ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມີເລື່ອງຢາກຖາມ

໘ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ມີຄົນເປັນຄືທ້າວອັນນີ້ຢູ່ເບາະ ລາວຮັກຄົນສອງຄົນໃນເວລາດຽວກັນ ແຕ່ສຸດທ້າຍລາວໄດ້ເລືອກຄົນໜຶ່ງ ແລະ ປ່ອຍຄົນໜຶ່ງໄປ ແຕ່ພໍເວລາຜ່ານໄປດົນປປານໃດລາວຊໍ້າພັດຕິດຮອດຄົນທີ່ລາວປ່ອຍໄປຫຼາຍຂຶ້ນເທົ່ານັ້ນຈົນລາວຊອກທຸກວິທີເພື່ອຈະກັບໄປຫາຍິງຄົນນັ້ນ ແຕ່ມັນກໍ່ຊ້າໄປແລ້ວ. ຊ່ວຍແນະນໍາແນ່ວ່າ ທ້າວອັນນີ້ ລາວຄວນເຮັດແນວໃດ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍເປີດສົດກະທູ້ອີກແລ້ວ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນລະຕອນນັ້ນເກັບໄວ້ໝົດສອງລະກະແລ້ວ..
ຕອນນີ້ກະຕ້ອງຕັດໃຈຫັ້ນລ່ະ..
ຈັ່ງໃດກະບໍ່ກັບມາແລ້ວ..


໔ ກະທູ້
໒໓໑ ໂພສ
ນັກການກະທູ້
khoi kit wa thao un nun pen khn t hen kae to laiy khun lk leo ka tg huk khn t toeng lk lae


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າວວວວວວ ຄືມາຫລາຍຈິດຫລາຍໃຈແທ້
ຖ້າຍັງບໍ່ຫມັ້ນໃຈວ່າມັກຮັກໃຜ ແລ້ວໄປເລືອກເຂົາຄົນນັ້ນເຮັດຫຍັງລະ???
ຖ້າເມື່ອຄົນທີຖືກປ່ອຍໄປ ລາວໄປມີຄວາມສຸຂກັບຄົນອື່ນ, ສະນັ້ນຜູ້ຊາຍຄົນນີ້ບໍ່ຄວນທີ່ຈະໄປຄິດເຖິງລາວຄົນນັ້ນອີກ
ເພາະຜູ້ຊາຍຄົນນີ້ກໍ່ມີຜູ້ຍິງອີກຄົນທີ່ລາວເລືອກຕັ້ງແຕ່ຕອນຕົ້ນແລ້ວ......

There's a thin line between Life and Death, I wish for a Miracle to happen...

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າທ້າວອັນນີ້ມີຄວາມເປັນຜູ້ຊາຍ 100 ແທ້ ລາວຄວນບໍ່ເລືອກໃຜ ເພາະວ່າລາວເຮັດໃຫ້ຜູ້ຍິງ 2 ຄົນຕ້ອງມາເສຍເວລາ ເສຍນ້ຳຕາ ເພາະຕັນຫາຂອງລາວ
ບາດເລືອກຜູ້ ຫນຶ່ງໄປແລ້ວ ຍັງຢາກໄດ້ອີກຜູ້ຫນຶ່ງ ຄົນແບບນີ້ບໍ່ຮູ້ຈັກຄຳວ່າພໍ ຕ້ອງຖືກຜູ້ຍິງເຮັດຄືນ ຈຶ່ງຈະຮູ້ຄວາມເຈັບ...

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ຕັດໃຈລູກດຽວ

liverpool you"ll never walk alone

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒ ກະທູ້
໒໔໐ ໂພສ
ນັກການກະທູ້
ວິທີ່ງ່າຍໆ ໄປໂດດຂົວນ້ຳຂອງສະ ງ່າຍດີ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
1. ພວກເພື່ອນເຄີຍຖາມຕົວເອງຢູ່ບໍ່ວ່າການໃຊ້ໃຈໃຫ້ມີຄ່າປັນແນວໃດ.
2. ແລ້ວການມີເພື່ອນທີ່ດີເອົາໄປເຮັດຫັຍງ
3. ແລ້ວເປັນຫັຍງຄົນເຮົາເຖິງມັກໃຊ້ຄຳວ່າເພືອນຕົວະຄົນອື່ນ


