ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກໍລະນີ ນັກໂທດຍິງຕ່າງປະເທດຄົນນີ້ຈະຖືກປະຫານຊີວິດ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຄືທີ່ຮູ້ກັນຫານລະ ວ່າ ນັກໂທດສາວເຈົ້າຈະຖືກປະຫານ ແຕ່ດັນມາທ້ອງອີກ
ພວກເຈົ້າຄິດວ່າ ທາງການລາວຄວນຈະມີທາງອອກແນວໃດ ຫລັງຈາກເກີດລູກ 2-3 ປີ ຈິ່ງປະຫານ ຫລື ປະຫານເລີຍ ຫລື ຈະອະໄພຍະໂທດໃຫ້
....
....
....
ລະຈາກທີ່ໄທກ່າວໄວ້ວ່າ ທາງການປະເທດຂອງຜູ້ກ່ຽວ ຈະຂໍເຂົ້າມາສອບສວນ ແລະຂໍໃຫ້ລາວເຮົາຜ່ອນຜັນໂທດໃຫ້
ລວມທັງໃຫ້ນາງມີສິດໃຊ້ທະນາຍຄວາມ
...
...
...
ຕາມລັກກົດຫມາຍແລ້ວ ກໍລະນີຄະດີຂ້າມຊາດ ເຈົ້າຈະມາສອບສວນໃນປະເທດ 1 ໄດ້ ກໍ່ຕໍ່ເມື່ອໄດ້ມີການປະກາດ ວ່າຜູ້ກ່ຽວເປັນຜູ້ຮ້າຍຂ້າມຊາດ
ຈິ່ງຈະມີສິດເຂົ້າມາແຊກແຊງສອບສວນຮຽກຮ້ອງຂໍເອົາຜູ້ກ່ຽວໄປສອບສວນທີ່ປະເທດຂອງຕົນເອງໄດ້ (ເຂົ້າໃຈຖືກບໍ່ນິ)
.....ລະພວກເຈົ້າຄິດວ່າແນວໃດ ຖ້າຈະໃຫ້ທາງປະເທດອັງກິດເຂົ້າມາສອບສວນ ໃນເມື່ອກົດຫມາຍບ້ານເຮົາກະເປັນແນວນີ້ກະຕ້ອງໄດ້ປະຕິບັດຕາມຢ່າງເຄັ່ງຂັດ ຜູ້ກ່ຽວກໍ່ຫນ້າຈະຮູ້ ແຕ່ຍັງຝ່າຝືນເຮັດຜິດກົດຫມາຍຖືຢາເສບຕິດລັກເຂົ້າມາປະເທດເຮົາ ....ກົດຫມາຍບ້ານໃຜບ້ານມັນ ກະຕ້ອງເຄົາລົບກັນ ໃນເມື່ອຖືກຈັບຢູ່ບ້ານເຮົາກະຕ້ອງໄດ້ປະຕິບັດຕາມກົດຫມາຍບ້ານເຮົາລະນໍ້ ຈະເອົາກົດຫມາຍບ້ານເຂົາມາເວົ້າກະບໍ່ໄດ້

....ຖ້າລາວເຮົາບໍ່ຍອມຜ່ອນຜັນ ແລະດຳເນີນການປະຫານແບບວ່າ ໃຫ້ມັນຮູ້ໄປ ວ່າກົດຫມາຍບ້ານເຮົາສັກສິດ ແລະບໍ່ໄດ້ອໍ້ແອ້ໃຜ
ແນ່ນອນປະເທດເຮົາຕ້ອງຖືກປະນາມຈາກປະເທດອ້ອມຂ້າງ ວ່າບໍ່ຍຸດຕິທັມ(ຍ້ອນຫຍັງ ອັນນີ້ບໍ່ເວົ້າກະໄດ້ຕິ ຄົງຈະຮູ້ກັນດີ)

... ແຕ່ຖ້າເຮົາຜ່ອນຜັນໃຫ້ແບບງ່າຍໆ ຄັ້ງຕໍ່ໄປຄັນມີເຫດກັນແບບນີ້ເກີດຂື້ນອີກ ກໍ່ຈະມີກົດຫມາຍຈາກທາງນອກເຂົ້າມາພົວພັນ ແລະ ຂໍຜ່ອນຜັນໃຫ້ນັກໂທດໂຕ...

