ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » 2012 ໂລກຈະແຕກ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານທີ່ອ່ານກະທູ້ນີ້ກະຄົງຢາກຈະຖາມເປັນຫຍງັຈື່ງຂຽນຂື້ນມາແນວເປັນບັນຫາເຮັດໃຫ້ຄົນທໍ້ໃຈ
ແຕ່ຖ້າຫາກວ່າມັນຈະເກີດຂື້ນຈີ່ງແທ້ທນີ້ ທ່ານຄິວ່າທ່ານຈະເຮັດຫຍັງກ່ອນເພືອຄວາມສຸກຕົວເອງກັບຄົນທີ່ທ່ານຮັກ


໒ ກະທູ້
໒໔໐ ໂພສ
ນັກການກະທູ້
ເວນກຳ ມາແຕ່ໃສອິກແລ້ວ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ໂລກບໍ່ແຕກງ່າຍດອກຂ້ອຍຍັງບໍ່ທັນໄດ້ເມຍເທື່ອ ໂລກຊິແຕກຈັ່ງໃດອະນາຄົດຂ້ອຍຍັງໄກ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ເຫັນອອກຂ່າວຕ່າາງປະເທດວັ່ງເດືອນກ່ອນຫັ້ນວ່າ
ກ້ອນອຸກະບາດທີ່ບິນອ້ອມດວງຈັນ ດຽວນີ້ມັນອອກຈາກວົງໂຄຈອນກຽມຈະຕຳໂລກແລ້ວ ນັກດາລາສາກຂອງເມກາກ່າວວ່າ ທ້າຍປີນີ້ 2011 ກ້ອນອຸກະບາດນັ້ນຈະຕຳໂລກ ຖ້າມັນລົງຖືກມະຫາສະມຸດ ຈະມີຄວາມເລິກປະມານ 40 ກິໂລແມັດ ເປັນເຫດໃຫ້ເກີດຄື້ນມະຫາສະມຸດທີ່ໃຫຍ່ ແລະນ້ຳຈະຖ້ວມໂລກ ແຕ່ບໍ່ແມ່ນໂລກແຕກ ນ້ຳຖ້ວນຊື່ໆ
ເຫດການຈະເປັນແນວໃດກໍຕິດຕາມຕໍ່ໄປ

ຈົບຂ່າວ.


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ແຕກໄດ້ກໍດີ ຢາກຮູ້ວ່າມັນຊິເປັນ ຫລື ຊິຕາຍ ເທົ່ານັ້ນລະ


໑ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ເວົ້າເລື້ອງນິມາລະ ຫົດຫູເລີຍ ບໍ່ຢາກໃຫ້ມັນເກີດຂື້ນແທ້ ເສຍດາຍໂລກເພາະຍັງບໍ່ໄດ້ໄປເລາະທົວໂລກເທື່ອ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ alex ຂຽນວ່າ...
ເວົ້າເລື້ອງນິມາລະ ຫົດຫູເລີຍ ບໍ່ຢາກໃຫ້ມັນເກີດຂື້ນແທ້ ເສຍດາຍໂລກເພາະຍັງບໍ່ໄດ້ໄປເລາະທົວໂລກເທື່ອ


ຫາໂອກາດດີດີແລ້ວພາກິກໄປທ່ຽວຕິ555


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າບໍ່ແຕກດອກ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອານາຄົດເປັນສີ່ງບໍ່ແນນອນ


໙ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ຖ້າເກີດຂື້ນແທ້ກະດີ ຄົນເຮົາຈິ່ງຈະຮູ້ວ່າສິ່ງທີ່ເຂົາວ່າແນ່ນອນ ຄືບໍ່ແນ່ນອນ
ແລະ ອີກຢ່າງໜຶ່ງ ມັນເປັນການລ້າງສິ່ງໂສກະປົກ ແລະ ຄວາມບໍ່ເທົ່າທຽມກັນ ອອກຈາກໂລກນີ້ ນຳອີກ

ຈົ່ງເອົາຊະນະຄົນຂີ້ຕົວະດ້ວຍຄວາມຈິງ
ຈົ່ງເອົາຊະນະຄົນຕະນີ່ ດ້ວຍການໃຫ້

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັບຖອຍຫຼັງນຳກັນບໍ່


໑໕ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ກ່າຄິດຢູ່

ຕາມທີ່ຂ້ອຍອ່ານມາຫລາຍວາລະສານ ແລ້ວ ມັນບໍ່ແມ່ນໂລກແຕກດອກພຽງແຕ່ຊິເກີດ 10 ມະຫັນຕະໄພ ຂ້ອຍກ່າຈື່ບໍ່ໄດ້ຫມົດ ຈື່ແຕ່ວ່າ ຟ້າຈະຜ່າລົງພື້ນດິນ ຫລາຍຄັ້ງ ຝົນຈະຕົກຫນັກ ຫລາຍ ວັນ ຫລາຍ ເດືອນ ທີ່ມາພ້ອມກັບພາຍຸອັນໂຫດຮັາຍ ປະຊາກອນໃນໂລກຈະລອດຕາຍພຽງ 10% ເທົ່ານັ້ນ ນ້ຳທະເລຈະເພີ່ມສູງຂຶ້ນ

ສິ່ງທີ່ຕາມມາກໍ່ຄືນ້ຳຈະຖ້ວມໂລກນັ້ນເອງ ແລະ ຄວາມສົນລະວົນວຸ້ນວາຍກໍ່ຈະຕາມມາ ວັນນັ້ນກໍ່ໃກ້ເຂົ້າມາທຸກທີ່ ຄື ວັນທີ 22 /12 / 2012 ຖ້າວັນນັ້ນມາເຖິງ

ແທ້ ຖ້າມັນບໍ່ມີຫຍັງເກີດຂຶ້ນກໍ່ເປັນການດີ ແຕ່ຖ້າວັນນັ້ນມາແທ້ເດລະ ພວກເຮົາຈະຕຽມຮັບມືແນວໃດແນ່ແລ້ວພ້ອມຮັບມືແລ້ວບໍ່?

