ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກະທູ້ສຳລັບຄົນມັກກາບກອນ,ກະວີ,ຄຳຄົມ...

ໜ້າທີ່ 8 ຈາກທັງໝົດ 11 ໜ້າ <<<1234567891011>>>

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ໄປແລ້ວບໍ່ທ່ຽວຫລີ້ນ.......................ງານບຸນໃຫ່ຍບຸນທາດຫລວງ
ເຫັນຫລາຍຄົນເດີນຄວງ....................ໄປງານບຸນກັນມາກຫນ້າ
ຂ້ອຍນີ້ຍັງຖ້າເຈົ້າ.............................ມາຄຽງເງົາເດີນຄູ່
ຢູ່ໃສເດເພີ່ນຜູ້ນັ້ນ............................ຫລືຝັນລ້າເປົ່າຫລາຍ.ບໍ່ໜໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄູ່ບໍ່ໄດ້-------------------------ຫາຊອກບໍ່ເຫັນ
ອຸຍກຳເວນ--------------------ຢູ່ທາງໃດແທ້
ຊອກຫາແລ້ວ-----------------ບໍ່ໄດ້ເຫັນເອີ່ຍ
ທາງທ່ານຟ້າ------------------ບໍ່ໜ້າເຊື່ອງໄວ້ເລີຍ ອິອິ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຄູ່ບໍ່ໄດ້-------------------------ຫາຊອກບໍ່ເຫັນ
ອຸຍກຳເວນ--------------------ຢູ່ທາງໃດແທ້
ຊອກຫາແລ້ວ-----------------ບໍ່ໄດ້ເຫັນເອີ່ຍ
ທາງທ່ານຟ້າ------------------ບໍ່ໜ້າເຊື່ອງໄວ້ເລີຍ ອິອິ

+ໄປເຊື່ອງໄວ້ໃສລະເຈົ້າ.............ແຟນເກົ່າຄົນຮັກເດີມ
ຫລືກຳລັງຫາເສີມ.....................ຜູ້ໃຫ່ມມາແທນຊ້ອນ
ສະອອນເດເພີ່ນຜູ້ຫລາຍລົ້ນ.........ປັນຈັກຄົນແດ່ໃດສ່ຽວ
ພໍມີໝູ່ເດີນທ່ຽວຫລີ້ນ..................ເດີ່ນກ້ວາງບຸນທາດຫລວງ.ຫັ້ນຫນາ
+ໄປແລ້ວຫວາສ່ຽວເຈົ້າ...............ສາວພາເຮົາງານບຸນໃຫ່ຍ
ໄປໄຫວ້ທາດຫລວງເຄົ້າ..............ທັງພະເຈົ້າໄຊເສດຖາ
ເພື່ອຈະປາດຖາຫນາ..................ພາວະນານົບນ້ອມ
ຫວຍຫອມບຸນສົ່ງໃຫ້...................ສົມໃຈເຈົ້າປາດຖາຫນາ.ແລ້ວບໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ທາດຫຼວງເປັນມີ່ງເຫງົ້າ...........................ຂອງທຸກເຜົ່າປະຊາລາວ
ຍາມງານບຸນປະເພນີ...................................ຊື່ນສະຫຼອງໃນປີນີ້
ຄົນລາວເໜືອກາງໃຕ້...................................ໃຜໆກໍ່ມາຮອດ
ຮ່ວມສະຫຼອງຢ່າງຄຶກຄື້ນ...............................ບູຊາໄຫວ້ພະທາດຫຼວງ........

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...

