ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກອນກ້ຽວສາວ2

໓ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຜວ່າວຽງຈັນເສົາ ສາວເອີຍຢ່າຝ້າວວ່າ
ຢານແຕ່ໂປ້ບາດຫຼ້າ ໜາກແຕງຊ້າງໜ່ວຍປາຍ....ນາງເອີຍ
ຄວາມຮັກຂອງອ້າຍມີຕໍ່ນ້ອງ ຄືໜາກປິນວິນໝູນ
ບຸນພີ່ຊາຍຂັນເອົາ ຮ່ວມພະນາງຄືຂັນຫ້າງ
ຫົນທາງຄືນບ້ານ ຊາງມາໄກຄວາມລຳບາກ
ຫຍາກເພາະຄວາມຮັກ ຈິງມາເວົ້າກ່າວຂໍຄິດແດ່ພຽງຫຼ້າ
ສີບແມ່ນ້ຳຊາວແມ່ນ້ຳຫຍໍ້ແຜນດິນດຽວ ຄ້າງສີບຄືນຊາວຄືນອ້າຍຫຍໍ້ເປັນຄາວມື້ ສີບຊີກໍ່ໄດ້ຂ້າມຊາວຂ້ອງກໍ່ໄດ້ລອງ ສີບແມ່ນ້ຳຊາວແມ່ນ້ຳກັ້ນໜ້າກໍ່ລອງມາ ຕັ້ງແຕ່ແດດທຽງຟ້າ ຍັງໄດ້ຜ່າກາງຝົນ
ອົດສາທົນຄວາມທຸກ ຈີງດ່ວນມາເຖີງນ້ອງ ຍາມເມື່ອໄດ້ມາແລ້ວຊິໜີໄປອື່ນເປັນຫຼື ມາເຫັນແລ້ວບໍ່ໄດ້ທື້ນເງິນຈ້າງອ້າຍບໍ່ໜີຕົວ.​​​​.....ລະນາງ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍຂໍໄປນຳນ້ອງແດ່ ຄົນງາມຜູ້ປ່ອຍລ່ອຍ
ໄປຄົນດຽວອ້ອຍຕ້ອຍ ມັນຊິເປັນຫລືນາງ
ບາດວ່າຍ່າງຕາມທາງກວ້າງ ຫິວມາໃຜຊິຊ່ວຍ
ຖ້າມີອ້າຍໄປເປັນສອງ ພໍຊິໄດ້ຊ່ວຍສົ້ນຮົ່ມໄມ້ແຄມທາງ ນັ້ນແລ້ວ...eee

ຊິມອບໃຫ້ໃຜນໍກອນນິ!