ແຕ່ຂ້າພະເຈົ້າຄິດວ່າ ທາງການບ້ານເຮົາຄົງຈະມີທາງອອກທີ່ດີໄວ້ຢູ່ແລ້ວລະ

ມາສະແດງຄວາມຄິດເຫັນກັນໄວວວວ (ບໍຜິດການເມືອງຕິເບາະ)

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ອ່ານແລ້ວກໍ່ເປັນຕາຢາກຫົວດີ.....

ເພາະຄະດີນີ້ແມ່ນຕ້ອງຖືກະຫານຊີວິດແນ່ນອນ.....ຕາມ ກມ ລາວ.

ແຕ່ເລື່ອງມັນກັບມາເປັນວ່າ...ສາວດຳຄົນນີ້ພັດມາມານສາກ່ອນ....ແລ້ວມານກ່ອນຫລືຫລັງຢູ່ຄຸກລະ....ນີ້ກໍ່ແມ່ນບັນຫາທີ່ລາວເຣົາຕ້ອງສືບສວນໃຫມ່.

ຄະດີລັກສະນະແບບນີ້....ເຄີຍເກີດຂື້ນຢູ່ຫວຽດນາມແລ້ວ....ຄື....ນັກໂທດຍິງຖືກຕັດສິນປະຫານຊີວິດ....ພັດວ່າມາມານຕອນຊ່ວງຢູ່ຄຸກ...ຍ້ອນໄດ້ຣັບການຊ່ວຍເຫລືອ(ແບ່ງນ້ຳເຊື້ອອະສຸຈິ)ຈາກນັກໂທດຊາຍຂ້າງ2ຫ້ອງ.....ຫລັງຈາກເຈົ້າຫນ້າທີ່ຣູ້ວ່ານັກໂທດຍິງຖືພາແບບນັ້ນ...

ຕາມ ກມ ຫວຽດນາມ....ຈະບໍ່ປະຫານຊິວິດຄົນທີ່ຖືກພາ.....ຜົນທີ່ອອກມາກໍ່ຄື...ນັກໂທດຍິງດັ່ງກ່າວ....ບໍ່ໄດ້ຖືກປະຫານຊີວິດ...ແຕ່ໄດ້ຣັບໂທດມາເປັນຈຳຄຸກຕລອດຊີວິດ.

ເລື່ອງນັກໂທດສາວດຳໃນລາວຄົນນີ້....ບໍ່ຣູ້ຈະລົງເອີຍແບບ...ຄະດີຂ້າງເທິງຫລືບໍ່.....ເພາະກໍ່ບໍ່ຣູ້ວ່າລາວເຣົາມີ ກມ ແບບນັ້ນຫລືບໍ...

ຊ່ວຍຕິດຕາມນຳກັນ....ເດີ້....ຊາວ1000ລາວ

[img]null[/img]

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊວຄືຕົ້ນກຳເນີດມະນຸດ......ບໍ່ວ່າເຊວນັ້ນຈະສົມບູນຫລືບໍ່ກໍ່ຕາມ........

ກໍ່ຖືວ່າເປັນສິ່ງທີ່ມີຊີວິດເຊັ່ນກັນກັບບຸກຄົນ..........................

ຖ້າວ່າກັນໃນທາງຈະລິຍະທຳ....ກໍ່ຄວນໃຫ້ລູກເກີດອອກມາກ່ອນ......

ຖ້າຫາກວ່າຜູ້ຍິງຄົນນັ້ນຕ້ອງໂທດປະຫານຊີວິດ....................

ແລະ ກໍ່ຈະເຮັດໃຫ້ຜູ້ທີ່ມີອຳນາດຕັດສິນ ແລະ ດຳເນີນຄະດີ...ບໍ່ເສຍຄະແນນນິຍົມ..

ຫລືຖືກໂຈມຕີຈາກປະຊາຊົນ..................................

ໃນເລື່ອງຂອງການຕັດສິນຄະດີ ຟີນິກຊ໌ເທັນຄິດວ່າຄວນຈະປະຕິບັດໂທດສູງສຸດ......

