ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ແມ່ນແທ້ຫວາ...ຂ່າວປະເທດລາວຈະປະຫານຊີວິດນັກໂທດອັງກິດ

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ physician ຂຽນວ່າ...
ໂຄສົກກະຊວງການຕ່າງປະເທດ ຊີ້ແຈງກ່ຽວກັບຄະດີຂອງ ນາງ Samantha Orobator ຄົນສັນຊາດອັງກິດ ທີ່ຖືກກັກຂັງຢູ່ຄຸກໂພນຕ້ອງ



ນາງ ສະມານທາ ໂອໂຣບາໂຕ ຄົນສັນຊາດອັງກິດ ເຊື້ອສາຍນາຍຈີເຣຍ ໄດ້ຖືກຈັບຕົວຢູ່ສະໜາມບິນວັດໄຕ ໃນ
ວັນທີ 5 ສິງຫາ 2008 ໃນຂໍ້ຫາມີຢາເສບຕິດປະເພດເຮໂຣອິນໄວ້ຄອບຄອງ ຈຳນວນ 680 ກຼາມ ຕາມກົດໝາຍ ແຫ່ງ ສປປ
ລາວ ນາງຕ້ອງຖືກສານແຫ່ງ ສປປ ລາວ ຕັດສິນໂທດປະຫານຊີວິດ ເພາະວ່າຜູ້ກ່ຽວມີຢາເສບຕິດປະເພດດັ່ງກ່າວ ໄວ້ຄອບ
ຄອງຫຼາຍກ່ວາ 500 ກຼາມ ຍ້ອນແນວນັ້ນ ສື່ມວນຊົນຕ່າງປະເທດ ໂດຍສະເພາະຂອງອັງກິດ ຈຶ່ງພາກັນຂຽນຂ່າວອອກຢ່າງ
ອຶກກະທຶກນຶກນອງ ຊຶ່ງມີຫຼາຍອັນບໍ່ສອດຄ່ອງກັບຄວາມເປັນຈິງ ຫຼື ເປັນການວາດພາບລ່ວງໜ້າ ກາຍຂອບເຂດ ສະນັ້ນ ໂຄ
ສົກກະຊວງການຕ່າງປະເທດ ຈຶ່ງຂໍຊີ້ແຈງໄປຍັງສື່ມວນຊົນຕ່າງໆຊາບວ່າ ປັດຈຸບັນ ນາງ ສະມານທາ ໂອໂຣບາໂຕ ແມ່ນມີ
ສຸຂະພາບດີ ນັບແຕ່ມື້ທີ່ຜູ້ກ່ຽວຖືກກັກຂັງເປັນຕົ້ນມາ ນາງກໍໄດ້ຮັບການເບິ່ງແຍງດູແລເປັນຢ່າງດີ ຈາກເຈົ້າໜ້າທີ່ລາວ ແພດ
ໝໍລາວ ແລະ ແພດອົດສະຕຣາລີ.
ເຈົ້າໜ້າທີ່ລັດຖະບານລາວ ກໍໄດ້ອຳນວຍຄວາມສະດວກໃຫ້ແກ່ກົງສູນອັງກິດ ທີ່ມາຈາກບາງກອກ ແລະ ເຈົ້າ
ໜ້າທີ່ສະຖານທູດອົດສະຕຣາລີທີ່ວຽງຈັນ ໄດ້ເຂົ້າພົບປະຢ້ຽມຢາມນາງຢ່າງເປັນປະຈຳ ກ່ຽວກັບການປ້ອງກັນຄະດີ ຕາມກົດ
ໝາຍແຫ່ງ ສປປ ລາວ ແລ້ວ ຖ້າຜູ້ຖືກຫາ ຫຼື ຈຳເລີຍຫາກບໍ່ມີຜູ້ປົກປ້ອງ ສານປະຊາຊົນຈະເປັນຜູ້ແຕ່ງຕັ້ງທະນາຍຄວາມໃຫ້
ສະນັ້ນທາງລັດຖະບານລາວ ກຳລັງຈັດຫາທະນາຍຄວາມລາວທີ່ເໝາະສົມໃຫ້ນາງ ເພື່ອປ້ອງກັນສິດຜົນປະໂຫຍດຂອງນາງ
ຢູ່ໃນສານ ສ່ວນການກ່າວຫາວ່ານາງ ສະມານທາ ຖືກຂົ່ມຂືນຢູ່ໃນຄຸກນັ້ນ ແມ່ນເປັນໄປບໍ່ໄດ້ເດັດຂາດ ເພາະວ່າຜູ້ກ່ຽວຢູ່ໃນ
ຄຸກຮ່ວມກັບນັກໂທດທີ່ເປັນເພດຍິງຫຼາຍຄົນດ້ວຍກັນ ແລະ ຄຸກດັ່ງກ່າວ ກໍໄດ້ຈັດໃຫ້ເປັນຄຸກສຳລັບນັກໂທດທີ່ເປັນເພດຍິງ
ໂດຍສະເພາະ ອີກປະການໜຶ່ງ ສິ່ງທີ່ເປັນໜ້າຄິດກໍຄື ໃນມື້ທຳອິດທີ່ນາງ ສະມານທາ ໃຫ້ການແກ່ເຈົ້າໜ້າທີ່ຕຳຫຼວດລາວວ່າ
ນາງໄດ້ຖືພາຄາທ້ອງກັບຄູ່ຮັກຂອງຜູ້ກ່ຽວມາກ່ອນ ສະນັ້ນ ຄວາມຈິງເປັນແນວໃດນັ້ນ ມີແຕ່ນາງຄົນດຽວເທົ່ານັ້ນ ທີ່ຈະຮູ້ດີ
ວ່ານາງມີທ້ອງໃນສະພາບແວດລ້ອມແບບໃດ ແລະ ມີກັບໃຜ.
ເພື່ອອຳນວຍຄວາມສະດວກໃຫ້ແກ່ການແກ້ໄຂຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ
ສະຫະລາດຊະອານາຈັກອັງກິດ ກຳລັງຂຸ້ນຂ້ຽວພິຈາລະນາ ຮ່າງສັນຍາກ່ຽວກັບການແລກປ່ຽນນັກໂທດ ລະຫວ່າງ ສປປ
ລາວ ແລະ ສະຫະລາດຊະອານາຈັກອັງກິດ ຄາດວ່າສັນຍາດັ່ງກ່າວ ຈະສາມາດລົງນາມໄດ້ໃນເວລາອັນໃກ້ນີ້ ແລະ ຄະດີ
ຂອງນາງ ສະມານທາ ນີ້ ກໍຈະຖືກພິຈາລະນາ ແລະ ຕັດສິນຢ່າງປອດໃສ ແລະ ເປັນທຳແກ່ຜູ້ກ່ຽວຢູ່ໃນສານຂອງນະຄອນ
ຫຼວງ ໃນອາທິດທີ່ຈະມາເຖິງນີ້.

