ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ບຶງທາດຫຼວງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອີງຕາມສະພາເຫລົ້າເບຍຂອງນັກສຶກສາຕ່າງປະເທດກຸ່ມຫນຶ່ງ ອິໆໆໆໆ ໄດ້ຍິນມາວ່າ ການໃຫ້ສຳປະທານບຶ່ງທາດຫລວງແກ່ຈີນໄດ້ຍຸບໄປແລ້ວດ້ວຍເຫດຜົນຫລາຍຢ່າງ ສະນັ້ນຈິ່ງເຮັດໃຫ້ລັດຖະບານເຮົາເຮັດຜິດສັນຍາກັບທະນາຄານແຫ່ງຫນຶ່ງທີ່ຢູ່ແຂວງ yunnan ເມືອງ kunming ຂອງຈີນເຊິ່ງເປັນທະນາຄານທີ່ໃຫ້ລັດຖະບານລາວ******້ຢືມເງິນໃນການສ້າງສະໜາມກິລາຊີເກມຢູ່ ບໍລິເວນຫລັກ 15 ຂອງເມືອງໄຊທານີ (ໃກ້ໆກັບບ້ານ ຂພຈ ນີ້ລະ ອິໆໆໆ) ສະນັ້ນນອກຈາກປະຊາຊົນລາວຈະໄດ້ແບກຮັບຫນີ້ຫົວຄົນຈາກທະນາຄານໂລກແລ້ວ ຍັງໄດ້ມາແບກຮັບໜີ້ຫົວຄົນຂອງການຕິດໜີ້ຈີນຕື່ມອີກເປັນຈຳນວນເງິນບໍ່ແມ່ນຫນ້ອຍ , ແຕ່ກໍ່ຍັງດີທີ່ບໍ່ໃຫ້ສຳປະທານຢູ່ບຶງທາດຫຼວງບໍ່ຊັ້ນບໍ່ຮູ້ວ່າຄົນນະຄອນຫຼວງຈະໄປຢູ່ໃສ.ແຕ່ທີ່ເວົ້າມາກະບໍ່ຮູ້ວ່າແມ່ນຄວາມຈິງຫລືບໍ່ກະເລີຍຂຽນມາເພື່ອຢາກໃຫ້ອ້າຍເອື້ອຍນ້ອງພັນລາວທີ່ຮູ້ຂ່າວຄາວນີ້ມາແນະນຳຫລືໃຫ້ຄວາມເຫັນດ້ວຍ
ຈາກຄົນມີຄວາມຮູ້ຫນ້ອຍ ກໍ່ເລີຍເວົ້າຫລາຍ
ຂອບໃຈ

K.Soubandith

໓ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ຍ້າຍຈາກບຶງ ໄປໃກ້ກັບເດີນກິລາແລ້ວ

ເປັນໜີ້ແບບ ບໍ່ຮູ້ໂຕເລີຍ

ເກີດມາກະແບກຮັບໝີ້ຂອງ ... ແບບງົງງົງ

ຊີວິດກະຄືເກມ (ບໍ່ແມ່ນ THE SIM ໄດ໋ລະ)

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິເພີ່ມພາສີຂອງໂຮງງານເບຍຂື້ນອີກເພີື່ອເອົາໄປໃຊ້ໜີ້ ...ໂຮງງານເບຍກະຊິຂື້ນລາຄາເບຍເອົານຳ ນັກດື່ມເບຍອີກລະນໍ...

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າເຂົາຊ່ວຍເຫລືອບໍ່ແມ່ນຫວະ



ແຕ່ວ່າ ກະບໍ່ແມ່ນວ່າເຂົາວ່ານພືດຊິບໍ່ຫວັງຜົນດ໋ອກເນາະ



ຜົນທີ່ເຂົາໄດ້ຮັບຈະເປັນລັກສະນະທາງອ້ອມຫລາຍກວ່າ ເຊິ່ງຈະເປັນທາງຮູບປະທຳ



ເຮັດໃຫ້ເບິ່ງຄືວ່າເຂົາຊ່ວຍເຫລືອລ້າ




ທ້າວທອງໃສ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫວະ

ອັນນີ້ບໍ່ຮູ້ເລື່ອງນ່າ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຄືວ່າເຂົາຊ່ວຍເຫລືອບໍ່ແມ່ນຫວະ