ຂພຈ ເອງຕິດຕາມເລື່ອງນີ້ມາໂດຍຕະຫລອດ ແຕ່ຕາມທີເຫັນທຸກມື້ນີກໍ່ເກີດແລ້ວລະ ເພາະວ່າໄດ້ມີຫລາຍຢ່າງທີ່ເປັນໄປໄດ້ແຕ່ ຂພຈ ບໍ່ຂໍກ່າວ ຈະກ່າວແຕ່ເລື່ອງທີ່ຫາກໍ່ເກີດວ່າງຫມໍ່ ໆ ມານີ້ຄື ຫລາຍ ຫມູ່ເກາະທີປະເທດບຮູໄນ ໄດ້ຖືກທະເລ ກືນກິນ ເກືບຫມົດແລ້ວ ແລະ ບັນຫາດັງກ່າວ ກໍ່ຍັງເປັນບັນຫາທີຖົກຖຽງກັນຂອງຄົນທົວໂລກ ວ່າມັນຊິເກີດແທ້ບໍ ຫລື ບໍ່?




ນີ້ຄືແຜນທີ່ຈຳລອງ ຈາກການຄຳນວນ

ແຕ່ກໍ່ບໍ່ມີຫຍັງຫລາຍນັບຖອຍຫລັງນຳກັນ ວ່າວັນທີ 22/12/2010 ວ່າຊິເປັນຈັ່ງໃດ ແຕ່ຖ້າບໍ່ເກີດຂຶ້ນ ຂ້ອຍຄຶດວ່າກໍ່ໃກ້ຊິຊິ້ນປີແລ້ວ ກໍ່ຫາສະຖານທີ່ຈັດງານ

ຂຶ້ນປີໃຫມ່ສາກົນສະເລີຍເລື່ອງຈະໄດ້ຈົບໆ.




໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ວັນສິ້ນໂລກ 2012 ບໍ່ເກີດມີຈິງແນ່ນອນ

[img][/img]

