ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫັຍງເວລາແຕ່ງງານຝ່າຍຊາຍຈິງເສຍຄ່າດອງໃຫ້ຝ່າຍຍິງ ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໑ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ໂອຍທ່ານເອີຍ.....ຂ້ອຍຄິດບໍ່ອອກຊອກບໍ່ເຫັນແທ້ໆວ່າຍ້ອນຫຍັງ!?
ແຕ່ກ່ອນຄິດວ່າຍ້ອນເສຍຄ່າພໍ່ແມ່ລ້ຽງລູກສາວມາ
ແຕ່ເມື່ອຄິດອິກວ່າຜູ້ຊາຍເດພໍ່ແມ່ບໍ່ໄດ້ລ້ຽງບໍ່?



ແລ້ວທ່ານຄິດວ່າຍ້ອນຫຍັງ?????


໒໖ ກະທູ້
໑໕໒ ໂພສ
ນັກການກະທູ້
ຜູ້ຍິງເປັນຝ່າຍເສຍປຽບ.

www.Multipixels.net

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໄດ້ຍິນວ່າຢູ່ອິນເດຍ ຜູ່ຍິງມາຂໍຝ່າຍຊາຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເຫດຜົນລະວ່າງຜູ້ມອບແລະຜູ້ຮັບ

ເສຍຄ່າດອງໃຫ້ຝ່າຍຍິງ ກໍ່ເພາະຝ່າຍຍິງຮັບເອົາຄ່າດອງຈາກຝ່າຍຊາຍ

ເອີ້ນວ່າພໍໃຈກໍ່ແລ້ວກັນ

ເຫດຜົນອື່ນອາດບໍ່ສົມບຸນເພາະຕີຄວາມໝາຍໄດ້ຫຼາຍຢ່າງ

ເຊັ່ນ: ຖ້າເປັນຄ່າພໍ່ແມ່ລ້ຽງມາ,ຝ່າຍຊາຍກໍ່ມີພໍ່ແມ່ລ້ຽງມາຄືກັນ

ຫຼືເວົ້າວ່າຝ່າຍຍິງເສຍປຽບກໍ່ບໍ່ຖືກ,ໄດ້ປຽບກໍ່ບໍ່ຖືກ

ພັນທະຫົວໃຈ::

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຂໍ້ຜູກມັດເພື່ອປ້ອງກັນການຢ່າຮ້າງ ເພາະຜູ້ຊາຍບາງຄົນມັນຂວງ


໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ຊື້ຂາດໂຕ

ເຮົາໄປກັນບໍ່ໄດ້

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ເປັນຂໍ້ຜູກມັດເພື່ອປ້ອງກັນການຢ່າຮ້າງ ເພາະຜູ້ຊາຍບາງຄົນມັນຂວງ

ເວົ້າຈົນແນມເຫັນພາບເອົາໂລດ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຄ່ານິຍົມ

ຊົ່ວຢ່າງສ້າງສັນ

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງ ^_^

try do see

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ມັນເປັນປະເພນີ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໐ ກະທູ້
໗໘ ໂພສ
ຂາປະຈຳເວັບບອດ
ໂອ້ຍ ກໍ່ສິໃຫ້ຝ່າຍຍິງເພີ່ນເສຍທັ້ງໂຕເສຍທັ້ງຄ່າດອງຕິເບາະ


໑໐ ກະທູ້
໕໓໐ ໂພສ
ຊຳນານການເວັບບອດ
ບໍ່ຍຸດຕິທຳ...



໒ ກະທູ້
໑໓໘ ໂພສ
ນັກການກະທູ້
ບໍ່ຮູ້ຄືກັນ

ALWAYS KEEP THE FAITH

໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ
ບໍ່ຢຸດຕິທຳ

ໜ້າຈະເສຍທັງສອງຝ່າຍ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CNN ຂຽນວ່າ...
ຊື້ຂາດໂຕ



ຟັງບໍ່ຄ່ອຍມ່ວນປານໃດ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະຜູ້ຊາຍໄດ້ບຸກເມືອງຈັນ ກໍເລີຍໄດ້ຈ່າຍຄ່າຜ່ານປະຕູ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ziix ຂຽນວ່າ...
ໂອ້ຍ ກໍ່ສິໃຫ້ຝ່າຍຍິງເພີ່ນເສຍທັ້ງໂຕເສຍທັ້ງຄ່າດອງຕິເບາະ


ອ້າຍບີມ ຜູ້ຊາຍກະເສຍໂຕຄືກັນ
ຍິງມີຄັ້ງທຳອິດ ຊາຍກໍ່ມີ ອິອິ

ຮັກນ້ອງຕອນເມົາ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລາຮັກກໍຮັກນຳກັນ..
ເວລາສຸກກໍສຸກນຳກັນ..
ເວລາກະນຳກັນ..
ຂ້ອຍວ່າແຊຣ໌ກັນແຟຣ໌ສຸດ..


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ່າງຄົນຕ່າງເສຍ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕ ກະທູ້
໑໗໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Anoxa ຂຽນວ່າ...
ໂອຍທ່ານເອີຍ.....ຂ້ອຍຄິດບໍ່ອອກຊອກບໍ່ເຫັນແທ້ໆວ່າຍ້ອນຫຍັງ!?
ແຕ່ກ່ອນຄິດວ່າຍ້ອນເສຍຄ່າພໍ່ແມ່ລ້ຽງລູກສາວມາ
ແຕ່ເມື່ອຄິດອິກວ່າຜູ້ຊາຍເດພໍ່ແມ່ບໍ່ໄດ້ລ້ຽງບໍ່?



