍໃຫ້ກັບລູກຄ້າຟັງ ເຊິ່ງປະຊາຊົນຫຼາຍທ່ານກໍ່ໄດ້ເຫັນເພິ່ນແລ້ວໃນມື້ນີ້ ແລະ ໃນຕອນບ່າຍ ທາງເຈົ້າເມືອງຈັນທະບູລີ ແລະ ຜູ້ວ່າການຈາກທະນາຄານແຫ່ງ ສປປລາວ ກໍ່ໄດ້ອອກມາຢັ້ງຢືນຮ່ວມກັບທ່ານ ອ໋ອດພົງສະຫວັນວ່າຂ່າວລືດັ່ງກ່າວບໍ່ແມ່ນຄວາມຈິງ. ສ່ວນທາງດ້ານຜູ້ສື່ຂ່າວກໍ່ໄດ້ເຜີຍແຜ່ຖະແຫຼງຂ່າວດັ່ງກ່າວໄປບາງສ່ວນແລ້ວໃນຕອນສວາຍ ແລະ ໃນຂ່າວພາກແລງທ່ານສາມາດຕິດຕາມຮັບຊົມການຖະແຫຼງຂ່າວໄດ້ນັບແຕ່ເວລາ 19.00 ໂມງເປັນຕົ້ນໄປ ເຊົິ່ງຈະອອກຂ່າວທຸກໆ 30 ນາທີ.
ດັ່ງນັ້ນຈິ່ງຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນທີ່ເປັນລູກຄ້າຂອງທະນາຄານພົງສະຫວັນ ຈົ່ງເຊື່ອໝັ້ນທະນາຄານຂອງພວກເຮົາວ່າບໍ່ມີຫຍັງທີ່ບໍ່ດີເກີດຂຶ້ນກັບທະນາຄານພົງສະຫວັນ ແລະ ພວກເຮົາຈະມຸ່ງໝັ້ນໃນການໃຫ້ບໍລິການແກ່ພີ່ນ້ອງປະຊາຊົນຕະຫຼອດໄປ ແລະ ຂໍໃຫ້ເຊື່ອໝັ້ນໃນຄົນລາວນຳກັນ ເຊື່ອໝັ້ນໃນທະນາຄານພົງສະຫວັນຕໍ່ໄປ. ຂອບໃຈ

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມມມ ທຸກທຸລະກິດ ຍ່ອມມີການແຂງຂັນ


໖ ກະທູ້
໑໔໒ ໂພສ
ນັກການກະທູ້
ແມ່ນລະ ເຮົາຈັບມືໃຜດົມບໍ່ໄດ້ ແຕ່ຖ້າໃຜຮູ້ວ່າຄົນທີ່ປ່ອຍຂ່າວເລື່ອງນີ້ແມ່ນໃຜ ທາງທະນາຄານຂອງພວກເຮົາກໍ່ມີລາງວັນໃຫ້

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເອື້ອຍໃຫຍ່ເຮົາມາແຈ້ງການເອງ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໖ ກະທູ້
໑໔໒ ໂພສ
ນັກການກະທູ້
ແມ່ນລະນ້ອງດ່ຽວ ເອື້ອຍຊັງພວກປາກໝູປາກ...ນະ
ເອື້ອຍກະເປັນພະນັກງານຢູ່ນີ້ ແລະ ຮັບຮູ້ຄວາມຈິງທຸກຢ່າງ. ບໍ່ຊັ້ນບໍ່ກ້າມາຢັ້ງຢືນປານນີ້ດອກ