ຍິ່ງເປັນຄະດີຢາເສບຕິດຍິ່ງຈະເຮັດໃຫ້ກົດຫມາຍຫນ້າເກັງຂາມຂຶ້ນຫລາຍເຕີບ.......


໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ທ້ອງຈັກເດືນອແລ້ວ



ບໍ່ເກີນ3ເດືອນກະ ປິດບັນຊີກັນເລີຍ



ແຕ່ຖ້າ5ເດືອນຂື້ນໄປກໍ່ ປ່ອຍໄປຊະ ອີ່ຕົນເດັກນ້ອຍ

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເປັນຄະດີທີ່ໝັກໃດ໋ນໍ ທັງສຳຫຼັບຜູ້ຕັດສິນແລະຜູ້ຕ້ອງຄະດີ.ແຕ່ເຣື້ອງທີ່ມີລູກນີ້ຕິມັນຈະພາໃຫ້ຄະດີອາຈປ່ຽນໄປຈາກຄະດີຕົ້ນຕໍ.ຄຶວ່າມີທ້ອງປະມານ ຫົກເດຶອນແລ້ວ!ໄດ້ຍິນອີກວ່າຍິງຄົນນັ້ນຖຶກຂົມຂຶນຈະແມ່ນບໍ່ນໍ?!


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ປ່ອຍໄປຊະ...................


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ບໍ່ແມ່ນ ຫາແນວເຮັດໃຫ້ທ້ອງ ເພື່ອຫນີ ໂທດຕິ??

ໂທດກະຄືໂທດ. ອັງກິດ ສິມາແຊກແຊງ ກົດຫມາຍປະເທດນີ້ໄດ້ແນວໃດ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ບໍ່ແມ່ນ ຫາແນວເຮັດໃຫ້ທ້ອງ ເພື່ອຫນີ ໂທດຕິ??
ໂທດກະຄືໂທດ. ອັງກິດ ສິມາແຊກແຊງ ກົດຫມາຍປະເທດນີ້ໄດ້ແນວໃດ?


ແມ່ນໆ ກົດຫມາຍບ້ານເຮົາກະຄືບ້ານເຮົາ ທາງການເຮົາກະຄົງບໍ່ໃຈດຳດອກ ກະຕ້ອງມີທາງອອກທີ່ດີ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ແລ້ວທາງແບບໃດເດ......ທາງອອກທີ່ດີ.......

[img]null[/img]

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງຂອງຂະເຈົ້າ ອິອິ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ຄັນຊິໃຫ້ລູກເກີດອອກມາໄດ້ສອງສາມປີລະຈຶ່ງປະຫານແມ່ ມັນກະບໍ່ຍຸດຕິທຳສຳລັບເດັກນ້ອຍໂພດຕີ້ ດຽວເດັກກະມີປົມດ້ອຍ ແໜງດີເກີດແລ້ວລະກະປະຫານເລີຍເພື່ອບໍ່ໃຫ້ແມ່ລູກມີຄວາມສຳພັນກັນ ສຳລັບເລື່ອງກົດໝາຍ ຂພຈ ກະບໍ່ມີຄຳເຫັນປານໃດເພາະບໍ່ຄ່ອຍຮູ້ເລື່ອງນີ້ ແຕ່ຄິດວ່າກະຄວນລົງໂທດຕາມກົດໝາຍບ້ານເຮົາຫັ້ນແຫລະ ເພາະລາວເຂົ້າມາບ້ານເຮົາເດະ ຂພຈ ເຄີຍເບິ່ງໜັງເລື່ອງໜຶ່ງມີໂຈນລັກເພັດຢູ່ອາເມຣິກາ ຕຳຫລວດນຳຈັບ ສຸດທ້າຍລາວໄດ້ຂ້າມໄປແມັກຊິໂຄ ແລ້ວຕຳຫລວດຢູ່ອາເມຣິກາກະບໍ່ມີອຳນາດຈັບໄດ້ເພາະມັນຄົນລະປະເທດກົດໝາຍແຕກຕ່າງກັນ ຄິດວ່າຄະດີຢູ່ລາວກະໜ້າຈະເປັນຄືກັນ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luvualwayz ຂຽນວ່າ...
ຄັນຊິໃຫ້ລູກເກີດອອກມາໄດ້ສອງສາມປີລະຈຶ່ງປະຫານແມ່ ມັນກະບໍ່ຍຸດຕິທຳສຳລັບເດັກນ້ອຍໂພດຕີ້ ດຽວເດັກກະມີປົມດ້ອຍ ແໜງດີເກີດແລ້ວລະກະປະຫານເລີຍເພື່ອບໍ່ໃຫ້ແມ່ລູກມີຄວາມສຳພັນກັນ ສຳລັບເລື່ອງກົດໝາຍ ຂພຈ ກະບໍ່ມີຄຳເຫັນປານໃດເພາະບໍ່ຄ່ອຍຮູ້ເລື່ອງນີ້ ແຕ່ຄິດວ່າກະຄວນລົງໂທດຕາມກົດໝາຍບ້ານເຮົາຫັ້ນແຫລະ ເພາະລາວເຂົ້າມາບ້ານເຮົາເດະ ຂພຈ ເຄີຍເບິ່ງໜັງເລື່ອງໜຶ່ງມີໂຈນລັກເພັດຢູ່ອາເມຣິກາ ຕຳຫລວດນຳຈັບ ສຸດທ້າຍລາວໄດ້ຂ້າມໄປແມັກຊິໂຄ ແລ້ວຕຳຫລວດຢູ່ອາເມຣິກາກະບໍ່ມີອຳນາດຈັບໄດ້ເພາະມັນຄົນລະປະເທດກົດໝາຍແຕກຕ່າງກັນ ຄິດວ່າຄະດີຢູ່ລາວກະໜ້າຈະເປັນຄືກັນ


