ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ສົງໃສມາດົນວ່າ ເປັນຫຍັງຫຼາຍຄົນຈຶ່ງຢາກເປັນລັດຖະກອນ? ໜໍາບໍ່ຊ້ຳຍັງສົ່ງເສີມໃຫ້ລູກຫຼານເຂົ້າການລັດ ພາກັນຝາກລູກຝາກຫຼານເຮັດວຽກນຳລັດ? ທັ້ງໆທີ່ພາກັນຈົ່ມຕ່າງໆນານາ ເຊັ່ນ: ເງິນເດືອນບໍ່ພໍກິນລະ ແນວນັ້ນແນວນີ້.
^_^ sleepy girl
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມີຫລາຍສາເຫດ 1. ເງິນເດືອນຫນ້ອຍ ແຕ່ຊ່ອງທາງການຫາເງິນຈາກຫນ້າທີ່ຫລາຍ 2. ຮຽນບໍ່ເກັ່ງ ບໍ່ສາມາດສະມັກວຽກທີ່ໄດ້ເງິນເດືອນຫລາຍໆໄດ້ 3. ບໍ່ຕ້ອງດີ້ນລົນຫຍັງຫລາຍ ລັດລ້ຽງດູຈົນຕາຍ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ສ່ວນຫລາຍແມ່ນຄິດວ່າໄດ້ກິນຍາວນານ ສ່ວນຫລາຍຕ່ຳແຫນ່ງຕ່ຳບໍ່ລວຍດອກ ນອກຈາກເປັນນັກການເມືອງ ຄູນີ້ອາໄສກິນຍາຍນານເອົາໄປສຳຫລວດມາແລ້ວຫນ້ອຍຫນຶ່ງ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເປັນອົງການຈັດຕັ້ງໜຶ່ງທີ່ລັດເບິ່ງແຍງກວ້າງຂວາງທົ່ວປະເທດ, ເຊື່ອໝັ້ນວ່າໝັ້ນຄົງ, ນະໂຍບາຍ ສະຫວັດດີການສູງ, ສະເໝີພາບ, ສະບາຍກກາຍໃຈ(ຖ້າມັກ), ລັດສົ່ງເສີມໃຫ້ຮຽນ, ເຮັດວຽກອື່ນເສີມກໍ່ໄດ້, ລັດສົ່ງເສີມໃຫ້ມີວຽກນອກເພີ່ມ, ລັດເອົາໃຈໃສ່ປົກປ້ອງ... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຮັດວຽກນໍາເອກະຊົນສ່ວນຫຼາຍຄູດຮີດແຮງງານ ນາຍຈ້າງເອົາລັດເອົາປຽບ...ວຽກງານບໍ່ໝັ້ນຄົງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຮັດວຽກນໍາເອກະຊົນສ່ວນຫຼາຍຄູດຮີດແຮງງານ ນາຍຈ້າງເອົາລັດເອົາປຽບ...ວຽກງານບໍ່ໝັ້ນຄົງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ເປັນອົງການຈັດຕັ້ງໜຶ່ງທີ່ລັດເບິ່ງແຍງກວ້າງຂວາງທົ່ວປະເທດ, ເຊື່ອໝັ້ນວ່າໝັ້ນຄົງ, ນະໂຍບາຍ ສະຫວັດດີການສູງ, ສະເໝີພາບ, ສະບາຍກກາຍໃຈ(ຖ້າມັກ), ລັດສົ່ງເສີມໃຫ້ຮຽນ, ເຮັດວຽກອື່ນເສີມກໍ່ໄດ້, ລັດສົ່ງເສີມໃຫ້ມີວຽກນອກເພີ່ມ, ລັດເອົາໃຈໃສ່ປົກປ້ອງ...ແຕ່ເງິນເດືອນຫນ້ອຍໆ ໄດ້ກິນຍາວນານ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ... ເຮັດວຽກນໍາເອກະຊົນສ່ວນຫຼາຍຄູດຮີດແຮງງານ ນາຍຈ້າງເອົາລັດເອົາປຽບ...ວຽກງານບໍ່ໝັ້ນຄົງ ວຽກງານບໍ່ໝັ້ນຄົງ ແຕ່ໄດ້ເງິນເດືອນຫລາຍ ຫລາຍຄົນກະເລີຍມັກໆ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໄດ້ເປັນລັດຖະກອນແລ້ວມີຄວາມສຸກກວ່າເປັນອາສາສະໝັກ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ລັດກຳອຳນາດ,ໄດ້ປຽບຄົນອື່ນ ເຮັດກໍ່ໄດ້ກິນ,ບໍ່ເຮັດກໍ່ໄດ້ກິນ
