![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຕໍ່ຈາກ ຮັກແທ້ມີຢູ່ໃສ 6.11? ສອນນາລີ ໄຂຍິ້ມ ສົດຊື່ນໃນອຸລາ ເພາະຫຼາຍຄົນພາກັນຈາ ລາບແຊບຫຼາຍໃນວັນນີ້ ກິນຄຳໃດມີຮອຍຍິ້ມ ອາລົມດີຢ່າງເຂົ້າທ່າ ໃຜຜູ້ມາກິນຮ່ວມນີ້ ຕ່າງຈາເວົ້າລາບແຊບຫຼາຍ ສາວອ້ວນ ບໍ່ກ່າວຮ້າຍ ຫຼືຈົ່ມວ່າແນວໃດ ນາງພໍໃຈສີມືນາງ ສ່າງບໍ່ມີຄົນຍ້ອງ “ ແຊບຖືກໃຈຂອງຂ້ອຍ ອາຫານດີຕຳໝາກຫຸ່ງ “ ເພັດສຸວັນ ຄິດສະດຸ້ງ ກໍ່ເລີຍຍ້ອງຍື່ນຄຳ ບົວສະບາ ກ່າວຢ້ຳ “ ແຊບອະລ່ອຍອີຫຼີໃດ ສີມືໃຜຈະທຽມ ທິບພະວົງ ຄົນນີ້ “ ພ້ອມທັງມີຄຳເຂົ້າ ຢຸບເອົາຕຳໝາກຫຸ່ງ ຕຳປົນກັບຂົ້ວກຸ້ງ ກະປູຂົ້ວອະລ່ອຍດີ ມັນກໍ່ເປັນຈັ່ງຊີ້ ລະຊີວິດຄົນລາວ ດື່ມເຫຼົ້າຂາວຈັກນິດ ກັບລາບແກງປາປີ້ງ ປານວ່າຫຼິງເຫັນດ້າວ ເມືອງແມນເບື້ອງລຸ່ມ ກິນຊຸມກັນແບບນີ້ ກິນຢູ່ໃສຊິເທົ່າໄດ້ ຫົນຫ້ອງແຫ່ງລາວ ເຮົານາ ຫຼັງຈາກກິນເຂົ້າແລ້ວ ກໍ່ພັກຜ່ອນໃຜລາວ ພວກສາວໆພາກັນ ນັ່ງຮ່ວມວົງກິນສົ້ມ ພາກັນລົມກັນເວົ້າ ຈາຂວັນພວກຜູ້ບ່າວ ນຳບໍ ແລເຫັນສາວອ້ວນເວົ້າ ແລ້ວຫົວຂຶ້ນຢ່າງຖືກໃຈ ໝູ່ຢູ່ຂ້າງກໍ່ໄດ້ ຫົວສະນັ່ນເຮຮາ ລົມເລື່ອງຊາຍຄົນໃດຫວະ ຈຶ່ງເຫຼືອດຕາໄປທາງນັ້ນ ສາວບົວວັນ ຈາເວົ້າ “ ເຊົາໆຜູ້ຊາຍຍ່າງ ມາແລ້ວ “ ພວກນາງສາວຕ່າງກໍ່ຍິ້ມ ອາລົມສົ້ມສົ່ງຕາ ສຸມາລີຍ່າງກ້າວ ໄປສູ່ແຄມໜອງ ບົວສະບາ ຫຼຽວມອງ ແລ້ວຍ່າງຕາມຊິດໃກ້ “ ເຈົ້າຊິໄປໃສນີ້ ຂໍເດີນເປັນໝູ່ ໄດ້ບໍ? “ ສຸມາລີ ດູເບິ່ງໜ້າ ໄຂຍິ້ມແລ້ວຍ່າງໄປ ສອງຄົນເຂົານັ້ນໄດ້ ມານັ່ງທີ່ແຄມໜອງ ຕາລໍ່າມອງປາຊີວ ທີ່ລ່ອງລອຍໃນນ້ຳ ບົວສະບາ ໄຂຄຳເວົ້າ ຫວານໆເອົາໄວ້ວ່າ “ ຟັງແມ ປາມັນມາກ່າວເວົ້າ ລົມເຈົ້າໃຫ້ຮັກເຮົາ “ “ ປາຢູ່ໃສຊິເວົ້າ ລົມຕໍ່ຄົນເຮົາ ປະສາດເຈົ້າຄົງຫຼອນ ຈຶ່ງໄດ້ຍິນປາເວົ້າ “ “ ເບິ່ງແມມັນລົມເຈົ້າ ຟັງເອົາເຂົ້າໃຈບໍ່ ມັນກ່າວຂໍໃຫ້ຂ້ອຍ ຫອມແກ້ມເຈົ້າເບິ່ງດູ “ ອ່ານຕໍ່ ຮັກແທ້ມີຢູ່ໃສ 6.13? ![]() ![]() |
|
![]() ງົງ ຍາວໂພດe68: ![]() ![]() ![]() |
|
![]() ຍາວ......... ຄຳຕອບຢູ່ທີ່ຕົວເຮົານີ້ແລະ ຄິດດີ, ທຳດີ, ເວົ້າຈາອ່ອນນ້ອມເປັນຄົນດີຂອງທຸກຄົນ, ບໍ່ເອົາຫລັກເອົາປຽບຄົນອື່ນ(ໂລບມາກ) ບໍ່ອຶດຄົນທີ່ຈະຮັກເຮົາ.......ນີ້ແລະຄືຮັກແທ້ ແລະກະບໍ່ມີຄົນລືມອີກ..... ![]() |
|
![]() ຢາວຄືວ່າ ສັ້ນສັ້ນ ກະທັດຮັດຄັກ ກວ່າ ແຕ່ບໍ່ເປັນຫັຍງມ່ວນມ່ວນ |
|
![]() ອັນວ່າ ບົດເລື່ອງນີ້ແສນຍາວ ເບິ່ງຄືໜ້າເບື່ອ ເຊື່ອໃນຄຳເວົ້າ ຜູ້ແຕ່ງທີ່ບັນຈົງສ້າງ ເຮົາກໍ່ບໍ່ຮູ້ຄືກັນ ໃນເລື່ອງຄວາມຮັກ ແຕ່ເບິ່ງຄືຊິຄັກ ຈະຕິດຕາມຕອນຕໍ່ໄປ ຮິຮິ.... ![]() ![]() ![]() ![]() ![]() ![]() |
|
![]() ອ່ານໄປອ່ານມາເເມ່ນກອນຕົ໋ວະນີ້ ![]() ຖາມເເນ່12345ໄປໃສ່ລະ ຄືມາ6.ເລີຍ ![]() |
|
![]() ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
![]() ອ້າງເຖິງຂໍ້ຄວາມຈາກ Jim0Freedom ຂຽນວ່າ... ອ່ານໄປອ່ານມາເເມ່ນກອນຕົ໋ວະນີ້![]() ຖາມເເນ່12345ໄປໃສ່ລະ ຄືມາ6.ເລີຍ ![]() ຢູ່ໃນ ໄດອາຣີ profile ຂອງຂ້ອນເດີ ![]() ![]() |