ສຸດແສນມັນມ່ວນແມ້ງ................................ມາວຽນທຽນຝົນຮໍາກໍ່ຍັງແຄ່ງ
ເບີ່ງແສງທຽນມອດມ້ຽນ...............................ຄັວນວຽນກຸ້ມມືດມົວ
ຟັງສຽງຫົວແລະແຊວເວົ້າ.............................ເອົາທຽນເຮົາຝົນໃສ່ມອດ
ບາງຄົນຢອດໃສ່ເວົ້າ....................................ແຖນພອນເຈົ້າດ້ວຍເມັດຝົນ.ວ່າເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍນັ່ງຖ້າ----------------ມາເບິ່ງໜັງນະ
ຢູ່ໄອເຕັກ------------------ເປີດຫົກໂມງນັ້ນ
ຖ້າເອື້ອຍແລ້ວ------------ຈິ່ງໄປເບິ່ງຕໍ່
ນັ່ງຢູ່ນີ້----------------------ຈັກໜ້ອຍຊິເຂົ້າເບິ່ງໜັງ ແທ້ແລ້ວ ອິອິອິອິ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ກະທູ້ກອນ........................ຊິຂໍອວຍພອນວັນຊາດ
2 ທັນວາລາວມີເອກະລາດ........ປະເທດຊາດມີໄຊ
37 ປີລາວກ້າວໄປ..................ພັດທະນາຮອບດ້ານ
ພັດທະນາເມືອງບ້ານ................ຈະເລີນຂື້ນກ່ວາແຕ່ຫລັງ.

2 ທັນວາຄົບຮອບມາ 37 ປີແລ້ວ.....ແສງແວງວາວລາວຈະເລີນຮຸ່ງ
ລາວພັດທະນາພຸ່ງຂື້ນ.................ຫລາຍດ້ານໂລກກ່າວຂານ
ລາວອາດຫານເກັ່ງກ້າ.................ຮັກສາໄດ້ຊາດສະຫງົບດີ
ຂໍໃຫ້ຄົນລາວຈົ່ງສຸກຂີ..................ມີແຕ່ສີ່ງດີໆພ້ອມພັດນາລາວຂື້ນ....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແລ້ວເຈົ້າ----------------ເຂົ້າມາອວຍພອນ
ແຕ່ງເປັນກອນ------------ອວຍພອນວັນຊາດເຮົານີ້
ກອນມ່ວນແລ້ວ-----------ມີເນື້ອໃນຕື່ມ
ຊ່າງແຕ່ງແລ້ວ-----------ມ່ວນແທ້ຢູ່ເດີ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ເດືອນສິບເອັດລົມຫນາວຕ້ອງ................ເດືອນສິບສອງສາຍລົມຫນາວພັດຜ່ານ
ຫົວໃຈຫນາວສະທ້ານ..........................ທໍລະມານບໍ່ມີຄູ່
ມີຊູ້ພັດໄກຂ້າງ..................................ໄກຫ່າງລາໜີ
ໄປຢູ່ໃສເດຄົນດີ.................................ບໍ່ເຫັນຄືນມາບ້ານ
+ທໍລະມານໃຈຍາມຄອຍເຈົ້າ..................ເຫງົາໃຈເດບໍ່ຮູ້ຂ່າວ
ໃຈໂອ້ອ່າວຫາເຈົ້າ..............................ຄົນຊູ້ເກົ່າແຟນຫລັງ
ເປັນຫຍັງບໍ່ຄືນມາ................................ປະໃຫ້ຫ່ວງຫາແລະຄອຍເກີ້
ໄປຢູ່ເສີເດເຈົ້າ...................................ຂ້ອຍຍັງເຝົ້າແລະຫ່ວງຫາ.ຢູ່ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊ່ວງນີ້---------------ຂີ້ຄ້ານ--------------ຂຽນກາບກອນ
ຢາກແຕ່ນອນ----------ອອນຊອນ----------ອາກາດຮ້ອນ
ອາກາດນີ້--------------ແປປີ້ນ---------------ພັດລົມວອນ
ເປັນຫວັດຍ້ອນ--------ໄອອີກ---------------ຫາກໍ່ໄຄ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ມາຊ່ວງນີ້---------------ຂີ້ຄ້ານ--------------ຂຽນກາບກອນ
ຢາກແຕ່ນອນ----------ອອນຊອນ----------ອາກາດຮ້ອນ
ອາກາດນີ້--------------ແປປີ້ນ---------------ພັດລົມວອນ
ເປັນຫວັດຍ້ອນ--------ໄອອີກ---------------ຫາກໍ່ໄຄ

ສົງໄສແລ້ວ.............ກາບກອນ...................ຊິຈົບຈອດ
ມາຮອດເບື້ອງ..........ຕອນທ້າຍ...................ກະທູ້ກອນ
ແສນອາວອນ...........ເສຍຫລາຍ.................ສຸດຊາບຊຶ້ນ
ເຊີນມາເຂົ້າ..............ຍາມເຫງົາ.................ກະທູ້ເກົ່າ.ແດ່ເໜີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
1.ຂໍໃຫ້ເຈົ້າພົບຄົນທີ່ເຈົ້າຮັກ
2.ຂໍໃຫ້ເຂົາຮັກເຈົ້າຢັ້ງຢືນ
3.ຂໍໃຫ້ສົມຫວັງທຸກຄັ້ງທີ່ນອນຕື່ນ
4.ຂໍໃຫ້ຄົນອື່ນ ຮັກເຈົ້າພຽງຄົນດຽວ

ຄົນເຮົາເລືອກເກິດບໍ່ໄດ້....

