ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄວາມງາມ ເລີກ

໕໒ ກະທູ້
໗໒ ໂພສ
ນັກການກະທູ້
ຄວາມງາມ ເລີກ ເບີ່ງພຽງຜິວໜັງ
ຄວາມງາມ ແມ່ນເບີ່ງເຫັນພຽງຜີວໜັງຂອງພາຍນອກເທົ່ານັ້ນເຮົາບໍ່ມີທາງຈະເບີ່ງເຫັນຄວາມງາມທາງໃນໄດ້
ແມ່ນບໍ່


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ເຈົ້າໆ

.ເຮີເຮີ



໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າງາມຕ້ອງແມ່ນງາມອອກມາຈາກຂ້າງໃນຫາພາຍນອກ ຈຶ່ງເອີ້ນວ່າງາມ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຄຳວ່າງາມຕ້ອງແມ່ນງາມອອກມາຈາກຂ້າງໃນຫາພາຍນອກ ຈຶ່ງເອີ້ນວ່າງາມ


ແມ່ນໆໆ



໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກແມັດຈັງຊິເອີ້ນວ່າງາມເລີກເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຈັກແມັດຈັງຊິເອີ້ນວ່າງາມເລີກເນາະ


ສຸດສາຍຕາພຸ້ນລະ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຄຳວ່າງາມຕ້ອງແມ່ນງາມອອກມາຈາກຂ້າງໃນຫາພາຍນອກ ຈຶ່ງເອີ້ນວ່າງາມ


ຈັ່ງໃດເອື້ອຍ ແບບວ່າແກ້ເຄື່ອງອອກແລ້ວຈິ່ງສາມາດເຫັນຄວາມງາມໄດ້ຊັ້ນຫວາ 555++ ກ໋າກ ກ໋າກ ແຮງໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຄຳວ່າງາມຕ້ອງແມ່ນງາມອອກມາຈາກຂ້າງໃນຫາພາຍນອກ ຈຶ່ງເອີ້ນວ່າງາມ


ຈັ່ງໃດເອື້ອຍ ແບບວ່າແກ້ເຄື່ອງອອກແລ້ວຈິ່ງສາມາດເຫັນຄວາມງາມໄດ້ຊັ້ນຫວາ 555++ ກ໋າກ ກ໋າກ ແຮງໆໆ


ກິລິຍາທ່າທາງ ຄຳເວົ້າຄຳວ່າ ມະນຸດສຳພັນດີ ບໍ່ດູຖູກຍຽດຫຍາມຄົນອື່ນ ຮູ້ຈັກເອົາໃຈເຂົາໃສ່ໃຈໂຕເອງ


໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ງາມເລິກ ງາມແບບເບິ່ງມາແຕ່ດົນແຕ່ຍັງບໍ່ເຫັນຄວາມງາມຫັນວາ ຈັ່ງວ່າງາມເລິກ
ຫຼື ເວົ້າອີກວ່າ ເບີ່ງມາແຕ່ນ້ອຍຈົນເຖົ້າຍັງບໍ່ເຫັນງາມນຳເຂົາຕິ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາຈານເຮົາບອກສອນມາວ່າ

"ພວກເຈົ້າ!! ຢ່າສຸພາກັນເບິ່ງກັນຢູ່ພາຍນອກຫຼາຍ!! ຄົນມັນຊິງາມ ຊິຫຼໍ່ ຫຼື ຊິຂີ້ລ້າຍ ບາດຜ່າຕັດ "ລອກໜັງໜ້າ" ອອກແລ້ວ ມັນກະໜ້າຄືໆກັນໝົດຫັ້ນແຫຼະ ຂີ້ລ້າຍຄືກັນໝົດ ຮຽນເບິ່ງຄົນຢູ່ຈິດໃຈແນ່ ຈະໄດ້ບໍ່ກິນແໜງບາດເຖົ້າ"

ເປັນຄຳສອນທີ່ຈິນຕະນາການຈົນເຫັນພາບ
ຂອບໃຈອາຈານນນນ

I believe in the IMPOSSIBLE

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ໃບຫນ້າ ຜິວພັນຕ້ອງມາກ່ອນ ອິອິ ເວົ້າຫລິ້ນເດີ່
ຄົນຈະງາມງາມທີ່ໃຈ ບໍ່ແມ່ນໃບຫນ້າ
ຄົນຈະສວຍສວຍຈັນຍາ ບໍ່ແມ່ນຕາຫວານ
ຄົນຈະແກ່ແກ່ຄວາມຮູ້ ບໍ່ແມ່ນຢູ່ນານ
ຄົນຈະຣວຍຣວຍສິນທານ ບໍ່ແມ່ນບ້ານເຮືອນໃຫຍ່