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໖ ກະທູ້
໑໔໒ ໂພສ
ນັກການກະທູ້
ຕົ້ນເຫດເກີດມາຈາກຄວາມເຂົ້າໃຈຜິດທີ່ເຫັນຂ່າວຈາກໜັງສືພິມໄທຣັດ ເຊິ່ງຕາມຂ່າວແມ່ນຈັບໂຕ ທ. ອ໋ອດ ເມັມເບີ ບໍ່ແມ່ນ ທ່ານ ອ໋ອດ ພົງສະຫວັນ ເຈົ້າຂອງທະນາຄານພົງສະຫວັນ ແຕ່ຢ່າງໃດ
ເຊິ່ງ ທ. ອ໋ອດ ເມັມເບີ ຜູ້ຕ້ອງຫາຄະດີຄ້າຢາຖືກຈັບໃນຂໍ້ຫາຮ່ວມກັນກະທຳຄວາມຜິດ (ເລື່ອງການພະນັນ) ແລະ ມີຢາເສບຕິດໄວ້ໃນຄອບຄອງ

ລາຍລະອຽດທ່ານສາມາດເຂົ້າໄປອ່ານຂ່າວຕາມລິ້ງດ້ານລຸ່ມນີ້:

http://www.thairath.co.th/content/region/85328


ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮີຯຯຯຯ..
ໄທຣັດເປັນເຫດ..!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຊີ້..
ຂ້ອຍວ່າໃຜທີ່ຖອນເງິນມື້ນີ້..
ກັບໄປຝາກ..ທະນາຄານເໝືອນເດີມຊ່ະ..
ທະນາຄານກໍຄວນຈະຄິດໄລ່ອັດຕາດອກເບັ້ຍຕໍ່ກັບຜູ້ທີ່ຖອນ..
ເໝືອນບໍ່ໄດ້ຖອນ..

ຖ້າຂ້ອຍມີເງິນພໍກະຢາກໄປຝາກ..
ແຕ່ທຸກມື້ນີ້ຍັງໄດ້ມື້ຊົນມື້..
ແຕ່ກະຈະໄປຊີ້ແຈງຊ່ວຍທະນາຄານ..
ເທົ່າທີ່ພໍຊ່ວຍໄດ້..


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ໂອ໋

ທີ່ແທ້ມັນເປັນຈັ່ງຊີ້ເອງ ອິອິ

ichigo

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຢ່າໄປເຊື່ອຂ່າວລື ມັນບໍ່ເຈັ້ງດອກ ມັນກຳລັງຊິດັງຫັ້ນຕິເພາະທະນາຄານພົງສະຫວັນກຽມຊິຊື້ຍົນຊຸບເປີແຈັດອາຍພົ່ນ 3 ລຳ ແລ້ວຕັ້ງເປັນສາຍການບິນພົງສະຫວັນແອລາຍນ໌ ຕິດຕາມຂ່າວດັງຂອງທະນາຄານພົງສະຫວັນ ກະລຸນາຄິກທີ່ນີ້


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຈະເຈັ່ງໄດ້ແນວໃດ ຫວະ
ສົງໃສພວກທີ່ເວົ້າມັນບ້າອາກາດ ຮ້ອນ

ບໍມີວັນໄດ້ຮັກກັນ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ເວົ້າກັບໄທຣັດ, ພັນທິບ ແລະ ບາງເວັບຂອງໄທ ຂ້າພະເຈົ້າຮູ້ສຶກຊັງໂຄດໆເລີຍ ຍາມໃດພວກນັກຂ່າວປາກໝາໆພວກນັ້ນມັນຊິຕາຍທັງໂຄດພໍ່ໂຄດແມ່ມັນໝົດວະ ເພາະມັນມັກໃສ່ຮ້າຍປ້າຍສີລາວເຮົານະ


໑ ກະທູ້
໑໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ດັງຮອດຕ່າງປະເທດແລ້ວ
ມັນເກີດຫຍັງຂື້ນ?