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AitBai20 ຂຽນວ່າ...
1.ຂໍໃຫ້ເຈົ້າພົບຄົນທີ່ເຈົ້າຮັກ
2.ຂໍໃຫ້ເຂົາຮັກເຈົ້າຢັ້ງຢືນ
3.ຂໍໃຫ້ສົມຫວັງທຸກຄັ້ງທີ່ນອນຕື່ນ
4.ຂໍໃຫ້ຄົນອື່ນ ຮັກເຈົ້າພຽງຄົນດຽວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ຈາກກັນໄປຫລາຍມື້..............ຫລາຍວັນໃຈຄິດຮໍ່າ
ຄິດນຳກອນກາບແກ້ວ...............ແລະເພື່ອນໆເຄີຍຂຽນກອນ
ຂຽນກະວີວອນຈາ.....................ຕອບໄປມາແສນມ່ວນແມ້ງ
ບາດມາແຍງບໍ່ເຫັນຈ້ອຍ.............ໜີໄປໃສບໍ່ຮູ້ຂ່າວ.ເດໜໍ
+ ອ້າຍບ່າວແລະສາວນ້ອຍ..........ທັງມິດສ່ຽວສະຫາຍເຮົາ
ຫາຍໄປໃສແລ້ວລະເຈົ້າ.............ຄືນມາເວົ້າວາດບົດກອນ
ຂຽນຄຳວອນມາຫາ....................ເຊີນກັບມາແລະຕ່າວໂຄ້ງ
ໃຈປະສົງເພື່ອສືບສ້າງ................ທາງວາດວັນນະກຳ.ນັ້ນຫນາ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຊ່ວງນີ້ວຽກເຮັ່ງຮ້ອນ........................ຄິດຕໍ່ການສຶກສາ
ເລີ່ມຄົ້ນຫາຂໍ້ມູນ.............................ມາຊ່ວຍໜູນບົດຈົບຊັ້ນ
ເລື່ອງບົດກອນເລີຍສະບັ້ນ................ຢຸດປະພັນໄວ້ກ່ອນ
ສິ້ນພາລະຈະຫວນຢ້ອນ...................ປະສານກ້ອມກ່ຽວກອນ ທ່ານເອີຍ

໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ຈາກກັນໄປຫລາຍມື້..............ຫລາຍວັນໃຈຄິດຮໍ່າ
ຄິດນຳກອນກາບແກ້ວ...............ແລະເພື່ອນໆເຄີຍຂຽນກອນ
ຂຽນກະວີວອນຈາ.....................ຕອບໄປມາແສນມ່ວນແມ້ງ
ບາດມາແຍງບໍ່ເຫັນຈ້ອຍ.............ໜີໄປໃສບໍ່ຮູ້ຂ່າວ.ເດໜໍ
+ ອ້າຍບ່າວແລະສາວນ້ອຍ..........ທັງມິດສ່ຽວສະຫາຍເຮົາ
ຫາຍໄປໃສແລ້ວລະເຈົ້າ.............ຄືນມາເວົ້າວາດບົດກອນ
ຂຽນຄຳວອນມາຫາ....................ເຊີນກັບມາແລະຕ່າວໂຄ້ງ
ໃຈປະສົງເພື່ອສືບສ້າງ................ທາງວາດວັນນະກຳ.ນັ້ນຫນາ

ຄົນເຮົາເລືອກເກິດບໍ່ໄດ້....

