ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ປະວັດສາດລາວສະໄໝບູຮານ " ມາອ່ານເບິງເເມ້ "

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ປະວັດສາດລາວສະໄໝບູຮານ
Monday, 1. December 2008, 13:57
ປະຫວັດ
ສາຍເຊລຳເພົາ

ປະເທດ ສປປ.ລາວ ນີ້ເກີດເນີດເກີດຂຶ້ນເມື່ອວັນທີ ໒ ທັນວາ ໑໙໗໕, ໂດຍສືບຕໍ່ມາຈາກພຣະຣາຊະອານາຈັກລາວ, ພຣະຣາຊະອານາຈັກລາວໄດ້ພັດທະນາການ ສືບເນື່ອງມາຈາກພຣະຣາຊະອານາຈັກລ້ານຊ້າງ, ພຣະຣາຊະນານາຈັກລ້ານຊ້າງໄດ້ສະປານາຂຶ້ນເມື່ອປີ ຄ.ສ ໑໓໕໗ ໃນສະໄໝພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະ ຫາຣາດ,ພາຍໃກ້ສືບອານາັກລ້ານຊ້າງເດີມ ນັບຈາກວັນນັ້ນມາຮອດວັນນີ້ຊາດລາວປາກົດຕົວຢ່າງເປັນເອກະຣາດມາແລ້ວໃນໂລກ ໖໕໕ ປີມາແລ້ວ ແລະກ່ອນໜ້າຍຸກ ປະຫວັດສາດລາວລ້ານຊ້າງນັ້ນ ຊາດລາວມາຈາກໃສ ? ເຮົາມາພ້ອມກັນສຶກສານຳກັນດ່ັງຕໍ່ໄປນີ້.

ຄຳວ່າ “ລາວ” ເປັນຊົນຊາດເກົ່າແກ່ຊາດໜຶ່ງ ຈັດຢູ່ໃນວົງມົງໂກລີ ເຊິ່ງແບ່ງອອກເປັນຫຼາຍສາຂາ ເຊິ່ງມີຊື່ນຳໜ້າຂອງແຕ່ລະສາຂາຄື ຫຼືຊົນເຜົ່າວ່າໄຕ ແລະໄທ.

ຄົນລາວ ມີນິໄສຮັກເຊື້ອແພງຊາດ, ຮັກຄວາມສະຫງົບ, ສັນຕິ ແລະຄວາມເປັນອິດສະຫຼະ, ຮັກເຊື້ອແພງ ຊາດ, ຄວາມຈະເລີນຂອງຊາດລາວ ສັນນະຖານວ່າ ມີອາຍຸເທົ່າກັບອີຢິບລາບິໂລເນັຍ ແລະອັດຊິລຽນບູຮານລາວ ເປັນຊາດທີ່ມີຄວາມຈະເລີນມາກ່ອນຈີນ ເຊິ່ງປາກົດມີການຮຽກຈາກຊາວຈີນວ່າ “ອ້າຍລາວ” ແລະກ່ອນຊາວຢູໂຣບ ເຊິ່ງຂະນະນັ້ນຊາວຢູ່ໂຣບຍັງເປັນຊາວອານາຣະຊົນຢູ່ ນັກປະວັດສາດບູຮານຄະດີທີ່ກ່ຽວກັບກັບ ລາວລົງຄວາມເຫັນວ່າມີອາຍຸເວລາ ໕.໐໐໐- ໖.໐໐໐ ປີ, ຊົນຊາດລາວເຄີຍທຳມາຫາກິນເປັນຫຼັກຖານ ມີການປົກຄອງຢ່າງເປັນລະບົບເປັນປືກແຜ່ນ ແລະເປັນລະບຽບແບບແຜນຢູ່ດິນແດນທີ່ຮຽກກັນວ່າປະເທດ ຈີນໃນປັດຈຸບັນ.

ເມື່ອປະມານ ໓.໕໐໐ ປີກ່ອນພຸດທະສັງກາດ ຊົນຊາດລາວອົບພະຍົບເຂົ້າມາສູ່ສາຍພູເຂົາທຽນຊານ ເດີນທາງມາກຈົນເຖິງທົ່ງຮາບລ່ອງແມ່ນຳ້ອັນອຸດົມສົມບູນ ທີ່ບໍລິເວນ ຕົ້ນແມ່ນຳ້ຮວງໂຫ ແລະແມ່ນຳ້ແຢງຊີກຽງ ໄດ້ຕັ້ງຖິ່ນຖານໃນບໍລິເວນແຫ່ງນັ້ນແລ້ວເລີກອາຊີບຫຼັກຄືລ້ຽງສັດ ປ່ຽນມາເປັນການເຮັດກະສິກັມເປັນອາຊີບຫຼັກ ລ້ຽງສັດເປັນ ອາຊີບຮອງ ແລະໄດ້ຂະຫຍາຍອະນາເຂດຂອງຕົນເປັນປຶກແຜ່ນ ໄດ້ຂະຫຍາຍຕົວໄປທາງຕາເວັນອອກຕາມລຳດັບ ໄດ້ຈົນໄດ້ມີຄວາມເຂັ້ມແຂງທາງດ້ານການປົກຄອງຂຶ້ນ ຕາມລຳດັບ.

