ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ປະຫວັດຫຍໍ້ຂອງພະແກ້ວມໍຣະກົດ

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ພະແກ້ວມໍຣະກົດມີຊື່ເດີມວ່າ: ພະມະຫາມະນີຣັດຕະນະປະຕິມາກອນແກ້ວມໍຣະກົດ.

- ພ.ສ 500 (43 ປີກ່ອນ ຄ.ສ) ພະນາຄະເສນເຖຣະທີ່ເມືອງປາຕາລິບຸດ ແຫ່ງປະເທດອິນເດຍ ເປັນຜູ້ສ້າງພະແກ້ວມໍຣະກົດ ອົງນີ້ຂຶ້ນມາ ໂດຍອາຣາທະນາອັດຖິ
7 ອົງຂອງພະພຸດທະເຈົ້າເຂົ້າໃນຕົວຂອງພະອົງ. ພະແກ້ວມໍຣະກົດ ໄດ້ປະດິດສະຖານຢູ່ແຫ່ງນັ້ນເປັນເວລາດົນນານ 300 ປີ.

- ພ.ສ 800 (ຄ.ສ 247) ເນື່ອງຈາກວ່າເມືອງປາຕາລິບຸດບໍ່ມີຄວາມສະຫງົບຜູ້ທີ່ເຫລື້ອມໃສຕໍ່ພະອົງກໍ່ໄດ້ອັງເຊີນມາໄວ້ທີ່ປະເທດສີລັງກາຢູ່ນານ 200 ປີ.

- ຕໍ່ມາ ພະເຈົ້າຂັດຕິຍະສີຣາມະວົງ ແຫ່ງສີລັງກາໄດ້ມອບ ພະແກ້ວມໍຣະກົດ ໃຫ້ແກ່ເຈົ້າແຜ່ນດິນພະມ້າ ແຕ່ເວລາເດີນທາງມາເຮືອສຳເພົາ ເລີຍຖືກລົມພາຍຸພັດເຂົ້າໃສ່
ເຮັດໃຫ້ຊັບສົມບັດດັ່ງກ່າວ ມາຕົກທີ່ເມືອງອິນທະປັດ ປະເທດກຳພູຊາ, ໃນຕໍ່ມາເມືອງອິນທະປັດ ໄດ້ເກີດມີເຫດການນ້ຳຖ້ວມ ຈຶ່ງໄດ້ເສຍພະແກ້ວມໍຣະກົດນັ້ນໄປ. ມີພະເຖຣະ
ສະຫຍາມອົງໜຶ່ງເກັບໄດ້ກໍ່ເລີຍນຳ ພະແກ້ວມໍຣະກົດໄປຖວາຍ ພະເຈົ້າ ອະຕິກະ ແຫ່ງເມືອງສີອະຍຸທະຍາ, ຢູ່ບໍ່ນານກໍ່ຍ້າຍມາເມືອງກຳແພງເພັດ, ຢູ່ບໍ່ນານກໍ່ຍ້າຍມາຢູ່ເມືອງລະ
ໂວ້ (ລົບບູລີ) 1 ປີ ກັບ 9 ເດືອນ ແລ້ວກໍ່ຍ້າຍຄືນມາໄວ້ກຳແພງເພັດອີກຄັ້ງໜຶ່ງ. (ຂະໜາດຂອງພະແກ້ວມໍຣະກົດ: ໜ້າຕັກກ້ວາງ 48,3 ຊັງຕີແມັດ, ສູງ 66 ຊັງຕີແມັດ).

- ຕໍ່ມາພະເຈົ້າພົມມະທັດ ແຫ່ງເມືອງຊຽງຣາຍ ເມື່ອຊາບເຖິງພະຄຸນຂອງພະແກ້ວມໍຣະກົດແລ້ວ ກໍ່ນຳທັບລົງໄປຂໍເອົາ ພະແກ້ວມໍຣະກົດ ມາໄວ້ທີ່ເມືອງຊຽງຣາຍ ຢູ່ທີ່ນີ້ດົນ
ນານຈົນເຖິງ ພ.ສ 1977 (ຄສ 1434).

- ພ.ສ 1977-2009 (ຄ.ສ 1434-1466) ພະແກ້ວມໍຣະກົດ ໄດ້ນຳມາປະດິດສະຖານຢູ່ເມືອງລຳປາງ ໂດຍບັງເອີນ ດົນນານເຖິງ 32 ປີ ຈາກນັ້ນກໍ່ໄດ້ອັງເຊີນໄປເມືອງ
ຊຽງໃໝ່.

