ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ວິທີແກ້ອາການເມົາຄ້າງ

໒ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ


ເປັນອາການທີ່ສາມາດເກີດຂື້ນໄດ້ກັບທຸກຄົນ ລວມທັງໂຕຂອງຂ້າພະເຈົ້າເອງທີ່ກ້ຳລັງນັ່ງຂຽນຢູ່ຕອນນີ້ , ເປັນເລື້ອງປົກກະຕິທີ່ທຸກຄົນເວລາເຈັບເປັນຕ້ອງໃປພົບແພດໝໍເຊີ່ງໂຕຂ້ອຍເອງກໍ່ມີແພດປະຈຳໂຕຊື່ວ່າ: Mr. Johnie Walkerແລະ Mr.Tiger head ໂດຍປົກກະຕິທັງສອງທ່ານມັກຈ່າຍຢາໃຫ້ຂ້ອຍເປັນຢານ້ຳ ໂດຍແນະນ້ຳໃຫ້ກີນເປັນປະຈຳໃນເວລາກາງຄືນ ອາການຈະດີຂື້ນຖ້າຢູ່ໃນສະຖານທີ່ມີໄຟແສງສີ ແລະເປີດເພັງສຽງດັງ ປົກກະຕິແລ້ວເພີ່ນທັງສອງຈະແນະນຳໃຫ້ອອກກຳລັງກາຍດ້ວຍການເຄື່ອນໄຫວໃປມາ ຊື່ງຂ້ອຍກໍ່ຈະປະຕິບັດຕາມຢ່າງບໍ່ຮູ້ສືກອາຍ ເລີຍໄດ້ອອກກຳລັງກາຍໄປຫຼາຍຊົ່ວໂມງ ກວ່າຈະໄດ້ເຂົ້ານອນກໍ່ປະມານ 2 - 3 ໂມງແລ້ວ. ພໍຕື່ນເຊົ້າມາກໍ່ຈະມີອາການມືນໆ ຄົນທົ່ວໄປເອີ້ນວ່າ: "ເມົາຄ້າງ" ຫຼື " Hang Over " ນັ້ນເອງ...ແຕ່ສຳລັບຂ້ອຍແລ້ວ ອາການເຫຼົ່ານັ້ນຈະບໍ່ເກີດເພາະຂ້ອຍມີວິທີແກ້ແບບງ່າຍໆ ແລະ ມື້ນີ້ຂ້ອຍກໍ່ໄດ້ກຽມມານຳສະເໜີໃຫ້ ສຳມະຊິກ ****** ໄດ້ລອງເອົາໄປໃຊ້ເບີ່ງ
ໃນນີ້ຈະເວົ້າເຖີງສີ່ງທີ່ຕວນເຮັດ ແລະບໍ່ຄວນເຮັດເມື່ອເກີດອາການເມົາ
1. ຫ້າມກີນຢາ Paracetamol ແມ່ນຢູ່ວ່າອາການເມົາຄ້າງຢ່າງໜື່ງອາດຈະເຮັດໃຫ້ເຈັບຫົວ ດັ່ງນັ້ນບາງທ່ານອາດຈະກີນຢາParacetamol ເພື່ອບັນເທົາອາການປວດ ແຕ່ທ່ານຮູ້ຫຼືບໍ່ວ່າ ໃນຂະນະທີ່ຕັບຂອງທ່ານກຳລັງເຮັດວຽກໜັກໃນການຂັບ Alcohol ອອກຈາກຮ່າງກາຍຢູ່ນັ້ນ ການກີນຢາ Paracetamol ເຂົ້າໄປຈະຍີ່ງເປັນການເພີ່ມພາລະໃຫ້ກັບຕັບຂອງທ່ານຍີ່ງຂື້ນອີກ ຜົນອາດຈະເຮັດໃຫ້ຕັບຊຸດໂຊມໄດ້ ຂໍ້ນີ້ຄວນລະວັງໃຫ້ດີ
ກີນຢາ Ibuprofen ດີກວ່າ ຊື່ທາງການຄ້າແມ່ນ Ibufen ຫຼື Trofen ມີລິດໃນການແກ້ປວດ ແລະຕ້ານການອັກເສບ ແນະນຳໃຫ້ໃຊ້ໃນຂະໜາດ 200 - 400 mg ຫຼັງຈາກຕື່ນນອນ ເພາະວ່າຢານີ້ບໍ່ມີຜົນຂ້າງຄຽງກ່ຽວກັບຕັບ ດັ່ງນັ້ນຈີ່ງບໍ່ມີອັນຕະລາຍຄືກັນກັບຢາ Paracetamol ແຕ່ບໍ່ແນະນຳໃຫ້ໃຊ້ເປັນປະຈຳ ເອົາໄວ້ໄຊ້ໃນຍາມຈຳເປັນຈີ່ງຄ່ອຍກີນເຊັ່ນ: ມີປະຊຸມດ່ວນໃນຕອນເຊົ້າ ຫຼື ຕ້ອງເຂົ້າຫ້ອງເສັງໃນຕອນເຊົ້າ