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ມື້ນີ້ໂອກາດຫວ້າງ........................ເວລາຫວ່າງພໍປະມານ
ຈີ່ງຂຽນສານຖາມເຖີງ....................ທຸກທ່ານທັງເໜືອໃຕ້
ເປັນແນວໃດປີໃໝ່ນີ້......................ສຸກຂີແຂງແຮງບໍ່
ເງີນຄຳຫຼາຍລັ່ງເຂົ້າ........................ໂຮມເຕົ້າທົ່ວທຸກຄົນ​ ຢູ່ຕິ

໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ມື້ນີ້ໂອກາດຫວ້າງ........................ເວລາຫວ່າງພໍປະມານ
ຈີ່ງຂຽນສານຖາມເຖີງ....................ທຸກທ່ານທັງເໜືອໃຕ້
ເປັນແນວໃດປີໃໝ່ນີ້......................ສຸກຂີແຂງແຮງບໍ່
ເງີນຄຳຫຼາຍລັ່ງເຂົ້າ........................ໂຮມເຕົ້າທົ່ວທຸກຄົນ​ ຢູ່ຕິ

ຄົນເຮົາເລືອກເກິດບໍ່ໄດ້....

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SASUKI ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ມື້ນີ້ໂອກາດຫວ້າງ........................ເວລາຫວ່າງພໍປະມານ
ຈີ່ງຂຽນສານຖາມເຖີງ....................ທຸກທ່ານທັງເໜືອໃຕ້
ເປັນແນວໃດປີໃໝ່ນີ້......................ສຸກຂີແຂງແຮງບໍ່
ເງີນຄຳຫຼາຍລັ່ງເຂົ້າ........................ໂຮມເຕົ້າທົ່ວທຸກຄົນ​ ຢູ່ຕິ

+ ຂອບໃຈທີ່ມາຕ້ານ................ທັງກ່າວຂານແລະຖາມໄຖ່
ຍັງສຸກໃຈຢູ່ເລື້ອຍ...................ເງິນນັ້ນກໍ່ຫາກມີ
ພະລະດີເຫືລອລົ້ນ..................ສົນລະວົນວຽກເຕັມອັ່ງ
ບໍ່ຈັກຫັຍງເຕັມອື້ຕື້...................ເຮັດຫມົດຮອດທັງຄືນ.ພຸ້ນຫນາ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ລີຄິດຟ້າ ຫຼື ຈະສູ້ມານະຕົນ
ເກີດເປັນຄົນຢ່າຮຽນເປັນລູກນ້ອງ
ໂຮງຮຽນມີໄວ້ສ້າງລູກຈ້າງໃຫ້ມີຄຸນນະພາບ
ນົກຍັງຮູ້ຊອກງ່າໄມ້ຈັບ...ເກີດເປັນຄົນຕ້ອງຮູ້ເລືອກເສັ້ນທາງຊີວິດ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອບປີມາໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວງນີ້ຂີ້ຄ້ານ ................. ແຕ່ງກາບກອນຄົມ
ຄ້ານຫາຄາລົມຫວານ.........ບໍ່ຄ່ອຍມີຊ້ຳ
ອາກາດແປປ່ຽນປີ້ນ............ເປັນຫວັດຍັງບໍ່ສວ່າງ
ແຖມພັດໄອນຳພ້ອມ............ລຳຄານແທ້ນີ້ແລ້ວ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຫລິງລ່ຳດູດວງແກ້ວ............................ງາມແງ່ສວຍສົດໃສ
ຊວນໃຫ້ໃຈສະເໜ່ຫາ..........................ຫອບມາເຊີຍຊົມຕຸ້ມ
ໃຈຫລຸມຫລົງດອກແກ້ວ.......................ເລີຍລືມແລຖ້ວນຖີ່
ຍັ່ງຢີ້ແຍ່ມືເຂົ້າ....................................ບາຍເອົາກ້ານກິ່ງ
ໜາມຈິ່ງປັກສຽບເຂົ້າ............................ມືເຈົ້າຜູ້ໃສຊື່ ແມ່ນບໍ່???

໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ອຸດສາມາເມັ້ນ ຄົນມັກກາບກອນກໍໜີ
ອຸດສາມາຫາ ຜູ້ສາວກໍໜີເໝີດເຮີ້ເຮີ້

ຄົນເຮົາເລືອກເກິດບໍ່ໄດ້....

ໜ້າທີ່ 8 ຈາກທັງໝົດ 11 ໜ້າ <<<1234567891011>>>