ເລື່ອງລາວ​ກ່ຽວກັບ​ການ​ເກີດ​ວັນ​ສິ້ນ​ໂລກ​ທີ່​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ປີ2012 ກໍ​ນັບ​ວ່າ​ເປັນ​ບັນຫາ​ນຶ່ງ​ໃນ​ວົງ​ການ​ສົນທະນາ ຢູ່​ໃນ​ສະພາກາ​ເຟ ​ໃນ​ຫຼາຍໆ​ບ່ອນ ​ແລະ​ຫຼາຍໆ​ຂົງ​ເຂດ​ບ້ານ​ເຮົາ​ໃນ​ປະຈຸ​ບັນ. ຂ້າພະ​ເຈົ້າກໍ​ຖືກ​ຖາມ​ດ້ວຍ​ຫຼາຍໆ​ຄໍາ ຖາມ​ທີ່​ກ່ຽວ​ພັນ​ກັບ​ບັນຫານີ້ຈາກ​ຫຼາຍໆ​ພາກສ່ວນ ​ໂດຍ​ນັບ​ຕັ້ງ​ແຕ່​ແວດ​ວົງ​ຂອງ​ຄອບ​ຄົວ ອ້ອມ​ແອ້ມ​ຂ້າງ​ບ້ານ​ສະຖານ​ທີ່​ເຮັດ​ວຽກ ​ແລະ​ກວມ​ໄປ​ເຖິງການ​ສົນທະນາ​ຂອງ​ລູກສິດ ​ແລະ​ຄູ​ອາຈານ​ຫຼາຍໆ​ຄົນ​ທີ່​ສອນ​ວິຊາ​ທໍລະນີວິທະຍາ. ຫຼານຂ້າພະ​ເຈົ້າອາຍຸ​ພຽງ 7ປີ ກໍ​ຍັງ​ມາ​ຖາມ​ຄື​ກັນ ​ເພາະ​ໄດ້​ເຫັນ​ການ​ມຸ່ນ​ພັງ​ທະລາ​ຍຂອງ​ໂລກ ​ແລະ​ຄວາມ​ອົນລະຫົນ​ກັບ​ຄວາມ​ຕາຍ​ຂອງ​ຝຸງ​ຊົນ​ຊາວ​ໂລກ​ທັງຫຼາຍ​ໃນ​ການ​ສາຍ​ແຜ່ນ ວີ​ຊີ​ດີ ກ່ຽວ​ກັບ​ວັນ​ສິ້ນ​ໂລກ. ຫຼານອາຍຸ​ສໍ່າ​ນັ້ນຍັງ​ມີ​ກັງວົນ​ໃນ​ອະນາຄົດ​ຂອງ​ຕົນ ພ້ອມ​ເອີ່ຍ​ຖາມ​ພໍ່​ແມ່​ຂອງ​ຕົນ​ວ່າ ​ເຮົາ​ຈະ​ຕຽມ​ຕົວ​ຕາຍ​ແບບ​ໃດ ​ເມື່ອ​ວັນນັ້ນມາ​ເຖິງ? ພວກ​ເຮົາ​ຈະ​ຢູ່​ຢ່າງ​ໃດ? ຈະ​ລອດ​ໄດ້​ຫຼືບໍ່? ມີ​ຜູ້ມາ​ຊ່ວຍ ​ແລະ​ໃຜ​ຈະ​ມາ​ຊ່ວຍ? ​ແນ່ນອນ​ວ່າ ຈະ​ບໍ່​ມີ​ແຕ່​ພຽງ​ຫຼານຂ້າພະ​ເຈົ້າພຽງ​ຜູ່ດຽວ​ທີ່​ໄດ້​ເຫັນ ​ແລະ​​ແນ່ນອນ​ຜູ່​ອື່ນໆ ກໍ​ຕ້ອງ​ເກີດມີ​ຄວາມ​ກັງວົນ​ເໝືອນ​ກັນ. ພຽງ​ແຕ່​ເຍົາວະ​ຊົນ​ມີ​ຄວາມ​ເຊື່ອ​ໄປ​ພຽງ ຫ້າ​ສິບ ຫຼືຫົກ​ສິບ​ສ່ວນ​ຮ້ອຍ​ຂຶ້ນ​ໄປ​ແລ້ວ​ກໍ​ຍ່ອມ​ພາ​ໃຫ້​ສິ່ງ​ທີ່​ເຂົາ​ສົງ​ໄສ​ນັ້ນ ນໍາ​ຜົນ​ສະທ້ອນ​ຢ້ອນ​ໄປ​ສູ່​ສັງຄົມ​ແນວ​ໃດ ຖ້າ​ຫາກ​ພວກ​ເຂົາ​ບໍ່​ໃສ່​ໃຈ​ໃນ​ກາ​ນຮໍ່າຮຽນ ມຸ່ງ​ຫວັງ​ແຕ່​ຫຼິ້ນກິນ ​ແບບ ສະໜຸກ​ສະໜາ​ນ ລໍຖ້າ​ວັນ​ຕາຍ​ເຫຼົ່ານັ້ນມາ​ເຖິງ. ​ ໃນ​ຊ່ວງ​ປີ 1999 ຫາ​ປີ 2000 ​ແລະ​ປີ2002 ປີ​ແຫ່ງ ​ວາຍ​ທູ​ເຄ Y2K(Year of Two Thousand)(K=1000). ​ເຖິງ​ວ່າ​ຈະ​ຜ່ານ​ມາ​ໄດ້​ສິບ​ກ່ວາປີ​ແລ້ວ ​ແຕ່​ຊ່ອງ​ຫວ່າງ​ອັນ​ເປື້ອນ​ເປິ​ຂອງ​ວາຍ​ທູ​ເຄ ກໍ​ໜັກໜ່ວງ​ພໍ​ສົມຄວນ ກ່ຽວ​ກັບ ຝຸງ​ຄົນ​ທີ່​ກັງ​ວົນ​ກ່ຽວ​ກັບ​ການຈະ​ເກີດ​ວັນ​ສິ້ນ​ໂລກ​ໃນ​ຊ່ວງ​ນັ້ນຕາມ​ຄໍາ​ທໍານາຍ​ຂອງ​ນົດສຕຣາດາ​ມຸດNostradamus. ມີຫຼາກຫຼາຍວິທີ​ການ​ຕຽມ​ພ້ອມ​ຮັບ​ມື​ກັບ​ວັນ​ສິ້ນ​ໂລກ​ດັ່ງກ່າວ ຊຶ່ງ​ຂ້າພະ​ເຈົ້າຫາ​ກໍ​ຮູ້​ຈັກ​ຜ່ານ​ມາ​ບໍ່ພໍ​ເທົ່າ​ໃດ​ປີ ໃນ​ວົງ​ການ​ສົນທະນາ ​ແມ່ນ​ແຕ່​ເມັຍ​ຂອງ​ປັນຍາ​ຊົນ​ຫຼາຍໆຄົນ ຮວມທັງ​ເມັຍ​ຂອງ​ນັກ​ທໍລະນີ​ສາດ​ທີ່​ເຮັດ​ວຽກ​ຮ່ວມ​ກັນ ກໍ​ຍັງຫາ​ວິທີ​ເອົາ​ຕົວ​ລອດ​ຈາກ​ວັນ​ສິ້ນ​ໂລກ​ດັ່ງກ່າວ​ໂດຍ​ການ​ຊອກ​ຫາ ​ແລະ​​ເກັບສະ​ສົມ​ຊື້​ເອົາ​ງ່າ​ໝາກ​ລີ້ນ​ໄມ້ ຫຼືພາສາ ບ້ານ​ຂ້າພະ​ເຈົ້າ​ເອີ້ນວ່າງ່າ​ໝາກ​ອຶ່ນກາ ຊຶ່ງ​ຈໍາ​ເປັນ​ຕ້ອງ​ໃຫ້​ໄດ້​ຮອດ 20ກິ​ໂລ​ຂຶ້ນ​ໄປ. ​ເມື່ອ​ຖືກ​ຖາມ​ວ່າ ​ແມ່ນ​ໃຜ​ເປັນ ຜູ່​ແນະ​ນໍາ ​ແລະ​ຈະ​ນໍາ​ໃຊ້​ປະ​ໂຫຍ​ດດ້ວຍ​ວິທີ​ໃດ? ​ເຂົາ​ເຈົ້າ​ເວົ້າວ່າ ພວກ​ໝໍ​ທັງຫຼາຍ​ເປັນ​ຜູ່​ແນະ​ນໍາ ​ແລະ​ໃຊ້​ປະ​ ໂຫຍ​ດ​ເພື່ອ​ນໍາ​ມາ​ຝົນ​ໃສ່​ນໍ້າກິນ ຕໍ່​ອາຍຸ​ ພາ​ໃຫ້​ຫັນ​ໃຈ​ສືບ​ຕໍ່​ໄປ​ໄດ້​ກໍລະນີ​ບໍ່​ມີ​ອາຫານ​ການ​ກິນ ຫຼືສາມາດ​ດັງ​ໄຟ ​ແລະ ສູດ​ເອົາ​ຄັວນ ມັນ​ຈະ​ບໍາລຸງ​ຈິດ​ໃຈ ​ແລະ​ກາຍ​ບໍ່​ໃຫ້​ສະທ້ານ​ຫວັ່ນ​ໄຫວ ​ໃນ​ຍາມ​ເກີດ​ໂລກ​ແຕກ​ນັ້ນ​ເລີຍ ນີ້​ແມ່ນ​ຕົວຢ່າງ​ຂອງ​ຝຸງ​ຄົນ​ທີ່​ຫວັງ​ເອົາຕົວ​ລອດ, ​ແຕ່​ກຸ່ມ​ທີ່​ບໍ່​ຫວັງ​ເອົາ​ຕົວ​ລອດ ພັດ​ມີ​ພາກ​ປະຕິບັດ​ໄປ​​ໃນ​ທໍານອງ​ທີ່​ແຕກ​ຕ່າງ; ຄູ​ອາຈານ ຄົນ​ນຶ່ງ​ເລົ່າ​ສູ່​ຂ້າພະ​ເຈົ້າຟັງ​ວ່າ ຕອນ​ຊ່ວງ​ອົນ​ລະ​ວົນ​ໂລກ​ຈະ​ແຕກ​ຕາຍ​ໃນ​ປີ​ສອງ​ພັນ​ນັ້ນ ​ເປັນ​ປີ​ທີ່​​ໄປ​ຮຽນ​ຕໍ່​ຢູ່​ວຽດນາມ ມີ​​ຄົນລາວບາງ​ກຸ່ມ ​ແລະຮວມ​ຄົນວຽດນາມ​ບາງ​ພວກ ພາກັນ​ເບີກ​ເງິນ​ອອກ​ມາ​ຈາກ​ທະນາຄານ​ຈົນ​ໝົດ ​ແລ້ວ​ພາກັນ​ຊຸມ​ແຊວ ​ເສກ​ສົມ​ກັນ​ຢ່າງ​ເມົາ​ມັນ ​ເອົາ​ແບບ​ລືມຫູ​ລືມ​ຕາ ​ເພື່ອກຽມ​ຕ້ອນຮັບ​ວັນ​ຕາຍ ຊຶ່ງ​ຄິດ​ວ່າ​ແນວ ​ໃດ​ກໍ​ຈະ​ຕາຍ​ຢູ່​ແລ້ວ ​ແລະ​ກ່ອນ​ຈະ​ຕາຍ​ຕ້ອງ​ມ່ວນ​ໃຫ້​ມັນ​ຄຸ້ມ​ຄ່າ. ຜົນ​ທີ່​ຕາມ​ມາ​ກໍ​ຄື ​ໂລກ​ບໍ່​ໄດ້​ແຕກ ​ແຕ່​ຕ້ອງ​ໄດ້ ມາ​ເປັນ​ຖ້ອຍ​ເປັນຄວາມ​ຈົນ​ຮອດ​ຂຶ້ນສານ ​ເມື່ອ​ມີຜູ່​ຍິງ​ຫຼາຍຄົ້ນໄດ້ຕັ້ງທ້ອງ ​ແລະ​ໂລກ​ກໍ​ບໍ່​ໄດ້​ສິ້ນສຸດ​ດັ່ງ​ຄໍາ​ຊ່າ​ລື​ນັ້ນ​ເລີຍ.
​ໃນ​ຊ່ວງ​ປີ 2010 ຫາປີ 2012 ​ແລະ​ກໍ​ເປັນ​ປີ​ຊ່າ​ລື​ອີກ​ວ່າ ຈະ​ເປັນ​ປີສິ້ນ​ໂລກ​ອີກ ​ໂດຍ​ດາວ​ເຄາະ ນີບີຣຸ Nibiru ຈະ​ມາຊົນ ຕໍາ​ກັບ​ໂລກ​ ຕາມ​ຄໍາ​ທໍານາຍ​ຂອງໂນ​ດສຕຣາດາ​ມຸດ ທີ່​ເຫັນ​ດາວຫາງ ຊຶ່ງ​ເຊື່ອ​ວ່າ​ເປັນ​ດາວ​ເຄາະ ນີບີຣຸ(ຂໍ້ຄວາມ ​ເຫຼົ່ານີ້ຖືກ​ກ່າວ​ໄວ້ ​ໃນ​ບົດ​ທີ່8 ຂອງ​ໜັງສືການ​ເປີດ​ເຜີຍ​ຄວາມ​ລັບ Book of Revelation.
ມີ​ຂໍ້​ອ້າງ​ແນວ​ໃດ ຈຶ່ງ​ເຊື່ອ​ກັນ​ເອົາ​ແທ້?

ຂໍ້​ອ້າງ​ທີ່​ສະ​ແດງ​ອອກ​ມາ​ໃນ​ຮູບ​ເງົາ ອັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວາດ​ສຽວ, ຄວາມ​ສະ​ຍົດ​ສະ​ຍອງ​ຂອງ​ການ​ຕາຍ ຄວາມ​ໂຫດຮ້າຍ​ຂອງ​ທໍາ​ມະ​ຊາດ ທີ່​ບໍ່​ປະນີປະນອມ​ມະນຸດ​ນັ້ນ​ເລີຍ. ​​ເນື້ອ​ເລື່ອງ​ຂອງ​ຮູບ​ເງົາ ບົດ​ພິມ ວາລະສານ ​ແລະ​ເວ​ບ​ໄຊ​ຕ່າງໆ​ ມີ​ທັງພາບ​ເຄື່ອນ​ເໜັງ ຢູທູບ You Tube Video ​ແລະ​ອື່ນໆຢ່າງ​ສາລະພັດ​ແນວ.
ປະຕິທິນ​ຂອງ​ຊາວ​ມາ​ຢາ ຫຼື​ເຜົ່າ​ອິນ​ເດັຍ​ແດງ​ໃນ​ທະວີບ​ອະ​ເມ​ລິ​ກາ​ໃຕ້ ​ເປັນ​ເຜົ່າ​ໜຶ່ງ​ທີ່​​ເຄີຍ​ອາ​ໄສ​ຢູ່​ໃນ​ປະ​ເທດ ກົວ​ເຕມາລາ. ຊຶ່ງ​ປະຕິທິນ​ຂອງ​ເຜົ່າ​ນີ້​ໄດ້​ສິ້ນສຸດ​ຢູ່​ປີ2012 ຈຶ່ງ​ຖືກ​ຕີ​ຄວາມ​ໝາຍວ່າ​ເປັນ​ປີ​ແຫ່ງ​ສິ້ນສຸດ ​ໂລກ. ກ່າວ​ກັນ​ວ່າ​ຊາວ​ມາ​ຢາ​ໄດ້​ບັນທຶກ​ໄວ້​ໃນ​ຫີນ ​ເຫັນ​ຮ່ອງຮອຍ​ຈາລຶກ​ຂອງ​ຄົນ​ຂັບ​ຂີ່​ຈະ​ຫຼວດ ​ແລະ​ບໍ່​ມີຫຼັກຖານ​ຂອງ​ການ​ຫາຍ​ສາບ​ສູນ​ໄປ​ຂອງ​ເຜົ່າ​ຊົນ​ເຫຼົ່ານີ້ ມີ​ການ​ຕີ​ຄວາມ​ໝາຍ​ໄປ​ໃນ​ທໍານອງ​ທີ່​ວ່າ ​ເຂົາ​ເຈົ້າ ພາກັນ​ໜີ​ອອກ​ນອກ​ໂລກ​ໄປ​ໝົດ ​ເພາະ​ເຂົາ​ສາມາດ​ຕິດ​ຕໍ່​ກັບ​ມະນຸດ​ນອກ​ໂລກ​ໄດ້.
ຍ້ອນ​ມີ​ໝໍ​ນາງ​ທຽມ​ຫຼື​ແມ່ມົດ​ຊື່ວ່າ ​ແນນ​ຊີ ​ໄລ​ອີ​ເດີ Nancy Lieder ຊຶ່່ງ​ກ່າວ​ວ່າ​ເປັນຜູ່ມີ​ສະໝອງ​ວິ​ເສດ ສາມາດ​ສົ່ງ​ ​ແລະ​ຮັບກະ​ແສ​ຈິດມະນຸດ​ນອກ​ໂລກ​ທີ່​ອາ​ໄສ​ຢູ່​ລະບົບ​ກຸ່ມ​ດາວ​ທີ່​ມີ​ລະບົບ​ຕາ​ເວັນ​ອັນ​ອື່ນ​ພຸ້ນ ​ໃນ​ປີ 1995 ມະນຸດ​ນອກ​ໂລກ​ພວກ​ນັ້ນ​ໄດ້​ນອກ​​ເຕືອນ​ມະນຸດ​ໂລກ​ຜ່ານ​ຕົວ​ແມ່ມົດ​ຜູ່​ນັ້ນມາບ​ອກພວກເຮົາ​ວ່າ ​ໂລກ​ສະ​ສູນ​ສິ້ນພາຍ​ໃນ​ປີ2012 ​ເພາະ​ຈະມີ​ດາວ​ເຄາະ​ນີບີຣຸ ໜ່ວຍ​ຂະໜາດນ້ອຍ​ກ່ວາດາ​ວພະຫັດ​ພຽງ​ນ້ອຍ​ດຽວ ຈະ​​ໂຄຈອນ​ມາ​ຕໍາ​ເອົາ​ໜ່ວຍ​ໂລກເຮົາແຕກ.
ໂດຍ​ອີງ​ຕາມ​ຄໍາ​ພີ ​ໂກນ​ບຣິນ ຊຶ່ງ​​ເອີ້ນວ່າ​ ປັນຍາອັນ​ຮອບ​ຮູ້​ຈາກ​ບູຮານຂອງ​ປີ2012 The Kolbrin Bible-2012 Wisdom From the Acients. ໜັງສື​ດັ່ງກ່າວ​ນີ້ອ້າງ​ອີງ​ເຖິງ​ດວງ​ດາວ​ທີ່​ຈະ​ເປັນ​ຕົວ​ທໍາ ລາຍ ຊຶ່ງ​ຮຽກ​ດວງ​ດາວ​ພວກນັ້ນວ່າ ​ເວີ​ມວູດ Wormwood, ນີບີຣຸ Nibiru, ດາວ​ເຄາະ ອິກ planet X ​ແລະ​ເນ​ເມ​ຊິດ Nemesis. ​ໃນ​ໜັງສື​ນີ້​ໄດ້​ກ່າວ​ພະຍາກອນ​ກ່ຽວ​ກັບ​ວັນ​ສິ້ນ​ໂລກຂອງ​ປີ 2012 ຈະ​ເປັນ​ເໝືອນ​ການ ພັງ​ທະລາ​ຍຂອງ​ນະຄອນ​ອັດ​ລັງ​ຕິກ​ໃນ​ສະ​ໄໝ​ບູຮານ
ນອກຈາກ​ນີ້​ແລ້ວ​ຍັງ​ອີງ​ໃສ່​ວ່າ ຄໍາ​ທໍານາຍ​ຂອງ​ໂນ​ດສຕຣາດາ​ມຸດ​ທີ່​ບໍ່​ເປັນ​ຈິງ​ໃນ​ປີ 2000ນັ້ນ ​ແມ່ນ​ຍ້າຍ ມາ​ໃສ່​ປີ 2012 ພີ້. (ຊຶ່ງ​ຕົວ​ຈິງ​ກໍ​ເຄີຍ​ຍ້າຍ​ມາ​ເທື່ອ​ໜຶ່ງ​ແລ້ວ​ມາ​ໃສ່​ປີ 2002 ​ແຕ່​ກໍ​ບໍ່​ເກີດ)

