ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄົນໜວດເລືອດ O ມາສະເໜີແນະນຳໂຕທາງນີ້ເດີ່

໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ຄົນໝວດເລືອດO
+ ດ້ານນິໄສໃຈຄໍ
ຄົນໝວດເລືອດO ເປັນຄົນທີ່ມີຈິດໃຈດີງາມ, ເອື້ອເຝື້ອເຜື່ອແຜ່, ໃຈກວ້າງ, ມີນໍ້າໃຈຕໍ່
ຜູ້ອື່ນມີຄວາມໂອບເອື້ອອາລີ ແລະ ທີ່ສຳຄັນ: ຄົນໝວດເລືອດO ສາມາດໃຫ້ເລືອດແກ່ຄົນທີ່ມີ
ໝວດເລືອດ A, AB, B & O ໄດ້, ແຕ່ບໍ່ສາມາດຮັບໝວດເລືອດໃດໄດ້ ນອກຈາກໝວດເລືອດ
O ດ້ວຍກັນ.
- ເຫັນບໍ່ຫັ້ນວ່າ: ຄົນໝວດເລືອດO ມີນໍ້າໃຈຂະໜາດໃດ? ເປັນຜູ້ໃຫ້ຢ່າງດຽວເລີຍ!
+ ດ້ານການງານ
ຄົນໝວດເລືອດO ເປັນຄົນທີ່ມີຄວາມມູ່ງໝັ້ນ, ແນ່ວແນ່ ແລະ ຕັ້ງໃຈທຳງານ ຖ້າຫາກ
ເຂົາໄດ້ຍິບຈັບງານຊິ້ນໃດແລ້ວ ເບິ່ງຄຶືວ່່າ: ຄວາມສຳເລັດມັກຈະລໍເຂົາຢູສະເໝີ.
- ນີ້ແມ່ນດ້ານການງານຂອງຄົນໝວດເລືອດO.
+ ດ້ານການເງິນ
ຄົນໝວດເລືອດO ເປັນຄົນທີ່ຫາດເງິນໄດ້ເກັ່ງ ແຕ່ກໍ່ຈ່າຍເກັ່ງພໍໆກັນ.
- ແລ້ວເມື່ອໃດຈະລວຍລະແບບນີ້!
+ ດ້ານຄວາມຮັກ
ຄົນໝວດເລືອດO ເບິ່ງໆແລ້ວມັກຈະເປັນຄົນທີ່ຕົກຫຼຸມຮັກໃຜໄດ້ງ່າຍໆ ຈົນໃນບາງຄັ້ງ
ອາດເບິ່ງໄດ້ວ່່າ: ເປັນຄົນທີ່ເຈົ້່າຊູ້ໃນສາຍຕາຂອງຄົນອືີ່ນ! ແຕ່ຈິງໆແລ້ວ ຖ້າຄົນໝວດເລືອດ
O ໄດ້ຮັກໃຜແລ້ວກໍ່ຈະຮັກຈິງ ແລະ ມີພຽງຄົນດຽວທີ່ຢູ່ໃນໃຈ; ຄົນໝວດເລືອດO ເປັນຄົນທີ່ບູຊາ
ໃນຄວາມຮັກ! ເມື່ອມີຮັກແລ້ວ ເຂົາກໍ່ພ້ອມທີ່ຈະເສຍໃຈສະເໝີ ຖ້າຄວາມຮັກຫາກບໍ່ສົມຫວັງ.
- ນີ້ແມ່ນຄວາມຮັກຂອງຄົນໝວດເລືອດO.
♦ ຂໍ້ເສຍ
ຄົນໝວດເລືອດO ເປັນຄົນຮັກ ທີື່ຂີ້ລະແວງ-ຫຶງຫວງເປັນທີ່ສຸດ, ໃນຫົວຄິດຂອງເຂົາ
ມັກຈະເຕັມໄປດ້ວຍຄວາມຄິດລ້ານແປດ, ເຂົາມັກຈະກິນຈະນາການໄປຕ່າງໆນາໆ ເຊິ່ງໃນບາງ
ຄັ້ງເຂົາກໍ່ຄິດໄປເອງຝ່າຍດຽວ.
- ບໍ່ຄ່ອຍຈະຖືກປານໃດໃນຂໍ້ນີ້!
♦ ເວລາອົກຫັກ
ຈິງໆແລ້ວຄົນໝວດເລືອດO ເປັນຄົນທີ່ຮັກໃັຜຮັກຈິງ, ເຂົາມັກຈະຈິງຈັງຕໍ່ຄວາມຮັກສະ
ເໝີ! ເວລາຮັກໃຜແລ້ວກໍ່ຈະທຸ້ມໃຫ້ໝົດຫົວໃຈ, ແຕ່ພໍອົກຫັກກັບເປັນຄົນລະເລື່ອງ! ເຂົາຈະບໍ່ຍອມ
ຮ້ອງໄຫ້ຟູມຟາຍ ເຖິງແມ່ນວ່າ: ຈະເຈັບປວດພຽງໃດກໍ່ຕາມ! ຄົນໝວດເລືອດນີ້ ຈະຕັດໃຈແລ້ວ
ເດີນຈາກໄປເຮັດຄືກັບວ່າ: ບໍ່ມີຫຍັງເກີດຂຶ້ນ.
- ກໍ່ຕົງດີ ^ _ ^
+ ດ້ານອາລົມ
ເວລາທີ່ຄົນໝວດເລືອO ໄດ້ໂມໂຫແລ້ວ......ກໍ່ຄອຍເບິ່ງລິດເຂົາເທາະ! ເຂົາມັກຈະມີອາ
ລົມທີ່ຮຸນແຮງ, ຮ້າຍກາດ ຍາກທີ່ໃຜຈະທຽບເທົ່າ ແລະ ຕ້ານທານໄດ້ ເຊິ່ງກົງກັນຂ້າມກັບຕອນທີ່
ອາລົມດີໄປຢ່າງສິ້ນເຊິງ!! ຖ້າຫາກເຂົາໄດ້ໂມໂຫແລ້ວ.......ຢ່າໄປຂວາງເຂົາລະກັນ! ຮັບຮອງວ່າ:
ຢຸດຢັ້ງເຂົາບໍ່ໄດ້, ແຕ່ໃຫ້ຄ່ອຍຫາສາເຫດທີ່ເຮັດໃຫ້ເຂົາໂມໂຫໃຫ້ເຂົາຟັງ, ຖ້າຫາກເຂົາຫາກຮູ້ເຫດ
ຜົນທີ່ເຮັດໃຫ້ເຂົາໂມໂຫແລ້ວ! ເຂົາກໍ່ຈະຄ່ອຍລົດຄວາມໂມໂຫລົງເອງ( ການອະທິບາຍດ້ວຍເຫດ
ຜົນ ເປັນຈຸດສຳຄັນຂອງຄົນໝວດເລືອດນີ້! ).
- ຕົງດີເນາະ! ^ + ^
ເພາະຂ້ອຍກະ O ຄືກັນ

