ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສະພາບບັນຍາກາດຂອງລາວໄລຍະນີ້ໜັກ

໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ກຸ່ມຄວັນໄຟອັນໜາທຶບກໍາລັງປົກຄຸມທ້ອງຟ້າໃນເຂດຊົນນະບົດ ສະມັດຕະພາບໃນການເບິ່ງເຫັນນ້ອຍລົງ ການຫາຍໃຈເລີ່ມແສບດັງ ແສບຕາ ແຕ່ເຂົາບໍ່ຮູ້ວ່າມັນກໍາລັງຊິເກີດຫຍັງຂື້ນ ປະຊາຊົນເຂົາກະບໍ່ຍອມຢຸດຕິການຈູດໄຮ່ຈູດສວນ ບັນຫານີ້ແມ່ນໃຜຊິຊ່ວຍແກ້ໄຂ

[suck]

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫັ້ນລະ ແນວຂະເຈົ້າບໍ່ໄດ້ເຮັດວຽກຄືເຮົາເນາະ ອາຊີບຫຼັກໆສຳຫຼັບເຂດຫ່າງໄກຕົວເມືອງກະຄື ຖາງປ່າເຮັດໄຮ່ .........

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ສະພາບອາກາດໃນລາວຕອນເໜືອເປ້ນຈັງໃດບ້າງ ເປ້ນເໝືອນພາກເໜືອຂອງໄທບໍ່ທີ່ມີແຕ່ smog


ຂ່ອຍເຄີຍໄປເທີ່ຍວເມືອງຫຼວງພະບາງຫນ້າແລ້ງ ເມື່ອ 3 ປິກ່ອນ ລະຫວ່າງທາງນອກເມືອງຄະເຈົ້າເຜົາໄຮ່ໄດ້ເປ້ນຕາຍ້ານຫຼາຍ ມອງໄປເຫ້ນແຕ່ຄວັນ ບາງຈຸດ ໄຟສູງບັກຄັກເກືອບມາໂດນລົດທີ່ຂ່ອຍນັ່ງ


໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ແມ່ນຫັ້ນລະ ແນວຂະເຈົ້າບໍ່ໄດ້ເຮັດວຽກຄືເຮົາເນາະ ອາຊີບຫຼັກໆສຳຫຼັບເຂດຫ່າງໄກຕົວເມືອງກະຄື ຖາງປ່າເຮັດໄຮ່ .........


ເບິ່ງໜ້າຕາກະຈະຖ່າງເປັນບໍ່ນໍໄຮ່ຫັ້ນ ໄວຣັດເອີຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຢ້ານເນາະ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oulaihuk ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ແມ່ນຫັ້ນລະ ແນວຂະເຈົ້າບໍ່ໄດ້ເຮັດວຽກຄືເຮົາເນາະ ອາຊີບຫຼັກໆສຳຫຼັບເຂດຫ່າງໄກຕົວເມືອງກະຄື ຖາງປ່າເຮັດໄຮ່ .........


ເບິ່ງໜ້າຕາກະຈະຖ່າງເປັນບໍ່ນໍໄຮ່ຫັ້ນ ໄວຣັດເອີຍ


ອ໋ອຍນໍຄືມາວ່າກັນແນວນີ້ລະ ຫະຫະ ອືມ...ສິໃຫ້ຖາງປ່າເຮັດໄຮ່ເປັນແນວໃດເນາະແນວພໍ່ແມ່ກະບໍ່ເຄີຍສອນ ແຮ່ໆ ທີ່ເວົ້າຫັ້ນຂ້ອຍໝາຍເຖິງເຂດຫ່າງໄກຊອກຫຼີກພຸ້ນ (ເຂດນອກເມືອງ) ບໍ່ໄດ້ໝາຍເຖິງຂ້ອຍເຄີຍຖາງປ່າເຮັດໄຮ່ ຮ່າໆໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຕາຢ້ານເນາະ


ຕອນນັ້ນເມື່ອ 3 ປີກ່ອນ
ເມືອງຫຼວງພະບາງງາມ ໆ ກະເລີຍຖູກປົກຄຸມດ້ວຍ smog
ດີທີ່ວ່າຕອນທີ່ໄປອາກາດໃນເມືອງຫຼວງຍັງບໍ່ມີຝຸ່ນລະອອງຫຼາຍ ບໍ່ທຳໃຫ້ແສບດັງ
ແຕ່ພໍມອງຈາກຍອດພູສີ ຈະເຫ້ນທ້ອງຟ້າຂະມຸກຂະມັວຈັກໜ່ອຍ ເຫ້ນເປ້ນສິສົ້ມໆ
ຕອນນີ້ກະໜັກໃຈແທນຄົນພາກເໜືອຂອງໄທຍ ຝຸ່ນເກິນຄ່າມາດຕະຖານແລ້ວ

ແຕ່ທີ່ວັງເວີຍງ ອາກາດກັບດີບໍ່ຄືອແຖວຫຼວງພະບາງ
ເວົ້າແລ້ວອຍາກສິໄປ tubing ທີ່ແມ່ນ້ຳຊອງອີກ