​ເປັນທີ່ຮູ້​ ​ແລະ​ເຂົ້າ​ໃຈ​ກັນ​ແລ້ວ​ວ່າ ຄວາມ​ເປັນ​ຈິດຕະນິຍົມ ​ໂດຍ​ອາ​ໄສ​ການ​ຄາດ​ເດົາ ຊຶ່ງ​ບໍ່​ອີງ​ທາງ​ວິທະຍາສາດ ​ເລີຍ​ນີ້ສະ​ແດງ​ອອກ​ໃຫ້​ເຫັນ​ຢູ່​ບ່ອນ​ວ່າ ການ​ຕີ​ຄວາມ​ຂອງນາງ​ແມ່​ມົດ ​ແນນ​ຊີ ​ໄລ​ອີ​ເດີນັ້ນ ມີ​ລັກສະນະ​ປີ້ນ​ໄປ ປີ້ນມາ ​ແບບ​ຫຼົບລີ້ນປີ້ນຕ່າວ. ​ເຂົາບອກ​ວ່າ ​ໃນ​ປີ 1995 ​ເຂົາ​ຕິດ​ຕໍ່​ກັບ​ມະນຸດ​ນອກ​ໂລກ​ໃນ​ກຸ່ມ​ດາວ ​ເຊ​ຕາ ​ເຣຕີ​ກູ​ລີ Zeta Reticuli ​ໄດ້, ມີຫຼາຍ​ເວ​ບ​ໄຊ​ສະໜັບສະໜຸນ ​ແລະ​ນໍາ​ຂໍ້ຄວາມ​ມາຕີ​ພິມ ​ໂດຍ​ກ່າວ​ວ່າ​ໂລກ​ຈະໝົດ​ສິ້ນ​ໄປ ​ໃນ​ປີ2003. ​ເມື່ອ​ມັນ​ບໍ່​ເກີດ​ຂຶ້ນ​ໃນ​ປີນັ້ນກໍ​ຕ້ອງ​ແມ່ນ​ປີ 2012 ຊຶ່ງ​ເປັນ​ປີ​ທີ່​ດາວ​ເຄາະ​ນີບີຣຸ ຈະ​ມາ​ຕໍາ​ໂລກ ອັນ​ກົງກັນ ກັບ​ການ​ທໍານາຍ​ຂອງ​ປະຕິທິນ​ຂອງ​ຊາວ​ມາ​ຢາ.
ທໍາ​ອິດ​ບອກ​ວ່າ​ເປັນ​ດາວ​ເຄາະ ອິກ planet X ​ແລະ​ຕໍ່​ມາກ​ບອກ​ວ່າ​ດາວ​ດວງ​ນີ້​ເປັນ​ດາວ​ເຄາະ​ດວງ​ທີ່ 12​ໃນ​ລະບົບ​ຕາ​ເວັນ ​ແລະ​ກໍ​ມີ​ນັກ​ຂຽນ​ອະ​ເມ​ລິ​ກັນ​ບາງ​ຄົນ​ເຊັ່ນ ​ເຊັກ​ຄາ​ເຣັຍ ຊິດ​ທິນ Secharia Sithin ຂຽນ​ຂຶ້ນມາ​ໃນ​ປີ 1976 ​ແລະ​ສະໜັບສະໜູນວ່າ ມີ​ດາວ​ເຄາະ​ດວງ​ນີ້​ແທ້. ​ໃນ​ໜັງສື​ຍັງ​ກ່າວ​ຢໍ້າວ່າ ​ເປັນ​ສິ່ງ​ທີ່​ບັນທຶກ​ໄວ້​ນໍາ​ໜັງສື​ຂອງ ຊາວ​ສຸ​ເມ​ຣຽນ Sumerian ​ແລະ​ໜັງສື​ຂອງ​ຊາວ​ບາ​ບີ​ໂລ​ນ ບູຮານ ທີ່​ຮ້ອງ​ວ່າ ມາກ​ດຸກ Marduk ອັນ​ເປັນ​ເທບພະ​ເຈົ້າທີ່​ເຂົາ​ເຈົ້ານັບຖື​, ດາວ​ເຄາະ​ດັ່ງກ່າວຈ​ະ​ໂຄຈອນ​ມາ​ໃກ້​ໂລກ​ໃນ​ທຸກໆ 3600ປີ ​ແລະ​ກໍ​ເວົ້າອີກ​ວ່າ​ມະນຸດ​ເຮົາ​ກໍ​ໂດດ​ລົງ​ຈາກ​ດາວ​ເຄາະ​ດັ່ງກ່າວ​ມາຕັ້ງຖິ່ນ​ຖານ​ຢູ່​ໂລກ​ເຮົາ​ໃນ​ປັດຈຸບັນ. ໜັງສື​ດັ່ງກ່າວ​ຖືກ​ແປ​ອອກ​ມາ​ເປັນ25ພາສາ ​ແລະມີ​ຜົນ​ກໍາ​​ໄລ ​ໂດຍ​ການໄດ້​ຂາຍ​ດັບ​ຂາຍ​ດີ​ເປັນ​ຢ່າງ​ຍິ່ງ, ຊຶ່ງ​ຕົວ​ຈິງ​ແລ້ວ​ມີ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ການ​ແປ ໜັງສື ສຸມາ​ຣຽນບູຮານ​ອອກ​ມາ ​ແລະ​ກໍ​ຕີ​ຄວາມ​ໝາຍ​ທີ່ິ​ຜິດຜ້ຽນ​ໄປ​ຈາກ​ຄວາມ​ໝາຍ​ເດີມ ​ແລະ​ນີບີຣຸ ບໍ່​ໄດ້​ແມ່ນ​ເທບ ພະ​ເຈົ້າຂອງ​ຊາວ​ສຸ​ເມຣຽນ ​ແລະ​ກໍ​ບໍ່​ແມ່ນ​ດາວ​ເຄາະ​ດວງ​ທີ 12 ​ໃນ​ລະບົບ​ຕາ​ເວັນ​ຂອງ​ພວກ​ເຮົາ. ຕໍ່​ມາ​ອີກກໍ​ໄດ້​ປ່ຽນ ​ແປງ​ຄວາມ​ໝາຍ​ໄປ​ອີກ​ວ່າ ​ແທ້​ຈິງ​ແລ້ວ ມັນ​ບໍ່​ແມ່ນ​ດາວ​ເຄາະ ນີບີຣຸ ມັນ​ຫາກ​ແມ່ນ​ດາວຫາງ ອີ​ເລ​ນິນ Elenin ຊຶ່ງ ຈະ​ເດີນ​ຜ່ານ​ໂລກ​​ໃກ້​ທີ່​ສຸດ​ໃນ​ປີ 2011 ອັນ​ພາ​ໃຫ້​ເກີດ​ແຜ່ນດິນ​ໄຫວ​ຢູ່​ປະ​ເທດ ຊີ​ລີ ​ແລະ​ແຜ່ນດິນ​ໄຫວ​ຢູ່​ຍີ່​ປຸ່ນ ຊຶ່ງ​ເກີດ​ຄື່ນສຸ​ນໍາ​ມິນັ້ນ​ເອງ. ​ໃນ​ທໍານອງ​ດຽວ​ກັນນີ້ກໍ​ມີ​ໝໍ​ໂຫລາ​ສາດ ຢູ່​ໃນ​ປະ​ເທດ​ໃຕ້​ຫວັນ​ກໍ​ພະຍາກອນ​ວ່າ ​ໃນ​ວັນ​ທີ 29 ​ເດືອນ​ພຶດສະພາ​ປີ 2011 ຜ່ານ​ມາ​ຈະ​ເກີດ​ມີ​ແຜ່ນດິນ​ໄຫວ​ຄັ້ງຮຸນ​ແຮງ ຂະໜາດ 15 ຣິກ​ເຕີ ​ແລະ​ຈະ​ເກີດ​ຄື່ນ ສຸ​ນໍາ​ມິ​ສູງ​ຮອດ 150​ແມດ ອັນ​ພາ​ໃຫ້​ເນື້ອທີ່​​​​ເເຜ່ນດິນ​ກືອບ​ສອງ​ສ່ວນ​ສາມ​ຖືກ​ທໍາລາຍ ຄໍາ​ທວຍ​ຂອງ​ນັກ​ໂຫລາ​ສາດຜູ່​ນີ້ ຖືກ​ທາງ​ການ​ລັດຖະບານ​​​ໄຕ້​ຫວັນຈະ​ເອົາ​ເລື່ອງຫຼືຈະ​ຖືກ​ປັບໄໝ ນຶ່ງ​ລ້ານ​​ໂດ​ລາ ​ຖານ​ລ່ວງ​ລໍ້າ​ທໍານາຍ​ພະຍາກອນ​ໂດຍ​ບໍ່​ຜ່ານ​ກະຊວງທະບວງ​ກົມ​ທີ່​ຮັບຜິດ​ຊອບ​ເລື້ອງພະຍາກອນ ​ແລະ​ສຸດ​ທ້າຍ​ກໍ​ບໍ່​ມີ​ຫຍັງ​ເກີດ. ຂ່າວ​ລື​ທີ່​ວ່າ ດາວຫາງ​ອີ​ເລ​ນິນ ມາ​ໃກ້​ໂລກ​ຍັງ​ຕື່ມ​ເຕີມ​ອີກ​ວ່າຈະ​ພາ​ໃຫ້​ແກນ​ໂລກ​ເນີ້ງຫງ່ຽງ​ໄປ​ປະມານ 3 ອົງສາ.
ຂ່າວ​ທັງ​ໝົດ​ຕ້ານ​ກັບ​ຄວາມ​ຈິງ​ທາງ​ວິທະຍາສາດ.

