ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ແມ່ນບໍ ?ທີ່ວ່າຄວາມພະຍາຍາມຢູ່ບ່ອນໃດຄວາມສຳເລັດຢູ່ບ່ອນນັ້ນ

໓ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ພະຍາຍາມເຣັດໃຫ້ຊີວິດມີຄວາມສຸກຫຼາຍຂື້ນ ແຕ່ບໍຣູ້ວ່າເປັນຫຍັງຍີ່ງດີ້ນຣົນຍີ່ງຕ້ອງພົບກັບຄວາມເຫງົາ,ຄວາມທຸກແລະເຈັບປວດທາງຈິດໃຈ ແລ້ວບາດສຸດທ້າຍກໍ່ຕ້ອງກັບມາຢຶນຢູ່ຈຸດເດີມ ກັບມາມີຕົວຄົນດຽວເໝືອນເດີມ....ມັນເປັນຍ້ອນຫຍັງກັນແທ້, ມີໃຜຊ່ວຍຕອບໄດ້.....
ຢາກໃຫ້ຊີວິດຈີ່ງບໍ່ເປັນເໝືອນດັ່ງບົດເພງທີ່ຢາກຈະແຕ່ງແບບໃດກາໄດ້....ຢາກຣ້ອງແບບເສົ້າໆເຣົາກ່າແຕ່ງແບບເສົ້າໆ,ຢາກຣ້ອງແບບເພິດເພີນເຣົາກ່າແຕ່ງແບບເພີດເພີນ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ JUJJ ຂຽນວ່າ...
ພະຍາຍາມເຣັດໃຫ້ຊີວິດມີຄວາມສຸກຫຼາຍຂື້ນ ແຕ່ບໍຣູ້ວ່າເປັນຫຍັງຍີ່ງດີ້ນຣົນຍີ່ງຕ້ອງພົບກັບຄວາມເຫງົາ,ຄວາມທຸກແລະເຈັບປວດທາງຈິດໃຈ ແລ້ວບາດສຸດທ້າຍກໍ່ຕ້ອງກັບມາຢຶນຢູ່ຈຸດເດີມ ກັບມາມີຕົວຄົນດຽວເໝືອນເດີມ....ມັນເປັນຍ້ອນຫຍັງກັນແທ້, ມີໃຜຊ່ວຍຕອບໄດ້

ເອົາລະ!!! ວ່າຢ່າງໃດກໍ່ຕ້ອງວ່າຕາມກັນ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ຊີວິດນີ້ ຖ້າເຮົາບໍ່ຊ່ວຍຕົວເອງກ່ອນ ແລ້ວໃຜລະ ຈະມາຊ່ວຍເຮົາ
ອົດທົນ ... ສູ້ ... ດີ້ນ ... ຈົນມື້ ໝົດລົມຫາຍໃຈ ພຸ້ນລະ

ມີສະຕິ ມີປັນຍາ ກ້າສະແດງອອກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້ໆ,,,,,,,,,,, ລາງວັນມີໄວ້ໃຫ້ຄົນທີ່ມີຄວາມອົດທົນ ແລະຕໍ່ສູ້ສະເໝີ......


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູ້ໆ

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຄວາມພະຍາຍາມຢູ່ບ່ອນໃດ ຄວາມພະຍາຍາມກໍ່ຢູ່ບ່ອນນັ່ນແຫລະ
ແຕ່ຖ້າມີຄວາມຕັ້ງໃຈຄວາມສຳເລັດກໍ່ຈະຕາມມາເລື້ອຍໆໆ ເຖິງຈະຊ້າແນ່ແຕ່ກໍ່ຍັງດີກວ່າບໍ່ມາ

There's a thin line between Life and Death, I wish for a Miracle to happen...

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າມັນບໍ່ຈຳເປັນຕ້ອງສຳເຫຼັດທຸກກໍລະນີດອກ..
ແຕ່ສິ່ງທີ່ສຳຄັນນັ້ນ..
ມັນຢູ່ທີ່ເຈົ້າໄດ້ພະຍາຍາມແລ້ວ..


