![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຂໍຖາມເລີຍເນາະ! ທ່ານຄິດແນວໃດກ່ຽວກັບຊອງຢາສູບຂອງບໍລິສັດຢາສູບລາວທີ່ອອກມາຮູບແບບໃຫມ່? ຄືວ່າຊອງຂອງຢາສູບນັ້ນແມ່ນມີຮູບທີບົງບອກເຖິ່ງວິຖີຊີວິດວັດທະນະທຳຂອງຄົນລາວເຮົາ. ເບິ່ງແລ້ວເປັນຕາອອນຊອນຢາກຈັບຢາກບາຍຢາກຈົກຖົງເອົາເງິນມາຊື້ພຸ່ນລະເພາະພາບທິ່ຕິດຢູ່ຊອງແມ່ນງາມຫລາຍ. ແຕ່ຄວາມງາມທີ່ເຫັນພາຍນອກນັ້ນມັນສຳພັດກົງກັນຂ້າມກັບພາຍໃນຢ່າງສິ້ນເຊິງຄືວ່າທາງໃນນັ້ນ ແມ່ນເຕັມໄປດ້ວຍສານເສບຕິດທີ່ເປັນພິດຕໍ່ຮ່າງກາຍຂອງຄົນເຮົາ(ຜູ່ທີ່ສູບຄວນ) ໃນນາມ ຂພຈ ກໍເປັນປະຊາຊົນຄົນທຳມະດາຄົນຫນຶ່ງທີ່ໄດ້ສັງເກດເບິ່ງຮູບພາບແລ້ວມັນບໍສົມຄວນເລີຍທີ່ຈະເອົາພາບດັ່ງກ່າວນັ້ນ ມາຕິດກັບຊອງຢາສູບ ເບິ່ງແລ້ວມັນບໍເຫມາະສົມປານໃດ ເພາະວ່າທຸກວັນນີ້ສັງຄົມກຳລັງເຜີຍແພ່ເຖິງຜົນຮ້າຍຂອງຄວນຢາສູບ ດັ່ງນັ້ນ ຂພຈ ຄິດວ່າຄວນເອົາຮູບທີມັນບົງບອກເຖິ່ງຜົນຮ້າຍຂອງຄວນຢາສູບມາໃສ່ຄືຊິເຫມາະສົມກ່າວ. ນີ້ຄືພາບທີ່ສື່ເຖິ່ງວັດທະນະທຳຂອງລາວທີ່ຕິດຢູ່ຊອງຂອງຢາສູບ ![]() ![]() ![]() ![]() ໃນຄວາມຫມາຍທີ່ເອົາພາບມາຕິດກັບຊອງຂອງຢາສູບນີ້ ຂພຈ ບໍຮູ້ວ່າມັນຫມຍເຖິ່ງຫຍັງ? ມື້ນັ້ນບັງເອີນຢາງໄປໂຮງຮຽນເລີຍເຫັນເດັກນ້ອຍ2-3ຄົນອາຍຸປະມານ 15-16ປີ ກຳລັງສູບຢາກັນກຸ໊ບ ແລ້ວພວກເຂົາເວົ້າວ່າ ''ພວກເຮົາສູບຢາ ເພື່ອຮັກສາວັດທະນະທຳ ''[color=red] ....[/color] ![]() |
|
![]() ບໍ່ສົມຄວນ ພັກ-ລັດຕ້ອງເບິ່ງຄືນໃໝ່ ![]() |
|
![]() ດາວນ໌ໂຫລດມາລອງສູບເບິ່ງກະໄດ້ຫວ໋າ 555+ (ເວົ້າຢອກ ຂ້ອຍບໍ່ສູບຢາ ແຕ່ເຄີຍລອງສູບ) |
|
![]() ຄືບໍໂພດສ ຮູບລົງ ນຳ ເບາະ ກິຕ້າ ![]()
ຮັກແທ້ຄືແມ່
|
|
![]() ![]() ![]() ![]() ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ... ຄືບໍໂພດສ ຮູບລົງ ນຳ ເບາະ ກິຕ້າ ![]() ດຽວເດີ້... ໄປຂໍຖ່າຍພາບນຳເຂົາເຈົ້າກ່ອນ ລະຊິເອົາມາໂພດໃຫ້ເບິ່ງ. ![]() |
|
![]() ຍັງບໍ່ທັນເຫັນ ຖ້າເບິ່ງຮູບຢູ່ເດີ້
"no one is perfect"
|
|
![]() ເຮົາຍັງບໍ່ເຫັນ ໂພດສ ຮູບລົງ ໃຫ້ເບິ່ງແດ່ |
|
![]() ຂໍຮູບເບີ່ງແດ່ດູ້ ![]() |
|
![]() ກະ.........ແລ້ວແຕ່ໃຜຈະເບີ່ງໄປໃນມຸມມອງໄດ |
|
![]() ຂໍວິຈານບໍ່ສົມຄວນ ເບຍລາວນຳເດີ້ ເຮັດຄືເບຍລາວສ້າງຊາດ |
|
![]() ຢາກເຫັນ ຊອງຢາເດ້ ບາດຫນ້າເອົາມາງລົງໃຫ້ເບຶ່ງແດ່ເດີ ພີ່ນ້ອງ |
|
![]() ເພື່ອກຳໄລທາງທຸລະກິດ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
![]() ເຫັນຮູບລະເນາະ! ເສຍດາຍພາບບໍຄ່ອຍແຈ້ງປານໃດເນາະ. ![]() |
|
![]() ເສຍໝົດ ເມົາກັນເຂົ້າໄປ໊ ![]() |
|
![]() ໂອ້ ເອົາວັດທະນະທຳມາປະສົມກັບສິ່ງມຶນເມົາ
ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້
|
|
![]() ອ້າງເຖິງຂໍ້ຄວາມຈາກ ceng ຂຽນວ່າ... ຍັງບໍ່ທັນເຫັນ ຖ້າເບິ່ງຮູບຢູ່ເດີ້ຢາກເຫັນຮູບໃຜນະ ກິຕາຫວາ?
