ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫຍັງຜູ້ຊາຍຈິ່ງມີເມຍນ້ອຍ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຜູ້ຊາຍທີ່ນອກໃຈເມຍໄປຮັກຍິ່ງອື່ນນັ້ນ ແມ່ນຍ້ອນເມຍບໍ່ດີບໍ? ຫຼືເປັນຍ້ອນຜູ້ຊາຍເອງຕັ້ງມັກຫຼີ້ນ....(ທີ່ນີ້ຂໍໂທດກັບທ່ານຊາຍທີ່ບໍ່ໄດ້ນອກໃຈເມຍ)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນບໍ່ຮູ້ຈັກພໍ

- ຜົນດີ: ຫາຄວາມສຸກໃສ່ໄດ້ ( ແຕ່ບໍ່ໝັ້ນຄົງເດີ )

- ຜົນຮ້າຍ: ມີບັນຫາພາຍໃນຄອບຄົວ, ຄອບຄົວແຕກແຍກບໍ່ມີຄວາມສຸກ, ຂາດຄວາມເຊື່ອໝັ້ນ, ຂາດຄວາມຮັກ ແລະ ຄວາມອົບອຸ່ນ, ເສດຖະກິດຕ່ຳລົງ....


ຂ້ອຍເຊື່ອໝັ້ນວ່າ: ຜູ້ຊາຍທີ່ດີບໍ່ເຮັດແບບນັ້ນດອກ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຍ້ອນບໍ່ຮູ້ຈັກພໍ

- ຜົນດີ: ຫາຄວາມສຸກໃສ່ໄດ້ ( ແຕ່ບໍ່ໝັ້ນຄົງເດີ )

- ຜົນຮ້າຍ: ມີບັນຫາພາຍໃນຄອບຄົວ, ຄອບຄົວແຕກແຍກບໍ່ມີຄວາມສຸກ, ຂາດຄວາມເຊື່ອໝັ້ນ, ຊາດຄວາມຮັກ ແລະ ຄວາມອົບອຸ່ນ, ເສດຖະກິດຕ່ຳລົງ....


ຂ້ອຍເຊື່ອໝັ້ນວ່າ: ຜູ້ຊາຍທີ່ດີບໍ່ເຮັດແບບນັ້ນດອກ :
ແມ່ນແລ້ວຄົນດີຕ້ອງບໍ່ເຮັດໃຫ້ເມຍຕ້ອງເປັນທຸກເຈັບຊ້ຳນ້ຳໃຈ


໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດ ວ່າ ຄວນເບິ່ງຫຼາຍໆແງ່ ບໍ່ແມ່ນຈະໂທດແຕ່ຝ່າຍຊາຍຝ່າຍດຽວ ບາງຄັ້ງຝ່າຍຍິງກໍ່ອາດ ຈະມີ ບ່າວນ້ອຍກໍ່ເປັນໄດ້.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ຂ້ອຍຄິດ ວ່າ ຄວນເບິ່ງຫຼາຍໆແງ່ ບໍ່ແມ່ນຈະໂທດແຕ່ຝ່າຍຊາຍຝ່າຍດຽວ ບາງຄັ້ງຝ່າຍຍິງກໍ່ອາດ ຈະມີ ບ່າວນ້ອຍກໍ່ເປັນໄດ້.


ຖ້າຍິງກໍມີບ່າວນ້ອຍ ຜົວກໍ່ມີສາວນ້ອຍ ເລີກກັນສາບໍ່ດີກວ່າບໍ? ຫຼືວ່າພໍໃຈຢູ່ນຳກັນອີກ


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ຕ້ອງເບີ່ງບັນຫາແບບມີ ຈັນຍາທຳໃຫ້ຫຼາຍທີ່ສຸດ,ກົດໝາຍບໍ່ອະນຸຍາດໃຫ້ມີເມຍສອງຄົນໄດ້ແຕ່ຖ້າເອົາເທື່ອລະຄົນແລ້ວ ຖືວ່າເລື່ອງທຳມະດາ ເດີທ່ານ.

