![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ....ບໍ່ໃຫ້ສົ່ງເສີ່ມກັນແນວໃດ ຢູ່ປາງບຸນໃຫ່ຍ, ງານກິລາ ຕະຫຼອດຮອດງານລ້ຽງ ງານດອງ ແມ່ນຫຍັງລະທີ່ມັກມອກໃຫ້ກັນເປັນ ລັງ ລັງ ໂຄສົກປະກາດອອກທາງເວທີ ຄຳຕອບ ເບຍ, ມັນແມ່ນຄວາມຊິນເຄຍໄປແລ້ວທ່ານ
" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ" |
|
![]() ມາເວົ້າກັນທີ່ນີ້ກະບໍ່ມີຫຍັງເກີດຂຶ້ນ (ເພາະພວກເພີ່ນຜະລິດມາຈຳໜ່າຍແລ້ວ) ມັນເປັນໄປຕາມກົນໄກຂອງມັນ (ອາດຈະມີເງືອນໄຂບົ້ນຊ້ອນ ຊື່ງເຮົາບໍໍ່ສາມາດກ່າວມາໄດ້) ທາງທີ່ດີຄວນຮ້ອງຂໍມາຍັງຜູ້ຜະລິດ ຄຳນຶ່ງເຖິງຜູ່ບໍລິໂພກແດ່ (ເທື່ອໜ້າ) ຈະເຮັດຫຍັງກໍຕ້ອງຟັງຫາງສຽງຂອງສັງຄົມກ່ອນ, ແລະ ທີ່ສຳຄັນ ຜະລິດຕະພັນທີ່ເປັນການເບື່ອເມົາສັງຄົມ ເປັນສິນຄ້າປະເພດຟຸນເຟືອຍ ແລະ ທຳຮ້າຍສັງຄົນ(ຕົວຢ່າງ: ເຫຼົ່າເບຍກິນແລ້ວເມົາ ຟຸນເຟືອຍເບື່ອເມົາໄວໜຸ່ນ"ສັງເກດເສື້ອຂາວຢູ່ຮ້ານເບຍ" ເປັນຕົ້ນເຫດອຸປະຕິເຫດ, ຢາສູບເປັນສິ່ງເສບຕິດຊະນິດນຶ່ງ ''ຖືກກົດໝາຍ'' ແຕ່ທຳລາຍສຸຂະພາບຂອງຕົນເອງແລະຜູ່ອ້ອມຂ້າງ ເປືອງມົບປະມານ ການປິ່ນປົວ) ແລະ ເມື່ອຄວາມຈິງມັນເປັນແນວນນັ້ນມັນກໍຄືຂຸມດຳ ຊີ່ງຜູ້ຜະລິດເອງກໍຕ້ອງຮັບຜິດຊອບສ່ວນນີ້ ດ້ວຍການຖົມຂຸມດຳຂອງສັງຄົມ ຈະສັງເກດເຫັນວ່າໃນແຕ່ລະປີເພີ່ນໄດ້ ບໍລິຈາກໃຫ້ອົງການ ສຳນັກງານ ຫຼືພາກສ່ວນອື່ນ ຊື່ງເປັນທັນທະຕໍ່ສັງຄົມ. ສ່ວນຜູ່ບໍລິໂພດເອງກໍ່ຄວນ ຄຳນຶ່ງເຖິງຜົນກະທົບຂອງຕົນເອງກ່ອນບໍລິໂພດມັນ ພາກລັດເອງກໍຄວນເອົາໃຈໃສ່ກວດກາຕື່ມ ແລະ ເມື່ອເປັນແນວນີ້ຄວນຈະປັບອັດຕາອາກອນ ເພີ່ນຂຶ້ນຕື່ມ ເພື່ອຮັບສາລະດັບລາຄາໃນທ້ອງຕະຫຼາດໃຫ້ສູງໄວ້ ປ້ອງກັນບໍ່ໃຫ້ມີນັກສູບລາຍໃໝ່ເພີ່ນຂຶ້ນ
" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ" |
|
![]() ![]() ຊອງຍາສູບໄທ ເປັນຕາຍ່ານ |
|
![]() ອ້າງເຖິງຂໍ້ຄວາມຈາກ tipkao ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ....ບໍ່ໃຫ້ສົ່ງເສີ່ມກັນແນວໃດ ຢູ່ປາງບຸນໃຫ່ຍ, ງານກິລາ ຕະຫຼອດຮອດງານລ້ຽງ ງານດອງ ແມ່ນຫຍັງລະທີ່ມັກມອກໃຫ້ກັນເປັນ ລັງ ລັງ ໂຄສົກປະກາດອອກທາງເວທີ ຄຳຕອບ ເບຍ, ມັນແມ່ນຄວາມຊິນເຄຍໄປແລ້ວທ່ານ ຫັ້ນແລະມັນເປັນການປູກຈິດສຳນຶກປຸກລະດົມໃຫ້ຄົນພາຍໃນຊາດເບື່ອເມົາກັນທາງອ້ອມ....ເບິ່ງແມ໋ຄວາມຫຍໍ້ທໍ້ໃນສັງຄົມບໍ່ແມ່ນໜ້ອຍ ປານນັ້ນເຮັດພາກັນໄປເວົ້າໃຫ້ໄທອີກວ່າຂະເຈົ້າບໍ່ມີຄວາມສະງົບ ບ້ານເຮົາກະພໍໆກັບເຂົາຫັ້ນແລະ ເພີໆ ຫລາຍກ່ວາເຂົາອີກ..... ![]() |
|
![]() |
|
![]() ເຮົາບໍມັກສູບດອກທ່ານ,ແຕ່ບາງຄັ້ງກະຄິດໆຢາກລອງຢູ່ໄດ! ແຕ່ບໍລອງດອກຖືກກິ່ນກະຍັງວິນຫົວແລ້ວ. ![]() |
|
![]() ໄດ້ແຕ່ກີ່ນຢູ່ໃກ້ເປັນວິນເລີຍ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]()
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ປານກັບວ່າສົ່ງເສີມໃຫ້ສູບຢາເນາະ ຄືບໍ່ເອົາຮູບປອດດຳໆມາຕິດໃສ່ແນ່
ທ້າວທອງໃສ
|
|
