ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄິດແນວໄດ ກັບຄຳວ່າ ມະໂລງ

໕໒ ກະທູ້
໗໒ ໂພສ
ນັກການກະທູ້
ຄິດແນວໄດ ກັບຄຳວ່າ ມະໂລງ
ປີມະໂລງ ໃນຄວາມຄິດຂອງຄົນລາວ ກະເປັນປີທີ່ດີ ; ໄຜເກີດປີມະໂລງ(ງູໃຫ່ຍ) ໄຜກະວ່າດີໃນສະໄໜກ່ອນ
ບາດດຽວນີ້ ປີມະໂລງ ເຮັດຫັຍງ ກະວ່າບໍ່ດີ; ແຕ່ງງານກະບໍ່ດີ ; ເປີດຮ້ານໄໜ່ກະບໍ່ດີ ; ປຸກເຮືອນກະບໍ່ດີ ຄິດວ່າຈັງໄດ......


໖ ກະທູ້
໒໙໒ ໂພສ
ນັກການກະທູ້
ເຂົ້າໃຈຜິດໆໆ
ປີຫຍັງກະດີຫມົດຫັ້ນລະ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນບຸນປີໃຫມ່ ໄດ້ຍິນຄູບາເທດວ່າ ຄົນລາວເຂົ້າໃຈຜິດວ່າປີມະໂລງບໍ່ດີ
ເພາະມັນແມ່ນໂລງສົບ ເຂົ້າໃຈແບບນີ້ ຄູບາກະເລີຍເທດໃຫ້ຟັງ ຂ້ອຍກະເຂົ້າໃຈແບບຄູບານັ້ນແຫລະ
ແຕ່ບາງຄົນເຂົ້າໃຈຜິດຊື່ໆ ມັນບໍ່ກ່ຽວກັບໂລງສົບດອກ ຂ້ອຍວ່າ ຂະຫນາດ ຊົ່ວຄາວ ກັບ ຊົ່ວ ຍັງຂຽນຕົວດຽວກັນເລີຍ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາເປັນຄົນ ປີໃດມັນກະດີໝົດນັ້ນລະ ຄິດດີ ເວົ້າດີ ທຳດີ ຊີວິດດີແທ້ ແນ່ນອນ ຂໍຮັບປະກັນດ້ວຍກຽດ ຂອງ ແຟນ ບາເຢີ່ນ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີໃດ໋ກະດີ
ແຕ່ວ່າຂ້ອຍບໍ່ດີເອງລະ



໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຶມ
ດີ ບໍ່ ດີ ມັນ ຢູ່ ທີ່ ເຣົາ ເອງ ຕິ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຕອນບຸນປີໃຫມ່ ໄດ້ຍິນຄູບາເທດວ່າ ຄົນລາວເຂົ້າໃຈຜິດວ່າປີມະໂລງບໍ່ດີ
ເພາະມັນແມ່ນໂລງສົບ ເຂົ້າໃຈແບບນີ້ ຄູບາກະເລີຍເທດໃຫ້ຟັງ ຂ້ອຍກະເຂົ້າໃຈແບບຄູບານັ້ນແຫລະ
ແຕ່ບາງຄົນເຂົ້າໃຈຜິດຊື່ໆ ມັນບໍ່ກ່ຽວກັບໂລງສົບດອກ ຂ້ອຍວ່າ ຂະຫນາດ ຊົ່ວຄາວ ກັບ ຊົ່ວ ຍັງຂຽນຕົວດຽວກັນເລີຍ ໆ