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ EPi ຂຽນວ່າ...
ຕ້ອງເບີ່ງບັນຫາແບບມີ ຈັນຍາທຳໃຫ້ຫຼາຍທີ່ສຸດ,ກົດໝາຍບໍ່ອະນຸຍາດໃຫ້ມີເມຍສອງຄົນໄດ້ແຕ່ຖ້າເອົາເທື່ອລະຄົນແລ້ວ ຖືວ່າເລື່ອງທຳມະດາ ເດີທ່ານ.


ເອົາເທື່ອລະຄົນກໍ່ທຳມະດາ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນໃນປັດຈຸບັນຈຳນວນປະຊາກອນຜູ້ຍິງມີຫລາຍກ່ວາຜູ້ຊາຍ 3 ເທົ່າ
ຜູ້ຊາຍຈິ່ງມີທາງເລືອກຫລາຍກ່ວາຜູ້ຍິງ


໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ມີຫຼາຍເຫດຜົນ ຈະໂທດແຕ່ຜູ້ຊາຍຝ່າຍດຽວກໍ່ບໍ່ໄດ້
1. ອາດເປັນຍ້ອນສັນດານຜູ້ຊາຍທີ່ບໍ່ຮູ້ຈັກພໍ
2. ອາດຈະເປັນຍ້ອນຜູ້ຍິງທີ່ໜ້າດ້ານ ຮູ້ທັ້ງຮູ້ວ່າເຂົາມີເມຍກະຍັງຢາກເປັນເມຍນ້ອຍເຂົາ
3. ອາດຈະເປັນຍ້ອນຜູ້ເປັນເມຍ ທີ່ຈູ້ຈີ້ຈຸກຈິກເກີນໄປ ທຳໂຕໜ້າເບື່ອ ເລີຍເຮັດໃຫ້ຜູ້ເປັນຜົວເບື່ອໜ່າຍ ແລະເມື່ອມີຜູ້ຍິງຄົນອື່ນທີ່ເອົາໃຈ ເອາະເຊາະ ດັດຈະລິດ ຕໍແຫຼເກັ່ງ ກໍ່ເລີຍຫຼົງ ເຜີຕົວເຜີໃຈໄປ.
ຂໍໂທດເດີ້ສຳຫຼັບຄຳຄິດເຫັນທີ່ອາດຈະໃຊ້ຄຳຮຸນແຮງເກີນໄປ ^^


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ ເພາະຍັງຫາເມຍບໍ່ໄດ້ເທື່ອໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ

ສະໄໝນີ້ແລ້ວບໍ່ຕ້ອງຢ້ານວ່າຜົວຊິໄປຫລິ້ນສາວໄປເອົາເມຍນ້ອຍ ຢ້ານແຕ່ຜົວຊິໄປເປັນເມຍຄົນອື່ນ


ຫລືບໍ່ຊັ້ນກະແລ່ນນຳຜູ້ບ່່າວນ້ອຍຫັ້ນຄືຢູ່


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ຂະເຈົ້າບໍ່ຮູ້ຈັກໂຕ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ່ນນຳສັງຄົມ



໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຍ້ອນເຈີຜູ້ຍິງໜ້າຮັກ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພີ່ນຍັງວ່າເດບໍ່ໄດ້ເຈົ້າຊູ້ໃດ...ແຕ່ອົດໃຈບໍ່ໄດ້ເມື່ອເຫັນຄົນງາມ....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໙ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ຂ້ອຍຄິດ ວ່າ ຄວນເບິ່ງຫຼາຍໆແງ່ ບໍ່ແມ່ນຈະໂທດແຕ່ຝ່າຍຊາຍຝ່າຍດຽວ ບາງຄັ້ງຝ່າຍຍິງກໍ່ອາດ ຈະມີ ບ່າວນ້ອຍກໍ່ເປັນໄດ້.


ຖ້າຍິງກໍມີບ່າວນ້ອຍ ຜົວກໍ່ມີສາວນ້ອຍ ເລີກກັນສາບໍ່ດີກວ່າບໍ? ຫຼືວ່າພໍໃຈຢູ່ນຳກັນອີກ



ມັນອາດ ຈະຂື້ນກັບ ທັງຜ່າຍຍິງ ແລະ ຜ່າຍຊາຍ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຫຼືວ່າ: ເມຍບໍ່ດີຫາໄໝ່ ເມຍບໍ່ໄສ່ໃຈ ຫາເພີ່ມ ຊັ້ນເບາະ!..........