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ JUJJ ຂຽນວ່າ...
ພະຍາຍາມເຣັດໃຫ້ຊີວິດມີຄວາມສຸກຫຼາຍຂື້ນ ແຕ່ບໍຣູ້ວ່າເປັນຫຍັງຍີ່ງດີ້ນຣົນຍີ່ງຕ້ອງພົບກັບຄວາມເຫງົາ,ຄວາມທຸກແລະເຈັບປວດທາງຈິດໃຈ ແລ້ວບາດສຸດທ້າຍກໍ່ຕ້ອງກັບມາຢຶນຢູ່ຈຸດເດີມ ກັບມາມີຕົວຄົນດຽວເໝືອນເດີມ....ມັນເປັນຍ້ອນຫຍັງກັນແທ້, ມີໃຜຊ່ວຍຕອບໄດ້.....
ຢາກໃຫ້ຊີວິດຈີ່ງບໍ່ເປັນເໝືອນດັ່ງບົດເພງທີ່ຢາກຈະແຕ່ງແບບໃດກາໄດ້....ຢາກຣ້ອງແບບເສົ້າໆເຣົາກ່າແຕ່ງແບບເສົ້າໆ,ຢາກຣ້ອງແບບເພິດເພີນເຣົາກ່າແຕ່ງແບບເພີດເພີນ


ນັ້ນລະມັນເປັນຍ້ອນຄວາມຮູ້ສຶກທີ່ເຮົານຶກຄິດເອງ ລອງປ່ຽນຄວາມຄິດ ປ່ຽນຄວາມຮູ້ສຶກ ແລະໃຫ້ຄິດສະເໝີວ່າ ຢ່າມັນເທາະ
ລອງໆເບິ່ງ ມັນອາດດີຂື້ນ (ໜ້ອຍ1 ຫຼື ຊ່ວງເວລາ1ກໍຍັງດີ)


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຫັນພ້ອມນຳ VS ຂ້າງເທິງ. ແຕ່ເຮົາຮູ້ຫລືຍັງວ່າ ຄວາມສຸກ ຄືຫຍັງ ຄວາມທຸກ ຄືຫຍັງ ? ຕ້ອງຮູ້ໂຕນີ້ກ່ອນ (ອາດຈະກິນເວລາຕລອດຊີວິດ)
ພຣະພຸດທະເຈົ້າເຄີຍລອງແຍກ ຄວາມສຸກ ຄວາມທຸກ ອອກຈາກກັນ ເພື່ອທີ່ຈະເອົາແຕ່ ຄວາມສຸກ - ຜາກົດວ່າບໍ່ສຳເລັດ ເພາະທັງສອງຢ່າງຢູ່ນຳກັນ​(ຄິຣິມານົນທະສູຕ)
ສິ່ງທີ່ທ່ານຄິດວ່າເປັນ ຄວາມທຸກ ນັ້ນອາດຈະເປັນ ຄວາມສຸກ ກະໄດ້ພຽງແຕ່ປ່ຽນມຸມມອງ.
ນີ້ຄືຫລັກຖານວ່າທີ່ວ່າ <a href="http://www.youtube.com/watch?v=p_8t24ZgxUU&feature=related">ຄວາມພະຍາຍາມຢູ່ບ່ອນໃດຄວາມສຳເລັດບໍ່ຢູ່ບ່ອນນັ້ນສເມີໄປ</a>. ຮັກແພງ. ທຂ.

http://www.youtube.com/watch?v=p_8t24ZgxUU&feature=related


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາໃຊ້ກຳແມ່ນບໍ່?