ແລ້ວທ່ານຄິດວ່າຍ້ອນຫຍັງ?????

ຜູ້ຍີງເປັນເພດທີ່ອ່ອນແອ ອ່ອນໂຍນ ຕ້ອງໃຫ້ຜູ້ຊາຍມາປົກປ້ອງ ມາເປັນຜູ້ນຳ (ໃນສະໃໝກ່ອນໃດ) ຜູ້ຊາຍເປັນເພດທີ່ເຂັ້ມແຂງ ແຂງແຮງ ຈຶ່ງຕ້ອງເປັນຜູ້ນຳຄອບຄົວ(ແຕ່ປະຈຸບັນຕ້ອງເປັນນຳກັນ)
ຜູ້ຍິງເປັນເພດແມ່ ເປັນເພດທີ່ໃຫ້ກຳເນີດ ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ເທົ່າຟ້າກັບດິນ


໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງ ^_^

try do see

໔ ກະທູ້
໘໒ ໂພສ
ຂາປະຈຳເວັບບອດ
ບໍ່ຊ່າງຈະຕອບຄືກັນເພາະເຫດໃດຮູ້ມາແຕ່ກີ້ລຸ້ນພໍ່ຂອງພໍ່ແມ່ມາວ່າຈະຕ້ອງເສຍຄ່າດອງໃຫ້ຝ່າຍຍິງຫັ້ນນະ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ເປັນຂໍ້ຜູກມັດເພື່ອປ້ອງກັນການຢ່າຮ້າງ ເພາະຜູ້ຊາຍບາງຄົນມັນຂວງ

jaiy kha dorng pai leo taaae ka y yar hang kun dai u hun laae mun pen phieng pa phe nee p bar t khon sa nai korn sang kheun ma seu2 bg phuak tang pa thed khao y bo hen jum pen torng h neo nunsum, h neo nun kheu khaiy louk kin ni lae


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ເພາະຜູ້ຊາຍໄດ້ບຸກເມືອງຈັນ ກໍເລີຍໄດ້ຈ່າຍຄ່າຜ່ານປະຕູ

jung man jao vao dai khuk nc nagn LIZARD eiy


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະໄໝກ່ອນ ອາດເປັນຍ້ອນຝ່າຍຍິງທີ່ແຕ່ງງານແລ້ວຕ້ອງໄດ້ເບິ່ງແຍງຄອບຄົວ ລ້ຽງລູກຢູ່ເຮືອນ ບາງເທື່ອກະໄປຢູ່ນຳຍ່າ ແທນທີ່ຈະໄດ້ເບິ່ງແຍງພໍ່ແມ່ຂອງຕົນເອງ ກັບຕ້ອງໄດ້ເບິ່ງແຍງພໍ່ປູ່ແມ່ຍ່າ ຮັບໃຊ້ພໍ່ປູ້ແມ່ຍ່າ ບາງທ້ອງຖິ່ນລູກໄພ້ກະເກືອບສໍ່າກັບຄົນຮັບໃຊ້
ສະນັ້ນພໍ່ແມ່ຝ່າຍຊາຍຈຶ່ງສົມຄວນໃຫ້ຄ່າລ້ຽງດູ ຄ່ານ້ຳຕູ້ນ້ຳນົມໃຫ້ຝ່າຍຍິງ.


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໑ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ເພາະຜູ້ຊາຍໄດ້ບຸກເມືອງຈັນ ກໍເລີຍໄດ້ຈ່າຍຄ່າຜ່ານປະຕູ


ຂໍຖາມແນ່ວ່າເມືອງຈັນຄືຫຍັງ?


໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ໃຫ້ເຫັນຄວາມຕັ້ງໃຈຂອງຜູ້ຊິມາເປັນລູກເຂີຍເດ໋!!! ຄັນເງິນຄ່າດອງຫາເອງນິຊິເປັນຕາໜ້າພູມໃຈຫຼາຍ...! ຫຼື ຢືມນຳແມ່ເຖົ້າກ່ອນເບາະ, ຈັ່ງໃດກະສູ້ບາດນິກະດາຍ.... ຮັກລູກສາວເພິ່ນເດ໊ ເຮັດໃດໄດ້....

ທີ່ເພີ່ນທີ່ໂຕ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Anoxa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ເພາະຜູ້ຊາຍໄດ້ບຸກເມືອງຈັນ ກໍເລີຍໄດ້ຈ່າຍຄ່າຜ່ານປະຕູ


ຂໍຖາມແນ່ວ່າເມືອງຈັນຄືຫຍັງ?

ຢາກຮູ້ແທ້ຫວາ ເມືອງຈັນກະຄືພົມມະຈັນຫັ້ນເດ ເຫິໆໆ


໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງ ^_^

try do see

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີໆ ສະໄໝນີ້ປ່ຽນໄປແລ້ວ.............ແລະກະລະວັງໄວ້ໃຫ້ດີໆ ມີຜົວແລ້ວຢ່າໃຫ້ຜົວໄປເປັນແມວຂອງຄົນອື່ນກະແລ້ວກັນ ອິອິໆໆໆໆ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>