ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຝາກເຖິງຕຳຫລວດ ຈະລະຈອນລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸມື້ນີ້ເຫັນວ່າມີຕຳຫລວດຈໍລະຈອນ ອອກມາຫາກິນຫລາຍ ໂອຍ!!! ( ຂໍໂທດ ອາລົມພາໄປ ) ອອກມາກວດກາຄວາມເປັນລະບຽບຮຽບຮ້ອຍຫລາຍ...
ດັ່ງນັ້ນຂ້າພະເຈົ້າຈິ່ງຢາກຂໍຝາກຂໍ້ຄວາມເຖິງຕຳຫລວດ ວ່າຂໍໃຫ້ຕຳຫລວດທຸກໆຄົນຈົ່ງປະຕິບັດໜ້າທີຂອງຕົນຢ່າງມີຈັນຍາບັນແດ່.
"ຢ່າເຫັນແກ່ເງິນແສນໄຖ ຈົ່ງເຫັນແກ່ໄຜ່ແສນເມືອງ" ແດ່ເດີ້ ຢ່າເຫັນແກ່ເງິນຈົນໜ້າດຳໜ້າແດງ ຫລາຍ ແລະການທີເວົ້າຈານຳພໍ່ແມ່ປະຊາຊົນ ໃນຕອນເວລາກວດລົດເຂົາເຈົ້າຫັນກະເຊີນເວົ້າດີປາກມ່ວນ ນຳແດ່ຢ່າສຸໃຊ້ແຕ່ອາລົມຫລາຍ (ຕຳຫລວດບາງຄົນ)
ຖ້າໃຊ້ແຕ່ອາລົມຈັກໜ່ອຍມັນຊິເກີດມີຄວາມຮຸນແຮງຂຶ້ນ ຄືດັ່ງຕຳຫລວດເພື່ອນບ້ານ ຜູ້ນີ້ລາວອອກມາກວດລົດຫລືວ່າອອກມາຖີບລົດກັນແທ້ ຖ້າເປັນແບບນີ້ຄວນບອກລາວໄປເປັນນັກເລງສາ...

ກົດມາຕາມລິ້ງເພື່ອເບິ່ງຄຣີບພຶດຕິກຳຂອງຕຳຫລວດເພື່ອນບ້ານ

ກົດມາຕາມລີ້ງເພື່ອອ່ານຂ່າວ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ສຸມື້ນີ້ເຫັນວ່າມີຕຳຫລວດຈາລະຈອນ ອອກມາຫາກິນຫລາຍ ໂອຍ!!! ( ຂໍໂທດ ອາລົມພາໄປ ) ອອກມາກວດກາຄວາມເປັນລະບຽບຮຽບຮ້ອຍຫລາຍ...
ດັ່ງນັ້ນຂ້າພະເຈົ້າຈິ່ງຢາກຂໍຝາກຂໍ້ຄວາມເຖິງຕຳຫລວດ ວ່າຂໍໃຫ້ຕຳຫລວດທຸກໆຄົນຈົ່ງປະຕິບັດໜ້າທີຂອງຕົນຢ່າງມີຈັນຍາບັນແດ່.
"ຢ່າເຫັນແກ່ເງິນແສນໄຖ ຈົ່ງເຫັນແກ່ໄຜ່ແສນເມືອງ" ແດ່ເດີ້ ຢ່າເຫັນແກ່ເງິນຈົນໜ້າດຳໜ້າແດງ ຫລາຍ ແລະການທີເວົ້າຈານຳພໍ່ແມ່ປະຊາຊົນ ໃນຕອນເວລາກວດລົດເຂົາເຈົ້າຫັນກະເຊີນເວົ້າດີປາກມ່ວນ ນຳແດ່ຢ່າສຸໃຊ້ແຕ່ອາລົມຫລາຍ (ຕຳຫລວດບາງຄົນ)
ຖ້າໃຊ້ແຕ່ອາລົມຈັກໜ່ອຍມັນຊິເກີດມີຄວາມຮຸນແຮງຂຶ້ນ ຄືດັ່ງຕຳຫລວດເພື່ອນບ້ານ ຜູ້ນີ້ລາວອອກມາກວດລົດຫລືວ່າອອກມາຖີບລົດກັນແທ້ ຖ້າເປັນແບບນີ້ຄວນບອກລາວໄປເປັນນັກເລງສາ...
ເຫັນດີແມ່ນຄືກັບທ່ານວ່າມາແທ້ຕຳຫລວດ(ມີບາງຈຸດແລະກໍ່ບາງບຸກຄົນ)ຜູ້ທີ່ດີມີຈັນຍາບັນແລະຈັນຍາທຳຕໍ່ຫນ້າທີ່ການງານກໍ່ຂໍຊົມເຊີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລະເຫລືອໃຈແຕ່ອັນດຽວເກືອບທຸກປ້ອມຍາມເພີ່ນຈະມີປ້າຍໂຄສະນາຫ້າມສູບຢາຢູ່ຕໍ່ໜ້າປ້ອມຍາມຫັ້ນ ບາດຕຳຫລວດທີ່ນັ່ງຢູ່ໃນປ້ອມຍາມພັດສູບຢາ
ຄັວນກຸ້ມບ້ວຍໆຢູ່