ສະອອນທຳມະຊາດເມືອງລາວຫຼາຍ ແບ່ງມາໃຫ້ຝັ່ງໄທຍບ້າງກະດີເດີ້ 55


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວດິນໃນເມືອງ ມັນມີເຈົ້າຂອງໝົດ ເລີຍ ພາກັນ ໄປ ປ່າ ບ່ອນທີ່ຍັງບໍ່ມີເຈົ້!ຂອງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ຊິໄປໂທດແຕ່ຊາວບ້ານຢ່າງດຽວກາບໍ່ຖຶກແນວວ່າບ້ານເຮົາບໍ່ມີທາງເລືອກທີ່ດີໃຫ້ກັບປະຊາຊົນເດດັ່ງນັ້ນ
ຖ້າບໍ່ໃຫ້ເຂົາເຂົ້າເຮັດແບບນີ້ແລ້ວຊິໃຫ້ເຂົາເຈົ້າກິນຫຍັງການທີ່ເວົ້າແບບນີ້ບໍ່ແມ່ນວ່າຂ້າພະເຈົ້າສົ່ງເສີມແຕ່
ຟ່າງໄດແຕ່ເປັນເພາະວ່າມັນແມ່ນສະພາບຄວາມເປັນຈິງທີ່ປະຊາຊົນລາວໃນເຂດຊົນນະບົດຍັງປະເຊີນຢູ່ຂ້າພະ
ເຈົ້າກາມີຫລາຍຂໍ້ຄິດມາແລກປ່ຽນເຊັ່ນກັນຍົກຕົວຢ່າງເຊັ່ນວ່າ:ລັດຖະບານວາງຍຸດທະສາດວ່າຢຸດຕິການຖາງປ່າ
ເຮັດໄຮ່ເພື່ອມາເຮັດອາຊີບຄົງທີ່ຫລືເຮັດໄຮ່ຫມູນວຽນແທນແຕ່ທາງກັນກັນມັນກໍ່ເປັນພຽງຫນ້າເຈ້ຍທີ່ຂຽນຂື້ນມາປະ
ດັບໂຕະເຮັດວຽກເທົ່ານັ້ນເມື່ອເບີ່ງລວມແລ້ວການທີ່ຈະປ່ຽນປະຊາຊົນທີ່ເຂົາເຈົ້າມີແບບແຜນການດຳລົງຊີວິດມາກ່ອນ
ທີ່ຈະມີກົດຫມາຍຫລືຢຸດທະສາດນັ້ນແມ່ນການການຍາກທີ່ສຸດເປັນຫຍັງຈື່ງເວົ້າແບບນີ້ກໍ່ເພາະວ່າມັນບໍ່ແມ່ນສີ່ງທີ່ເຂົາ
ເຄີຍເຮັເມາກ່ອນດັ່ງນັ້ນຖ້າຢາກໃຫ້ເຂົາເຂົ້າປ່ຽນກາຕ້ອງເຮັດໃຫ້ເຂົາເຈົ້າໄດ້ເຫັນເປັນຕົວແບບເຮັດໃຫ້ເຫັນຢ່າງປະຈັກ
ຕາວ່າມັນໄດ້ຜັນແທ້ບໍ່ແມ່ນວ່າປ່ຽນແຕ່ທາງທິດສະດີເທົ່ານັ້ນໃນເມື່ອພວກເຂົາບໍ່ເຄີຍມາກ່ອນມັນກາບໍ່ຕ່າງຫຍັງກັບການ
ສອນເດັກນ້ອຍອ່ານຫນັງສືຫັ້ນລະປະເທດລາວເຮົາຍັງຢູ່ໄກຂອດຂອງຄວາມສຳເລັດໃນດ້ານນີ້ເພາະວ່າຍັງບໍ່ທັນໄດ້
ຮັບການໃສ່ໃຈຢ່າງຈິງຈັງ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ໃນປັດຈຸບັນຍີ່ງລັດຖະບານເປີດໂອກາດໃຫ້ນັກລົງທືນຕ່າງປະເທດເຂົ້າມາສຳປະທານສິດນຳໃຊ້ທີ່ດິນໃນໄລຍະຍາວໄດ້ຍີ່ງປະເມີນບໍ່ໄດ້ເລີຍວ່າ
ສະພາບການຂອງປະເທດລາວໃນອະນາຄົດອັນໃກ້ໆນີ້ຈະເປັນແບບໄດຊາວບ້ານບໍ່ມີຂໍ້ມູນໃນດ້ານນີ້ລັດຖະບານບໍ່ມີປະສົບການໃນວິທີ່ການດັ່ງກ່າວ
ລະບົບກົດຫມາຍບໍ່ຮັດກຸມການປະຕິບັດກົດຫມາຍມີການສວຍໃຊ້ຂ່ອງຫວ່າງບໍ່ມີແຜນແມ່ບົດໃນການປະຕິບັດງານທີ່ແນ່ນອນພຽງເດີນໄປຕາມ
ກະແສຂອງເສດຖະກິດແລ້ວພວກທ່ານຄິດວ່າມັນຈະເປັນແບບໄດ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮື


໐ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ບັນຫານີ້ກໍ່ແມ່ນຕ້ອງໝົດທຸກຄົນຫັ້ນລະຊ່ວຍກັນແກ້ໄຂ ຕາມພາລະໜ້າທີ່ຂີດຄວາມສາມາດຂອງທຸກຄົນ
ຕົນເພື່ອສ່ວນລວມ ສ່ວນລວມເພື່ອຕົນ (ອຳນາດຕ້ອງມາພ້ອມກັບຄວາມຮັບຜິດຊອບ)


໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ຂອບໃຈທີ່ໃຫ້ຂໍ້ຄິດ ເຮັດຫຍັງບໍ່ໄດ້ ຢູ່ລ້າໆ ດົມເອົາຄວັນໄຟດີກວ່າ 55555555

[suck]