ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເນື້ອຄູ່ໃນ: "ອີນເຕີເນັດ" ມີແທ້ບໍ ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຖ້າເຮົາຮູ້ຈັກກັບໃຜຄົນຫນື່ງໃນອີນເຕີເນັດແລ້ວມາພົບກັນ, ແລ້ວເຂົາກະຮັກເຮົາແລ້ວເຮົາກະຮັກເຂົາຫລາຍ
ເພື່ອນ2 ຄີດວ່າມັນຈະເປັນ:"ເນື່ອຄູ່ເຮົາ" ໄດ້ບໍ ?




໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ກ່ອນອຶ່ນຂໍເປິດສົດ ກທ ຢ່າງເປັນທາການ
ຄິດວ່າມີເພາະອິນເຕີເນັດສະໄໝນີ້ກໍ່ເປັນເຄຶ່ອງສື່ຂອງຄົນສອງຄົນ ຂໍຟັນທຸງວ່າມີ


໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ເປັນໄປໄດ້,ເພາະກະເຄີຍເຫັນ ມີຄົນລົມກັນໃນເນັດ ລົມຖືກໃຈກັນຫຼາຍ ແລ້ວກະນັດກັນໄປເປີດຫ້ອງ .ເລື້ອງຊິເປັນເນື້ອຄູ່ແມ່ນບັງຄັບກັນໄດ້ຍາກ.


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
^
^
ເປິດຫ້ອງຫຍັງ?


໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ຈະເປັນເນື້ອຄູ່..........ຫຼືຮັກແທ້ ອັນນີ້ຂ້າພະເຈົ້າບໍ່ຮູ້.

ຖ້າບໍ່ຢາກເຈັບ ກໍ່ໃຫ້ເພື່ອໃຈໄວ້ແນ່ ອີກຝ່າຍເຂົາອາດບໍ່ໄດ້ຄືດຄືເຮົາ.
ດອກໄມ້ທີ່ຖືກເດັດໄປແລ້ວສຸດທ້າຍມັນກໍ່ຕ້ອງຫ່ຽວແຫ້ງ ຂອງບາງສິ່ງທີ່ເສີຍໄປແລ້ວມັນກໍ່ເອົາຄືນມາບໍ່ໄດ້ເຊ່ນກັນ.

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ບໍ່ຮູ້ເດີ້ ແຕ່ລະວັງໄວ້ແນ່ກາດີ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລະວັງໄວ້ແດ່ເດີ້ ຮູ້ໜ້າບໍ່ຮູ້ໃນ ອາດຈະໄດ້ເປັນຄູ່ເນື້ອແນບກາຍໃນບາງເວລາ ຫຼື ອາດຈະແມ່ນເນື້ອຄູ່ທີ່ມີມາແຕ່ຊາດປາງກ່ອນ ບໍ່ມີໃຜບອກໄດ້ ເບິ່ງໆໄປກ່ອນ ຄູ່ກັນແລ້ວບໍ່ແຄ້ວກັນດອກ. ຄື bpp ວ່າຫັ້ນລະ "ດອກໄມ້ທີ່ຖືກເດັດໄປແລ້ວສຸດທ້າຍມັນກໍ່ຕ້ອງຫ່ຽວແຫ້ງ ຂອງບາງສິ່ງທີ່ເສຍໄປແລ້ວມັນກໍ່ເອົາຄືນມາບໍ່ໄດ້ເຊັ່ນກັນ". ພົມມະຈັນ ອາດບໍ່ສຳຄັນ ສຳລັບບາງຄົນ ແຕ່ສະເພາະບາງຄົນ ອາດເຮັດໃຫ້ອານາຄົດບໍ່ສົດໃສເດີ້

ຄິດດີ ເວົ້າດີ ເຮັດດີ

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແທ້ບໍ່ລະໃຜຢາກຮູ້ກະໄປດູໝໍເອົາເດີ້


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ເປັນໄປໄດ້, ຖ້າທັ້ງ2ຈິງໃຈຈິງຈັງຕໍ່ກັນ.......


ໂລກໄຊຍ໌ເບີຣ໌ເປັນໂລກທີ່ມີທັ້ງຄວາມຫລອກລວງແລະຄວາມເປັນຈິງ((ທີ່ຫນ້ອຍ))
ສະນັ້ນ, ກ່ອນທີ່ຈະໄປມັກຮັກໃຜໃນໂລກອອນໄລນ໌ໃບນີ້ ຄວນຈະຊັ່ງໃຈເພື່ອໃຈໄວ້ນຳແນ່ເດີ້......

There's a thin line between Life and Death, I wish for a Miracle to happen...

