ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍແກ້ຂ່າວແດ່ເດີ້

ຂ້າພະເຈົ້າເປັນພະນັກງານຜູ້ໜຶ່ງທີ່ເຮັດວຽກຢູ່ບໍລິສັດ ພີວີອອຍລາວ ຈຳກັດ, ກ່ອນອື່ນໝົດກໍ່ຕ້ອງຂໍຂອບໃຈທ່ານລູກຄ້າທຸກທ່ານທີ່ໃຊ້ບໍລິການປ້ຳນ້ຳມັນເຊື້ອໄຟໃນເຄືອຂ່າຍຂອງພວກເຮົາແລະຂໍໂທດຫຼາຍໆທີ່ການບໍລິການຂອງທາງປ້ຳພວກເຮົາຍັງມີຄວາມບົກພ່ອງ, ພວກເຮົາຂໍນ້ອມຮັບຄຳຕິຊົມຕ່າງໆຂອງທຸກທ່ານເພື່ອນຳມາປັບປຸງລະບົບຂອງພວກເຮົາໃຫ້ດີຂື້ນກວ່າເກົ່າ.

ກ່ອນອື່ນໝົດ ອີງຕາມໂປຣໂມຊັ່ນຂອງພວກເຮົາ ເມື່ອທ່ານເຕີ່ມນ້ຳມັນກັບປ້ຳພີວີອອຍຄົບໜື່ງແສນກີບ, ທ່ານຈະໄດ້ຮັບຄູປອງສະສົມຄະແນນໜຶ່ງໃບ ສະສົມຄູປອງຄົບສອງໃບຈຶ່ງຈະແລກບັດຊິງໂຊກໄດ້ ເວົ້າງ່າຍໆກໍ່ຄື ເຕີ່ມນ້ຳມັນຄົບສອງແສນກີບຈຶ່ງຈະໄດ້ບັດຊິງໂຊກໜຶ່ງໃບ, ໃນກໍລະນີທີ່ພະນັກງານເຕີ່ມນ້ຳມັນບໍ່ເອົາຄູປອງ, ຫຼືບັດຊິງໂຊກໃຫ້ລູກຄ້າ, ລູກຄ້າສາມາດແຈ້ງທາງເຈົ້າຂອງປ້ຳໂດຍກົງໄດ້ເລຍ, ເພາະຫາກໂທມາແຈ້ງກັບທາງບໍລິສັດ ອາດໄຊ້ເວລາດົນໃນການຕິດຕໍ່ຫຼາຍຂັ້ນຕອນ.

ໂປຼໂມຊັ່ນຍັງບໍ່ໝົດເຂດເດີ້ ຈັບລາງວັນແຈກລົດຈັກ Kolao Classic ອີກ 5 ລາງວັນ ວັນທີ 31 ສິງຫາ ນີ້
ສ່ວນລາງວັນໃຫຍ່ແມ່ນທ້າຍປີແຈກລົກໃຫຍ່ Hyundai Accent 1 ລາງວັນ ແລະ Honda Wave 100s ຈຳນວນ 5 ລາງວັນ ໃນວັນທີ 01 ທັນວາ 2012

ການຈັບລາງວັນຂອງພວກເຮົາແມ່ນເຮັດຢ່າງໂປ່ງໃສທີ່ສຸດເດີ້ ມີການເຊີນນັກຂ່າວຈາກຂະແໜງການໂຄສະນາ ແລະ ໜັງສືພິມ ລວມຖຶງນັກຂ່າວໂທລະພາບເຂົ້າຮ່ວມເປັນພະຍານໃນການຈັບລາງວັນ. ຫາວ່າມີລູກຄ້າທ່ານໄດສົນໃຈຢາກເຂົ້າຮ່ວມເປັນພະຍານທາງເຮົາກໍ່ຍິນດີ ສ່ວນສະຖານທີ່ຈັບລາງວັນໃຫ້ຕິດຕໍ່ກັບພະນັກງານກ່ຽວຂ້ອງໂລດເດີ້ (ໂທ 021 214142)

ດ້ວຍຄວາມນັບຖື


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ joysingle ຂຽນວ່າ...
ເລື່ອງນ້ຳຂ້ອຍຕ່າງຈາກຂອງເພື່ອນໆໜ້ອຍໜຶ່ງ ເພື່ອນໆທຸກຄົນເວລາໄປເຕີມນ້ຳມັນໃຫ້ສັງເກດດີໆເລິ່ງແມ້ ແຕ່ລະປ້ຳຈຳນວນເງິນທີ່ເຮົາເຕີມອາດຈະເທົ່າກັນແຕ່ປະລິມານລິດຈະຕ່າງກັນໃດ໋ ເຊັ່ນ: ປ້ຳນ້ຳຢູ່ຫນ້າຕະຫຼາດໜອງພະຍາຫັນ ຂ້ອຍເຕີມ 20,000 ໄດ້ 1.81ລິດ ແຕ່ຢູ່ປ້ຳຫ້ວຍຫົງຫັນໄຕີມ 20,000 ໄດ້ 1.82ລິດ ແລະ ບ້າງປ້ຳໄດ້ພຽງແຕ່ 1.80ລິດ..... ມັນອາດຈະເບິ່ງຄືໜ້ອຍດຽວກໍ່ຈິງ ແຕ່ມື້ໜຶ່ງມີລົດມາເຕີມຫຼາຍຄັນມັນໄດ້ກຳໄລຫຼາຍສົມຄວນ. ດັ່ງນັ້ນພາກສ່ວນໃດກ່ຽວຂ້ອງກໍ່ຮີບມາຈັດການແດ່ເດີ້



ປະລິມານນ້ຳມັນອາດເກິດການຢືດຫົດໃນຊ່ວງເວລາທີ່ທ່ານເຕີ່ມນ້ຳມັນ, ເພາະຫາກວ່າອຸຫະພູມໃນຂະນະນັ້ນສູງ ນ້ຳມັນຈະຢືດຕົວຫາກອຸຫະພູມຕ່ຳນ້ຳມັນຈະຫົດຕົວ. ຢ່າງໃດກໍ່ດີ ຂ້າພະເຈົ້າຈະນຳຄຳຖາມນີ້ລອງໄປຖາມນາຍຊ່າງຜູ້ກ່ຽວຂ້ອງອີກເທື່ອໜຶ່ງເພື່ອຄວາມແນ່ໃຈ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>