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າ ທ້າວອັນນັ້ນ ແມ່ນ ເຈົ້າຂອງກະທູ້ນີ້

ແຕ່ວ່າຢາກຮູ້ວ່າ ສາຍເກີນໄປແນວໃດ? ລາວແຕ່ງງານແລ້ວຫວາ?
ແລ້ວຄົນທີ່ເຈົ້າຄົບຢູ່ຕອນນີ້ເຈົ້າບໍ່ຮັກລາວເລີຍຫວາ?
ມີຫຍັງກໍ່ເປີດໃຈເວົ້າກັນດີໆ
ຂ້ອຍນະຊັງຄົນຫຼາຍໃຈຂະໜາດໃດ ຮາໆໆໆ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ້າ ອະດີດມັນຜ່ານໄປແລ້ວ ແກ້ໄຂບໍ່ໄດ້ດອກ ເຮັດມື້ນີ້ໃຫ້ດີທີ່ສຸດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ໄປຕືກດອນຈັນພາເຫລດກະໄດ້ ງ່າຍດີ


໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຄັນຫູ ໄມ່ຣູ້ເປັນອະໄຣ
ເອົາສຳລີມາພັນ ກໍໄມ່ຫາຍ


໑໐ ກະທູ້
໒໔໒ ໂພສ
ນັກການກະທູ້
ໄປຕືກດອນຈັນພາເຫລດກະໄດ້ ງ່າຍດີ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ທ້າວອັນນີ້ຫັ່ນແມ່ນ ຈຂກທ ນີ້ແມ່ນບໍຫັ່ນ ຖ້າເປັນແນວນັ້ນຕັດໃຈສາ ທ້າວຈົ່ງເລີ່ມຕົ້ນຈີບສາວໃໝ່ແລ້ວກໍ່ຢ່າເຮັດຄືທີ່ຜ່ານມາ ທ້າວເຂົາໃຈເດີ ແມ່ຍິງເຮົາສະໄໝນີ້ ມີເປັນກອງເລຶອກແນວດີໆຢ່າໄປເລຶອກແນວເໜົ່າແນວບໍ່ດີເດີ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳໃຈແນວດຽວໝໍ ສິເຮັດແນວໃດໄດ້ແນວວ່າມັນສາຍໄປແລ້ວ ມີທາງດຽວຄືກັດຫຳຕົວເອງຕາຍຊະ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຕາມທີ່ໄດ້ອ່ານມາຂ້າງເທີງນັ້ນມີແຕ່ຜູ້ບໍ່ເຫັນດີນຳ ຂພຈ ກະເປັນຄົນໜຶ່ງທີ່ບໍ່ມັກຄົນແບບນີ້ຄືກັນ ກົ້ມກັດຫຳຕົວເອງຕາຍສະເດີທ້າວອັນນີ້ ຮ່າຯຯຯ ສົງໄສທ້າວອັນນີ້ຄືສິແມ່ນເຈົ້າຂອງກະທູ້ບໍ່ຈັກຮ່າຯຯຯຯຯ ຖ້າບໍ່ໄປຕຶກດອນຈັນກະໄປໂຕນນ້ຳຂອງກະໄດ້ເດີທ່ານຈຂກທ ຮ່າຯຯຯຯ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວຄວນຈະປ່ອຍວາງໄດ້ແລ້ວ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຈົ່ງເອົາໃຈໃສ່ໃນສິ່ງທີ່ຕົວເອງໄດ້ເລືອກແລ້ວ ພໍໃຈໃນສິ່ງທີ່ຕົນມີ !


໘ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ເປັນພຽງເລື່ອງທີ່ຢູ່ດີໆມັນກະຄິດອອກເລີຍເອົາມາຖາມໝູ່ທຸກຄົນວ່າຖ້າມີຄົນຄິດແບບນີ້ ໝູ່ຄິດວ່າຄົນແບບນີ້ເປັນຄົນແນວໃດ????


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ ຢູ ມີທາງຢູ່

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັດໃຈຊະ