ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຕ່າງປະເທດຄືສັບສົນວຸ້ນວາຍແທ້

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າເປັນຄົນ 1 ທີ່ຊອກອ່ານຂ່າວສານບ້ານເມືອງ ລວມທັງຂ່າວຕ່າງປະເທດ ເຫັນແຕ່ລະຂ່າວ ຮູ້ສືກວ່າມີຫຼາຍປະເທດຄືວ່າສັບສົນວຸ້ນວາຍແທ້ ຂ່າວເກົາຫຼີໄຕ້ກັບເກົາຫຼີເຫນືອກະເຫັນຕະຫຼອດ ຂ່າວປະເທດ ຊີເລຍກະຍິງກັນທຸກມື້ທຸກວັນ
ອີລັກ ອັບການິດສະຖານ ລະເບີດແຕກເກືອບທຸກມື້ ທາງ ອີຫຼ່ານກັບ ອີສລາເອວ ກະຂູ່ຊິລືບຊື່ງກັນແລະກັນອອກຈາກແຜ່ນທີ່ຢູ່ ລາມມາໄກ້ໆບ້ານເຮົາ ກະມີບັນຫາກັນຢູ່ເຂດທະເລຈີນໄຕ້ ສົດໆຮອ້ນໆຈີນກັບຢີ່ປຸ່ນກະມີບັນຫາກັນກ່ຽວກັບດີນແດນອີກ ທີ່ຮຸນແຮງກວ່າໝູ່ ກະການປະທວງກ່ຽວກັບສາສະຫນາອີສລາມ ລາມໄປທົ່ວທຸກບ່ອນແລ້ວ ຈົນເຖີງຂັ້ນເຮັດໄຫ້ ທູດ ສະຫະລັດ ປະຈຳລີເບຍເສຍຊີວິດຍ້ອນ ແລະຄິດວ່າ ອາເມລິກາ ຄົງຈະບໍ່ປ່ອຍໄຫ້ ທູດດຄົນນັ້ນ ຕາຍຟີແນ່ນອນ ປະຈຸບັນ ອາເມລິກາໄດ້ສົງເຮືອຮົບພິເສດ ພ້ອມອາວຸດທຳລາຍລ້າງເຂົ້າປະຈຳລີເບຍແລ້ວ ລໍຖ້າຄຳສັ່ງ ຂອງໂອບາມາ ເທົ່ານັ້ນ

ພວກເຮົາຈົ່ງພູມໄຈທີ່ບ້ານເຮົາເມືອງເຮົາສະຫງົບສຸກ ບໍ່ມີສົງຄາມ ບໍ່ມີການປະທວງໄດໆ ຊ່ວຍກັນພັດທະນາບ້ານເມືອງເຮົາ ດີກວ່າສ້າງຄວາມແຕກແຍກເດີ

ຈີນປະທວງ ຍີ່ປຸ່ນ







ອີສລາມ ປະທ້ວງ





໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາເຈົ້າຜິດກັນຍ້ອນ ພາສາ, ສາສະໜາ, ການເມືອງປົກຄອງ...


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນມີຄວາມຮັກແລະຄວາມຊັງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມອິດສາ...ຄວາມໂລບ...ຄາມຫລົງ... ແຕ່ສຸດທ້າຍກະຕາຍຄືກັນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
World War iii is happening

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໑໑໖ ໂພສ
ນັກການກະທູ້
ຢູ່ບ້ານເຮົາແລ້ວສະບາຍໃຈ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ຜິດກັນ ຍ້ອນປາກເວົ້າ ແລະ ນິດໃສໝາຂອງບັນດາຜູ້ນຳຫັ້ນລະ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

NO WHERE SAFETY ON THIS WORLD!!!

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ serd ຂຽນວ່າ...
ຢູ່ບ້ານເຮົາແລ້ວສະບາຍໃຈ


ຕອນນີ້ສະບາຍແຕ່ຕໍ່ຫນ້າໄປກະບໍ່ແນ່ ເພາະຕອນນີ້ພົນລະເມືອງເຮົາມີພຽງແຕ່ 6 ລ້ານປາຍກ່ວາຄົນຍັງຖືວ່າຄຸມກັນໄດ້ (ແຕ່ຂີ້ລັກ ກັບຢາບ້າມັນຄືມີຂາຍໝົດທຸກຊອຍແທ້ວ່າາາາາາາ)
ຢູ່ນະຄອນຫລວງວຽງຈັນສິບໂມງປາຍຕອນຄ່ຳກະບໍ່ມີໃຜອອກຈາກບ້ານແລ້ວຖ້າບໍ່ຈຳເປັນ ສະນັ້ນ, ກະໝາຍຄວາມວ່າເຮົາຍັງ
ບໍ່ມີຄວາມສະຫງົບເພາະການດຳລົງຊີວິດຍັງໄດ້ລະແວງຢູ່ ຕຳຫລວດກະຊ່ວຍຫຍັງບໍ່ໄດ້ ນອກຈາກຕົວເຮົາເອງນີ້ແລະບັນຫາ...


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ serd ຂຽນວ່າ...
ຢູ່ບ້ານເຮົາແລ້ວສະບາຍໃຈ


ຕອນນີ້ສະບາຍແຕ່ຕໍ່ຫນ້າໄປກະບໍ່ແນ່ ເພາະຕອນນີ້ພົນລະເມືອງເຮົາມີພຽງແຕ່ 6 ລ້ານປາຍກ່ວາຄົນຍັງຖືວ່າຄຸມກັນໄດ້ (ແຕ່ຂີ້ລັກ ກັບຢາບ້າມັນຄືມີຂາຍໝົດທຸກຊອຍແທ້ວ່າາາາາາາ)
ຢູ່ນະຄອນຫລວງວຽງຈັນສິບໂມງປາຍຕອນຄ່ຳກະບໍ່ມີໃຜອອກຈາກບ້ານແລ້ວຖ້າບໍ່ຈຳເປັນ ສະນັ້ນ, ກະໝາຍຄວາມວ່າເຮົາຍັງ
ບໍ່ມີຄວາມສະຫງົບເພາະການດຳລົງຊີວິດຍັງໄດ້ລະແວງຢູ່ ຕຳຫລວດກະຊ່ວຍຫຍັງບໍ່ໄດ້ ນອກຈາກຕົວເຮົາເອງນີ້ແລະບັນຫາ...



ແຕ່ບ່ອນນ້ອງຢູ່ ສີບໂມງຍັງຊອກຊືຂອງກີນໄດ້ຢູ່ໄດ໋ອ້າຍ ອ້າຍຢູ່ບ້ານໄດຫັ້ນ


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ຢາກຮູ້ສາເຫດເປັນຫຍັງຈຶ່ງຕໍ່ຕ້ານສາສະໜາອິດສະລາມ
ສາສະໜາອິດສະລາມ ມັນເປັນແນວໃດ
ໃຜຮູ້ຕອບໃຫ້ແນ່


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ພວກຕະເວັນຕົກຄິດວ່າແຕ່ມັນດີ ເລີຍດູຖູກຄວາມເຊື່ອ ຄວາມສັດທາຂອງຄົນອື່ນ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ billionaire ຂຽນວ່າ...
ຢາກຮູ້ສາເຫດເປັນຫຍັງຈຶ່ງຕໍ່ຕ້ານສາສະໜາອິດສະລາມ
ສາສະໜາອິດສະລາມ ມັນເປັນແນວໃດ
ໃຜຮູ້ຕອບໃຫ້ແນ່



ທ່ານເຂົ້າໄຈຜິດແລ້ວຕິ ຕາມທີ່ ຂພຈ ຮູ້ຄວ້າໆມາວ່າ ກຸ່ມປະທວງນັ້ນ ປະທວງການສ້າງຮູບເງົາທີ່ດູຫມີ່ນສາສະຫນາ ອີສລາມ ມີມືສະໝັກຫຼີ້ນໄດສ້າງຮູບເງົາ ເລື່ອງ ອີໂນເຊັນ ອອຟ ມຸສລີມ ຈື່ງເຮັດໄຫ້ພວກນັບຖືສາສະຫນາດັ່ງກວ່າລຸກຂື້ນປະທວງ ປະຈຸບັນນີ້ມີຊາວປາຍກວ່າປະເທດແລ້ວ ທ່ານສາມາດເຂົ້າເບີ່ງຄລີບຕົ້ນເຫດດັ່ງກວ່າໄດ້ໄນຢູທູບ.... ຄລີບນັ້ນຖືມເພີຍແຜ່ລົງເວັບໄຊຢູ່ທູບ ສອງສາມເດືອນກອ່ນ ທຳນຽບຂາວໄດ້ສັ່ງໄຫ້ ກູເກີລ ເຊີ່ງເປັນເຈົ້າຂອງ ຢູ່ທູບ ລືບວີດີໂອດັງກວ່າ ແຕ່ວ່າ ກູເກີລປະຕິເສດຄຳຮຽກຮ້ອງຂອງທຳນຽບຂາວ ເພາະຜິດຕໍ່ລະບຽບຂອງບໍລິສັດ ຄວາມຮຸນແຮງຈາກການປະທວງເລີ່ມຮຸນແຮງຂື້ນເລື້ອຍໆບໍ່ຮູ້ວ່າຊິຈົບມື້ໄດ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງຄາມໂລກກຳລັງຈະເກີດຂຶ້ນອີກລະ