ໄດ້ເບິ່ງຄືກັນ........ພຽງແຕ່ກ້າວຂ້າມເສັ້ນແບ່ງຊາຍແດນ...ຕຳຫລວດຂອງອີກຝ່າຍກະບໍ່ມີສິດເຮັດຫຍັງໄດ້...........


໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ຄັນປະຫານຕອນກຳລັງຖືພາ ກະຊ່ຳວ່າຂ້າຄົນບໍລິສຸດໄປນຳຄົນໜື່ງພ້ອມແຫຼະ



໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ olloDKDollo ຂຽນວ່າ...
ແລ້ວທາງແບບໃດເດ......ທາງອອກທີ່ດີ.......


ອັນນີ້ກະບໍ່ຮູ້ເດ ຖ້າຮູ້ກະບອກແລ້ວ
ຖ້າຕິດຕາມຊົມຕອນຕໍ່ໄປ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Olive ຂຽນວ່າ...
ຄັນປະຫານຕອນກຳລັງຖືພາ ກະຊ່ຳວ່າຂ້າຄົນບໍລິສຸດໄປນຳຄົນໜື່ງພ້ອມແຫຼະ


ແມ່ນແລ້ວ ຄິດແລ້ວອຸກໃຈນຳລັດຖະບານລາວເຮົາເດ້ ຖ້າຈະລະໂທດປະຫານຄືວຽດເຮັດ ແລ້ວຂັງຄຸກໄວ້ຕະຫລອດຊີວິດຄືທ່ານ ເດືອນ ເພີ່ນເວົ້າ ລະລູກທີ່ເກີດມາເດລະ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ໂຄສົກລາວເຮົາກະໄດ້ຕອບໂຕກັບແລ້ວເດະ

ວ່າຍັງບໍ່ເຄີຍມີການປະຫານຊີວິດນັກໂທດຕ່າງຊາດຈັກເທື່ອແລະ

ນັບເປັນເວລາ20ປີແລ້ວທີ່ລາວບໍ່ເຄີຍມີການປະຫານຊີວິດໃດຈາກຄະດີທີ່ຣ້າຍແຮງປານນີ້



http://manager.co.th/IndoChina/ViewNews.aspx?NewsID=9520000049845 ຂ່າວໃໝ່ຂອງມື້ນີ້ຄິ້ກອ່ານເອົາເດີ



ແຕ່ທີ່ແນ່ໆໆໆໆ ເວົ້າງ່າຍໆໆແບບວ່າ : ບ້ານເມືອງເຂົາບໍ່ສະຫງົບ ບ້ານເຮົາກະບໍ່ເປັນກະເລີຍຫາເລື່ອງຢາກໃຫ້ເຮົາມີພາບພົດບໍ່ດີຄືເພິ່ນຫັນນະ

ອົງການທ່ອງທ່ຽວໂລກ.........

