ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກຳລັງອົກຫັກເສຍໃຈ ມາປອບໃຈແດ່

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຢາກໃຫ້ທຸກໆຄົນ ມາໃຫ້ກຳລັງໃຈຄົນອົກຫັກ ຄົນນີ້ແດ່
ບໍ່ຮູ້ຈະເຮັດແນວໃດ
ຄອບໃຈລ່ວງຫນ້າ

ຢູ່ຫ່າງໆ ຢ່າງຫ່ວງໆ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຍັງບໍ່ມີໃຜມາເລີຍ ຮຶຮຶຮຶ

ຢູ່ຫ່າງໆ ຢ່າງຫ່ວງໆ

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ອົກຫັກມັນເປັນເລື່ອງທຳມະດາ ຂ້ອຍກໍ່ອົກຫັກມາແລ້ວຫລາຍເທື່ອ

ລອງເຮັດແບບຂ້ອບເບິ່ງເດີ້ ອິອິອິ Copy ມາຈາກ "ດ່ຽວ8"

http://punlao.com/KIMeiengJOONG/diary/15107/

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ລົມ ບໍ່ສົນຄົນເກົ່າ ລົມເອົາຄົນໃໝ່ ແຕ່ບໍ່ຕ້ອງຈິງໃຈກັບໃຜຫຼາຍເກີນໄປ ບຶດດຽວກໍ່ເຊົາເຈັບເອງ ເຊື່ອໂລດ

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກໜ້ອຍຝັນຮ້າຍກໍ່ຜ່ານໄປ

໑໑ ກະທູ້
໕໓໗ ໂພສ
ຊຳນານການເວັບບອດ
ຖ້າບໍ່ອົກຫັກກະບໍ່ຮູ້ຈັກຄວາມຮັກ....ນີ້ແຫລະບົດຮຽນອັນລ້ຳຄ່າ..ດຽວກະຜ່ານໄປເອງ...ເວລາແລະຈິດໃຈອັນເຂັ້ມແຂງພ້ອມຄວາມອົບອຸ່ນຈາກຄອບຄົວຈະເອົາຊະນະຄວາມເຈັບນີ້ໄດ້

ຂໍເອົາໃຈຊ່ວຍ..ສູ້ໆເດີ້^^

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ naughty ຂຽນວ່າ...
ຖ້າບໍ່ອົກຫັກກະບໍ່ຮູ້ຈັກຄວາມຮັກ....ນີ້ແຫລະບົດຮຽນອັນລ້ຳຄ່າ..ດຽວກະຜ່ານໄປເອງ...ເວລາແລະຈິດໃຈອັນເຂັ້ມແຂງພ້ອມຄວາມອົບອຸ່ນຈາກຄອບຄົວຈະເອົາຊະນະຄວາມເຈັບນີ້ໄດ້

ຂໍເອົາໃຈຊ່ວຍ..ສູ້ໆເດີ້^^

ໂອ່...ຈ່ຽວເຮົາ

ເວົ້າໄດ້ກິນໃຈຫຼາຍ....ອ່ານແລ້ວນ້ຳຕາຈະໄຫຼ

ເພາະແມງໄມ້ບິນເຂົ້າຕາກີ້ນີ້....ຈົນຕາແດງ

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຫັ້ນແຫຼະ ດຽວມັນກະຜ່ານໄປ
ມັນບໍ່ໂຫດຮ້າຍຂະນາດນັ້ນດອກ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຄອບໃຈນຳທຸກໆຄົນ ທີ່ໃຫ້ຄຳແນະນຳດີໆ

ຢູ່ຫ່າງໆ ຢ່າງຫ່ວງໆ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ໂລກນີ້ບໍ່ເທົ່າໃບຂາມ ຜູ້ຍິງງາມບໍ່ມີຄົນດຽວ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ໂລກນີ້ບໍ່ເທົ່າໃບຂາມ ຜູ້ຍິງງາມບໍ່ມີຄົນດຽວ

ແມ່ນຊ້ຳເບາະ? ໃບຂາມຢູ່ໃສຊິມາໃຫຍ່ກວ່າໂລກ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ເປັນຫຍັງຈຶ່ງຕ້ອງວ່າອົກຫັກ....ຄືບໍ່ວ່າສົມຫວັງ....ສົມຫວັງໃນສິ່ງທີ່ເຮົາບໍ່ໄດ້ຕັ້ງໃຈ....

໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ປອບໃຈບໍ່ເປັນ ແຕ່ຊ້ຳເຕີມເກັ່ງ ອິ ອິອິ...

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bualaphan ຂຽນວ່າ...
ປອບໃຈບໍ່ເປັນ ແຕ່ຊ້ຳເຕີມເກັ່ງ ອິ ອິອິ...

ໂວ໋!!

໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ອົກຫັກດີກວ່າຮັກບໍ່ເປັນ, ສູ້ສູ້ເດີດຽວມັນກໍ່ຜ່ານໄປ

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອົກຫັກມາແລ້ວ ໃຫ້ຄິດວ່າ
ບໍ່ມີໃຜສົມຫວັງດັ່ງໃຈຫວັງ ບໍ່ມີໃຜພາດພັ້ງທຸກຢ່າງໄປ
ຜິດຫວັງ ແລະສົມຫວັງ ເປັນຂອງຄູ່ກັນ ທຸກຄົນໃນໂລກນີ້ ເກີດມາຍ່ອມພົບເຈີ ບໍ່ມື້ໃດ ກໍມື້ໜຶ່ງ
ຖ້າບໍ່ຢາກເຈີມີທາງດຽວ ຄືບໍ່ຕ້ອງເກີດມາເປັນມະນຸດ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດຶ່ມເບຍເພື່ອຄຽອາລົມ

ພັນທະຫົວໃຈ::

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ອົກຫັກ ເລື່ອງເລັກ ອົກເລັກ ເລື່ອງໃຫຍ່....

ໂອຍ໋໋໋ ເວົ້າບໍ່ເຂົ້າເລື່ອງ!!! ກະຄິດເສຍວ່າ ເຈົ້າກັບລາວເຮັດບຸນນຳກັນມາເທົ່ານີ້....

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ

ຢູ່ຫ່າງໆ ຢ່າງຫ່ວງໆ

໗ ກະທູ້
໒໒໙ ໂພສ
ນັກການກະທູ້

LET ME GO HOME

໓ ກະທູ້
໙໑ ໂພສ
ຂາປະຈຳເວັບບອດ
ບໍ່ຮັກ
ບໍ່ລໍ
ບໍ່ງໍ້
ບໍ່ສົນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TINO ຂຽນວ່າ...
ບໍ່ຮັກ
ບໍ່ລໍ
ບໍ່ງໍ້
ບໍ່ສົນ

ບໍ່ທົນ
ບໍ່ຢູ່
ແຕ່ສູ້
ຕໍ່ໄປ
ແຮໆໆ

໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ

ໂອ້ໆໆໆ ແພງໆ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໔ ກະທູ້
໒໓໑ ໂພສ
ນັກການກະທູ້
ຄົນອົກຫັກຄືກັນເດີ ເເນວໃດ໋ກະສູ້ເດີ ເປັນກຳລັງໃຈໃຫ້

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ເມື່ອທ່ານອົກຮັກ"

ຫາກທ່ານຜິດຫວັງໃນຄວາມຮັກບໍ່ໄດ້ຫມາຍຄວາມຈະເປັນການສິ້ນ
ສຸດໃນທຸກສິ່ງທຸກຢ່າງ ທ່ານອາດຈະສູນເສຍບາງຢ່າງແຕ່ທ່ານຍັງ ມີສິ່ງທີ່ມີຄ່າຫລາຍຢ່າງເຫລືອຢູ່ ການລົ້ມເຫລວໃນຄວາມຮັກບໍ່ແມ່ນ
ທ່ານບໍ່ມີຄວາມດີຫຍັງເລີຍໃນຊີວິດ ຍັງມີຄົນຈຳນວນຫລາຍຮັກແລະ
ຫ່ວງໃຍທ່ານ ເຊັ່ນ ພໍ່ ແມ່ ຄອບຄົວ ແລະເພື່ອນໆ ຍັງຮັກທ່ານຢູ່
ຢ່າປ່ອຍໃຫ້ຄົນພຽງຄົນດຽວຕັດສິນຄວາມມີຄຸນຄ່າໃນຕົວທ່ານ ຫລືມີອິດທິຜົນຕໍ່ຄວາມເຊື່ອຫມັ້ນໃນຕົວທ່ານ

ອະດີດກໍ່ຄືອະດີດ ປ່ອຍຖິ້ມໄປຢ່ານຳຕິດຕົວມາຫລືຍຶດຕິດກັບອະ ດີດ ກໍ່ຈະເຮັດໃຫ້ເຮົາຫລຸດພົ້ນແລະບໍ່ມີຜົນກະທົບຕໍ່ຕົວເຮົາ
ຫາກທ່ານຍຶດຕິດກັບອະດີດ ທ່ານກໍ່ຈະມີແຕ່ຄວາມທຸກຫລາຍຂຶ້ນ ຄິດໄວ້ວ່າຄົນທີ່ສ້າງປັນຫາໃຫ້ທ່ານຄົງຈະບໍ່ແມ່ນເນື້ອຄູ່
ການເລີກຈາກເຂົາຫລືເຂົາຄົນນັ້ນຖືວ່າເປັນການໄດ້ອິສະຫລະ ພາບໃນການຄົ້ນຫາຄົນທີ່ເຫມາະສົມກັບທ່ານແທ້ໆ

ການອົກຮັກສອນໃຫ້ເຮົາຮູ້ວ່າຊີວິດບໍ່ໄດ້ມີແຕ່ຄວາມສຳເລັດ ຄວາມຜິດຫວັງ ເປັນຄວາມຈິງຂອງຊີວິດທີ່ຈະສອນເຮົາໃຫ້ເຂັ້ມແຂງ ເພື່ອເຮົາຈະໄດ້ສາມາດຍືນຍັນເອົາຊະນະຄວາມຜິດຫວັງໄດ້.

໔ ກະທູ້
໒໓໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Panghane ຂຽນວ່າ...

ເວົ້າໄດ້ດີຫລາຍ

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ໂອຍ ມັນຊິຍາກຫຍັງເດ ຜູ້ສາວເອີຍ ມາຫາຂ້ອຍນິ ຮັບຮອງເຊົາເຫງົາໂລດ

try do see

໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ຢ່າໄປຈົມກັບຄົນທີ່ກັບຄົນທີ່ບໍ່ຮັກເຮົາ

໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຢາກໃຫ້ທຸກໆຄົນ ມາໃຫ້ກຳລັງໃຈຄົນອົກຫັກ ຄົນນີ້ແດ່
ບໍ່ຮູ້ຈະເຮັດແນວໃດ
ຄອບໃຈລ່ວງຫນ້າ>>>>>>ຫາວຽກເຮັດຫຍຸ້ງຢູ່ກັບວຽກງານ ມັນກໍລືມໄປໄດ້ ຫ້າມດື່ມເຫລົ້າ ມັນບໍ່ໄດ້ຊ່ອຍໃຫ້ດີຂຶ້ນ
ເວລາເຫີຍເຫລົ້າ ກໍກັບມາຄິດຄືເກົ່າ. ເອົາແບບວ່າມາກໍແລ້ວກັນ.

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງຈື່ໆ ຢາກໃຫ້ດາວເພິ່ມຂຶ້ນ

try do see