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...

ສະແດງວ່າເຄີຍເຂົ້າປ້ອມຕຳຫຼວດຈິ່ງຮູ້ ເຂົ້າໄປເຮັດຫຍັງຖືກກັກບໍ?

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຂ້ອຍລະເຫລືອໃຈແຕ່ອັນດຽວເກືອບທຸກປ້ອມຍາມເພີ່ນຈະມີປ້າຍໂຄສະນາຫ້າມສູບຢາຢູ່ຕໍ່ໜ້າປ້ອມຍາມຫັ້ນ ບາດຕຳຫລວດທີ່ນັ່ງຢູ່ໃນປ້ອມຍາມພັດສູບຢາ
ຄັວນກຸ້ມບ້ວຍໆຢູ່

ສະແດງວ່າເຄີຍເຂົ້າປ້ອມຕຳຫຼວດຈິ່ງຮູ້ ເຂົ້າໄປເຮັດຫຍັງຖືກກັກບໍ?

ບໍ່ ຂີ່ລົດກາຍລະມັກເຫັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກິນງ່າຍແທ້ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປົ່າບາດນື່ງ ກະໄດ້ເຝີຖ້ວຍນື່ງລະເດ ກະເປັນຕາເປົ່າຢູ່ ແຕ່ອ້າຍກຳມະກອນຕີ ສົມປູນໝົດມື້ໄດ້40 000ກີບ ພັດມາຊວຍຍ້ອນຕຳຫຼວດເປົ່າສາ...!
ບໍ່ຈັກຊິວ່ານຳ...!

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ມື້ນີ້ບໍ່ມີເງິນ ກິນເຂົ້າຊ້ຳ ສົງໃສຊິໄດ້ໃປຢືມ ຫມາກວີດ ຕຳຫລວດ ມາເຜົ່າຈັກບາດ ລະຊັ້ນນະ

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ປີດ ປີ໋ ປິດ ຫຍຸດໆໆໆ ສົ່ງເງິນມາດຽວນີ້ ບໍ່ຊັ້ນກັກລົດໄວ້ແທ້