ແຕ່ວ່າ ກະບໍ່ແມ່ນວ່າເຂົາວ່ານພືດຊິບໍ່ຫວັງຜົນດ໋ອກເນາະ

ຜົນທີ່ເຂົາໄດ້ຮັບຈະເປັນລັກສະນະທາງອ້ອມຫລາຍກວ່າ ເຊິ່ງຈະເປັນທາງຮູບປະທຳ

ເຮັດໃຫ້ເບິ່ງຄືວ່າເຂົາຊ່ວຍເຫລືອລ້າ





ບໍ່ມີປະເທດໃດຊ່ວຍເຫລືອລ້າໆດ໋ອກມັນຕ້ອງມີຜົນປະໂຫວດບໍ່ວ່າທາງດ້ານໃດກໍ່ດ້ານຫນຶ່ງ

K.Soubandith

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
man la kue ph va khong free bor me nai lok

tae hai jai yung vung jaiiiiiiiiiiiii

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
het de ka vung haikon aeun hen bor tang dai ka tang 1

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ paype ຂຽນວ່າ...
het de ka vung haikon aeun hen bor tang dai ka tang 1



ແມ່ນລະ

K.Soubandith

໒ ກະທູ້
໒໑໗ ໂພສ
ນັກການກະທູ້
ຂອງຟີບໍ່ມີໃນໂລກ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍໄດ້ງີນວ່າສ້າງແບບແລກປ່ຽນກັບບືງທາດຫຼວງ

ໄດ້ງີນອີກວ່າສ້າງໃຫ້ລ້າໆ ອັນນີ້ແຫຼະເຂົາວ່າ ສ່ຽວຜູ້ໃຈດີໃນຂ່າວຄາວໂຄສະນາ!

ໂອຍຈັ່ງແມ່ນເວັນກັມແທ້ໆນໍ!



໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ບໍ່ມີຫຍັງໄດ້ ເຂົາກະບໍ່ຊ່ວຍດອກ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ອັນນີ້ບໍ່ມີໄດ້ຟຣີເດາະ ມັນຕ້ອງມີອັນແລກປ່ຽນ

ຖ້າບໍ່ມີອັນຢາກໄດ້ ຈ້າງຈີນກະບໍ່ຊ່ວຍເຫຼືອເດາະ



ເວົ້າມາລະເໝືອຍແທນ......

ປະເທດໜຶ່ງກະຟັກສີໂຫຍໜ້າ(ງາມແຕ່ທາງນອກ),ເຣັດຄືວ່າຕົວເອງພ້ອມ,(ທັງທີ່ຈິ່ງໃຫ້ແຕ່ຄົນອື່ນຊ່ວຍເຫຼືອ,ເງີນທີ່ໄດ້ມາມັນເອົາໄປສະແຕກໝົດ)

ປະເທດໜຶ່ງກະຢາກໄດ້ສິ່ງຕອບແທນ(ອັນປະເທດຕົວເອງຂາດໆໆຢູ່)ໂດຍເຮັດຄືວ່າສ້າງເພື່ອພັດທະນາປະເທດເພື່ອນບ້ານ



ເວົ້າແທ້ໆໆໆໆເດີ...ມີແຕ່ພວກຫວັງດີ(ແຕ່ຫວັງຫຼາຍກວ່ານັ້ນ,)ເອິຄັກຫຼາຍຍຍຍຍພວກເຫັນແກ່ຕົວ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓ ກະທູ້
໒໒໙ ໂພສ
ນັກການກະທູ້
ຄັນມາຕັ້ງແທ້ ຢູ່ບຶງທາດຫລວງ ຈັກຊິເປັນຈັງໃດ ???


໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຫຍັງເລີຍ


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ dekvean ຂຽນວ່າ...
ຄັນມາຕັ້ງແທ້ ຢູ່ບຶງທາດຫລວງ ຈັກຊິເປັນຈັງໃດ ???



ຄິດສະພາບບໍ່ອອກຄືກັນ

K.Soubandith

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ເວົ້າໄປເວົ້າມາຍັງມີຫວຽດນາມອີກ ທີ່ເຂົ້າມຊ່ວຍເຫຼືອໃນຖານະອ້າຍນ້ອງ ແຕ່ຄວາມຈິງແລ້ວມັນກໍ່ຫວັງກືນກິນລາວແບບສັນຕິວິທີຄີກັນ ບໍ່ເຊື່ອລອງສັງເກດດີໆ ອິໆໆໆໆໆໆໆໆໆໆໆໆ

K.Soubandith

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄຳເຫັນ

<-----ຄົນໃຈດີແຟນຄລັບ

໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເປັນຫຍັງຄືມີແຕ່ຄຳເຫັນເປັນຕາຢ້ານແທະ?

