![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຍິນດີນຳຜົນສຳເລັດແຫ່ງການສຶກສາ |
|
![]() ຍິນດີນຳ ![]() |
|
![]() ດວງຕາເວັນພຸ່ງພົ້ນ ທາງທິດບົວລະພາ ສັກກຸນາບັນເລງສຽງ ສ່າງຊື່ນໃນໃຈຊ້ອຍ ວັນຄອງຄອຍລໍຖ້າ ປະລິນຍາກອນໜ້າໃໝ່ ໄດ້ຍັບມາມໍ່ໃກ້ ເຖິງມື້ນັດໝາຍ ສາຍລົມເຢັນຜ່ານດອກໄມ້ ຫອມອ່ອນໆໃນດັງ ສ້າງພະລັງຄວາມຫວັງ ເພື່ອທຸກຄົນເດີນກ້າວ ມີຈິດໃຈຫັນຫ້າວ ບຸກບືນຜ່ານຜ່າ ອຸປະສັກໃຫຍ່ນ້ອຍ ກຽມພ້ອມເພື່ອຜ່າໄປ ພໍພິທີໄຂເລີ້ມ ຕ່າງຊ້ອຍຊື່ນສົດໃສ ກັບຫົວອົກຄວາມພູມໃຈ ຕໍ່ສິ່ງຕົນທໍາໄດ້ ຂໍໃຫ້ຄວາມພູມໃຈນີ້ ເປັນຄວາມດີປະເສີດຄ່າ ປະລິນຍາໄດ້ຮັບແລ້ວ ຈົ່ງຫັນຫ້າວສູ່ວຽກງານ ຂໍພວກເຈົ້າຢ່າກຽດຄ້ານ ເອົາແຕ່ທ່ຽວເພີນຈິດ ຈົ່ງໃສ່ໃຈໃນຊີວິດ ຄິດທໍາສິ່ງດີໄວ້ ພາກພູມໃຈຫັນຫ້າວ ໃນການງານແລະໜ້າທີ່ ຜືນແຜນດິນຖິ່ນນີ້ ຫວັງເຈົ້າຊ່ວຍສ້າງສາ ໃຫ້ພວກເຈົ້າຕັ້ງໜ້າ ເຜີຍແຜ່ຄວາມດີ ດ້ວຍສັກສີຊີວິດ ຜູ້ຜ່ານການຮຽນຮູ້ ຊ່ວຍຟື້ນຟູເມືອງບ້ານ ແດນກັນດານມີໜ້າໃໝ່ ສ້າງຊາດລາວເໜືອຮອດໃຕ້ ໃຫ້ໃສເຫຼື້ອມພັດທະນາ ສປປລາວໃນຕໍ່ໜ້າ ຈະເຮືອງຮຸ່ງສີວິໄລ ກໍ່ອາໃສລູກຫຼານລາວ ຜູ້ທີ່ມີຄວາມຮູ້ ຖະນຸຖະໜອມສ້າງ ແດນສາທາໃຫ້ມີຮັ່ງ ຊາດມຸ່ງຫວັງຕໍ່ເຈົ້າ ໂຮມໃຈສ້າງຖິ່ນລາວ ໃຫ້ຊາດລາວມຸ່ງກ້າວ ຂຶ້ນສູ່ຄວາມສຸກສົມ ແດນສັງຄົມນິຍົມ ພັກລັດເຮົາຫວັງໄວ້ ຫວັງໃຫ້ຊາວລາວໄດ້ ຄວາມສົດໃສຖ້ວນຖີ່ ຄວາມຮັ່ງມີພຽບພ້ອມ ສະເໝີໜ້າທຸກໆຄົນ ພຸ້ນເນີ. ![]() ![]() |
|
![]() ມຊ ຮັບໃບປະກາດມື້ນີ້ 31 ສິງຫາ 2012 ຍິນດີ ນຳ ບັນດິດໃຫມ່ ທຸກຄົນ ຂໍໃຫ້ ເປັນຊັບພະຍາກ່ອນມະນຸດທີ່ ດີ ຊວ່ຍ ພັດທະນາຊາດແລະສັງຄົມລາວ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
![]() ![]()
ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ
|
|
