ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ພະແກ້ວມໍຣະກົດມີຊື່ເດີມວ່າ: ພະມະຫາມະນີຣັດຕະນະປະຕິມາກອນແກ້ວມໍຣະກົດ. - ພ.ສ 500 (43 ປີກ່ອນ ຄ.ສ) ພະນາຄະເສນເຖຣະທີ່ເມືອງປາຕາລິບຸດ ແຫ່ງປະເທດອິນເດຍ ເປັນຜູ້ສ້າງພະແກ້ວມໍຣະກົດ ອົງນີ້ຂຶ້ນມາ ໂດຍອາຣາທະນາອັດຖິ 7 ອົງຂອງພະພຸດທະເຈົ້າເຂົ້າໃນຕົວຂອງພະອົງ. ພະແກ້ວມໍຣະກົດ ໄດ້ປະດິດສະຖານຢູ່ແຫ່ງນັ້ນເປັນເວລາດົນນານ 300 ປີ. - ພ.ສ 800 (ຄ.ສ 247) ເນື່ອງຈາກວ່າເມືອງປາຕາລິບຸດບໍ່ມີຄວາມສະຫງົບຜູ້ທີ່ເຫລື້ອມໃສຕໍ່ພະອົງກໍ່ໄດ້ອັງເຊີນມາໄວ້ທີ່ປະເທດສີລັງກາຢູ່ນານ 200 ປີ. - ຕໍ່ມາ ພະເຈົ້າຂັດຕິຍະສີຣາມະວົງ ແຫ່ງສີລັງກາໄດ້ມອບ ພະແກ້ວມໍຣະກົດ ໃຫ້ແກ່ເຈົ້າແຜ່ນດິນພະມ້າ ແຕ່ເວລາເດີນທາງມາເຮືອສຳເພົາ ເລີຍຖືກລົມພາຍຸພັດເຂົ້າໃສ່ ເຮັດໃຫ້ຊັບສົມບັດດັ່ງກ່າວ ມາຕົກທີ່ເມືອງອິນທະປັດ ປະເທດກຳພູຊາ, ໃນຕໍ່ມາເມືອງອິນທະປັດ ໄດ້ເກີດມີເຫດການນ້ຳຖ້ວມ ຈຶ່ງໄດ້ເສຍພະແກ້ວມໍຣະກົດນັ້ນໄປ. ມີພະເຖຣະ ສະຫຍາມອົງໜຶ່ງເກັບໄດ້ກໍ່ເລີຍນຳ ພະແກ້ວມໍຣະກົດໄປຖວາຍ ພະເຈົ້າ ອະຕິກະ ແຫ່ງເມືອງສີອະຍຸທະຍາ, ຢູ່ບໍ່ນານກໍ່ຍ້າຍມາເມືອງກຳແພງເພັດ, ຢູ່ບໍ່ນານກໍ່ຍ້າຍມາຢູ່ເມືອງລະ ໂວ້ (ລົບບູລີ) 1 ປີ ກັບ 9 ເດືອນ ແລ້ວກໍ່ຍ້າຍຄືນມາໄວ້ກຳແພງເພັດອີກຄັ້ງໜຶ່ງ. (ຂະໜາດຂອງພະແກ້ວມໍຣະກົດ: ໜ້າຕັກກ້ວາງ 48,3 ຊັງຕີແມັດ, ສູງ 66 ຊັງຕີແມັດ). - ຕໍ່ມາພະເຈົ້າພົມມະທັດ ແຫ່ງເມືອງຊຽງຣາຍ ເມື່ອຊາບເຖິງພະຄຸນຂອງພະແກ້ວມໍຣະກົດແລ້ວ ກໍ່ນຳທັບລົງໄປຂໍເອົາ ພະແກ້ວມໍຣະກົດ ມາໄວ້ທີ່ເມືອງຊຽງຣາຍ ຢູ່ທີ່ນີ້ດົນ ນານຈົນເຖິງ ພ.ສ 1977 (ຄສ 1434). - ພ.ສ 1977-2009 (ຄ.ສ 1434-1466) ພະແກ້ວມໍຣະກົດ ໄດ້ນຳມາປະດິດສະຖານຢູ່ເມືອງລຳປາງ ໂດຍບັງເອີນ ດົນນານເຖິງ 32 ປີ ຈາກນັ້ນກໍ່ໄດ້ອັງເຊີນໄປເມືອງ ຊຽງໃໝ່. -ພ.ສ 2009-2093(ຄ.ສ 1466-1550) ພະແກ້ວມໍຣະກົດໄດ້ມາປະທັບຢູ່ນະຄອນ ຊຽງໃໝ່ ເປັນເວລາ 84 ປີ ຈົນພະເຈົ້າໄຊເສດຖາທິລາດ ໄດ້ນຳລົງມານະຄອນຫລວງ ພະບາງ ເພື່ອທຳບຸນກຸສົນເຖິງພະບິດາ ພະໂພທິສະລາດທີ່ໄດ້ສະຫວັນນະຄົດ. - ພ.ສ 2093-2103 (ຄ.ສ 1550-1560) ພະແກ້ວມໍຣະກົດ ໄດ້ມາປະທັບຢູ່ນະຄອນຫລວງພະບາງເປັນເວລາ 10 ປີ ແຕ່ເຫັນວ່າບໍ່ປອດໄພ ຍ້ອນການຮຸກຮານຂອງພະມ້າ ຈຶ່ງໄດ້ອັງເຊີນລົງມານະຄອນວຽງຈັນ. - ພ.ສ 2103-2322 (ຄ.