http://www.vientianemai.net/news.php?TopicID=1&NewsID=821



ຄັນລາວຖືພາແທ້ ກະກວດເບີ່ງໂລດ, ຄັນບໍ່ແມ່ນ ລະກະ ດຳເນີນຄະດີຕໍ່ໄປ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວ ເປັນຂ່າວຄຶກໂຄມທຸກມື້ນີ້ ກະບໍ່ແມ່ນຍ້ອນລາວຖືພາຊັ້ນດອກຫວະ!

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ສາວຫລ້າຈັ່ງແມ່ນເພິ່ນtourນໍ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ເອົາເປັນວ່າ ..... ຄວາມຈິງເປີດເຜີຍຈາກທາງການລາວແລ້ວເດີ ຫຼັງຈາກທີ່ກົງສູນໃຫຍ່ອັງກິດປະຈຳປະເທດໄທແລະແພດຜູ້ໜຶ່ງໄປກວດຮ່ງກາຍຂອງນາງຢູ່ໃນຄຸກ

ຜົນອອກມາ(ຈາກປາກນາງເອງວ່າ)....ວ່ານາງມີລູກກັບແຟນໜຸ່ມກ່ອນຖືກຈັບກຸ່ມ 55555(ໜ້າແຕກບໍ່ນັກຂ່າວຕ່າງປະເທດທີ່ສະເໜີຂ່າວເກີນຄວາມຈິງ)

-ອັນທີ່2 : ທາງການລາວແລະອັງກິດກຳລັງເລັ່ງເຮັດຮ່າງສັນຍາແລກປ່ຽນນັກໂທດລະຫວ່າງປະເທດ ເຊິ່ງຄາດວ່າຈະລົງນາມໄວໆໆນີ້.

