ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໄວລຸ່ນໄທວ່າໃຫ້ຄົນລາວ "ສ່ຽວລາວ"

໑໐ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ເບິ່ງເອົາເດີ້ ສ່ຽວລາວ ທັງຫຼາຍ

http://www.youtube.com/watch?v=fevUwVMN8Gc

ລາວ ແປວ່າ "ດາວ" ມາລາດອກຈຳປາທີ່ເລິກເຊິ່ງລະອຽດລະອໍ






໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າເຂົາ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃປດ່າມັນມາແລ້ວ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍ່ຢ່າໄປໂທຈີບເຂົາຫຼາຍ


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ມັກຄຳດ່າໂຕເບື້ອງລຸ່ມຫຼາຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້











໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຢ່າວ່າຊັ້ນສິເທາະ!!!ຂ້ອຍເອງກໍ່ຮັກຊາດເກີດຂອງຂ້ອຍ ແຕ່ໃຈຫນຶ່ງຂ້ອຍເອງກໍ່ເບື່ອເລື່ອງລາວດ່າໄທຍ,
ໄທຍດ່າລາວນີ້ຂະຫນາດ, ດ່າກັນໄປວ່າກັນມາ ບລາໆໆໆໆ ບໍ່ມີມື້ວັນສິ້ນສຸດ....

There's a thin line between Life and Death, I wish for a Miracle to happen...

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ຢ່າວ່າຊັ້ນສິເທາະ!!!ຂ້ອຍເອງກໍ່ຮັກຊາດເກີດຂອງຂ້ອຍ ແຕ່ໃຈຫນຶ່ງຂ້ອຍເອງກໍ່ເບື່ອເລື່ອງລາວດ່າໄທຍ,
ໄທຍດ່າລາວນີ້ຂະຫນາດ, ດ່າກັນໄປວ່າກັນມາ ບລາໆໆໆໆ ບໍ່ມີມື້ວັນສິ້ນສຸດ....


ແມ່ນລະ ຈັກຊິດ່າກັນໄປຮອດໃສ?


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ຢ່າວ່າຊັ້ນສິເທາະ!!!ຂ້ອຍເອງກໍ່ຮັກຊາດເກີດຂອງຂ້ອຍ ແຕ່ໃຈຫນຶ່ງຂ້ອຍເອງກໍ່ເບື່ອເລື່ອງລາວດ່າໄທຍ,
ໄທຍດ່າລາວນີ້ຂະຫນາດ, ດ່າກັນໄປວ່າກັນມາ ບລາໆໆໆໆ ບໍ່ມີມື້ວັນສິ້ນສຸດ....


ແມ່ນລະ ຈັກຊິດ່າກັນໄປຮອດໃສ?



ແມ່ນລະຊິດ່າກັນໄປເຮັດຫຍັງ?
ໄປຖາມພວກໄທພຸ້ນໄປ ວ່າມັນດ່າລາວເຮັດຫຍັງ ເພາະທຸກເທື່ອທີ່ເກີດຂຶ້ນແມ່ນພວກມັນເປັນຜູ້ເລີ່ມກ່ອນຕະຫຼອດ.
ໃນເມື່ອພວກມັນເວົ້າພວກເຮົາກໍ່ຕ້ອງໄດ້ໂຕ້ຕອບ ເພາະປາກຂອງພວກເຮົາບໍ່ໄດ້ຖືກຍິບໄວ້ ພວດເຮົາກະແມ່ນຄົນຄືກັນ ພວກເຮົາບໍ່ແມ່ນໝາເດີຊິບອກໃຫ້.


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ນະ ຫິ ເວເຣນະ ສັມມັນຕີທະ ກຸທາຈະນັງ ອະເວເຣນະ ຈ ສັມມັນຕິ ເອສະ ທັມໂມ ສະນັນຕະໂນ
ໃນການໃດໆ ເວນຍ່ອມບໍ່ລະງັບດ້ວຍການຈອງເວນ ແຕ່ເວນຍ່ອມລະງັບດ້ວຍການບໍ່ຈອງເວນ


ເມື່ອງຕ່າງຝ່າຍຕ່າງຜູກໃຈເຈັບກັນຢູ່ ເວນກໍບໍ່ສາມາດລະງັບລົງໄດ້
ແຕ່ຫາກຝ່າຍໃດຝ່າຍນຶ່ງເຊົາຜູກເວນເສຍດ້ວຍການໃຫ້ອະໄພ ແລະແຜ່ເມດຕາໃຫ້ສະເໝີໆ ເວນຍ່ອມລະງັບລົງໄດ້ໃນເວລາບໍ່ດົນ ການບໍ່ຜູກເວນເຮັດໃຫ້ຈິດໃຈເຮົາສະບາຍ
ເມື່ອໃດໃຈຜູກເວນ ເມື່ອນັ້ນເບິ່ງໄປທາງໃດກໍເຫັນແຕ່ສັດຕູ
ເມື່ອໃດໃຈເຮົາບໍ່ມີເວນກັບໃຜ ມີແຕ່ຄວາມເມດຕາປາຕີ ເມື່ອນັ້ນເບິ່ງໄປທາງໃດກໍຈະພົບແຕ່ມິດ


ນັ້ນຄືສິ່ງທີ່ອົງສົມເດັດພະສຳມາສຳພຸດທະເຈົ້າສອນພວກເຮົາ ຫາກທ່ານຍັງເປັນຄົນລາວ ຍັງຖື ພະພຸດ ພະທັມ ແລະພະສົງ ເປັນທີ່ເພິ່ງເປັນສະຣະນະແລ້ວ ກໍຈົ່ງຍຶດຖືເອົາຄຳສອນຂອງພະຣັດຕະນະໄຕຣຂ້າງເທິງເປັນທາງຍ່າງ ພຶງພິຈາລະນາໃຫ້ຖີ່ຖ້ວນ ສົມດັ່ງເປັນປັນຍາຊົນ.


ຂໍລັອກກະທູ້ໄວ້ພຽງເທົ່ານີ້ ຂໍຂອບໃຈ