ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກຮູ້ວິທີຊື້ເຄື່ອງຜ່ານທາງ Paypal???

໖ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
1.ຢາກຮູ້ວິທີຊື້ເຄື່ອງຜ່ານທາງ Paypal ຕ້ອງໄດ້ເຮັດຫຍັງແນ່???
2.ລະຄັນໂອນເງີນເຂົ້າບັນຊີທະນາຄານຂອງຄົນອື່ນ ຂ້ອຍຈຳເປັນຕ້ອງມີບັນຊີຢູ່ກ່ອນບໍ່ນະ???


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
PayPal ບັນຊີທີ່ເປັນ Laos ຈື່ໄດ້ວ່າ ມັນ add local bank ບໍ່ໄດ້ ແປວ່າ ເຖິງສະໝັກໄດ້ແຕ່ກໍ withdraw moneyບໍ່ໄດ້


໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
bor hoo

you will when you believe

໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຢູ່ລາວ ໂອນເງິນແບບບໍ່ມີບັນຊີ ຢູ່ Western Union ອາດຈະໄດ້. ບໍ່ແນ່ໃຈເດີ້

ລະຊື້ເຄື່ອງຜ່ານ paypal ແມ່ນຕ້ອງໄປສະໝັກຢູ່ເວັບໄຊຂອງ paypal ຫັ້ນລະ

ໃຊ້ paypal ຕ້ອງມີບັນຊີທະນາຄານ ຫຼື ບັດ credit/debit

ປລ. ບໍ່ແນ່ໃຈວ່າເຂົາເຈົ້າຮັບບັນຊີຂອງລາວບໍ່ ແຕ່ຖ້າເປັນບັດ credit ຄືຊິໄດ້


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ JVisuaLRocKAncafeNightmareGazetteGraMiyavi ຂຽນວ່າ...
1.ຢາກຮູ້ວິທີຊື້ເຄື່ອງຜ່ານທາງ Paypal ຕ້ອງໄດ້ເຮັດຫຍັງແນ່???
2.ລະຄັນໂອນເງີນເຂົ້າບັນຊີທະນາຄານຂອງຄົນອື່ນ ຂ້ອຍຈຳເປັນຕ້ອງມີບັນຊີຢູ່ກ່ອນບໍ່ນະ???


ແມ່ນລະເຮົາຕ້ອງມີບັນຊີສາກ່ອນເຮົາຈື່ງສາມາດຊື້ເຄື່ອງທາງອອນລາຍໄດ້ .

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໖ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ຊັ້ນຂ້ອຍເຮັດບັດ debit ຢູ່ລາວລະສະຫມັກ Paypal ໃສ່ວ່າຢູ່ຕ່າງປະເທດແລ້ວຈື່ງຊື້ເຄື່ອງ online ເລີຍ...

ມັນໄດ້ຢູ່ຕົວະ???

ເພາະວ່າຈະເອົາໄປຊື້ເຄື່ອງຊື່ໆນະ ບໍ່ໄດ້ withdraw money

ລະຄັນຈະສົ່ງເງີນຜ່ານ Paypal ຈະສົ່ງຢູ່ໃສໄດ້ແນ່??



ຈັ່ງໃດກະຂອບໃຈທຸກໆຄອມເມັ້ນເດີ້...^^...!!~



໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ JVisuaLRocKAncafeNightmareGazetteGraMiyavi ຂຽນວ່າ...
ຊັ້ນຂ້ອຍເຮັດບັດ debit ຢູ່ລາວລະສະຫມັກ Paypal ໃສ່ວ່າຢູ່ຕ່າງປະເທດແລ້ວຈື່ງຊື້ເຄື່ອງ online ເລີຍ...
ມັນໄດ້ຢູ່ຕົວະ???
ເພາະວ່າຈະເອົາໄປຊື້ເຄື່ອງຊື່ໆນະ ບໍ່ໄດ້ withdraw money
ລະຄັນຈະສົ່ງເງີນຜ່ານ Paypal ຈະສົ່ງຢູ່ໃສໄດ້ແນ່??

