ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ບົດຄວາມ " ຄົນຄືກັນແຕ່ເປັນຫຍັງຈິ່ງຕ່າງກັນ "

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີບໍລິສັດແຫ່ງໜຶ່ງຜະລິດເກີບອອກຈຳໜ່າຍ ແລະ ສົ່ງພະນັກງານສອງຄົນໄປເບີ່ງທ້ອງຕະຫຼາດທີ່ທະວີບອາຟຣິກາ.
ພະນັກງານຜູ້ທີ່ໜຶ່ງໄປສັງເກດການເຫັນວ່າ ປະຊາຊົນພົນລະເມືອງຢູ່ທະວີບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບຈັກຄົນເລີຍ. ດັ່ງນັ້ນ, ລາວຈິ່ງໂທກັບໄປຫາບໍລິສັດແລ້ວແຈ້ງຄວາມວ່າປະຊາຊົນພົນລະເມືອງຂອງທະວິບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບເລີຍ ລາວກໍ່ເລີຍຫ້າມບໍ່ໃຫ້ທາງບໍລິສັດນຳເອົາໄປຂາຍເພາະຢ້ານວ່າຈະບໍ່ມີຄົນຊື້ ແລະ ໃນເວລາດຽວກັນນັ້ນພະນັກງານຜູ້ທີ່ສອງ ທີ່ທາງບໍລິສັດສົ່ງໄປນັ້ນກໍ່ໂທມາຫາບໍລິສັດ ແລະ ແຈ້ງຄວາມວ່າ ປະຊາພົນພົນລະເມືອງໃນທະວີບນີ້ບໍ່ມີໃຜໃສ່ເກີບ ຫາກເຮົາເອົາເກີບໄປຂາຍໃຫ້ເຂົາກໍ່ຄືສິມີຄົນຊື້ ແລະ ໄດ້ຂາຍດີ. ດັ່ງນັ້ນ, ລາວຈິ່ງໂທສັ່ງໃຫ້ບໍລິສັດຂອງລາວໃຫ້ເອົາເກີບ ໄປຂາຍໃຫ້ປະຊາຊົນຄົນອາຟຣິກາ...
... ນີ້ຄືຕົວຊີ້ວັດລະຫວ່າງຄົນທັງສອງຄົນ ຄື: ຄົນທີ່ໜຶ່ງຄິດໃນແງ່ລົບ ສ່ວນຄົນທີ່ສອງຄິດໃນແງ່ບວກ. ຢູ່ໃນຊີວິດຂອງເຮົາກໍ່ເໝືອນກັນ ຫາກເຮົາຄິດໃນແງ່ລົບຫຼາຍເກີນໄປ ມັນກໍ່ມອງບໍ່ເຫັນໂອກາດ. ດັ່ງນັ້ນ, ຈິ່ງຢາກໃຫ້ທຸກທ່ານມອງໂລກໃນແງ່ດີແດ່ ເພື່ອຊີວິດຈະໄດ້ດີຂື້ນ ສັງຄົມກໍ່ຈະໜ້າຢູ່ກວ່ານີ້ ດຽວພໍຊ່ຳນີ້ສະເນາະເວົ້າຫຼາຍມັນກໍ່ມີແຕ່ສະຍາວ ເອົາເປັນວ່າຂໍຝາກຄຳຄົມໄວ້ກອນໜຶ່ງສະ ຄື:
ບາງສິ່ງບາງຢ່າງທີ່ທ່ານເຫັນອາດບໍ່ເປັນດັ່ງທີ່ທ່ານຄິດ...ສະເໝີໄປ...

ຈະເລີນທັມມມມມມມມມມມມມມມມ !

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຂອບໃຈຫມໍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົດສາພິມຍາວໆ, ເອົາແບບສັ້ນໆແຕ່ວ່າໄດ້ເນື້ອໃນຄົບຖ້ວນກ່ວາ "ໄມ້ລຳດຽວຍັງຕ່າງປ້ອງ ອ້າຍນ້ອງດຽວຍັງຕ່າງກັນ"

ຈົບ!!!!

ເພາະຄົນທົ່ວໂລກເຂົາກໍ່ຮູ້ກັນໝົດວ່າ: ຄົນເຮົາເກີດມາໃນໂລກນີ້ບໍ່ມີໃຜໜ້າຕາຄືກັນ100%ນອກຈາກລູກຝາແຝດ ແລະບໍ່ມີໃຜຄິດຄືກັນ100%ແມ້ແຕ່ລູກຝາແຝດ
ຈົບ!!!


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້