ສ 1560-1779) ພະແກ້ວມໍຣະກົດ ໄດ້ມາປະທັບຢູ່ນະຄອນຫລວງວຽງຈັນເປັນເວລາ 219 ປີ ຈຶ່ງຖືກສະຫຍາມປຸ້ນເອົາໄປໄວ້ ກຸງເທບ. - ພ.ສ 2322-2552 (ຄ.ສ 1779-ປະຈຸບັນ) ພະແກ້ວມໍຣະກົດ ປະທັບຢູ່ກຸງເທບ ມາຮອດນີ້ເປັນເວລາ 231 ປີພໍດີ. ມາຮອດດຽວນີ້ລວມພະຊົນມາຍຸໄດ້ 2060 ປີ. ທີ່ມາ http://pasaxon.org.la/articles/15-10-10/1.htm |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເປີດສົດເລີຍເບາະນິ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນຄວາມຈິງຫວານີ້
ຊົ່ວຢ່າງສ້າງສັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ປະຫວັດບໍ່ແຈ້ງ ໃຜກະວ່າແມ່ນຂອງໃຜ ອິນເດຍຄືບໍ່ຢາກໄດ້ຫວະ
M99NOY
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ... ປະຫວັດບໍ່ແຈ້ງ ໃຜກະວ່າແມ່ນຂອງໃຜອິນເດຍຄືບໍ່ຢາກໄດ້ຫວະ ບໍ່ແຈ້ງບ່ອນໃດ...ເອົາໂຕແຈ້ງມາໃຫ້ເບິ່ງແນ່ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈຫຼາຍ ຂ່ອຍເຫ້ນບາງກະທູ້ພິມວ່າພະແກ້ວມໍລະກົດມາຢູ່ເມືອງໄທສະໄໝເຈົ້າອະນຸວົງ ແມນມັນບ່ຖືກຕ້ອງ ຂອບໃຈທີ່ອ້າຍຊອຍຊີ້ແນະຄວມຖືກຕ້ອງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຈົ້າຂອງກະທູ້ໃສ່ລິ້ງທີ່ມາຂອງເລື່ອງນີ້ນຳ ເຂົາຈິ່ງບໍ່ເວົ້າໃຫ້ ອິອິອິ ແລ້ວ ເຮົາຢາກຮູ້ຄວາມສັກສິດຂອງພະແກ້ວມໍລະກົດກະລຸນາບອກແນ່ໄດ້ບໍ່? : |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ເຈົ້າຂອງກະທູ້ໃສ່ລິ້ງທີ່ມາຂອງເລື່ອງນີ້ນຳ ເຂົາຈິ່ງບໍ່ເວົ້າໃຫ້ ອິອິອິ ແລ້ວ ເຮົາຢາກຮູ້ຄວາມສັກສິດຂອງພະແກ້ວມໍລະກົດກະລຸນາບອກແນ່ໄດ້ບໍ່? : http://pasaxon.org.la/articles/15-10-10/1.htm |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ... ຂອບໃຈຫຼາຍ ຂ່ອຍເຫ້ນບາງກະທູ້ພິມວ່າພະແກ້ວມໍລະກົດມາຢູ່ເມືອງໄທສະໄໝເຈົ້າອະນຸວົງ ແມນມັນບ່ຖືກຕ້ອງ ຂອບໃຈທີ່ອ້າຍຊອຍຊີ້ແນະຄວມຖືກຕ້ອງ ແມ່ນແລ້ວໄທມັນຂຽນບໍ່ລາວ ຂຽນປະຫວັດສາດຕ່າງກັນ... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ປະຫວັດຍາວຫລາຍ ແຕ່ຂ້ອຍກະອ່ານຈົນຈົບ ຮູ້ໄວ້ກະໄດ້ຄວາມຮູ້ ////////////////
liverpool you"ll never walk alone
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ພະອາຈານ ທະນູເພັດ ມາເປີດຄອສ ອົບຮົມດ້ານປະຫວັດສາດເລີຍດີບໍ່ ຈະໄປເປັນນັກຮຽນຄົນທຳອິດ ຮູ້ສຶກວ່າອ່ານຍາວຫຼາຍຈົນເມື່ອຍ ແຕ່ກະອ່ານຈົນຈົບ
