ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ່ານຄິດແນວໃດ ທີ່ປະເທດລາວຈະເປີດຕະຫລາດຫຸ້ນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອນໆອ້າຍໆນ້ອງ ນັກຮຽນ,ນັກສຶກສາ, ນັກທຸລະກິດ ,ພ/ງ ແລະປະຊາຊົນທົ່ວໄປ ເຮົາລອງມາສົນທະນາແລກປ່ຽນຄວາມຄິດເຫັນນຳກັນ
ວ່າທ່ານຄິດແນວໃດທີ່ປະເທດລາວເປີດຕະຫລາດຫຸ້ນ


ຕະຫລາດຫຸ້ນຫຼືຕະຫລາດຫຼັກຊັບ(ເງິນ)ຫມາຍຖຶງຕະຫລາດທີ່ບໍ່ລິສັດທຸກໆອຸສາຫະກຳເຂົ້າມາສະເໜີຂາຍຫຸ້ນ(ຫຸ້ນສ່ວນ)ໄຫ້ກັບປະຊາຊົນຜູ້ທີ່ມີຄວາມສົນໃຈ ຢາກຈະເປັນສ່ວນຫນຶ່ງໃນການເປັນເຈົ້າຂອງກິດຈະການໃຫຍ່ໆລະດັບປະເທດເຊັ່ນ: (ສົມມຸດ)
ETL , M-Phone , ເບຍລາວ, ໄຟຟ້າລາວ(ສົມມຸດ) ...ເພື່ອບໍ່ລິສັດ ຈະໄດ້ນຳເງິນທີ່ໄດ້ໄປພັດທະນາແລະຂະຫຍາຍບໍລິສັດຕໍ່ໄປ,ຜູ້ຖືຫຸ້ນຈະມີສິດໄດ້ຮັບເງິນປັນຜົນ ຕັ້ງແຕ່ 5-10 ຫຼືຫຼາຍກວ່າ50% ຂອງຫຸ້ນທີ່ຊື້(ຫຼາຍກວ່າຝາກທະນາຄານອີກ)
......ແຕ່ວ່າ...............ຖ້າເມື່ອໃດທີ່ເສດຖະກິດໂລກບໍ່ດີ(ຢ້ຳເສດຖະກິດໂລກ)ຫຸ້ນທີ່ຊື້50000ກີບຕໍ່ຫຸ້ນອາດເຫຼືອແຕ່20000ກີບຕໍ່ຫຸ້ນ
(ສາເຫດນີ້ແລະທີ່ພາຄົນເຫມິດໂຕຍ້ອນຫຸ້ນ)

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄີດວ່າ........................


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຂພຈ ບໍ່ມີຄວາມຮູ້ທາງດ້ານນີ້ ຖ້າວ່າເລື່ອງເຮັດໄຮ່ເຮັດນາສິອອກຄຳເຫັນໄດ້ຢູ່ ອິໆໆໆ

K.Soubandith

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ຂ້ອຍຄິດວ່າ ຄືຊິດີ ຕິເບາະ

何よりも真実を貴ぶ

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ກໍ່ດີ ຈະໄດ້ດຶງດູດນັກລົງທຶນ

"no one is perfect"

໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ກໍ່ດີ ຢູ່..........ແຕ່ຮູ້ສຶກວ່າມັນບໍ່ພອ້ມ


໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ມີຄວາມຮູ້ດ້ານນີ້


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າລາວມີຕະຫຼາດຫຸ້ນກະຄືສິດີ ຂພຈ ສິໄດ້ຊື້ຫຸ້ນເບຍລາວແດ່ ແຕ່ວ່າບໍລິສັດທີ່ໃຫຍ່ໆຢູ່ບ້ານ

ເຮົາຈະຍອມເອົາບໍລິສັດໂຕເຂົ້າມາຕະຫຼາດບໍ ??


໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຢາກຊື້ຫຸ້ນນ້ຳມັນເພາະວ່ານ້ຳມັນມີແຕ່ຂຶ້ນບໍ່ລົງ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ chun ຂຽນວ່າ...
ຢາກຊື້ຫຸ້ນນ້ຳມັນເພາະວ່ານ້ຳມັນມີແຕ່ຂຶ້ນບໍ່ລົງ


ເຂົາຊື້ມາກະແພງຄືກັນ, ນ້ຳມັນກຳໄລລິດລະປະມານ ສອງສາມຮ້ອຍນິແຫລະ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ຄິດວ່າມີຜົນດີຫລາຍ ສໍາລັບຄົນທີບໍ່ລັບຫູລັບຕາລົງຖືນ

i did it all to my own , turned a chair to a thrown ,i'm a KING in this world

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກະດີທີ່ລາວເຮົາຈະເປີດໂອກາດໃຫ້ປະຊາຊົນມີສ່ວນຮ່ວມໃນການດຳເນີນທຸລະກິດ ແຕ່ຕ້ອງຄຳນຶງເຖິງຄວາມເປັນໄປໄດ້ໃນການ ສວຍໂອກາດຂອງ ນັກທຸລະກິດບາງປະເພດ


໑ ກະທູ້
໒໑໓ ໂພສ
ນັກການກະທູ້
ກຳລັງຄິດວ່າ ຈະສືກສາຢູ່ ,,,, ໜ້າສົນໃຈ ,,, ທືນໜ້ອຍຊື້ໜ້ອຍ , ຫຼາຍຊື້ຫຼາຍ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການຊື້ຂາຍຫຸ້ນບໍ່ແມ່ນເລື່ອງງ່າຍ ຕ້ອງໝັ່ນຕິດຕາມຂໍ້ມູນຕະຫຼາດທັງພາຍໃນ ແລະ ຕ່າງປະແທດ

ຮູ້ຈັກວິເຄາະຂໍ້ມູນ,ຄວາມສ່ຽງ,ຄິດໄລ່ຜົນຕອບແທນຕ່າງໆ ແລະ ອີກຫລາຍໆດ້ານ.

ເຖິງວ່າຈະຊຳນານປານໃດກໍ່ຕາມ ອີ່ຫຍັງກະເກີດຂື້ນໄດ້, ເຈົ້າພໍ່ຕະຫລາດຫຸ້ນຫຼາຍລາຍໄດ້ໂດດຕຶກຕາຍ ຍ້ອນໝົດຕົວ

~Vਕਆpïrєی™~

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດກາໄດ້ ບໍ່ເປີດກາໄດ້

you will when you believe

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ອື່ມມ

ມັນກາເປັນການດີ ຢາກສຶກສາຄືກັນ ແຕ່ຍັງບໍ່ມີໂອກາດ

有自信不一定赢 没自信一定输

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຖ້າເຮັດໄດ້ກໍຈະດີ


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ກ່ອນຈະມີຕະຫລາດຫຸ້ນ ຢາກໃຫ້ທະນາຄານໃນລາວສະຫມັກ paypal ໃຫ້ໄດ້ກ່ອນນະ = ="


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົງຈະດີ....

.

.

.

.

.

ຄົນຈົນຫລິ້ນຫວຍ ຄົນລວຍຫລິ້ນຫຸ້ນ...


໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ດີໆ

何よりも真実を貴ぶ

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ເປີດຕລາດຫຸ້ນ...ລາວຈະໄດ້ຫລາຍກວ່າເສຍ...ເປີດໂລດ....

ແບບວ່າ...ຖ້າມີຕລາດຫຸ້ນແລ້ວ...ວຽກທີ່ຂ້ອຍຮຽນມາຈະຫລາຍ...ຫັ້ນນະ....ຈິງບໍ່ມາເລາະເຕະຝຸ່ນ.....ອິອິອິ

ສາທຸ...ເປີດໄວໆສາ...*______*

[img]null[/img]

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ເປັນໄປບໍ່ໄດ້ດອກ

ຄົນໄກບ້ານ........ຍາກກັບບ້ານເດ່

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເປີດຕະຫຼາດຫຸ້ນດີ ....


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກເງຶ່ອນໄຂມີພຽງພໍແລ້ວກະ ຊິມີຫຍັງຂັດຂ້ອງ!


