ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫຍັງສະກຸນເງິນຫວຽດນາມຈຶ່ງຕ່ຳກວ່າເງິນກີບລາວ?

໖ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ທັ້ງໆທີ່ວ່າປະເທດເຂົາເຈົ້າກະຂ້ອນຂ້າງຈະເລີນກວ່າປະເທດເຮົາ ແລະແຖມຍັງຕິດກັບທະເລມີສິນຄ້າສົ່ງອອກນຳອີກແຕ່ເປັນຫຍັງເງິນເຂົາເຈົ້າຈື່ງຕ່ຳກວ່າເງິນກີບ?

ຄົນກ່ຳພ້າແຟນ

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດແລ້ວເດີ້ກະທູ້ເຈົ້າ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ໄດ້ຂຶ້ນຢູ່ທີ່ຈຳນວນຕົວເລກ
ຕົວຢ່າງວ່າ ອັດຕາແລກປ່ຽນ 1.000 ກີບ ເທົ່າ 10.000 ດົ້ງ
A ມີເງິນເດືອນ 10.000 ກີບ ແລະ B ມີເງີນເດືອນ 1.000.000 ດົ້ງ
ຈະເຫັນໄດ້ວ່າ B ລວຍກວ່າ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະບໍ່ຮູ້ເດີເລື່ອງນີ້ນະ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຫວຽດນາມເປັນປະເທດທີ່ສົ່ງອອກສິນຄ້າກະສິກຳເປັນສ່ວນໃຫຍ່ ແລະ ນຳເຂົ້າສິນຄ້າອຸດສາຫະກຳທີ່ເປັນແບລນຊັ້ນນຳຫຼາຍ ທີ່ມີມູນຄ່າຫຼາຍກວ່າການສົ່ງອອກ ເຊິ່ງແຕ່ລະປີຈະເຮັດໃຫ້ຫວຽດນາມຂາດດຸນການຄ້າເປັນປະຈຳເໝືອນລາວເຮົາ ແຕ່ມີເປີເຊັນຫຼາຍກວ່າລາວເຮົາ ບວກກັບບັນດານັກທຸລະກິດທີ່ດັງໆຂອງຫວຽດນາມສ່ວນໃຫຍ່ມັກຈະລົງທຶນນອກປະເທດ ດ້ວຍເຫດນີ້ຄວາມຕ້ອງການຂອງເງິນຕາຕ່າງປະເທດເພື່ອການຄ້າ ແລະ ການລົງທຶນນັ້ນ ຈຶ່ງມີຄວາມຕ້ອງການສູງ ເຊິ່ງສົ່ງຜົນຕໍ່ການອ່ອນຄ່າຂອງເງິນຫວຽດ. ສັງເກດງ່າຍໆຈາກບ້ານເຮົາ ຖ້າຢາກໄປຊື້ຫຼືໄປທ່ຽວຢູ່ໄທຍາມໃດ ພໍເງິນບາດໄທທີ່ໃຫ້ແລກປ່ຽນຂ້ອນຂ້າງຂາດຕະຫຼາດແດ່ໜ້ອຍໜຶ່ງ ບັນດາຫົວໜ່ວຍແລກປ່ຽນເງິນຕາ ແລະ ແມ່ຄ້າຊາວຂາຍທີ່ຫາກຳໄລມືດທາງເງິນຕາ ກໍ່ອັບລາຄາແລກປ່ຽນຂຶ້ນໂຄດສູງ.

໑໔ ກະທູ້
໒໔໔ ໂພສ
ນັກການກະທູ້
ມາຈອບເບິ່ງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...

ມີເຫດຜົນດີ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກະດີຄືກັນລາວເຮົາຈົງຈະເລີນ

i am God Of Happy One[/size]

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຫວຽດນາມເປັນປະເທດທີ່ສົ່ງອອກສິນຄ້າກະສິກຳເປັນສ່ວນໃຫຍ່ ແລະ ນຳເຂົ້າສິນຄ້າອຸດສາຫະກຳທີ່ເປັນແບລນຊັ້ນນຳຫຼາຍ ທີ່ມີມູນຄ່າຫຼາຍກວ່າການສົ່ງອອກ ເຊິ່ງແຕ່ລະປີຈະເຮັດໃຫ້ຫວຽດນາມຂາດດຸນການຄ້າເປັນປະຈຳເໝືອນລາວເຮົາ ແຕ່ມີເປີເຊັນຫຼາຍກວ່າລາວເຮົາ ບວກກັບບັນດານັກທຸລະກິດທີ່ດັງໆຂອງຫວຽດນາມສ່ວນໃຫຍ່ມັກຈະລົງທຶນນອກປະເທດ ດ້ວຍເຫດນີ້ຄວາມຕ້ອງການຂອງເງິນຕາຕ່າງປະເທດເພື່ອການຄ້າ ແລະ ການລົງທຶນນັ້ນ ຈຶ່ງມີຄວາມຕ້ອງການສູງ ເຊິ່ງສົ່ງຜົນຕໍ່ການອ່ອນຄ່າຂອງເງິນຫວຽດ. ສັງເກດງ່າຍໆຈາກບ້ານເຮົາ ຖ້າຢາກໄປຊື້ຫຼືໄປທ່ຽວຢູ່ໄທຍາມໃດ ພໍເງິນບາດໄທທີ່ໃຫ້ແລກປ່ຽນຂ້ອນຂ້າງຂາດຕະຫຼາດແດ່ໜ້ອຍໜຶ່ງ ບັນດາຫົວໜ່ວຍແລກປ່ຽນເງິນຕາ ແລະ ແມ່ຄ້າຊາວຂາຍທີ່ຫາກຳໄລມືດທາງເງິນຕາ ກໍ່ອັບລາຄາແລກປ່ຽນຂຶ້ນໂຄດສູງ.

ເຫັນດີນຳທ່ານແຫຼມອິນດູຈີນ
ຄ່າເງິນກະເຈົ້າຖືກ ເພື່ອດຶງນັກລົງທຶນຕ່າງປະເທດມາລົງທຶນ

I believe in the IMPOSSIBLE

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຫຼັກມັນກະໜ້າຈະມີການກະຕຸ້ນການຫຼັ່ງໄຫຼຂອງທຶນເຂົ້າມາລົງທຶນ ກັບ ຜົນດີເລື່ອງການສົ່ງອອກ..
ນອກນັ້ນຂ້ອຍບໍ່ຮູ້ວ່າມີຫຍັງອີກບໍ່..