ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຮັກແທ້ມີຢູ່ໃສ 6.12 ?

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ຕໍ່ຈາກ ຮັກແທ້ມີຢູ່ໃສ 6.11?

ສອນນາລີ ໄຂຍິ້ມ ສົດຊື່ນໃນອຸລາ
ເພາະຫຼາຍຄົນພາກັນຈາ ລາບແຊບຫຼາຍໃນວັນນີ້
ກິນຄຳໃດມີຮອຍຍິ້ມ ອາລົມດີຢ່າງເຂົ້າທ່າ
ໃຜຜູ້ມາກິນຮ່ວມນີ້ ຕ່າງຈາເວົ້າລາບແຊບຫຼາຍ
ສາວອ້ວນ ບໍ່ກ່າວຮ້າຍ ຫຼືຈົ່ມວ່າແນວໃດ
ນາງພໍໃຈສີມືນາງ ສ່າງບໍ່ມີຄົນຍ້ອງ
“ ແຊບຖືກໃຈຂອງຂ້ອຍ ອາຫານດີຕຳໝາກຫຸ່ງ “
ເພັດສຸວັນ ຄິດສະດຸ້ງ ກໍ່ເລີຍຍ້ອງຍື່ນຄຳ
ບົວສະບາ ກ່າວຢ້ຳ “ ແຊບອະລ່ອຍອີຫຼີໃດ
ສີມືໃຜຈະທຽມ ທິບພະວົງ ຄົນນີ້ “
ພ້ອມທັງມີຄຳເຂົ້າ ຢຸບເອົາຕຳໝາກຫຸ່ງ
ຕຳປົນກັບຂົ້ວກຸ້ງ ກະປູຂົ້ວອະລ່ອຍດີ
ມັນກໍ່ເປັນຈັ່ງຊີ້ ລະຊີວິດຄົນລາວ
ດື່ມເຫຼົ້າຂາວຈັກນິດ ກັບລາບແກງປາປີ້ງ
ປານວ່າຫຼິງເຫັນດ້າວ ເມືອງແມນເບື້ອງລຸ່ມ
ກິນຊຸມກັນແບບນີ້ ກິນຢູ່ໃສຊິເທົ່າໄດ້ ຫົນຫ້ອງແຫ່ງລາວ ເຮົານາ
ຫຼັງຈາກກິນເຂົ້າແລ້ວ ກໍ່ພັກຜ່ອນໃຜລາວ
ພວກສາວໆພາກັນ ນັ່ງຮ່ວມວົງກິນສົ້ມ
ພາກັນລົມກັນເວົ້າ ຈາຂວັນພວກຜູ້ບ່າວ ນຳບໍ
ແລເຫັນສາວອ້ວນເວົ້າ ແລ້ວຫົວຂຶ້ນຢ່າງຖືກໃຈ
ໝູ່ຢູ່ຂ້າງກໍ່ໄດ້ ຫົວສະນັ່ນເຮຮາ
ລົມເລື່ອງຊາຍຄົນໃດຫວະ ຈຶ່ງເຫຼືອດຕາໄປທາງນັ້ນ
ສາວບົວວັນ ຈາເວົ້າ “ ເຊົາໆຜູ້ຊາຍຍ່າງ ມາແລ້ວ “
ພວກນາງສາວຕ່າງກໍ່ຍິ້ມ ອາລົມສົ້ມສົ່ງຕາ
ສຸມາລີຍ່າງກ້າວ ໄປສູ່ແຄມໜອງ
ບົວສະບາ ຫຼຽວມອງ ແລ້ວຍ່າງຕາມຊິດໃກ້
“ ເຈົ້າຊິໄປໃສນີ້ ຂໍເດີນເປັນໝູ່ ໄດ້ບໍ? “
ສຸມາລີ ດູເບິ່ງໜ້າ ໄຂຍິ້ມແລ້ວຍ່າງໄປ
ສອງຄົນເຂົານັ້ນໄດ້ ມານັ່ງທີ່ແຄມໜອງ
ຕາລໍ່າມອງປາຊີວ ທີ່ລ່ອງລອຍໃນນ້ຳ
ບົວສະບາ ໄຂຄຳເວົ້າ ຫວານໆເອົາໄວ້ວ່າ
“ ຟັງແມ ປາມັນມາກ່າວເວົ້າ ລົມເຈົ້າໃຫ້ຮັກເຮົາ “
“ ປາຢູ່ໃສຊິເວົ້າ ລົມຕໍ່ຄົນເຮົາ
ປະສາດເຈົ້າຄົງຫຼອນ ຈຶ່ງໄດ້ຍິນປາເວົ້າ “
“ ເບິ່ງແມມັນລົມເຈົ້າ ຟັງເອົາເຂົ້າໃຈບໍ່
ມັນກ່າວຂໍໃຫ້ຂ້ອຍ ຫອມແກ້ມເຈົ້າເບິ່ງດູ “
ອ່ານຕໍ່ ຮັກແທ້ມີຢູ່ໃສ 6.13?

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໔ ກະທູ້
໘໒ ໂພສ
ຂາປະຈຳເວັບບອດ
ງົງ ຍາວໂພດe68:


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວ.........
ຄຳຕອບຢູ່ທີ່ຕົວເຮົານີ້ແລະ ຄິດດີ, ທຳດີ, ເວົ້າຈາອ່ອນນ້ອມເປັນຄົນດີຂອງທຸກຄົນ, ບໍ່ເອົາຫລັກເອົາປຽບຄົນອື່ນ(ໂລບມາກ) ບໍ່ອຶດຄົນທີ່ຈະຮັກເຮົາ.......ນີ້ແລະຄືຮັກແທ້ ແລະກະບໍ່ມີຄົນລືມອີກ.....


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາວຄືວ່າ ສັ້ນສັ້ນ ກະທັດຮັດຄັກ ກວ່າ ແຕ່ບໍ່ເປັນຫັຍງມ່ວນມ່ວນ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ອັນວ່າ ບົດເລື່ອງນີ້ແສນຍາວ ເບິ່ງຄືໜ້າເບື່ອ
ເຊື່ອໃນຄຳເວົ້າ ຜູ້ແຕ່ງທີ່ບັນຈົງສ້າງ
ເຮົາກໍ່ບໍ່ຮູ້ຄືກັນ ໃນເລື່ອງຄວາມຮັກ
ແຕ່ເບິ່ງຄືຊິຄັກ ຈະຕິດຕາມຕອນຕໍ່ໄປ ຮິຮິ....



-->-->-->

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ອ່ານໄປອ່ານມາເເມ່ນກອນຕົ໋ວະນີ້ເອ ຫຼືວ່າບໍ່ເເມ່ນ
ຖາມເເນ່12345ໄປໃສ່ລະ
ຄືມາ6.ເລີຍ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Jim0Freedom ຂຽນວ່າ...
ອ່ານໄປອ່ານມາເເມ່ນກອນຕົ໋ວະນີ້ເອ ຫຼືວ່າບໍ່ເເມ່ນ
ຖາມເເນ່12345ໄປໃສ່ລະ
ຄືມາ6.ເລີຍ


ຢູ່ໃນ ໄດອາຣີ profile ຂອງຂ້ອນເດີ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.