-ພ.ສ 2009-2093​(ຄ.ສ 1466-1550) ພະແກ້ວມໍຣະກົດໄດ້ມາປະທັບຢູ່ນະຄອນ ຊຽງໃໝ່ ເປັນເວລາ 84 ປີ ຈົນພະເຈົ້າໄຊເສດຖາທິລາດ ໄດ້ນຳລົງມານະຄອນຫລວງ
ພະບາງ ເພື່ອທຳບຸນກຸສົນເຖິງພະບິດາ ພະໂພທິສະລາດທີ່ໄດ້ສະຫວັນນະຄົດ.

- ພ.ສ 2093-2103 (ຄ.ສ 1550-1560) ພະແກ້ວມໍຣະກົດ ໄດ້ມາປະທັບຢູ່ນະຄອນຫລວງພະບາງເປັນເວລາ 10 ປີ ແຕ່ເຫັນວ່າບໍ່ປອດໄພ ຍ້ອນການຮຸກຮານຂອງພະມ້າ
ຈຶ່ງໄດ້ອັງເຊີນລົງມານະຄອນວຽງຈັນ.

- ພ.ສ 2103-2322 (ຄ.ສ 1560-1779) ພະແກ້ວມໍຣະກົດ ໄດ້ມາປະທັບຢູ່ນະຄອນຫລວງວຽງຈັນເປັນເວລາ 219 ປີ ຈຶ່ງຖືກສະຫຍາມປຸ້ນເອົາໄປໄວ້ ກຸງເທບ.

- ພ.ສ 2322-2552​ (ຄ.ສ 1779-ປະຈຸບັນ) ພະແກ້ວມໍຣະກົດ ປະທັບຢູ່ກຸງເທບ ມາຮອດນີ້ເປັນເວລາ 231 ປີພໍດີ. ມາຮອດດຽວນີ້ລວມພະຊົນມາຍຸໄດ້ 2060 ປີ.
ທີ່ມາ http://pasaxon.org.la/articles/15-10-10/1.htm


໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ເປີດສົດເລີຍເບາະນິ


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ແມ່ນຄວາມຈິງຫວານີ້

ຊົ່ວຢ່າງສ້າງສັນ

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ແມ່ນຄວາມຈິງຫວານີ້


ແມ່ນແລ້ວ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ປະຫວັດບໍ່ແຈ້ງ ໃຜກະວ່າແມ່ນຂອງໃຜ
ອິນເດຍຄືບໍ່ຢາກໄດ້ຫວະ

M99NOY

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ປະຫວັດບໍ່ແຈ້ງ ໃຜກະວ່າແມ່ນຂອງໃຜ
ອິນເດຍຄືບໍ່ຢາກໄດ້ຫວະ


ບໍ່ແຈ້ງບ່ອນໃດ...ເອົາໂຕແຈ້ງມາໃຫ້ເບິ່ງແນ່


໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ thanouphet ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ແມ່ນຄວາມຈິງຫວານີ້


ແມ່ນແລ້ວ


ຂອບໃຈຫຼາຍ

ຂ່ອຍເຫ້ນບາງກະທູ້ພິມວ່າພະແກ້ວມໍລະກົດມາຢູ່ເມືອງໄທສະໄໝເຈົ້າອະນຸວົງ ແມນມັນບ່ຖືກຕ້ອງ
ຂອບໃຈທີ່ອ້າຍຊອຍຊີ້ແນະຄວມຖືກຕ້ອງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງກະທູ້ໃສ່ລິ້ງທີ່ມາຂອງເລື່ອງນີ້ນຳ ເຂົາຈິ່ງບໍ່ເວົ້າໃຫ້ ອິອິອິ

ແລ້ວ ເຮົາຢາກຮູ້ຄວາມສັກສິດຂອງພະແກ້ວມໍລະກົດກະລຸນາບອກແນ່ໄດ້ບໍ່? :


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ເຈົ້າຂອງກະທູ້ໃສ່ລິ້ງທີ່ມາຂອງເລື່ອງນີ້ນຳ ເຂົາຈິ່ງບໍ່ເວົ້າໃຫ້ ອິອິອິ

ແລ້ວ ເຮົາຢາກຮູ້ຄວາມສັກສິດຂອງພະແກ້ວມໍລະກົດກະລຸນາບອກແນ່ໄດ້ບໍ່? :

http://pasaxon.org.la/articles/15-10-10/1.htm


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thanouphet ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ແມ່ນຄວາມຈິງຫວານີ້


ແມ່ນແລ້ວ


ຂອບໃຈຫຼາຍ

ຂ່ອຍເຫ້ນບາງກະທູ້ພິມວ່າພະແກ້ວມໍລະກົດມາຢູ່ເມືອງໄທສະໄໝເຈົ້າອະນຸວົງ ແມນມັນບ່ຖືກຕ້ອງ
ຂອບໃຈທີ່ອ້າຍຊອຍຊີ້ແນະຄວມຖືກຕ້ອງ


ແມ່ນແລ້ວໄທມັນຂຽນບໍ່ລາວ ຂຽນປະຫວັດສາດຕ່າງກັນ...