ແມ່ນຄວາມຈິງແທ້ທີ່ວ່າບໍ່ມີໃຜຊ່ວຍຟຣີ ເຊິ່ງອັນນີ້ກະເປັນກົດເກນພື້ນຖານທີ່ໃຜກະຮູ້ບໍ່ແມ່ນຫວາ?

ຄືບໍ່ມີໃຜຄິດແນ່ວ່າ ດີແລ້ວລະເຂົາກະມາຊ່ວຍສ່ວນໜຶ່ງ?

ລະດິນທີ່ເຂົາໄດ້ໄປ ເຂົາກະໄປພັດທະນາເປັນເມືອງໃໝ່ ແນ່ນອນທຸກຢ່າງມັນກະມີທັງອັນດີອັນເສຍກະຂື້ນນຳເຮົານິລະ













໙ ກະທູ້
໒໘໘ ໂພສ
ນັກການກະທູ້
ເອະ ແມ່ນໄດ້ເນາະ(ຄຳເຫັນເປັນຕາຍ້ານແທ້ )5555



ສົງໃສອາກາດຮ້ອນ,ຄົນກະເລີຍອາລົມເວົ້າແຮງ 5555 ສົງໃສເສຍສຸຂະພາບຈິດແລ້ວ(ອາກາດເປັນໃຈ)555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດພາບ ສາວໝວຍ ຂາວຯ ເຕັມບ້ານເຕັມເມືອງ





ອິອິອິ ສເປັກຫລາຍຄົນແຖວນິ

ທ້າວທອງໃສ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາກະເປັນໜີ້ ຢູ່ໄປເພື່ອໃຊ້ໜີ້ ແຮໆໆ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓ ກະທູ້
໑໙໓ ໂພສ
ນັກການກະທູ້
oh...man wa


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ XxFxX ຂຽນວ່າ...
ເກີດມາກະເປັນໜີ້ ຢູ່ໄປເພື່ອໃຊ້ໜີ້ ແຮໆໆ



ແມ່ນໃຜ ເຈົ້າຫວາເອຟ??

ທ້າວທອງໃສ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ແທ້ຫວາ....


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ເວົ້າໄປເວົ້າມາຍັງມີຫວຽດນາມອີກ ທີ່ເຂົ້າມຊ່ວຍເຫຼືອໃນຖານະອ້າຍນ້ອງ ແຕ່ຄວາມຈິງແລ້ວມັນກໍ່ຫວັງກືນກິນລາວແບບສັນຕິວິທີຄີກັນ ບໍ່ເຊື່ອລອງສັງເກດດີໆ ອິໆໆໆໆໆໆໆໆໆໆໆໆ


ຢ່າເວົ້າໃກ້ຫລາຍ ບໍ່ຢ້ານຖືກສົ່ງໄປກິນເຂົ້າລີງຫວາ? ອິໆໆໆໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ເວົ້າໄປເວົ້າມາຍັງມີຫວຽດນາມອີກ ທີ່ເຂົ້າມຊ່ວຍເຫຼືອໃນຖານະອ້າຍນ້ອງ ແຕ່ຄວາມຈິງແລ້ວມັນກໍ່ຫວັງກືນກິນລາວແບບສັນຕິວິທີຄີກັນ ບໍ່ເຊື່ອລອງສັງເກດດີໆ ອິໆໆໆໆໆໆໆໆໆໆໆໆ


ຢ່າເວົ້າໃກ້ຫລາຍ ບໍ່ຢ້ານຖືກສົ່ງໄປກິນເຂົ້າລີງຫວາ? ອິໆໆໆໆ



ຖ້າໄດ້ໄປຈະຊວນໄປນຳເດີ້ ອິໆໆໆໆໆໆໆໆໆໆໆ

K.Soubandith

໑ ກະທູ້
໑໒໕ ໂພສ
ນັກການກະທູ້
ຫວຽດມັນແຮງຮ້ອຍເຫລັ້ມກວຽນຂະນາດແຖວຊາຍແດນໄດ້ຍິນວ່າທ່ຽວຫັຍບເຮືອນມາໄກ້ຕະລອດແມ່ນບໍ