ເພື່ອໃຫ້ສອດຄ່ອງກັບຂ່າວຕົວຈິງນັ້ນເອງ.....)))))ອັນເດັດຢູ່ບ່ອນນີ້,ອ່ານເອົາເດີ ຂີ້ຂານພີມອີກ((((((



รองกงสุลใหญ่อังกฤษที่เข้าพบกับแพทย์ที่ตรวจสุขภาพของซามันธาวันอังคารที่ผ่านมา ไม่ได้เปิดเผยรายละเอียดใดๆ เกี่ยวกับสภาของนักโทษหญิง โดยอ้างว่าเพื่อเคารพในความเป็นส่วนตัวของเธอ



ເປັນຈັງໃດລະ,ບໍ່ຮູ້ຂ່າວກະໃສ່ຄວາມລາວເຮົາ,ເພື່ອກົດດັນໃຫ້ລາວຕົກຢູ່ໃນສະພາບງົງໆໆ...ບາດຄວາມຈິ່ງອອກມາລະເປັນຈັງໃດ 5555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນ "ທ໋ອກ ອ໋ອຟ ເດິ ທາວ" ເລືຍເນາະ



ໄປໃສໃຜກະໂສກັນເລື່ອງນິ



ຄວາມຈິງເປັນແນວໃດກໍ່ຄົງຈະແຈ້ງແລ້ວເນາະ

ທ້າວທອງໃສ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ເອົາເປັນວ່າ ..... ຄວາມຈິງເປີດເຜີຍຈາກທາງການລາວແລ້ວເດີ ຫຼັງຈາກທີ່ກົງສູນໃຫຍ່ອັງກິດປະຈຳປະເທດໄທແລະແພດຜູ້ໜຶ່ງໄປກວດຮ່ງກາຍຂອງນາງຢູ່ໃນຄຸກ
ຜົນອອກມາ(ຈາກປາກນາງເອງວ່າ)....ວ່ານາງມີລູກກັບແຟນໜຸ່ມກ່ອນຖືກຈັບກຸ່ມ 55555(ໜ້າແຕກບໍ່ນັກຂ່າວຕ່າງປະເທດທີ່ສະເໜີຂ່າວເກີນຄວາມຈິງ)
-ອັນທີ່2 : ທາງການລາວແລະອັງກິດກຳລັງເລັ່ງເຮັດຮ່າງສັນຍາແລກປ່ຽນນັກໂທດລະຫວ່າງປະເທດ ເຊິ່ງຄາດວ່າຈະລົງນາມໄວໆໆນີ້.
ເພື່ອໃຫ້ສອດຄ່ອງກັບຂ່າວຕົວຈິງນັ້ນເອງ.....)))))ອັນເດັດຢູ່ບ່ອນນີ້,ອ່ານເອົາເດີ ຂີ້ຂານພີມອີກ((((((

รองกงสุลใหญ่อังกฤษที่เข้าพบกับแพทย์ที่ตรวจสุขภาพของซามันธาวันอังคารที่ผ่านมา ไม่ได้เปิดเผยรายละเอียดใดๆ เกี่ยวกับสภาของนักโทษหญิง โดยอ้างว่าเพื่อเคารพในความเป็นส่วนตัวของเธอ

ເປັນຈັງໃດລະ,ບໍ່ຮູ້ຂ່າວກະໃສ່ຄວາມລາວເຮົາ,ເພື່ອກົດດັນໃຫ້ລາວຕົກຢູ່ໃນສະພາບງົງໆໆ...ບາດຄວາມຈິ່ງອອກມາລະເປັນຈັງໃດ 5555



ມົ່ວອີຫຼີວະ ລົງຂ່າວບ່ອນໄດແດ່ລ່ະທ່ານ


໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ໂອໂຫບໍ່ເຄີຍໄດ້ຍີນ

ຄົນໄກບ້ານ........ຍາກກັບບ້ານເດ່

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ແຕກບໍ່ ຜູ້ດີ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ່າວໄທ ເຊື່ອບໍ່ໄດ້

<-----ຄົນໃຈດີແຟນຄລັບ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊື່ອມັນບໍ່ໄດ້ດອກ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>