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
...


໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ປະຫວັດຍາວຫລາຍ ແຕ່ຂ້ອຍກະອ່ານຈົນຈົບ
ຮູ້ໄວ້ກະໄດ້ຄວາມຮູ້ ////////////////

liverpool you"ll never walk alone

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະອາຈານ ທະນູເພັດ ມາເປີດຄອສ ອົບຮົມດ້ານປະຫວັດສາດເລີຍດີບໍ່

ຈະໄປເປັນນັກຮຽນຄົນທຳອິດ

ຮູ້ສຶກວ່າອ່ານຍາວຫຼາຍຈົນເມື່ອຍ ແຕ່ກະອ່ານຈົນຈົບ

I believe in the IMPOSSIBLE

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ພະອາຈານ ທະນູເພັດ ມາເປີດຄອສ ອົບຮົມດ້ານປະຫວັດສາດເລີຍດີບໍ່

ຈະໄປເປັນນັກຮຽນຄົນທຳອິດ

ຮູ້ສຶກວ່າອ່ານຍາວຫຼາຍຈົນເມື່ອຍ ແຕ່ກະອ່ານຈົນຈົບ


ຖ້າຈະຮຽນກະສິສອນໃຫ້


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນພະມະຫາກະລຸນາທິຄຸນ

I believe in the IMPOSSIBLE

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາອ່ານເບິ່ງຈື່ໆ

..........................................................................
..........................................................................

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ເປັນພະມະຫາກະລຸນາທິຄຸນ


ເປັນພະມະຫາກະລຸນາທິຄຸນຢ່າງສູງ

liverpool you"ll never walk alone

໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ຖ້າບໍ່ ເອົາ ມາ ສົ່ງ.......


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ຈາກທັສນະຄຕິຂອງຂ້ອຍເດີ້..
ຂ້ອຍວ່າກາຣທີ່ເຮົາຢາກຈະບູຊາພຣະໃຫ້ສັກສິທນັ້ນ..
ບໍ່ແມ່ນຍໍມືນົບໄຫວ້..
ແຕ່ຕ້ອງໃຫ້ຫົວໃຈນົບໄຫວ້ນຳ..
ເຖິງຈະມີພຣະທີ່ສັກສິທພຽງໃດຖ້າຫົວໃຈບໍ່ໄຫວ້ແລ້ວ ກໍໄຮ້ຄ່າ..
ເຊັ່ນບ້ານຂະເຈົ້າ ທີ່ມີພຣະແກ້ວໄວ້ຄອບຄອງ..
ກະບໍ່ເຫັນຈະຮຸ່ງເຮືອງເຫຼືອງເຫຼື້ອມພໍປານໃດ..
ບໍ່ແມ່ນຂ້ອຍວ່າ ພຣະແກ້ວບໍ່ສັກສິທ..
ແຕ່ໃຈຄົນນັ້ນ ກາບໄຫວ້ເພິ່ນແທ້ຯຫຼືຍັງ?


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Alars ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ເປັນພະມະຫາກະລຸນາທິຄຸນ


ເປັນພະມະຫາກະລຸນາທິຄຸນຢ່າງສູງ



ສ່ຽວກະຊິມາຮຽນນຳສ່ຽວຫວາ

I believe in the IMPOSSIBLE

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເຂົ້າໃຈທີ່ມາທີ່ໄປ
ເຮົາຈະບໍ່ວ່າພຣະແກ້ວມໍລະກົດເປັນຂອງລາວພຽງຄົນດຽວ
ແຕ່ເປັນຂອງນາໆຊາດ ສະເດັດໄປສະເດັດມາ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
............ເຂົ້າໃຈແລ້ວລະ ເຄີຍຄຶດວ່າ ພຣະແກ້ວມໍລະກົດແມ່ນລາວເປັນຜູ້ສ້າງມາຕະຫລອດ ຖ້າເວົ້າກັນຕາມການແທ້ໆ ແມ່ນຂອງພະມ້າ ເພາະວ່າ
(( ພະເຈົ້າຂັດຕິຍະສີຣາມະວົງ ແຫ່ງສີລັງກາໄດ້ມອບ ພະແກ້ວມໍຣະກົດ ໃຫ້ແກ່ເຈົ້າແຜ່ນດິນພະມ້າ))

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