ໜ້າຈະມີການເຮັດໂຫວດຄວາມຄິດເຫັນຂອງນັກທ່ອງທ່ຽວທີ່ມາທ່ຽວລາວເນາະ....ເຮັດໃຫ້ມັນຮູ້ໄປເລີຍວ່າ ລາວເຮົາເປັນບ້ານປ່າເມືອງເຖື່ອນແທ້ຊຳເບາະ?

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ໂຄສົກລາວເຮົາກະໄດ້ຕອບໂຕກັບແລ້ວເດະ
ວ່າຍັງບໍ່ເຄີຍມີການປະຫານຊີວິດນັກໂທດຕ່າງຊາດຈັກເທື່ອແລະ
ນັບເປັນເວລາ20ປີແລ້ວທີ່ລາວບໍ່ເຄີຍມີການປະຫານຊີວິດໃດຈາກຄະດີທີ່ຣ້າຍແຮງປານນີ້

http://manager.co.th/IndoChina/ViewNews.aspx?NewsID=9520000049845 ຂ່າວໃໝ່ຂອງມື້ນີ້ຄິ້ກອ່ານເອົາເດີ

ແຕ່ທີ່ແນ່ໆໆໆໆ ເວົ້າງ່າຍໆໆແບບວ່າ : ບ້ານເມືອງເຂົາບໍ່ສະຫງົບ ບ້ານເຮົາກະບໍ່ເປັນກະເລີຍຫາເລື່ອງຢາກໃຫ້ເຮົາມີພາບພົດບໍ່ດີຄືເພິ່ນຫັນນະ
ອົງການທ່ອງທ່ຽວໂລກ.........
ໜ້າຈະມີການເຮັດໂຫວດຄວາມຄິດເຫັນຂອງນັກທ່ອງທ່ຽວທີ່ມາທ່ຽວລາວເນາະ....ເຮັດໃຫ້ມັນຮູ້ໄປເລີຍວ່າ ລາວເຮົາເປັນບ້ານປ່າເມືອງເຖື່ອນແທ້ຊຳເບາະ?



ແມ່ນແລ້ວ ຫາກໍ່ໄປອ່ານມາວ່າງກີ້ນີ້ ປ່ວນແທ້ໆທີມງານເວັບນີ້ ຢາກຈະເອົາເຂັມຍິບປາກທັງຄົນຂຽນຂ່າວ ກັບ ຄົນໂພສ໌ ໂດຍສະເພາະພວກຄົນລາວທີ່ອາໃສຢູ່ຕ່າງປະເທດ......ແຕ່ວິຈານແຜ່ນດິນແມ່ຖານກຳເນີດຂອງຕົນ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ດູຖູກ ພາກສ່ວນກວດຄົ້ນ ສະຫນາມບິນວັດໄຕເບາະ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຫານຊີວິດລະດີແລ້ວ ຖ້າປ່ອຍອອກມາບໍ່ດົນມັນຕ້ອງຂຽນເລື່ອງປະຈານປະເທດລາວ

you will when you believe

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວມັນຫລຸດຈາກໄທມາໄດ້ຈັ່ງໃດ໋ຫວາ!

ຈົນວ່າມາກວດເຫັນຢູ່ສະຫນາມບິນລາວ???



ແລະກະຄືຊິຄິດອີກວ່າ ລາວບໍ່ມີປັນຍາກວດເຫັນ???!!!!!!

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຂພຈເຊຶ່ອຫມັ້ນແລະນັບຖືໃນກົດຫມາຍຂອງຊາດລາວເຮົາແລະກໍ່ເຊື່ອວ່າກົດຫມາຍຕ້ອງຕັດສິນໄດ້ເປັນຢ່າງດີໂດຍທີ່ບໍ່ຕ້ອງການ
ການສະເຫນີຫນ້າຂອງນັກຂ່າວໄທເຂົ້າມາຫຍຸ້ງກ່ຽວ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