ໃນຂະນະທີ່ຊົນຊາດລາວ ມີການຂະຫຍາຍຕົວຢ່າງເປັນປຶກແຜ່ນແໜ້າໜາ ທີ່ດິນແດນ ແລະມີຄວາມຈະເລີນດັ່ງກ່າວແລ້ວ, ຊົນຊາດຈີນຍັງເປັນພວກລ້ຽງສັດທີ່ພະເນຈອນຢູ່ ຕາມທະເລສາບແຄັສປຽນ ຕໍ່ມາເມື່ອປະມານ ໑໐໐໐ ປີ ນັບແຕ່ຊົນຊາດລາວໄດ້ຕັ້ງຖານຖິ່ນທຳການຂະຫຍາຍວຽກງານກະສິກຳເປັນອາຊີບຫຼັກ ການຂະຫຍາຍຕົວ ດ້ານຈຳນວນພົນ ຈຶ່ງໄດ້ຂະຫຍາຍຕົວເຂົ້າໄປສູ່ທີ່ຮາບພຽງລ່ອງແມ່ນຳ້ ໄດ້ຂະຫຍາຍຕົວໄປທົ່ວພູມີພາກແມ່ນຳ້ທັງສອງ ໃນຂະນະນັ້ນຄົນລາວໄດ້ມີຊື່ຮຽກຊາດຕົນ ເອງຢ່າງຈະແຈ້ງຂຶ້ນຕື່ມຄື “ອ້າຍລາວ” ບາງຄັ້ງກໍຮຽກວ່າ “ພວກມຸງ” ລວມຕົວກັນຂຶ້ນເປັນຊາດໃຫຍ່ເຖິງ ໓ ອານາຈັກດ້ວຍກັນ ຄື:

- ອານາຈັກລຸງ(ນະຄອນລຸງ) ຕັ້ງຢູ່ທາງຕອນເໜືອບໍລິເວນຕົ້ນແມ່ນຳ້ເຫຼືອງ(ຫວງໂຫ).
- ອານາຈັກປາ: ຕັ້ງຢູ່ທາງໃຕ້ລົງມາບໍລິເວນພື້ນທີ່ທາງເໜືອຂອງມົນທົນເສສວນ ອານາຈັກປາຈັດເປັນອານາຈັກທີ່ມີຄວາມສຳຄັນກວ່າອານາຈັກອື່ນ.
- ອານາຈັກງ້ຽວ: ຕັ້ງຢູ່ທາງຕອນກາງຂອງລ່ອງແມ່ນຳ້ແຢງຊີກຽງ.

ທັງສາມອານາຈັກນີ້ ມີຄວາມຈະເລີນຮຸ່ງເຮືອງຂຶ້ນຕາມລຳດັບ ປະຊາກອນກໍເພີ່ມຫຼາຍຂຶ້ນ ຈຶ່ງໄດ້ແຜ່ຂະຫາຍອານາເຂດອອກມາທາງທິດຕາເວັນອອກ ໂດຍມີແມ່ນຳ້ແຢງຊີ ກຽງເປັນສູນກາງຫຼັກຂອງສັງຄົມລາວ.

ຈາກຄວາມອຸດົມສົມບູນໃນພື້ນຖິ່ນທີ່ຢູ່ໃໝ່ ມີອິດທິພົນທຳໃຫ້ປ່ຽນແປງອຸປະນິໄສເດີມ ໂດຍຜ່ານຂະບວນວິວັດທາງວັດທະນະທຳ ແລະສາສະໜາ, ເຮັດໃຫ້ຄົນລາວມີວິໄສທັດກວ້າງຂວາງ ມັກສະຫງົບ ຮັກຄວາມ ສັນຕິ ອັນເປັນອຸປະນິໄສທີ່ເປັນມໍລະດົກຕົດທອດມາເຖິງຊົນຊາດໄທລາວເຮົາໃນຍຸກປັດຈຸບັນ.

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ໂຕວຽງຈັນຖືກເຜົ່າຫັ້ນນ່າເປັນແນວໃດ


໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ

e+1=0

໐ ກະທູ້
໑໐໕ ໂພສ
ນັກການກະທູ້
ຢາກຮູ້ປະຫວັດປີ 1893 ຊ່ວຍແດ່ ຖ້າໃຜຮູ້


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍດີເນາະສາວ


໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ຂອບໃຈເດີ ທີ່ເອົາຂໍ້ມູນດີໆມາແບ່ງກັນ


໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ yanhny ຂຽນວ່າ...
ຂອບໃຈເດີ ທີ່ເອົາຂໍ້ມູນດີໆມາແບ່ງກັນ


ໂດຍ ສິກອບຂະເຈົ້າມາໃຫ້ອ່ານອິກ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ chitnoy ຂຽນວ່າ...
ຢາກຮູ້ປະຫວັດປີ 1893 ຊ່ວຍແດ່ ຖ້າໃຜຮູ້


ກອບຂະເຈົ້າມາໃຫ້ເເລ້ວ ປະຫວັດສາດ ປີ 1893 ເດິ້

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນພຸດທະສັງກາດ ປະຫດສາດລາວອ່ານມາຫຼາຍແລ້ວແຕ່ບໍ່ໃຊ້ແບບນີ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