ຈັ່ງໃດກະຂອບໃຈທຸກໆຄອມເມັ້ນເດີ້...^^...!!~


ຊື່ເຈົ້າຂອງໂປຣໄຟລ໌ ຈັ່ງແມ່ນຍາວເນາະ
ຢາກຊື້ຜ່ານ Paypal ຢາກຫຍັງ ກະເປີດບັນຊີເປັບບັດເຄຣດິດ ວີຊ່ານັນເດ ຢູ່ລາວເຮົາກະມີ
ມີເຄຼດິດໂຕນີ້ກະທ່ອງໂລກສິນຄ້າອອນລາຍໄດ້ສະບາຍ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳອິດກະໄປ regester ຕັ້ງ account ຂອງຕົວເອງ ໂດຍໃຊ້ຊື່ ທີ່ຢູ່ ເບີໂທລະສັບ ຂອງໂຕເອງແທ້...​ ລັອກອິນເຂົ້າໄປ.. ລະກະໄດ້ເລີຍ
ການຈ່າຍແມ່ນມັນໃຊ້ບັດເຫລົ່ານີ້ຈ່າຍ..​

<-----ຄົນໃຈດີແຟນຄລັບ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍເຮັດຈັກເທື່ອດອກ...​ເຫັນແຕ່ອ້າຍເຂີຍເຮັດ.. ອິອິ

<-----ຄົນໃຈດີແຟນຄລັບ

໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ JVisuaLRocKAncafeNightmareGazetteGraMiyavi ຂຽນວ່າ...
ຊັ້ນຂ້ອຍເຮັດບັດ debit ຢູ່ລາວລະສະຫມັກ Paypal ໃສ່ວ່າຢູ່ຕ່າງປະເທດແລ້ວຈື່ງຊື້ເຄື່ອງ online ເລີຍ...
ມັນໄດ້ຢູ່ຕົວະ???
ເພາະວ່າຈະເອົາໄປຊື້ເຄື່ອງຊື່ໆນະ ບໍ່ໄດ້ withdraw money
ລະຄັນຈະສົ່ງເງີນຜ່ານ Paypal ຈະສົ່ງຢູ່ໃສໄດ້ແນ່??

ຈັ່ງໃດກະຂອບໃຈທຸກໆຄອມເມັ້ນເດີ້...^^...!!~



ເລື່ອງທະນາຄານອີ່ຫຍັງຢູ່ລາວນິບໍ່ແນ່ເຈີເດີ້
ຖ້າເຈົ້າຕົວະວ່າຢູ່ຕ່າງປະເທດກະຄືເກົ່າ ເພາະກະເຈົ້າກະຕ້ອງເອົາເງິນຈາກທະນາຄານຢູ່ດີ
ເຄີຍໃຊ້ Paypal ຊື້ເຄື່ອງຢູ່ ebay
ບາງເທື່ອກະບໍ່ໄດ້ໃຊ້ Paypal, ໃຊ້ບັດ credit ເລີຍ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເລື່ອງ ອິອິ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໖ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ສຸດທ້າຍກະຕົກລົງຈ່າຍຜ່ານ western union ນະ

ບໍ່ຢາກເຮັດບັດ credit ເພາະວ່າຂີ້ຄ້ານໄປຈ່າຍແຕ່ລະເດຶອນ...

ວ່າຈະເຮັດບັດ debit ເອົາ

ມັນກະຄືກັນຕົວະ?

ຕ່າງແຕ່ວ່າເປັນແບບເຕີມເງີນໃສ່ແທນແມ່ນບໍ່???


໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ແມ່ນລະ debit ແມ່ນໃຊ້ເງິນຈາກບັນຊີເຮົາເລີຍ



໖ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ໂດຍ....
ຂອບໃຈຫຼາຍໆສຳລັບທຸກໆຄຳຕອບເດີ້...
^^"