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ສຸມື້ນີ້ເຫັນວ່າມີຕຳຫລວດຈາລະຈອນ ອອກມາຫາກິນຫລາຍ ໂອຍ!!! ( ຂໍໂທດ ອາລົມພາໄປ ) ອອກມາກວດກາຄວາມເປັນລະບຽບຮຽບຮ້ອຍຫລາຍ...
ດັ່ງນັ້ນຂ້າພະເຈົ້າຈິ່ງຢາກຂໍຝາກຂໍ້ຄວາມເຖິງຕຳຫລວດ ວ່າຂໍໃຫ້ຕຳຫລວດທຸກໆຄົນຈົ່ງປະຕິບັດໜ້າທີຂອງຕົນຢ່າງມີຈັນຍາບັນແດ່.
"ຢ່າເຫັນແກ່ເງິນແສນໄຖ ຈົ່ງເຫັນແກ່ໄຜ່ແສນເມືອງ" ແດ່ເດີ້ ຢ່າເຫັນແກ່ເງິນຈົນໜ້າດຳໜ້າແດງ ຫລາຍ ແລະການທີເວົ້າຈານຳພໍ່ແມ່ປະຊາຊົນ ໃນຕອນເວລາກວດລົດເຂົາເຈົ້າຫັນກະເຊີນເວົ້າດີປາກມ່ວນ ນຳແດ່ຢ່າສຸໃຊ້ແຕ່ອາລົມຫລາຍ (ຕຳຫລວດບາງຄົນ)
ຖ້າໃຊ້ແຕ່ອາລົມຈັກໜ່ອຍມັນຊິເກີດມີຄວາມຮຸນແຮງຂຶ້ນ ຄືດັ່ງຕຳຫລວດເພື່ອນບ້ານ ຜູ້ນີ້ລາວອອກມາກວດລົດຫລືວ່າອອກມາຖີບລົດກັນແທ້ ຖ້າເປັນແບບນີ້ຄວນບອກລາວໄປເປັນນັກເລງສາ...

ກົດມາຕາມລີ້ງເພື່ອເບິ່ງພຶດຕິກຳຂອງຕຳຫລວດເພື່ອນບ້ານ

ອັນຄິບຮັ່ນ ຄົນໂດດຖີບບໍ່ແມ່ນຕຳລວດທ່ານເອີຍ ບໍ່ໄດ້ເປັນຮອດອາສາສະໝັກຊ່ຳ ເຂົາເຈົ້າຈັບເອົາມາເສຍຄ່າໄໝແລ້ວ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າ ສມຊ ພັນລາວ ຊິບໍ່ມີ ຕຳຫຼວດ ຈັກ ຄົນ ອອກມາ ປົກປ້ອງ ໂຕເອງແດ່ ແມ ຖ້າມັນບໍ່ແມ່ນຄວາມຈິງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
ຄົ່ມເຫັງປະຊາຊົນຜູ້ບໍລິສຸດນິຖະນັດຫຼາຍຕຳຫຼວດບ້ານເຮົາ
ບາດຈັບໂຈນລັກລົດ ລະບໍ່ມີປັນຍາ
(((((ຂີ່ລົດເຂົ້າຫ່ອມນ້ອຍເຈີະຕຳຫຼວດ ບາດອອກທາງໃຫຍ່ລະເຈີໂຈນປົ້ນ)))))

໖ ກະທູ້
໒໙໒ ໂພສ
ນັກການກະທູ້

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ...

ຫ້າມຜົກອາວຸດໃນທີ່ສາທາລະນະ ມັນຜິດກົດໝູ່ນະ ດີແຕ່ເປັນຄົນສວຍ ບໍ່ຊັ້ນຈັບແຕ່ດົນແລ້ວ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຄວາມຄິດຂອງຂ້ອຍ ຄົນເຮົາບໍ່ຄືກັນສະເໝີໄປໝົດ, ກໍ່ແນວວ່າຫັ້ນລະ ຖ້າມີແນວບໍ່ດີເກີດຂຶ້ນບ່ອນໃດ ກໍ່ມັກຈະເປັນ: ປາໂຕດຽວເນົ່າໝົດຄ້ອງ...

ຕອນອຸບັດຕິເຫດຕາມທ້ອງຖະໜົນເກີດຂຶ້ນຊິເອີ້ນຫາໃຜ ຖ້າບໍ່ເອີ້ນຫາຕຳຫຼວດຈາລະຈອນມາເບິ່ງແມ່ນບໍ?