ດາວຫາງ​ອີ​ເລ​ນິນ ບໍ່​ໄດ້​ເປັນສາ​ເຫດ​ພາ​ໃຫ້​ເກີດ​ແຜ່ນດິນ​ໄຫວ​ທີ່​​ປະ​ເທດ​ຊີ​ລີ ​ແລະ​ທີ່​ຍີ່ປຸ່ນ​ຄັ້ງທີ່ ຜ່ານ​ມາ ​ແຕ່​ເປັນ​ການ​ສວຍ​ໂອກາດ​ຂອງ​ພວກ​ແມ່ມົດ ທີ່​ຢາກ​ໃຫ້ຫຼົງ​ເຊື່ອ​ຄໍາ​ພະຍາກອນ​ຂອງ​ໂຕ​ເອງ ​ແລະ​ຂອງ​ພວກ​ຫວັງ​ຜົນ​ປະ​ໂຫຍ​ດທັງ​ມວນ. ການ​ເກີດ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນຍ້ອນ​ການ​ປ່ຽນ​ແປງ​ເຄື່ອນ​ເໜັງ​ຂອງ​ເປືອກ​ໂລກ ​​ຊຶ່ງ​ເອີ້ນວ່າທໍລະນີ​ແປ​ສັນຖານ Plate tectonic.
ດາງ​ຫາ​ອີ​ເລ​ນິນ​ບໍ່​ໄດ້​ສົ່ງ​ແຮງ​ໂນ້ມຖ່ວງ​ທາງ​ທົ່ງ​ແມ່​ເຫຼັກທີ່​ຮຸນ​ແຮງ​ອັນ​ເປັນສາ​ເຫດ​ໃຫ້​​ແກນ​ໂລກ​ເນີ້ງຫງ່ຽງ ​ໄປ​ອີກ​ຮອດ 3ອົງສາ ຊຶ່ງ​ຄວາມ​ຈິງ​ແລ້ວ​ດາວຫາງ​ນັ້ນບໍ່​ມີ​ຮອດ​ທົ່ງ​ໄຟຟ້າ​ແມ່​ເຫຼັກຊໍ້າ. ​ເມ່ືອ​ດາວຫາງ​ອີ​ເລ​ນິນ ​ເດີນທາງ​ມາ​ມັນ​ຈະ​ຢູ່​ຫ່າງ​ໂລກ​​ໃນ​ລະຍະ​ຕັ້ງ 100​ເທົ່າ​ຂອງ​ລະຍະ​ຫ່າງ​ແຕ່​ເດືອນ​ຫາ​ໂລກ (​​ແຕ່ເດືອນ​ຫາ​ໂລກເທົ່າກັບ 384400Km)
ຄໍາ​ຕອບ​ຈາກ​ອົງການ​ນາ​ຊາ NASA. ທ່ານ​ເດວິດ ມໍ​ຣີສັນDavid Morrison ຊຶ່ງ​ເປັນ​ນັກ​ດາລາສາດ ສຶກສາ​ກ່ຽວ​ກັບ​ດາວ​ເຄາະ ​ໄດ້​ກ່າວ​ຕິຕຽນ​ນັກ​ສື່​ຂ່າວ​ທີ່​ທໍາ​ການ​ສົມຮູ້​ຮ່ວມ​ຄິດ​ສ້າງ​ເລື່ອງ​ບໍ່​ຈິງ​ຂຶ້ນມາ ອັນ​ພາ ​ໃຫ້​ສັງຄົມ​ເກີດ​ຄວາມ​ສົງ​ໄສ ​ແລະ​ມີ​ແນວ​ຄິດ​ສົນລະວົນ. ທ່ານ​ຍັງ​ໄດ້​ຕໍານິນັກ​ຂຽນ​ບາງ​ຄົນ​ທີ່​ຍອມ​ລົງ​ລາຍ ​ເຊັນ​ເພື່ອ​ຜົນ​ປະ​ໂຫຍ​ດຄື​ເງິນ​ຢ່າງ​ດຽວ ຊຶ່ງ​ພວກ​ເຂົາ​ເຫຼົ່ານີ້ຍັງ​ເພີ່ມ​ເຕີມ​ຕື່ມ​ແຕ່ງ​ອີກ​ວ່າ ດາວ​ເຄາະ​ນີບີຣຸ ອາດ​ແຝງ​ຕົວ ຫຼືອໍາ​ພາງ​ມາ​ນໍາ​ດາວຫາງ​ອີ​ເລນິນ ​ແລະ​ຍັງ​ປ່ຽນ​ແປງ​ເນື້ອ​ໃນ​ໄປ​ອີກ​ວ່າ ດາວຫາງ​ດວງ​ນີ້ ອາດ​ເປັນ​ດາວ​ເຄາະ​ແຈ້​ສີ​ນໍ້າຕານ ​ເພາະ​ມັນ​ມີ​ໂຄ​ມາ. ພວກ​ເຂົາ​ເຫຼົ່ານີ້ພະຍາຍາມ​ສ້າງ​ຄວາມ​ສັບສົນ​ໃນ ທາງ​ດາລາສາດ ​ໃຫ້​ຄົນ​ທີ່​ບໍ່​ຮູ້ຈັກ​ເລື່ອງ​ນີ້​ເກີດ​ຄວາມ​ເຊື່ອ ຊຶ່ງ​ຕົວ​ຈິງ​ແລ້ວ ດາວ​ເຄາະ​ແຈ້​ທຸກ​ດວງ​ຈະ​ບໍ່​ມີ ​ໂຄ​ມາ​ເລີຍ Coma ຊຶ່ງ​ໂຄ​ມາ ຈະ​ເກີດ​ມີ​ແຕ່​ນໍາ​ດາວຫາງ​ຊຶ່ງ​ເປັນ​ອາຍ​ກາດ​ທີ່​ບໍ່​ສາມາດ​ໜີ​ຄວາມ​ດຶງ​ດູດ​ຂອງ ກ້ອນ​ດາວຫາງ​ນັ້ນ​ໄດ້. ທ່ານ​ມໍຣີສັນ ຍັງ​ກ່າວ​ຢໍ້າວ່າ ຖ້າ​ເປັນ​ດາວ​ເຄາະ​ແຈ້ ກໍ​ຍິ່ງ​ງ່າຍດາຍ​ຕໍ່​ການຄົ້ນພົບ ​ແລະ​ຖືກ​ຈັບ​ພາບ​ໄດ້​ງ່າຍ​ໂດຍ​ກ້ອງສ່ອງ​ດາວ​ຮັບ​ໂບ Hubble ​ແລະ​ກ້ອງສ່ອງ​ດາວ​ອື່ນໆ​ທີ່​ຫໍ​ສ່ອງ​ດາວ, ​ແລະ​ດາວ​ເຄາະ​ນີບີຣຸ ກໍ​ບໍ່​ມີ​ຕົວ​ຈິງ, ບໍ່​ເປັນ​ດາວ​ເຄາະ​ດວງ​ທີ 12 ​ແລະ​ກໍ​ບໍ່​ມີ​ຢູ່​ໃນ​ລະບົບ​ຕາ​ເວັນ​ຂອງ​ພວກ​ເຮົາ ມັນ​ຫາກ​ແມ່ນ​ຄວາມ​ໂລບ​ມາກ​ຂອງ​ບຸກຄົນ​ທີ່​ຫາ​ຜົນ​ປະ​ໂຫຍ​ດຈາກ​ຄົນ​ທີ່​ບໍ່​ຮູ້​ທັງ​ມວນ ​ແລະ​ທ່ານ ມໍຣີສັນ ​ກໍ​ຍັງ​ມ້ວນທ້າຍ​ໄວ້​ວ່າ ​ແລະ​ນີ້ຄື​ບັນຫາ​ທີ່​ຈະ​ພາ​ໃຫ້​ສັງຄົມ​ຫຍໍ້​ທໍ້ ​ແລະ​ຍິ່ງ​ເປັນ​ອັນຕະລາຍ​ຕໍ່​ເຍົາວະ​ຊົນທີ່​ກໍາລັງ​ສົນ​ໃຈ​ຮໍ່າຮຽນ​ໃນ​ທຸກ​ມື້ນີ້.