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ອາດມີ ເພາະທຸກສິ່ງ ທຸກຢ່າງມັນບໍ່ແນ່ນອນ

ຢູ່ຫ່າງໆ ຢ່າງຫ່ວງໆ

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
^
^
ແມ່ນໆ ບໍ່ແມ່ນວ່າລົມກັນໄປແລ້ວຊິນັດໄປກີນຕັບໆກັນຢ່າງດຽວ ຖ້າຮັກກັນແທ້ເຂົາບໍ່ຂໍແຕ່ເລຶ່ອງດຽວນີ້ດອກ ແຕ່ກໍ່ຄວນລະຫວັງໃວ້ເປັນການດີຄົນເຮົາສະໄໝນີ້ ມັນມີຫຼາຍຮູບແບບ ບາງຄົນມັກດົມແລ້ວກໍ່ຖີ້ມໄປ ແຕ່ໜ້ອຍຄົນທີ່ດົມແລ້ວບໍ່ມີມື້ຖີ້ມ


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມີແນ່ນອນ ຖ້າເອົາໃຈຄົບກັນຈາ.........


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ມັນກະເປັນໄປໄດ້ແລະເປັນໄປບໍ່ໄດ້ຫັ້ນລະ ແບ່ງໃຈໄວ້ແດ່ ອິອິອິ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາດເປັນໄປໄດ້ ແລະ ເປັນໄປບໍ່ໄດ້


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
อาดจะมีและบอมี


໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ບໍ່ມີດ໋ອກ ສິ່ງທີ່ໃກ້ຕົວຂອງເຮົານັ້ນລະສໍາຄັນທີ່ສຸດ. 10ສະລຶງຢູ່ຟາກນໍ້າຢ່າໄດ້ອ່າວຄະນິງຫາ ຄົນຢູ່ຂ້າງໆນັ້ນນາໃຫ້ຮີບຄົບເອົາໄວ້....... 5555555 ເຊື່ອໂບລານໄວ້ ບໍ່ເສຍຫາຍເດີ

[suck]

໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ບໍ່ມີດ໋ອກ ສິ່ງທີ່ໃກ້ຕົວຂອງເຮົານັ້ນລະສໍາຄັນທີ່ສຸດ. 10ສະລຶງຢູ່ຟາກນໍ້າຢ່າໄດ້ອ່າວຄະນິງຫາ ຄົນຢູ່ຂ້າງໆນັ້ນນາໃຫ້ຮີບຄົບເອົາໄວ້....... 5555555 ເຊື່ອໂບລານໄວ້ ບໍ່ເສຍຫາຍເດີ

[suck]

໒ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຟັງໄປຟັງມາ ກະມີເຫດມີຜົນທັ້ງຫມົດທຸກຄົນເນາະ


໔ ກະທູ້
໑໒໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ suck ຂຽນວ່າ...
ບໍ່ມີດ໋ອກ ສິ່ງທີ່ໃກ້ຕົວຂອງເຮົານັ້ນລະສໍາຄັນທີ່ສຸດ. 10ສະລຶງຢູ່ຟາກນໍ້າຢ່າໄດ້ອ່າວຄະນິງຫາ ຄົນຢູ່ຂ້າງໆນັ້ນນາໃຫ້ຮີບຄົບເອົາໄວ້....... 5555555 ເຊື່ອໂບລານໄວ້ ບໍ່ເສຍຫາຍເດີ


mun ka bor sa mer pai na barng t ka art ja mii

^^+Baby Girl+^^

໑໐ ກະທູ້
໒໔໒ ໂພສ
ນັກການກະທູ້
50 / 50 ອາດເປັນໄປໄດ້ ແລະ ເປັນໄປບໍ່ໄດ້


໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ເປັນໄປໄດ້, ຖ້າທັ້ງ2ຈິງໃຈຈິງຈັງຕໍ່ກັນ.......


ໂລກໄຊຍ໌ເບີຣ໌ເປັນໂລກທີ່ມີທັ້ງຄວາມຫລອກລວງແລະຄວາມເປັນຈິງ((ທີ່ຫນ້ອຍ))
ສະນັ້ນ, ກ່ອນທີ່ຈະໄປມັກຮັກໃຜໃນໂລກອອນໄລນ໌ໃບນີ້ ຄວນຈະຊັ່ງໃຈເພື່ອໃຈໄວ້ນຳແນ່ເດີ້......



ເອື້ອຍນູ່ເວົ້າຖືກ


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ຊິວ່າມີກາມີໃດ໋ເພາະເບິ່ງຂ່າວໄທ ຮູ້ຈັກກັນໃນhi5ລະກາແຕ່ງງານກັນ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄືເພິ່ນວ່າ ບໍ່ວ່າຢູ່ໃນໂລກແຫ່ງຄວາມເປັນຈິງ ຫຼື ໂລກໄຊເບີ້ ກິມີທັງຄົນທີ່ ຈິງໃຈແລະບໍ່ຈິງໃຈ ດີ ແລະ ບໍ່ດີ

ປະເດັນຄື ຄົນທີ່ເຮົາໄດ້ເຈິະນັ້ນ ຈະເປັນຄົນຈັ່ງໃດ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
50 50 ເດີ້! ເລື່ອງແບບນີ້ນະ!!!



໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ຄົນເຮົາສ່ວນຫຼາຍບໍ່ມັກໃສ່ໃຈຄົນອ້ອມຂ້າງຫຼືທີ່ເອິ້ນວ່າຄົນໃກ້ຕົວດ໋ອກທ່ານເອີຍ......ລອງຄິດເບິ່ງແມ້ຖ້າໄດ້ຫຼິ້ນເນັດແລ້ວ ແມ່ເຮົາແທ້ໆນາ ມາເວົ້ານໍາກໍ່ບໍ່ສົນໃຈເວົ້ານໍາເພິ່ນດ໋ອກ ແມ່ນແທ້ບໍ່? ຊິເວົ້າຫຍັງກັບບ່າວຂ້າງເຮືອນ ບໍ່ເບິ່ງຮອດເກີບພຸ້ນຕິ? ເລື່ອງແຟນທາງອິນເຕີເນັດຄືກັນ ຢ່າໃສ່ໃຈເທາະ.ເພາະ ບໍ່ມີສະຖິຕິໃດ ບອກໄວ້ວ່າ10ຄູ່ມີ2ຄູ່ດ໋ອກ

[suck]

໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tovitovi ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ suck ຂຽນວ່າ...
ບໍ່ມີດ໋ອກ ສິ່ງທີ່ໃກ້ຕົວຂອງເຮົານັ້ນລະສໍາຄັນທີ່ສຸດ. 10ສະລຶງຢູ່ຟາກນໍ້າຢ່າໄດ້ອ່າວຄະນິງຫາ ຄົນຢູ່ຂ້າງໆນັ້ນນາໃຫ້ຮີບຄົບເອົາໄວ້....... 5555555 ເຊື່ອໂບລານໄວ້ ບໍ່ເສຍຫາຍເດີ


mun ka bor sa mer pai na barng t ka art ja mii


ຢ່າໃຫ້ຄວາມເຫງົາພາເຮົາຫຼົງຜິດ ຄິດເບິ່ງດີໆເດີ ມີຄົນຫຼົງເບີໂທກັນແລ້ວໄດ້ແຕ່ງງານກັນແຕ່ເປັນຫຍັງຮູ້ບໍ່? ນິໄສບໍ່ເຂົ້າກັນ ຜົນທີ່ກໍາລັງຈະຕາມແມ່ນຫຍັງຮູ້ບໍ່? ບໍ່ຢາກພັນລະນາເລີຍ..............ໂອ!ອານິດຈັງ ສັດໂລກຜູ້ນ່າສົງສານ

[suck]

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີລະເນາະ ລົມຢູ່ເນັດມັນຍີ່ງເປີດໃຈໃສກັນຢ່າງບໍ່ມີອາຍເມື່ອມາພົບກັນມັນຈື່ງລື້ງເຄີຍກັນດີ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ສົງໄສຈ່ອຍກຳລັງເຈິະຢູ່

I believe in the IMPOSSIBLE

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກແລ້ວ ຂ້ອຍບໍ່ເຄີຍເຫັນນະ ຄົນແຕ່ງງານກັນຍ້ອນພົບກັນໃນເນັດ
ກໍ່ບໍ່ຮູ້ຄືກັນ ຄືຊິບໍ່ມີຕິ ຢາກຮູ້ວ່າໃຜຮັກແທ້ ຢ່າເຊື່ອພຽງ ຮູບ ແລະ ຄຳເວົ້າເດີ ຕ້ອງເບິ່ງການກະທຳໄປດົນໆໆໆໆ


໒ ກະທູ້
໒໔໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຈັກແລ້ວ ຂ້ອຍບໍ່ເຄີຍເຫັນນະ ຄົນແຕ່ງງານກັນຍ້ອນພົບກັນໃນເນັດ
ກໍ່ບໍ່ຮູ້ຄືກັນ ຄືຊິບໍ່ມີຕິ ຢາກຮູ້ວ່າໃຜຮັກແທ້ ຢ່າເຊື່ອພຽງ ຮູບ ແລະ ຄຳເວົ້າເດີ ຕ້ອງເບິ່ງການກະທຳໄປດົນໆໆໆໆ


ພາສຸກ ຂ້ອຍນີ້ເດະ ໄດ້ເມຍຍ້ອນເນັດນະ ພວກຂ້ອຍລົມກັນທາງ HI5 ລະກະລົມກັນທາງເອມ ປະມານ 1ເດືອນ ນັດເຈີກັັນ ລະກະລົມກັນມາເລືອຍໆ 2ປີ ລະເອົາກັນ ຕ້ອນນີ້ແຕ່ງໄດ້6ເດືອນແລ້ວ ຄອບຄົວສົມບູນດີ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>