2. ດື່ມກາເຟ ...ແຕ່ໜ້ອຍ ຫຼາຍໆຄົນຄິດວ່າຖ້າເມົາຄ້າງຕ້ອງດື່ມກາເຟເພື່ອແກ້ງ້ວງ ອັນນີ້ແມ່ນຄວາມຈີງເພາະວ່າການດື່ມກາເຟເຮັດໃຫ້ຮ່າງກາຍແລະສະໝອງເຮັດວຽກໄດ້ຢ່າງມີປະສິດທິພາບແທ້ ແຕ່ຖ້າດື່ມຫຼາຍບໍ່ໄດ້ຊ່ວຍໃຫ້ອາການເມົາຄ້າງໄດ້ ແຕ່ມັນຍີ່ງກະຕຸ້ນໃຫ້ເກີດອາການປວດຖ່າຍເບົາເລື້ອຍໆເພາະລຳພັງເຫຼົ້າທີ່ເຮົາກີນເຂົ້າໄປກໍ່ໄປກະຕຸ້ນໃຫ້ຖ່າຍເບົາດຸຢູ່ແລ້ວນອກຈາກນີ້ຈະເຮັດໃຫ້ເກີດອາການຄໍແຫ້ງອີກດ້ວຍ ຖ້າຢາກດື່ມຂໍແນະນຳໃຫ້ດື່ມຊາດຳ ຫຼືກາເຟທີ່ມີຄຸນນະພາບດີບໍ່ແມ່ນແບບຊອງ 3in1 ນອກນັ້ນຄວນດື່ມນ້ຳຫຼາຍໆເພື່ອຊ່ວຍໃຫ້ຕັບເຮັດວຽກໄດ້ຢ່າງສະດວກສະບາຍ
3. ຢ່າກີນອາຫານປະເພດຈືນ ຫຼືອາຫານປະເພດມັນ ເພາະອາຫານເຫຼົ່ານີ້ ອາດເຮັດໃຫ້ລຳໃສ້ເຮັດວຽກຊ້າລົງ ລືເອີ້ນວ່າອາຫານບໍ່ຍ່ອຍນັ້ນເອງ ນອກຈາກນັ້ນທ່ານຍັງເຮັດໃຫ້ຮ່າງກາຍຂອງທ່ານໄດ້ຮັບສານອາຫານບໍ່ພຽງພໍຕໍ່ຄວາມຕ້ອງການຫຼັງຈາກທີ່ກະເພາະໄດ້ຮັບພຽງແຕ່ເຫຼົ້າໝົດຄືນ. ສຳລັບອາຫານທີ່ຈະແນະນຳແມ່ນໄຂ່ຕົ້ມ ເພາະໃນໄຂ່ຈະມີສານທີ່ຊື່ວ່າ Cysteine ຊື່ງສານນີ້ຈະເຮັດໜ້າທີ່ກ່ຽວກັຍລະບົບຂັບສານພິດ ຊື່ງ Alcohol ຖືວ່າເປັນສານພິດໃນຮ່າງກາຍ ສະນັ້ນໄຂ່ຕົ້ມຈື່ງສາມາດແກ້ອາການເມົາຄ້າງໄດ້ນັ້ນເອງ
4. ງົດການອອກກຳລັງກາຍ ເພາະການດື່ມເຫຼົ້ານັ້ນຈະໄປກະຕຸ້ນລະບົບຂັບຖ່າຍ ຄືດັ່ງທີ່ວ່າໄວ້ຂ້າງເທີງແລ້ວ ມັນອາດຈະເຮັດໃຫ້ຮ່າງກາຍຂາດນ້ຳໄດ້ ແນະນຳໃຫ້ທ່ານອາບນ້ຳແລະພັກຜ່ອນຫຼາຍຈະດີກວ່າ
5. ບໍ່ກີນອາຫານກ່ອນເມືອເຮືອນ ບາງທ່ານອາດມັກຈະກີນອາຫານຮ້ອນໆ ຫຼັງຈາກດື່ມເຫຼົ້າເມົາ ເພາະເຊື່ອວ່າເຮັດໃຫ້ຊ່ວງເມົາໄດ້ ນີ້ແມ່ນຄວາມຄິດທີ່ຜິດ ລອງຄິດເບີ່ງໃນກະເພາະຂອງເຮົາມີແຕ່ເຫຼົ້າ ຂະນະດຽວກັນທີ່ເຮົາກີນອາຫານເຂົ້າໄປ ເຫຼົ້າກໍ່ຈະປະສົມເຂົ້າກັນກັບອາຫານ ເອີ້ນໄດ້ວ່າອາຫານຈະດູດຊືມເອົົາເຫຼົ້າເຂົ້າເປັນເນື້ອດຽວກັນ ດັ່ງນັ້ນເວລາຮ່າງກາຍດຼດຊືມເອົາອາຫານນັ້ນ ກໍ່ຈະດູດຊືມເອົາອາຫານທີ່ມີເຫຼົ້າປົນໄປນຳເຊີ່ງຈະເຮັດໃຫ້ທ່ານເມົາຄ້າງໜັກຂື້ນໄປອີກ
ສີ່ງທີ່ຂ້ອຍແນະນຳຄື ໃຫ້ດື່ມນ້ຳຫຼາຍໆ ເພາະວ່ານ້ຳຈະໄປເຮັດໃຫ້ເຫຼົ້າເຈືອຈາງລົງແລະຂັບອອກມາເປັນນ້ຳຍ່ຽວຈົນໝົດ ໂດຍບໍ່ຖືກດຼດຊືມເອົາໄປໄຊ້ງານຄືກັບເວລາທີ່ເຫຼົ້າປະສົມກັບອາຫານ.