ຊຶ່ງ​ໂດຍ​ສະຫຼຸບ​ແລ້ວ ວັນ​ສິ້ນ​ໂລກ ກ່ຽວ​ຂ້ອງ​ກັບ​ດາວ​ເຄາະ​ນີບີຣຸນັ້ນມັນ​ບໍ່​ມີ​ຈິງ ​ແລະ​​ແນ່ນອນ ປີ2012ຈະ​ຕ້ອງ​ບໍ່​ເກີດ​ມີ​ວັນ​ສິ້ນ​ໂລກ​ແນ່ນອນ; ມັນ​ເປັນ​ພຽງ​ແນວ​ຄິດ​ທີ່​ອຸບປະ​ໂຫຼກຂຶ້ນມາ ​ໂດຍ​ອີງ​ໃສ່​ໜັງສື​ນັ້ນ ຕໍາລາ​ນີ້​ແບບ​ຄາດ​ເດົາເອົາ​ຊື່ໆ ດາວ​ເຄາະ​ດວງ​ນີ້ມີ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົນ​ທີ່​ອະວິຊາ ​ແລະ​ມີ​ຢູ່​ນໍາ​ແຕ່ ຄົນ​ທີ່​ຫວັງ​ຫຼອກລວງ​ຫາ​ຜົນ​ ປະ​ໂຫຍ​ດ​ໃສ່​ຕົວ​ເອງ​ເທົ່າ​ນັ້ນ.


[img][/img]

sources: Link


໐ ກະທູ້
໑໒໙ ໂພສ
ນັກການກະທູ້
ເຈັບຕາ ອ່ານຊົ່ວຊຶສຸດ

ຂ້ອຍຮັກປະເທດລາວ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍເກີດຂື້ນແທ້ກະດີຕົວະເນາະ 55555 ດີໃຈແລ້ວ