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ສຸມື້ນີ້ເຫັນວ່າມີຕຳຫລວດຈາລະຈອນ ອອກມາຫາກິນຫລາຍ ໂອຍ!!! ( ຂໍໂທດ ອາລົມພາໄປ ) ອອກມາກວດກາຄວາມເປັນລະບຽບຮຽບຮ້ອຍຫລາຍ...
ດັ່ງນັ້ນຂ້າພະເຈົ້າຈິ່ງຢາກຂໍຝາກຂໍ້ຄວາມເຖິງຕຳຫລວດ ວ່າຂໍໃຫ້ຕຳຫລວດທຸກໆຄົນຈົ່ງປະຕິບັດໜ້າທີຂອງຕົນຢ່າງມີຈັນຍາບັນແດ່.
"ຢ່າເຫັນແກ່ເງິນແສນໄຖ ຈົ່ງເຫັນແກ່ໄຜ່ແສນເມືອງ" ແດ່ເດີ້ ຢ່າເຫັນແກ່ເງິນຈົນໜ້າດຳໜ້າແດງ ຫລາຍ ແລະການທີເວົ້າຈານຳພໍ່ແມ່ປະຊາຊົນ ໃນຕອນເວລາກວດລົດເຂົາເຈົ້າຫັນກະເຊີນເວົ້າດີປາກມ່ວນ ນຳແດ່ຢ່າສຸໃຊ້ແຕ່ອາລົມຫລາຍ (ຕຳຫລວດບາງຄົນ)
ຖ້າໃຊ້ແຕ່ອາລົມຈັກໜ່ອຍມັນຊິເກີດມີຄວາມຮຸນແຮງຂຶ້ນ ຄືດັ່ງຕຳຫລວດເພື່ອນບ້ານ ຜູ້ນີ້ລາວອອກມາກວດລົດຫລືວ່າອອກມາຖີບລົດກັນແທ້ ຖ້າເປັນແບບນີ້ຄວນບອກລາວໄປເປັນນັກເລງສາ...

ກົດມາຕາມລີ້ງເພື່ອເບິ່ງພຶດຕິກຳຂອງຕຳຫລວດເພື່ອນບ້ານ

ອັນຄິບຮັ່ນ ຄົນໂດດຖີບບໍ່ແມ່ນຕຳລວດທ່ານເອີຍ ບໍ່ໄດ້ເປັນຮອດອາສາສະໝັກຊ່ຳ ເຂົາເຈົ້າຈັບເອົາມາເສຍຄ່າໄໝແລ້ວ

ຂ່າວມື້ທຳອິດຫັນເຂົາບອກວ່າຕຳຫລວດ ໂດດຖີບກະເວົ້າໄປນຳເຂົາຫັນໂລດແລ້ວ.....ແຕ່ມືຕໍມາເຫັນເຂົາເຈົ້າອອກມາແກ່ຂ່າວແລ້ວວ່າຄົນທີ່ໂດດຖີບຫັນບໍແມ່ນຕຳຫລວດ...ຖ້າບໍແມ່ນຕຳຫລວດແລະ ອາສາສະໝັກ ... ຄືເຫັນຕຳຫລວດອີກ ໝໍ 1ຢືນຢູ່ ນຳບັກຖີບລົດຫັນຊັ້ນນາ...ຕຳຫລວດໝໍນັ້ນຄືບໍຈັບມັນຕອນນັ້ນເລີຍ....

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເປັນລູກຕຳຫຼວດ
ພໍ່ຂ້ອຍບໍໄດ້ເຮັດແບບນັ້ນເດີ
ມາປົກປ້ອງອີ່ພໍ່

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ເອົານັກເລງເກົ່າມາເປັນຕຳຫຼວດມັນກາເປັນຈິ່ງຊີ້ແລ້ວ, ລູກຜູ້ໃຫຍ່ ຫຼື ຄົນມີເງີນແດ່ ມັນເລງຫຼາຍແລ້ວເກັບມາເປັນຕຳຫຼວດສາ ມັນກາບໍ່ປ່ຽນ.... ຂອງມັນຫັ້ນລະ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຮູ້ແດ່ວ່າປະຫວັດຕຳຫລວດບ້ານເຮົາ ກ່ອນຊິມາເປັນຕຳຫລວດສ່ວນຫລາຍສ້າງວິລະກຳຫຍັງໄວ້ແນ່?

