ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສີ່ງດີໆ ມີໄວ້ແບ່ງປັນ 10 ເລື່ອງດີໆ ໃນຊີວິດ.

໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
1. ຢ່າກັງວົນ.
ການກັງວົນໃຈເປັນການລົດຄຸນນະພາບໃນການເຮັດວຽກ ແລະ ການຄິດຄົ້ນຂອງມະນຸດ
2. ຢ່າປ່ອຍໃຫ້ຄວາມຢ້ານກົວຄອບຄອງຊິວິດຕົນ.
ເພາະສີ່ງມີ່ເຮົາຢ້ານ ອາດຈະບໍ່ເຄີຍເກີດຂື້ນເລີຍ !
3. ຢ່າຄຽດແແຄ້ນດົນເກີນໄປ.
ຄວາມຄຽດແຄ້ນເແປັນສີ່ງມີ່ໜັກທີ່ສຸດທີ່ມະນຸດແບກໄວ້
4. ແກ້ປັນຫາໄປເທື່ອລະເລື່ອງ.
ເພາະຄວາມຈິງແລ້ວ ກໍມີວິທີດຽວທີ່ແກ້ບັນຫາໄດ້ຄື ແກ້ເທື່ອລະບັນຫາ ເທື່ອລະຂໍ້ໄປ.
5. ຢ່ານຳບັນຫາເຂົ້ານອນດ້ວຍ.
ບໍ່ດີຕໍ່ສຸຂະພາບເລີຍ ເພາະອາດຈະເຮັດໃຫ້ຕົນນອບໍ່ຫຼັບໄດ້.
6. ຢ່າແບກບັນຫາຂອງຄົນອື່ນ...
ພວນເຂົາຍ່ອມສາມາດແກ້ບັນຫາຂອງຕົວເອງໄດ້ດີກ່ວາທ່ານ.
7. ຢ່າຈົມປັກຢູ່ກັບອາດິດ.
ອາດິດຢູ່ໃນຄວາມຊົງຈຳຂອງທ່ານ ເພື່ອຄວາມສຸກໃນການລະລືກເຖີງ ແຕ່ຢ່າຈົມປັກຢູ່ກັບອາດິດ,
ຈົ່ງສົນໃຈຢູ່ກັບປະຈຸບັນ ແລະ ທ່ານຈະມີຄວາມສຸກໃນປະຈຸບັນເໝືອນທີ່ທ່ານເຄີຍມີໃນອາດິດ.
8. ເປັນຜູ້ຟັງທີ່ດີ.
ທ່ານເຄີຍຮຽນຮູ້ ໄດ້ມາຈາກການຟັງຄົນທີ່ຄິດຕ່າງທ່ານ.
9. ຢ່າໃຫ້ຄວາມກັງວົນທຳລາຍຕົວເອງ.
ການມົວແຕ່ຄິດສົງສານຕົວເອງ, ເຮັດໃຫ້ເຮົາບໍ່ສາມາດເຮັດສີ່ງທີ່ດີ ແລະ ກ້າວຕໍ່ໄປໃນອະນາຄົດໄດ້.
10. ນັບເລື່ອງດີໆໃນຊີວິດຂອງຕົນ.
ຢ່າລືມເລື່ອງດີໆໃນຊິວິດບໍ່ວ່າຈະເປັນເລື່ອງເລັກນ້ອຍ ເພາະເລື່ອງນ້ອຍໆຫຼາຍເລື່ອງລວມກັນກໍ່ກາຍເປັນເລື່ອງດີໆໃຫຍ່ໆໄດ້...


໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
oh ນີ້ແມ່ນສິ່ງທີ່ດີ ທີ່ຄວນປະຕິບັດໃຫ້ໄດ້ຖ້າເຮັດໄດ້ແມ່ນມີຄວາມສຸກແລ້ວ ຂອບໃຈຫລາຍໆ

ຂອບໄຈ໋ :D ຂອບໃຈ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຂອບໃຈສໍາລັບຄວາມຮູ້ດີໆໆ
ໃຫ້ສັນຫາສິ່ງໜ້າຮູ້ແບບນີ້ມາລົງຕື່ມເດີ..

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພີ່ມໃຫ້ອີກຂໍ້ໜຶ່ງ..
11. ຢ່າແອບຮັກເຈົ້າຂອງກະທູ້..
ອາດຈະອົກຫັກໄດ້..


໐ ກະທູ້
໑໓໐ ໂພສ
ນັກການກະທູ້
ອ່ານແລ້ວໄດ້ແງ່ຄິດດີໆໆໆ
ຂອບໃຈຫຼາຍໆໆໆ

ກິນເພື່ອຢູ່ ສູ້ບໍຖອຍເລື່ອງຕີເລື່ອງຕ່ອຍຖອຍກ່ອນໝູ່

໐ ກະທູ້
໑໑໒ ໂພສ
ນັກການກະທູ້


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແທ້ໆໆໆໆ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
12 ຂອບໃຈເຈົ້າຂອງກະທູທີ່ ບໍ່ຫັກອົກຄົນອືນ ແລະ ຮັກອົກອືນ ດ້ອຍ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເພີ່ມໃຫ້ອີກຂໍ້ໜຶ່ງ..
11. ຢ່າແອບຮັກເຈົ້າຂອງກະທູ້..
ອາດຈະອົກຫັກໄດ້..


ຂອບໃຈສຳລັບຄຳແນະນຳ ແຕ່ຊ້າເກີນໄປ

ຄິດດີ ເວົ້າດີ ເຮັດດີ

໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຂອບໃຈນະ ສຳລັບຄຳຄອມເມັ້ນຂອງແຕ່ຄົນ..


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການຄິດບວກ ເຮັດໃຫ້ຊີວິດມີຄວາມສຸກ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

★★★★★★★★

໔ ກະທູ້
໒໘໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ DPM ຂຽນວ່າ...
12 ຂອບໃຈເຈົ້າຂອງກະທູທີ່ ບໍ່ຫັກອົກຄົນອືນ ແລະ ຮັກອົກອືນ ດ້ອຍ




໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈສຳລັບຂໍ້ຄິດດີໆ

ຮັກນ້ອງຕອນເມົາ

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ

啤酒...:

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເພີ່ມໃຫ້ອີກຂໍ້ໜຶ່ງ..
11. ຢ່າແອບຮັກເຈົ້າຂອງກະທູ້..
ອາດຈະອົກຫັກໄດ້..


ຂອບໃຈສຳລັບຄຳແນະນຳ ແຕ່ຊ້າເກີນໄປ


ເອົານ່ະ.. ສູ້!ສູ້! ເປັນກຳລັງໃຈໃຫ້..