“ຂ້ອຍເອົາຂອງເຂົາເຈົ້າມາເວົ້າຕໍ່
ໃຜທີ່ໜວດນີ້ເຂົ້າມາສະເໜີເດີ່
ໂທດເດີ່ toons Big2 ຫວັງວ່າຊິບໍ່ວ່າກັນເນາະ…………….”
ເພາະຂ້ອຍກະ O ຄືກັນ


໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ຄົນໜວດເລືອດ O ຮັກຈິງເດີ່


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຫັນດີນຳຫຼາຍໆ ເພາະຂ້ອຍເອງກໍ່ເລືອດ Group O ຄືກັນເດີ້


໑ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ສະບາຍດີ ຂ້ອຍໝວດເລືອດກຸບ AB ເດີ

ຮັກເມຍໃຫ້ຜູກ ຮັກລູກໃຫ້ຕີ

໓ ກະທູ້
໑໖໖ ໂພສ
ນັກການກະທູ້
Oເດີ້

ຮື້...ຫາຊື້ກິນເອງທະແມະ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້ຫວາ?


໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ thailove ຂຽນວ່າ...
ແມ່ນແທ້ຫວາ?



ແມ່ນແນ່ນອນ
ເຊື່ອຢູ່ຕີ່ ໃຜມີແຟນມີເລືອດກຸບນີ້ ໄວ້ໃຈໄດ້ເລີຍ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝວດເລືອດ ກຸບ O ເດີ ຖືກເກືອບໝົດ

ຂອບໃຈສຳລັບຂໍ້ມູນ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
O ເດີ້ແຕ່ບໍເຄີຍຮັກຈິ່ງຈັກເທື່ອ ເຫັນຄົນງາມ ລະຫ້າມໃຈບໍໄດ້ ກະເລີຍປ່ຽນໃໝ່ຕະຫລອດ.


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 7uly ຂຽນວ່າ...
ສະບາຍດີ ຂ້ອຍໝວດເລືອດກຸບ AB ເດີ



ແມ່ນຫຍັງທ້າວ ຕູນ ອີ່ຕຸດ ລາຍເຊັນ ທຸ່ມເທໃສ່ການຫຼິ້ນກິນ ຄືການທຸ່ມເທໃສ່ສິ່ງທີ່ມີຄ່າ ເຫນືອກວ່າສິ່ງອື່ນໃດ.


໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
O ເດີ້ແຕ່ບໍເຄີຍຮັກຈິ່ງຈັກເທື່ອ ເຫັນຄົນງາມ ລະຫ້າມໃຈບໍໄດ້ ກະເລີຍປ່ຽນໃໝ່ຕະຫລອດ.



ສະແດງວ່າ O ເຈົ້າຊູ້ໃດຫັນ


໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ຂ້ອຍກະເລືອດກຸບ O Negative ຄືກັນເດີ້ ຮັກແທ້ມີແທ້ຄັ້ງດຽວ