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ເຄີຍເປັນນັກເລງມາກ່ອນ (ຕຳຫຼວດຜູ້ທີ່ຂາດຈັນຍາບັນ)

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ໃຜຮູ້ແດ່ວ່າປະຫວັດຕຳຫລວດບ້ານເຮົາ ກ່ອນຊິມາເປັນຕຳຫລວດສ່ວນຫລາຍສ້າງວິລະກຳຫຍັງໄວ້ແນ່?

ເຄີຍມີໝູ່ເປັນເດັກຂາຍຝິ່ນ, ຂາຍກັນຊາໃຫ້ຕ່າງປະເທດ ດຽວນີ້ມັນເປັນຕຳຫລວດແລ້ວ.....

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ຖ້າບໍ່ຜິດລະບຽບ, ເອກະສານຄົບຊຸດ, ສິພາກັນຢ້ານເຮັດຫຍັງອັນຕຳຫລວດຫັ້ນ
ແຕ່ກີ້ຂ້ອບກະເຄີຍຖືກປັບໃໝຍ້ອນບໍ່ມີໃບຂັບຂີ່, ແຕ່ດຽວນີ້ມີຄົບບໍ໋ເຫັນສິໄດ້ເສຍເງິນເສຍຄຳຈັກກີບ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ມີແຕ່ຂໍຊົມເຊີຍຫັ້ນແຫລະອອກກວດເພື່ອຄວາມເປັນລະບຽບຮຽບຮ້ອຍເຮັດໃຫ້ພວກຂີ່ລັກລົດຢ້ານ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amnath ຂຽນວ່າ...
ມີແຕ່ຂໍຊົມເຊີຍຫັ້ນແຫລະອອກກວດເພື່ອຄວາມເປັນລະບຽບຮຽບຮ້ອຍເຮັດໃຫ້ພວກຂີ່ລັກລົດຢ້ານ

ກະຫັ້ນລະເນາະ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amnath ຂຽນວ່າ...
ມີແຕ່ຂໍຊົມເຊີຍຫັ້ນແຫລະອອກກວດເພື່ອຄວາມເປັນລະບຽບຮຽບຮ້ອຍເຮັດໃຫ້ພວກຂີ່ລັກລົດຢ້ານ

ກະແມ່ນຢູ່....ແຕ່ບາງຄັ້ງເຮົາລືມເອກະສານຫັນຕິ...ມັນເຮັດແບບບໍມີບາງເບົາເລີຍ...ແຖມປາກກະບໍມ່ວນ....

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເຂົາຄືເຈົ້າໜ້າທີ່ຕຳຫຼວດ

ບໍ່ແມ່ນເຈົ້າໜ້າທີ່ຂອງປະຊາຊົນ

ເຂົາທຳໄດ້ທຸກຢ່າງ

ພັນທະຫົວໃຈ::

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ພວກເຈົ້າຮູ້ບໍ່ວ່າຕຳຫຼວດຈາລະຈອນຫຼວງພະບາງໂຄດຊົ່ວມັນເຮັດຄືມັນເປັນໂຈນນີ້ລະ, ມັນບໍ່ມີເງີນຈ່າຍແລ້ວມັນພາກັນໄປລີ້ຢູ່ພຸ່ມດອກໄມ້ແຄມທາງລັດຂໍທານ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ດີແຕ່ເອົາເງິນນຳຜູ້ໃຊ້ຖະໜົນຫັ້ນແລະ, ບາດນັກຊິ້ງບໍ່ສາມາດເຮັດຫຍັງເຂົາເຈົ້າຊ້ຳ.

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຂ້ອຍລະເຫລືອໃຈແຕ່ອັນດຽວເກືອບທຸກປ້ອມຍາມເພີ່ນຈະມີປ້າຍໂຄສະນາຫ້າມສູບຢາຢູ່ຕໍ່ໜ້າປ້ອມຍາມຫັ້ນ ບາດຕຳຫລວດທີ່ນັ່ງຢູ່ໃນປ້ອມຍາມພັດສູບຢາ
ຄັວນກຸ້ມບ້ວຍໆຢູ່

ອິອິອິ ສົງໃສເພີ່ນໄດ້ຢາມາຟຣີໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>