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງເປີດສົດກະທູ້ກ່ອນຈຶ່ງເຊົາເມົາຄ້າງ!!!

ອິໆໆໆໆ




໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ອໍ.....ດຽງລອງ..
ອິອິ


♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຂອບໃຈທ່ານທີ່ແບ່ງປັນຄວາມຮູ້


໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ
ขอบใจหลายสำหรับเกร็ดความรู้ที่นำมาฝาก สงสัยตองลองก่อน
อันแรกไปเมาก่อน อิอิ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ອື້ນມາອ່ານໃໝ່ມື້ນີ້ເມົາຄ້າງຢູ່ອ່ານບໍ່ໝົດ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍ ເມົາ ຄ້າງ ຕ່ອນໄດ໋ ລະ ກີນ ຫຍັງ ເຂົ້າ ໄປ ລະ ບໍ່ ໄດ້ ຈັກ ຢ່າງ ອອກ ທາງ ເກົ່າ ດີ ແຕ່ ກີນ ເຫລົ້າ ແກ່ ເມົາ ຄ້າງ ລະ ກະ ນ້ຳ ຮ້ອນໆໆ ຈື່ງ ຊ່ວງ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຢາກເມົາຄ້າງ ກະບໍ່ຕ້ອງກິນເຫຼົ້າ = ບໍ່ທໍລະມານ

ກະມີທໍ່ນີ້

I believe in the IMPOSSIBLE

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຍາວໂພດ ບໍ່ໄດ້ອ່ານ ຮາໆໆໆໆໆໆໆໆໆໆ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງຄົນເມົາຄ້າງ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຟຟ້າຊ໋ອດກໍ່ໄດ້ ຫາຍເມົາຄ້າງເລີຍ ແຕ່ຊ໋ອກ !! ອິອິ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວມື້ແລງລອງກ່ອນ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ຄືມາຍາວແທ້ທ່ານ ເອົາແບບນີ້ສິດີກ່ອນບໍ ຖ້າເມົາຄ້າງຕ້ອງແກ້ອີກຈອກໜຶ່ງ ຫ້າມເກີນເດີມັນສິ 2 ຄ້າງໃດບາດນິ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບເບີ່ງວີທີແກ້ເມົາຄ້າງ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ບໍ່ຢາກເມົາຄ້າງ ກະບໍ່ຕ້ອງກິນເຫຼົ້າ = ບໍ່ທໍລະມານ

ກະມີທໍ່ນີ້


ຈະແມ່ນຖືກເນາະ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ອໍ.....ດຽງລອງ..

ຮັກແທ້ມີຢູ່ໃສຫວະ?

໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
kuk laiy


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມົາຄ້າງກະຖອນຕີ້

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມົາຄ້າງກາເອົາໄມ້ຢັກລົງກາໄດ້.......ຮ່າໆໆໆໆໆ