ແຖມມີສົມບັດຄືຄວາມຊູຊິເປັນນິໄສອິກຕ່າງຫາກຕ່າງຈາກລາວຫລາຍ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແລ້ວທີ່ຍ້າຍເຂົາໃຈໄປບ່ອນທີ່ຍັງບໍ່ທັນຈະເລີນ ໃຫ້ຂະເຈົ້າໄປສ້າງໃຫ້ເຮົາຈະເລີນ ແບບບ້ານຂະເຈົ້າກະດີແລ້ວ (ແຕ່ເສີຍດາຍສ່ວນຫຼາຍທີ່ຄົນຕ່າງຊາດມານັ້ນ ມີແຕ່ຊົນຊັ້ນກຳມະກອນ ບໍ່ມີການພັດທະນາ ບ້ານເມືອງກະເກີດບັນຫາຫຼາຍ ກັບຄົນຕ່າງປະເທດ)



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຸກໃຈນຳແທ້ໆ! ໄດ້ຕິດຕາມຟັງຂ່າວຄາວມາແຕ່ລະມື້ມັນກໍຍິ່ງພາໃຫ້ເຈັບຫົວ!

ໄດ້ຍິນມານານແລ້ວວ່າຄາວ USSR ຊ່ອຍລາວເຮັດເສີກແຕ່ກ່ອນ,ອອກຂ່າວນັ້ນວ່າຊ່ອຍເຫຼືອທາງເສຖກິດເອົານັ້ນນີ້ມາໃຫ້ລ້າ!!ກະມີເຫຼັກເສັ້ນໃຫຍ່ໆ,ເຫຼັກແຜ່ນ ຫຼືເສື້ອກັນໝາວສຳຫຼັບນາຍທະຫານໃນເຂດສິເບເຣັຍ(ເຊີ່ງຢູ່ເມືອງລາວໃຊ້ຫຍັງບໍ່ໄດ້ເພາະເຫຼັກຕ່າງໆກໍຂາຍເປັນເຫຼັກເສດໃຫ້ໄທຣາຄາຖືກໆເພາະຢູ່ລາວບໍ່ມີການສ້າງສາເຮືອນ

ຊານສູງໆແລະກະຄວາມໝາວກະບໍ່ເຖິງຂັ້ນທີ່ວ່າຕ້ອງຫົ່ມເສື້ອແບບນັ້ນ)ກະຄືກັນ ຈ ຫຼື ວ ເຂົາເຈົ້າເປັນເຊື້ອສາຍດຽວກັນມັນກະມີນິສັຍດຽວກັນ!

ເທົ້າປານນີ້ລາວຍັງໄຊ້ໝີ້ນັ້ນບໍ່ໜົດ ແລ້ວກັບວຽດນາມກະຄືກັນ.ໝີ້ເລືອດມັນໄຊ້ບໍ່ໜົດຈັກເທື່ອຍາມໃດທີ່ຜູ້ທີ່ວ່າໂຕເສັຍເລືອດເພາະບໍ່ຄິດວ່າເຮົາເສັຍແຜ່ນດິນເສັຍປ່າດົງໄປຫຼາຍພຽງໃດຍາມ

ອະເມຣິກາຖີ້ຣະເບິດລົງໃສ່ເພາະເລືອດທີ່ເຮົາມາເປັນໝີ້ນັ້ນຂົນອາວຸດຍຸທພັນຜ່ານດິນເຮົາເພື່ອປົດປ່ອຍພາກໃຕ້ແລ້ວມີໃຜມາໄຊ້ໝີ້

ທົບແທນຫຼືເກັບຣິເບິດທີ່ຍັງມີຢູ່ເຕັມປ່າເຕັມນານັ້ນ ແລະປ່າດົງທີ່ຖືກທຳລາຍໄປເດ!!ຊ້ຳບໍ່ພໍຫຼັງປົດປ່ອຍແລ້ວຣັຖບານລາວຍັງເອົາປ່າໄມ້ ໑໕໐໐໐ ເຮັກຕາໃຫ້ລ້າ ລາວນີ້ໃຈໃຫຍ່ຂນາດເລີຍ!!.


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>