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໒ ກະທູ້
໑໑໘ ໂພສ
ນັກການກະທູ້
ຊີວິດນີ້ ຖ້າເຮົາບໍ່ຊ່ວຍຕົວເອງກ່ອນ ແລ້ວໃຜລະ ຈະມາຊ່ວຍເຮົາ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນຄວາມພະຍາຍາມ ຢູ່ບ່ອນໃດ ຄວາມພະຍາຍາມກະຢູ່ບ່ອນນັ້ນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
fuchsia]ພະຍາຍາມຕໍ່ໄປ ອ້າຍເອີຍ ຊິເປັນກຳລັງໃຂໃຫ້ ສູ້ເວີ່ຍ!


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາວ່າທີ່ເສຍໃຈ ອາດເປັນຍ້ອນເຮົາຄາດຫວັງກັບຜົນຫຼາຍເກີນໄປຕິ ທຸກຄົນເມື່ອເຮັດຫຍັງກະຕ້ອງຫວັງຜົນຕອບແທນສະເໝີ ບໍ່ຜິດດອກ
ແຕ່ຄິດໃນແງ່ດີ ຄວາມພາກພູມໃຈທີ່ສຸດແມ່ນບໍ່ວ່າຜົນມັນຈະເປັນຈັ່ງໃດ ເຮົາກໍ່ໄດ້ພະຍາຍາມຢ່າງສຸດຄວາມສາມາດແລ້ວ ດີກວ່າຄົນທີ່ພະຍາມຍາມປະເລາະປະແລະລະມາອຸກໃຈວ່າພະຍາຍາມແລ້ວ
ສູ້ໆ

I believe in the IMPOSSIBLE

໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ຄວາມພະຍາຍາມຢູ່ບ່ອນໃດ
ຄວາມພະຍາຍາມຢູ່ບ່ອນນັ້ນ
ຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ ຖ້າບໍ່ຮົບແລ້ວເທົ່າກັບວ່າພ່າຍແພ້ແລ້ວ
100 ໂຍດເລີ່ມຕົ້ນທີ່ກ້າວທຳອິດ
ຖ້າເຮົາພະຍາຍາມຈົນສຸດຕວາມສາມາດແລ້ວໄດ້ຜົນສຳເລັດ ກໍ່ສຸດທີ່ຈະພູມໃຈ ແຕ່ຖ້າບໍ່ສຳເລັດເຮົາກໍ່ພູມໃຈໃນສິ່ງທີ່ເຮົາໄດ້ເຮັດແລ້ວ
ການລົງມືເຮັດນັ້ນໄດ້ມາແລ້ວ 70 %
ຢ່າງໄປຂ້າງຫນ້າດີກວ່າຢຽບຂີ້ໝາຢູ່ກັບທີ່


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ແມ່ນແລ້ວ

ຢູ່ຫ່າງໆ ຢ່າງຫ່ວງໆ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະຍາຍາມຕໍ່ໄປ" ມາຊອມລອມຕາທເຄືຍ"

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວທ່ານ ແຕ່ຕ້ອງໄດ້ເພີ້ມຄວາມຕັ້ງໃຈເຂົ້າໄປນຳໃດ໋ລະ


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຄວາມພະຍາຍາມຢູ່ບ່ອນໃດຄວາມສຳເລັດຢູ່ບ່ອນນັ້ນ ມັນກະບໍ່ສະເມີໄປ ອັນນີ້ເພິ່ນມີໄວໃຫ້ທຸກຄົນເຮັດໃຫ້ດີແລະເຕັມທີ່ທີ່ເຮົາເຮັດໄດ້ ຖ້າເຮົາເຮັດເຕັມທີ່ ມັນບໍ່ສຳເລັດກະໄດ້ດີຫຼາຍເຕີບ ຖ້າສຳເລັດກະດີ
ເພາະທຸກສິ່ງບໍ່ພະຍາຍາມເຮັດໃຫ້ເຕັມທີ່ມັນບໍ່ມີທາງສຳເລັດ








໖ ກະທູ້
໒໙໒ ໂພສ
ນັກການກະທູ້
ແມ່ນແລ້ວ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລ້ານເປີເຊັນ