ປະເທດຂ້ອຍຢູ່ກໍດັງມາຮອດບາງຄົນກໍໄດ້ຍີນແຕ່ຍັງບໍປັກໃຈເຊື່ອຖ້າເບີ່ງຂ່າວອີກກ່ອນຈັງເຊື່ອ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຫະໆ ເປັນຂ່າວລືທີ່ໃຫຍ່ສົມຄວນ ແລະ ປະສົມຜົນສຳລັດອີ່ຫຼີ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງແລ້ວນິ ທຸກໆ ທະນາຄານ ທີ່ຈະດຳເນີນທຸລະກິດຕ້ອງມີທຶນ ຈົດທະບຽນເພື່ອຄ້ຳປະກັນ ກັບ ທະຄານກາງ ສະນັ້ນ ພວກທ່ານຈົ່ງສະບາຍໃຈໄດ້ວ່າເງິນທີ່ໄປຝາກ ທະນາຄານໃດກະຕາມແຕ່ ແມ່ນໄດ້ຄືນແດ່ນອນ ເພະາ ທະນາຄານກາງ ເຂົາຕ້ອງມາຮັບຜິດຊອບ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈິໄປຖອນເງີນໄວ້ກ່ອນ ອິອິ 55

ຮັກນ້ອງຕອນເມົາ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ຢ່າເທາະພວກນີ້ມັນບໍ່ມີຂ່າວຂາຍເດເສື້ອແດງກໍ່ໜີໝົດລະຊິເອົາຂ່າວມາແຕ່ໃສເມື່ອບໍ່ມີທາງອອກ
ມັນກໍ່ເຮັດຈັ່ງຊີ້ລະຄິດສະວ່າໃຫ້ທານມັນເດີພີ່ນ້ອງ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໒ ກະທູ້
໑໓໘ ໂພສ
ນັກການກະທູ້
ບໍ່ມີໄອເດຍຫຍັງດອກ
ບໍ່ແມ່ນເລື່ອງຂອງຂ້ອຍ ອິອິ

ALWAYS KEEP THE FAITH

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ການສຽດສີກັນທາງຜົນປະໂຫຍດ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ບໍ່ແມ່ນ ຕັ້ງເຮັດຂ່າວເອີ້ນເຣດຕິ້ງຫວາ? ກຳລັງດັງເດທະນາຄານນີ້

DarkEnCieL

໖ ກະທູ້
໑໔໒ ໂພສ
ນັກການກະທູ້
ແຈ້ງການຈາກທະນາຄານແຫ່ງ ສປປ ລາວ ແກ້ຂ່າວລືທີ່ບໍ່ດີກ່ຽວກັບທະນາຄານພົງສະຫັວນ

<a href="http://img.laoupload.com/viewer.php?file=39395360071497087570.jpg"><img src="http://img.laoupload.com/images/39395360071497087570_thumb.jpg" border="0" alt="39395360071497087570.jpg" /></a>

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...
ຢ່າເທາະພວກນີ້ມັນບໍ່ມີຂ່າວຂາຍເດເສື້ອແດງກໍ່ໜີໝົດລະຊິເອົາຂ່າວມາແຕ່ໃສເມື່ອບໍ່ມີທາງອອກ
ມັນກໍ່ເຮັດຈັ່ງຊີ້ລະຄິດສະວ່າໃຫ້ທານມັນເດີພີ່ນ້ອງ

ແມ່ນພວກນັກຂ່າວຊົ່ວໆພວກນັ້ນມັນບໍ່ມີປັນຍາຫາເງິນ ເພາະວ່າພວກເສື້ອແດງລະລາຍຕົວແລ້ວ ແລະ ສິ່ງສຳຄັນມັນຫວັງທຳລາຍປະເທດເຮົາ ກໍ່ເລີຍຊອກໃສ່ຮ້າຍປ້າຍສີຄົນອື່ນເພື່ອໃຫ້ໄດ້ຂາຍຂ່າວຫາເງິນໃນທາງທີ່ບໍ່ຢຸດຕິທຳ ສາທຸຂໍໃຫ້ຊີວິດພວກມັນມີແຕ່ຄວາມຫາຍຍະນະຕາຍທົນທຸກທໍລະມານໝົດຄອບຄົວ. ສ່ວນເລື່ອງຄວາມຈິງຂອງທະນາຄານພົງສະຫວັນນັ້ນຕິດຕາມໄດ້ທີ່ນີ້ ກະລຸນາຄິກທີ່ນີ້ເລີຍ


໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ໂອ......ເປັນຊີ້ເນາະ..!
ສົມພໍກາຍມາລະເຫັນຄົນຫຸ້ມຢຸ