ພັນທະຫົວໃຈ::
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
1. ເງີນເດືອນຫຼາຍ 2. ບຸລິມະສິດຫຼາຍ ຫຼື ສະວັດດີການ”າຍ 3. ໝັ້ນຄົງ ຖາວອນ ຕະຫຼອດໄປ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມີຫລາຍສາເຫດຄືຫລາຍທ່ານກ່າວມາຫັ້ນແຕ່ສຳລັບຂ້ອຍແລ້ວຄິດວ່າຫລັກໆ: 01.ເຮັດວຽກສະບາຍໄປສວາຍເລີກສວາຍ... 02.ສະຫວັດດີການດີ... 03.ເງິນເດືອນຫນ້ອຍແຕ່ກໍ່ມີຊ່ອງຫ່ວາງຫລາຍ... 04.ໄດ້ເຂົ້າແລ້ວເຮັດວຽກເປັນຫລືບໍ່ເປັນ(ໄດ້ຫລືບໍ່ໄດ້ກໍ່ໄດ້ເຮັດ)...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮູ້ແຕ່ວ່າພວກທີ່ເປັນລັດຖະກອນສ່ວນຫລາຍແມ່ນ ເອົາປຽບຜູ້ອອກແຮງກຸ່ມອື່ນ ທີ່ເສຍພາສີໃຫ້ລັດ ເພິ່ນເຮັດວຽກມື້ໜຶ່ງ ບໍ່ແມ່ນ ບໍ່ຮອດ 4 ຊົ່ວໂມງຊ້ຳວະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮ່າາາາາາາ ແມ່ນຄວາມໄປການຕອນເຊົ້າບາງຄົນເກົ້າໂມງຍັງບໍ່ຮອດຫ້ອງການ ອ້າງວ່າຄາວຽກ. ຕິດໄຟແດງ. ລົດຫລາຍ ສີ່ໂມງສາມໂມງເຄິ່ງກະເລີ້ມບໍ່ເຮັດວຽກລະທະຍອຍກັນກັບບ້ານ ບໍ່ຊັ້ນກະຕີໝາກບູນ ບາງຫ້ອງການຍັງຫລິ້ນຮອດໄພ້ພຸ້ນຕ່ວາ ແບບນີ້ໂກງເວລາລາດສະການ ກາຍນັ້ນໄປກະເວົ້າຂັວນກັນຢ້ານລື່ນ ຢ້ານເຫລືອ ຫລິ້ນເສັ້ນຫລິ້ນສາຍຍົກເປັນທີ່ໜຶ່ງໃນອົງກອນຂອງປະເທດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຫຼາຍຄົນເວົ້າມາກະມີເຫດຜົນດີ... ແຕ່ເຫດຜົນນື່ງກໍ່ໜ້າຈະມາຈາກການເຫັນຂ້າລັດຖະການບາງພາກສ່ວນຮັ່ງມີດີໄດ້ຢ່າງໄວວາ ກໍ່ເລີຍຄິດວ່າເຂົ້າເຮັດການນຳລັດວັນນື່ງຂ້າງໜ້າອາດມີໂອກາດລ້ຳລວຍຄືເຂົາ. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເພາະຖືກປູກຝັງຈິດສຳນຶກມາແບບນັ້ນ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍນຶກວ່າຫລາຍຄົນຢາກເຮັດວຽກລັດຫລາຍກ່ວາ ໃນປັດຈຸບັນນີ້
ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຍ້ອນຢາກຮັບໃຊ້ປະເທດຊາດນັ້ນບັນຫາ1 ບັນຫາ 2 ແມ່ນມີໂອກາດໄດ້ສຶກສາຮ່ຳຮຽນ, ມີຄວາມໜັ້ນຄົງໃນໜ້າທີ່ວຽກງານ, ມີນະໂຍບາຍທີ່ດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເອົາແຕ່ສິວ່າສະ... ທຸກຄົນຍ່ອມມີໂອກາດ ພຽງແຕ່ເຮົາຫັ້ນແລະບໍ່ໄຝ່ຫາເອງ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຫັນຫລາຍຄົນວ່າ ເຮັດວຽກນຳລັດເງິນເດືອນໜ້ອຍ ແຕ່ໃນປະຈຸບັນໃຜກໍ່ຍາກເຮັດວຽກນຳລັດ ແລະ ການສອບເສັງ ເພື່ອບັນຈຸເຂົາເປັນລັດຖະກອນລັດນັ້ນ ກໍ່ບໍ່ໄດ້ງ່າຍເລີຍ ຜົນດີຂອງການເຮັດວຽກນຳລັດແມ່ນຫຍັງ - ມີໂອກາດໄດ້ໄປຍົກລະດັບ, ທັດສະນະສຶກສາ, ແລະ ສຶກສາຕໍ່ ທັງພາຍໃນ ແລະ ຕ່າງປະເທດ ຕາມຄວາມສາມາດຂອງຜູ້ກ່ຽວ - ຕາງໜ້າລັດຖະບານໄປປະຈຳການຢູ່ຕ່າງປະເທດ - ເຮັດວຽກ ແລະຮັບເງິນເດືອນປົກກະຕິ ຈົນເຂົ້າບຳນານ ທ້າຍນີ້: ການຊິເຮັດວຽກນຳພາກສ່ວນໃດແມ່ນບໍ່ສຳຄັນ ສຳຄັນທີ່ເຮົາພໍໃຈກັບວຽກທີ່ກຳລັງເຮັດຢູ່ນັ້ນຫລືບໍ່....... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຮັດວຽກ ແລະຮັບເງິນເດືອນປົກກະຕິ ຈົນເຂົ້າບຳນານ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄອບຄົວ, ຍາດພີ່ນ້ອງ ເຊື້ອສາຍວົງຕະກູນ ມີສ່ວນໃນການຕັດສິນໃຈຫຼາຍທີ່ສຸດ ສິເຂົ້າລັດຕ້ອງມີເສັ້ນ ເສັ້ນເປັນຕໍ່ຄວາມສາມາດເປັນຮອງ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
1.ເພື່ອຄວາມໝັ້ນຄົງ 2.ບໍ່ໄດ້ເຮັດວຽກຫລາຍໜ້າທີ່ແບບເອກະຊົນ 3.ໃນອະນາຄົດອັນໃກ້ນີ້ ພາກລັດຈະໄດ້ຍົກລະດັບເງີນເດືອນພື້ນຖານໃຫ້ຫລາຍຂື້ນກວ່າເກົ່າ ..........ແຕ່ສຳຫລັບຄົນບໍ່ມີເສັ້ນສາຍນິຫາໂອກາດເຂົ້!ຍາກ ຂພຈ ກະຢາກເປັນລັດຖະກອນເຊັ່ນກັນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ຊ່າງວ່າ ແຕ່ ເຮົາ ເຮັດວຽກກັບເອກະຊົນ ໜົດໂຄງການກະ ຊອກ ໂຄງການໄຫມ່ໄປເລື້ອຍໆໆ
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມັນກະມີທັງດີແລະບໍ່ດີຕ່າງກັນ ລອງເຮັດຫຼືເຮັດໄປດົນຫາກຊິຮູ້ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ້າເປັນຕອນນີ້...ໃຜກະຢາກເປັນລັດຖະກອນແທ້!! ເພາະເງິນເດືອນພະນັກງານລັດກຳລັງຊິຂຶ້ນລະເດ!!! ຂພຈ ກະຊິໄດ້ເຊົາເຮັດທຸລະກິດລະ...ຊິໄປເຮັດວຽກນຳລັດເອົາ!!! ອິໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຮັດວຽກນຳລັດ ຫມັ້ນຄົງ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ... ຖ້າເປັນຕອນນີ້...ໃຜກະຢາກເປັນລັດຖະກອນແທ້!!ເພາະເງິນເດືອນພະນັກງານລັດກຳລັງຊິຂຶ້ນລະເດ!!! ຂພຈ ກະຊິໄດ້ເຊົາເຮັດທຸລະກິດລະ...ຊິໄປເຮັດວຽກນຳລັດເອົາ!!! ອິໆໆໆ
ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ... ຖ້າເປັນຕອນນີ້...ໃຜກະຢາກເປັນລັດຖະກອນແທ້!!ເພາະເງິນເດືອນພະນັກງານລັດກຳລັງຊິຂຶ້ນລະເດ!!! ຂພຈ ກະຊິໄດ້ເຊົາເຮັດທຸລະກິດລະ...ຊິໄປເຮັດວຽກນຳລັດເອົາ!!! ອິໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເງີນ ຄ່ານິຍົມ ແນວວ່າໝັ້ນຄົງ |