![]() ຍິນດີນຳ ນັກສືກສາທີ່ຮັບໃບປະກາດເດີ້ ມື້ນີ້ ຍິນດີ ຍິນດີ |
|
![]() ![]() ![]()
ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ
|
|
![]() ດີໃຈນຳທຸກຄົນ ແລະຂໍໃຫ້ໄດ້ງານທຳດັ່ງຫວັງ! |
|
![]() ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ... ດວງຕາເວັນພຸ່ງພົ້ນ ທາງທິດບົວລະພາສັກກຸນາບັນເລງສຽງ ສ່າງຊື່ນໃນໃຈຊ້ອຍ ວັນຄອງຄອຍລໍຖ້າ ປະລິນຍາກອນໜ້າໃໝ່ ໄດ້ຍັບມາມໍ່ໃກ້ ເຖິງມື້ນັດໝາຍ............. ຊ່າງແຕ່ງກອນເນາະສາວຈິດວິໄລນີ້ |
|
![]() ໂດຍ: ຄຳກອງ ທຳມະເທວາ ຜູ້ໃດທີ່ມີໂອກາດໄດ້ຮຽນຈົບໄດ້ໃບປະລິນຍາຕີ, ປະລິນຍາໂທປະລິນຍາເອກຖືໄດ້ວ່າແມ່ນ “ບັນດິດ” ຫມາຍເຖິງຜູ້ທີ່ປ່ຽມລົ້ນໄປດ້ວຍສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດ. ການໄດ້ຮັບໃບປະລິນຍາຖືວ່າແມ່ນກຽດສັກສີອັນສຳຄັນຂອງຄົນຜູ້ຫນຶ່ງໃນສະຕະວັດທີ 21 ແມ່ນຍຸກແຫ່ງການແຂ່ງຂັນໃນເລື່ອງຄວາມຮູ້ຄວາມສາມາດ, ຄົນທີ່ມີຄວາມຮູ້ຄວາມສາມາດແມ່ນສັງຄົມກຳລັງຕ້ອງການຫລາຍທີ່ສຸດມີຫລາຍປະເທດເຂົາຈະຈ້າງຄົນພວກນີ້ໃນລາຄາທີ່ສູງ ເພື່ອເຂົ້າເຮັດວຽກໃຫ້ແຕ່ລະອົງກອນຫນ່ວຍງານຂອງເຂົາເຈົ້າ. ເວົ້າເລື່ອງການສະຫລອງໃບປະລິນຍານີ້ແມ່ນສິ່ງທີ່ເຮົາທຸກຄົນຕ້ອງມີສະຕິນຳກັນຍັງອີກບໍ່ດົນກໍ່ຈະມີພິທີມອບໃບປະລິນຍາ, ສະນັ້ນ ການສະຫລອງຜົນສຳເລັດກໍ່ຕ້ອງໃຫ້ມັນພໍເຫມາະພໍດີ, ອີງໃສ່ລາຍໄດ້ຕົວຈິງແລ້ວ, ສຳຄັນຢ່າເຮັດໃຫ້ມັນໂລດໂພນເກີນໃບປະລິນຍາ! ຢ່າເຮັດເກີນຄວາມຮູ້ທີ່ໄດ້ຮັບ! ມີບາງຄົນສະຫລອງຈົນຫມົດເນື້ອຫມົດຕົວ, ໃຫ້ພໍ່ແມ່ໄປຊອກຢືມ; ເອົານຳຄົນອື່ນໆ ເພື່ອມາລ້ຽງຫມູ່ຄູ່ໃຫ້ສົມກັບໃບຫນ້າໃບຕາຂອງຕົນ, ກິນຈົນມຶນເມົາແລ້ວລົງແຂ່ງລົງຂາຂັບຂີ່ລົດມີບາງກໍລະນີໂຊກບໍ່ດີເກີດອຸບັດເຫດເສຍຊີວິດ, ເສຍອົງຄະຊ້ຳກ່ອນຈະໄດ້ໃຊ້ໃບປະລິນຍາ; ເຈົ້າຂອງໃບປະລິນຍາກໍ່ຕ້ອງເຂົ້າໃຈວ່ານີ້ແມ່ນພຽງຜົນສຳເລັດໃນອັນຕົ້ນເທົ່ານັ້ນ, ເບື້ອງຫລັງຂອງຄວາມສຳເລັດນີ້ມາຈາກໃສແມ່ນໃຜສົ່ງເສີມ, ຜູ້ຫນູນໃຫ້ເຮົາມີໂອກາດ ແລະ ເງື່ອນໄຂໄດ້ເຂົ້າຮຽນຈົນໄດ້ຮັບໃບປະລິນຍາຄືໃນມື້ນີ້, ແລ້ວມື້ຮັບໃບປະລິນຍານີ້ເຮົາຄວນຈະເຮັດແນວໃດໃຫ້ຜູ້ຊ່ວຍຊູຍູ້ຫນູນເຮົາພໍ່ແມ່ເຮົາໃຫ້ເພິ່ນມີຄວາມພູມໃຈໃນສິ່ງທີ່ເຮົາໄດ້ຮັບ. ຢ່າສ້າງຄວາມຫຍຸ້ງຍາກລຳບາກໃຫ້ພໍ່ແມ່ ຫລື ຄົນຂ້າງຄຽງໃນມື້ຮັບປະລິນຍາດ້ວຍການສະຫລອງຜົນສຳເລັດນັ້ນ. ຕ້ອງເຂົ້າໃຈວ່າຜ່ານມາເພິ່ນຫຍຸ້ງຍາກມາພໍແຮງແລ້ວ, ໃຫ້ເພິ່ນໄດ້ນອນຫລັບສະບາຍໃຈແດ່ໃນມື້ທີ່ລູກຂອງເພິ່ນໄດ້ຮັບໃບປະລິນຍານີ້ ຢ່າລືມວ່າໃບປະລິນຍາພຽງ ແຕ່ເປັນການຢັ້ງຢືນຄຸນວຸດທິການສຶກສາທີ່ເຮົາໄດ້ຮັບ ແລະ ຮຽນຈົນເທົ່ານັ້ນ ແຕ່ຄວາມຮູ້ຕົວ ຈິງຄືສິ່ງທີ່ຢັ້ງຢືນເຖິງຄຸນນະພາບຂອງຄົນຜູ້ນັ້ນ.
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ຜູ້ໃດທີ່ມີໂອກາດໄດ້ຮຽນຈົບໄດ້ໃບປະລິນຍາຕີ, ປະລິນຍາໂທປະລິນຍາເອກຖືໄດ້ວ່າແມ່ນ “ບັນດິດ” ຫມາຍເຖິງຜູ້ທີ່ປ່ຽມລົ້ນໄປດ້ວຍສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດ.
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ການໄດ້ຮັບໃບປະລິນຍາຖືວ່າແມ່ນກຽດສັກສີອັນສຳຄັນຂອງຄົນຜູ້ຫນຶ່ງໃນສະຕະວັດທີ 21
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ຢ່າສ້າງຄວາມຫຍຸ້ງຍາກລຳບາກໃຫ້ພໍ່ແມ່ ຫລື ຄົນຂ້າງຄຽງໃນມື້ຮັບປະລິນຍາດ້ວຍການສະຫລອງຜົນສຳເລັດນັ້ນ. ຕ້ອງເຂົ້າໃຈວ່າຜ່ານມາເພິ່ນຫຍຸ້ງຍາກມາພໍແຮງແລ້ວ, ໃຫ້ເພິ່ນໄດ້ນອນຫລັບສະບາຍໃຈແດ່ໃນມື້ທີ່ລູກຂອງເພິ່ນໄດ້ຮັບໃບປະລິນຍານີ້
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ຍິນດີນຳບັນດິດໃຫມ່ທັງຫລາຍ ໆ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ມາຍິນດີນຳ ![]() |