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ພະອາຈານ ທະນູເພັດ ມາເປີດຄອສ ອົບຮົມດ້ານປະຫວັດສາດເລີຍດີບໍ່ຈະໄປເປັນນັກຮຽນຄົນທຳອິດ ຮູ້ສຶກວ່າອ່ານຍາວຫຼາຍຈົນເມື່ອຍ ແຕ່ກະອ່ານຈົນຈົບ ຖ້າຈະຮຽນກະສິສອນໃຫ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເປັນພະມະຫາກະລຸນາທິຄຸນ
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມາອ່ານເບິ່ງຈື່ໆ
..........................................................................
.......................................................................... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
liverpool you"ll never walk alone
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖ້າບໍ່ ເອົາ ມາ ສົ່ງ....... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອັນນີ້ຈາກທັສນະຄຕິຂອງຂ້ອຍເດີ້.. ຂ້ອຍວ່າກາຣທີ່ເຮົາຢາກຈະບູຊາພຣະໃຫ້ສັກສິທນັ້ນ.. ບໍ່ແມ່ນຍໍມືນົບໄຫວ້.. ແຕ່ຕ້ອງໃຫ້ຫົວໃຈນົບໄຫວ້ນຳ.. ເຖິງຈະມີພຣະທີ່ສັກສິທພຽງໃດຖ້າຫົວໃຈບໍ່ໄຫວ້ແລ້ວ ກໍໄຮ້ຄ່າ.. ເຊັ່ນບ້ານຂະເຈົ້າ ທີ່ມີພຣະແກ້ວໄວ້ຄອບຄອງ.. ກະບໍ່ເຫັນຈະຮຸ່ງເຮືອງເຫຼືອງເຫຼື້ອມພໍປານໃດ.. ບໍ່ແມ່ນຂ້ອຍວ່າ ພຣະແກ້ວບໍ່ສັກສິທ.. ແຕ່ໃຈຄົນນັ້ນ ກາບໄຫວ້ເພິ່ນແທ້ຯຫຼືຍັງ? |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Alars ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ເປັນພະມະຫາກະລຸນາທິຄຸນ ເປັນພະມະຫາກະລຸນາທິຄຸນຢ່າງສູງ ສ່ຽວກະຊິມາຮຽນນຳສ່ຽວຫວາ
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖ້າເຂົ້າໃຈທີ່ມາທີ່ໄປ ເຮົາຈະບໍ່ວ່າພຣະແກ້ວມໍລະກົດເປັນຂອງລາວພຽງຄົນດຽວ ແຕ່ເປັນຂອງນາໆຊາດ ສະເດັດໄປສະເດັດມາ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
............ເຂົ້າໃຈແລ້ວລະ ເຄີຍຄຶດວ່າ ພຣະແກ້ວມໍລະກົດແມ່ນລາວເປັນຜູ້ສ້າງມາຕະຫລອດ ຖ້າເວົ້າກັນຕາມການແທ້ໆ ແມ່ນຂອງພະມ້າ ເພາະວ່າ (( ພະເຈົ້າຂັດຕິຍະສີຣາມະວົງ ແຫ່ງສີລັງກາໄດ້ມອບ ພະແກ້ວມໍຣະກົດ ໃຫ້ແກ່ເຈົ້າແຜ່ນດິນພະມ້າ))
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|