![]() ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ... ປານກັບວ່າສົ່ງເສີມໃຫ້ສູບຢາເນາະຄືບໍ່ເອົາຮູບປອດດຳໆມາຕິດໃສ່ແນ່ ຂ້ອຍກະວ່າຄືເຈົ້າຫັ້ນແຫລະທາງທີ່ດີຂ້ອຍຢາກໃຫ້ເພີ່ນລົນນາລົງເຊົາຜະລິດອອກມາພຸ້ນແຫລະຈັ່ງແມ່ນບໍ່ມັກກະຍັງວ່າ ປານນັ້ນສະໂລແກນນະຄອນຫລວງວຽງຈັນປວດຄວັນຢາສູບວ່າຊັ້ນ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ກະຄວນຈະເອົາໃຈເພີ່ນມາໃສ່ໃຈເຮົາ ເຮົາຢູ່ນຳສັງຄົນນະ ຂ້າພະເຈົ້າກະບໍ່ມັກເຮັ່ງຄືກັນ ແຕ່ເຫັນໃຈຜູ້ເຄີຍສູດ ຕັດບັນຫາບາດດຽວຕາຍເລີຍ ຄວນບອກຄົນລຸ້ນໃໝ່ຫຼາຍກວ່າ ວ່າມັນເປັນສິ່ງລັງກຽດ
" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ" |
|
![]() ອ້າງເຖິງຂໍ້ຄວາມຈາກ tipkao ຂຽນວ່າ... ກະຄວນຈະເອົາໃຈເພີ່ນມາໃສ່ໃຈເຮົາ ເຮົາຢູ່ນຳສັງຄົນນະ ຂ້າພະເຈົ້າກະບໍ່ມັກເຮັ່ງຄືກັນແຕ່ເຫັນໃຈຜູ້ເຄີຍສູດ ຕັດບັນຫາບາດດຽວຕາຍເລີຍ ຄວນບອກຄົນລຸ້ນໃໝ່ຫຼາຍກວ່າ ວ່າມັນເປັນສິ່ງລັງກຽດ ແມ່ນແລ້ວເຈົ້າເວົ້າຖືກບາງທີເຂົາອາດເຊົາບໍ່ໄດ້ເພາະໄດ້ຕິດແລ້ວເດເວົ້າງ່າຍໆຄືພໍ່ຂອງຂ້າພະເຈົ້ານີ້ແຫລະສູບມື້ລະຊອງ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ການຫຼຸດຜ່ອນສຶ່ງຫຍໍ້ທໍ່ ເປັນບາດກ້າວສູ່ຫົນທາງການພັດທະນາທີ່ຍືນຍົງກວ່າ ການຫັກລ້າງເປັນມາດຕະການຂູ່ເຂັນ ມີຜົນສະທ້ອນໄລຍະຍາວ ທ່ານເອີຍ
" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ" |
|
![]() ແລ້ວຊິເຮັດຈັ່ງໃດໃຫ້ເຂົາເຈົ້າເຊົາໄດ້ຊັ້ນນະ ມີເຄັດລັບຫຍັງແດ່?
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ຊອກເບິ່ງເອົາ ຕາມໜັງສືວາລະສານ ອິນເຕີເນັດ ແລະ ທີ່ສຳຄັນເຄີຍມີປະສົບການຖາມພວກທີ່ເຄີຍຢາກເຊົາ ເຂົາເຈົ້າວ່າມັນຕ້ອງອົດທົນຫຼາຍ
" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ" |
|
![]() ຂ້ອຍຊອກແລ້ວແຕ່ບໍ່ຮູ້ວ່າຊິໄດ້ຜົນຫລືບໍ່? ຖ້າພໍ່ຂ້ອຍເຊົາສູບຢາໄດ້ຂ້ອຍຄືຊິດີໃຈຫລາຍ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
![]() ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ ແຕ່ວ່າມັນບໍ່ຄືຫັ້ນຕິລະຢາສູບໄດ໋ມັນບໍ່ແມ່ນແນວອື່ນ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ ແຕ່ວ່າມັນບໍ່ຄືຫັ້ນຕິລະຢາສູບໄດ໋ມັນບໍ່ແມ່ນແນວອື່ນ ![]() ![]() ![]() ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່ ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້ ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ |
|
![]() ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ ຖ້າຊິສ້າງຮູບພາບລັກສະນະໃຫ້ມັນງາມ ກໍຄວນເອົາຮູບພາບແນວອື່ນສາ ບໍຄວນເອົາວັນທະນະທຳມາປົນເປກັບສິ່ງທີ່ມື່ນເມົາ ແລະເສບຕິດແບບນີ້ ເບິ່ງແລ້ວມັນບໍຄວນປານໃດ. ![]() |
|
![]() ແມ່ນແຫລະເບຍລາວກະຄືກັນ ມື້ໜ້າຊິໂພດຮູບມາໃສ່ໃຫ້ເບິ່ງ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ... ແມ່ນແຫລະເບຍລາວກະຄືກັນ ມື້ໜ້າຊິໂພດຮູບມາໃສ່ໃຫ້ເບິ່ງເບຍ Tiger, Make khong ບໍເປັນຫຍັງຫວາ? ![]() |