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ຄຳເຕືອນ: ຢາສູບເປັນອັນຕະລາຍຕໍ່ສຸຂະພາບ ຫ້າມຂາຍຢາສູບໃຫ້ແກ່ເດັກທີ່ມີອາຍຸຕ່ຳກວ່າ18ປີ ວ່າຊັ້ນ ແຕ່ແມ່ຄ້າບໍ່ໄດ້ຄິດແບບນັ້ນໃຜມີເງິນຊື້ຂາຍໃຫ້ໝົດ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ຂ້ອຍນັ້ນຈັກເປັນຈັ່ງໃດພໍແຕ່ໄດ້ກິ່ນຢາສູບຢູ່ໃກ້ໆກະຍັງຫັນໃຈຍາກແລ້ວ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ.... ![]() |
|
![]() ໕໕໕໕໕໕໕໕໕ !!!! ໕໕໕໕໕໕໕໕໕໕ !!!໕໕໕໕໕໕໕໕໕໕ ຫົວຍາວໆສາມຄັ້ງໃຫ້ອາຍຸຍືນຕື່ມດີກວ່າ. ບໍ່ຂໍມີຄຳເຫັນ |
|
![]() ![]() ![]() ![]()
try do see ແປວ່າ ລອງເຮັດເບິ່ງ
|
|
![]() ![]() ![]() ![]()
ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ
|
|
![]() ແມ່ນແຫລະຂ້ອຍກະແປກໃຈຄືກັນ ພໍແຕ່ເຫັນທີແລກຄິດວ່າແມ່ນຂະໜົມເດັກນ້ອຍຊັ້ນດອກພໍເບີ່ງໃກ້ໆແມ່ນຢາເສບຕິດ
ຄົນກ່ຳພ້າແຟນ
|
|
![]() ຕາຍໆໆໆ ປ່ຽນແປງດ່ວນ
ຮັກນ້ອງຕອນເມົາ
|
|
![]() ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ... ຕາຍໆໆໆ ປ່ຽນແປງດ່ວນແມ່ນແລ້ວຕ້ອງປ່ຽນຄືນ ໃຫ້ພາກສ່ວນກ່ຽວຂ້ອງເບີ່ງຄືນອີກ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ....ທາງຜູ່ໃຫຍ່ ເພິ່ນຄືຊິບໍເວົາຫຍັງຕິ! ເພາະວ່າເພິ່ນຖືເອົາຄຳສຸພາສິດທີ່ວ່າ ''ໄມ້ຄ້ຳກ້ວຍ ກ້ວຍຄ້ຳໄມ້'' ຕ່າງພາຍຕ່າງໄດ້ປະໂຫຍດວ່າຊັ້ນຊະ ຜົນປະໂຫຍດເຫລົ່ານັ້ນຄືຊິບໍໄດ້ຄຳນືງເຖິງຜົນເສຍຫາຍພາບພົດຂອງສົງຄົມ . ສະເພາະຄົນລາວເຮົາຄືຊິບໍປານໄດດອກທີ່ເຫັນພາບແບບນີ້ ຕິດຢູ່ຊອງຂອງຢາເສບຕິດ ແຕ່ບໍອາຍຕ່າງປະເທດແດ່ບໍ? ໂດຍສະເພາະແມ່ນປະເທດເພື່ອນບ້ານເຮົານິ. (ຄິດວ່າ) ![]() |
|
![]() good suggestion , good advice thumm up..up>>> ![]() ![]() ![]() ![]() ![]() ![]() ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່ ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້ ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ |
|
![]() ![]() |
|
![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() |