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ຫວັງວ່າປະເທດອື່ນຈະບໍ່ມາປັ່ນຫຸ້ນລາວເຮົາເນາະ....ບໍ່ສັນມີຫັວງງງງງງງງງ ຫຸ້ນລົ້ມກັນແນ່ນ່ອນ

ຈັງໃດຂ້ອຍກະຢາກຫຼິ້ນຫຸ້ນນະ(ແຕ່ຫຼິ້ນຈັງໃດລະ)55555ກັນບໍ່ເຂົ້າໃຈຫຼິ້ນ



ຫວັງວ່າລາວເຮົາຄືຈະມີຂໍ້ກຳນົດກົດໝາຍຫຸ້ນຄຸ້ມຄອງຄົນຫຼິ້ນຫຸ້ນໄດ້ດີ...ເພາະວ່າການສ້າງຕັ້ງຕະຫຼາດຫຸ້ນນັ້ນບໍ່ແມ່ນເລື່ອງງ່າຍໆໆເລີຍ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື້ອງບໍລິສັດຕ່າງປະເທດນິ ເວົ້າບໍ່ໄດ້ດອກວ່າຊິເຂົ້າມາຫຼືບໍ່ ແຕ່ຄັນເຂົາມານິ ລາວຈະເສຍປຽບໄຫ້ເຂົາ ເພາະເມັດເງິນຈະໄຫລໄປທີ່ບ້ານເຂົາ
ທີ່ສຳຄັນ ລາວຍັງໃຫມ່ຫລາຍເລື້ອງຫຸ້ນ ຍັງບໍ່ຮູ້ຈັກກັບກົນໂກງຂອງການປັ່ນຫຸ້ນ ຖ້າເຂົ້າໄປຫຼິ້ນແລ້ວ ອາດຖືດເຈົ້າມື (ນັກທຸລະກິດຫົວຫມໍ)
ປັ່ນຫຸ້ນ ຈົນເລືອດຕາໃຫລ ຖ້າເປີດແທ້ ຂ້າພະເຈົ້າກະບໍ່ເອົານຳ ເພາະຕະຫລາດໃຫມ່ໂພດ ຄົນຊື້ຄົນຂາຍຍັງບໍ່ເຂົ້າໃຈໃນຫຸ້ນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ແມ່ນ ໂຈ້ນັດເວົ້າຖືກ



ເບິ່ງໄທຫັນແນ່....ຊົ່ວຊິມີຕະຫຼາດຫຸ້ນມື້ນີ້ໄດ້,ຕ້ອງມີການລົ້ມແລະລຸກ

ປ່ຽນຊື່ຕະຫຼາດຫຼັກຊັບບັກຫຼາຍໆໆເທື່ອ,ປະຫວັດເຫດການຊໍໂກ້ງກະບໍທຳມະດາ(ຊົ່ວຊິສ້າງກົດບັງຄັບທັນພວກເກັງກຳໄລໄດ້ກະຫຼິ້ນເອົາຄົນຂ້າໂຕຕາຍຍ້ອນຫຸ້ນມາຫຼາຍຄົນແລ້ວ)

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ມັນກະເປັນສິາງທີ່ດີ ຖ້າຫາກໃຊ້ເຂົ້າໃນການພັດທະນາປະເທດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ເລື້ອງບໍລິສັດຕ່າງປະເທດນິ ເວົ້າບໍ່ໄດ້ດອກວ່າຊິເຂົ້າມາຫຼືບໍ່ ແຕ່ຄັນເຂົາມານິ ລາວຈະເສຍປຽບໄຫ້ເຂົາ ເພາະເງິນຈະໄຫລໄປທີ່ບ້ານເຂົາ
ທີ່ສຳຄັນ ລາວຍັງໃຫມ່ຫລາຍເລື້ອງຫຸ້ນ ຍັງບໍ່ຮູ້ຈັກກັບກົນໂກງຂອງການປັ່ນຫຸ້ນ ຖ້າເຂົ້າໄປຫຼິ້ນແລ້ວ ອາດຖືດເຈົ້າມື (ນັກທຸລະກິດຫົວຫມໍ)
ປັ່ນຫຸ້ນ ຈົນເລືອດຕາໃຫລ ຖ້າເປີດແທ້ ຂ້າພະເຈົ້າກະບໍ່ເອົານຳ ເພາະຕະຫລາດໃຫມ່ໂພດ ຄົນຊື້ຄົນຂາຍຍັງບໍ່ເຂົ້າໃຈໃນຫຸ້ນ

ແມ່ນແລ້ວ

you will when you believe

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somsanook ຂຽນວ່າ...
ເປັນໄປບໍ່ໄດ້ດອກ


ກຳລັງຈະເປັນ... ລາວເຮົາຂຽນບົດວິພາກເສດຖະສາດແລ້ວໃນປີ 2007 ທີ່ຜ່ານມາ..
ເພື່ອກຽມເປີດຕະຫລາດຫລັກຊັບໃນປີຫນ້າ... 2010..................................


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>