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...

ສະໄໝນີ້ແລ້ວບໍ່ຕ້ອງຢ້ານວ່າຜົວຊິໄປຫລິ້ນສາວໄປເອົາເມຍນ້ອຍ ຢ້ານແຕ່ຜົວຊິໄປເປັນເມຍຄົນອື່ນ


ຫລືບໍ່ຊັ້ນກະແລ່ນນຳຜູ້ບ່່າວນ້ອຍຫັ້ນຄືຢູ່


ແມ່ນແລ້ວ
ຖ້າຮູ້ແນວນັ້ນ ຄວນຕັດໄຟແຕ່ຕົ້ນລົມ ຖ້າບໍ່ຢາກເສຍໃຈພາຍຫຼັງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒ ກະທູ້
໒໒໑ ໂພສ
ນັກການກະທູ້


ວານນີ້ຮັກ ວັນນີ້ລືມ....


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຊາຍກັບຮັກແທ້ ມີຢູ່ບໍ


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຜູ້ຊາຍກັບຮັກແທ້ ມີຢູ່ບໍ


ຈັ່ງວ່າ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໔ ກະທູ້
໑໐໓ ໂພສ
ນັກການກະທູ້
ນານາຈິດຕັງ...
ຕ່າງກຳ ຕ່າງວາລະ
ຫຼາຍຢ່າງ ຫຼາຍເຫດຜົນ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຖ້າໃຫ້ພັນລະນາ ມັນກະຫຼາຍສາເຫດທີພາໃຫ້ຜູ້ຊາຍມີເມຍນ້ອຍຫັນ
ແຕ່ລະຄົນກະມັກຂອງໃໝ່ ອັນເກົ່າກະມັກຢູ່ ແຕ່ເຮັດແນວໃດອັນໃໝ່ກະຜະລິດອອກມາຢູ່ຕະຫຼອດ ຖ້າຜູ້ຊາຍບໍ່ໄປຫາ ແຕ່ແມງລະແມັບນັ້ນມາຫາເອງ


໐ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ບໍ່ແປກດອກຄັນບໍ່ມີຫັ້ນຕິແປກຂະຫນາດຜູ້ຊາຍດຽວນີ້ນອກຈາກມີເມຍແລ້ວໃນຂະນະດຽວກັນກໍ່ມີຜົວນຳ
ຮ່າຮ່າຮ່າຮ່າຊາຍໄດ້ຊາຍເປັນຍອດຊາຍ


໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ມີຫຼາຍເຫດຜົນ ຈະໂທດແຕ່ຜູ້ຊາຍຝ່າຍດຽວກໍ່ບໍ່ໄດ້
1. ອາດເປັນຍ້ອນສັນດານຜູ້ຊາຍທີ່ບໍ່ຮູ້ຈັກພໍ
2. ອາດຈະເປັນຍ້ອນຜູ້ຍິງທີ່ໜ້າດ້ານ ຮູ້ທັ້ງຮູ້ວ່າເຂົາມີເມຍກະຍັງຢາກເປັນເມຍນ້ອຍເຂົາ
3. ອາດຈະເປັນຍ້ອນຜູ້ເປັນເມຍ ທີ່ຈູ້ຈີ້ຈຸກຈິກເກີນໄປ ທຳໂຕໜ້າເບື່ອ ເລີຍເຮັດໃຫ້ຜູ້ເປັນຜົວເບື່ອໜ່າຍ ແລະເມື່ອມີຜູ້ຍິງຄົນອື່ນທີ່ເອົາໃຈ ເອາະເຊາະ ດັດຈະລິດ ຕໍແຫຼເກັ່ງ ກໍ່ເລີຍຫຼົງ ເຜີຕົວເຜີໃຈໄປ.
ຂໍໂທດເດີ້ສຳຫຼັບຄຳຄິດເຫັນທີ່ອາດຈະໃຊ້ຄຳຮຸນແຮງເກີນໄປ ^^


================================================
ເຫັນດ້ວຍກັບຂໍສາມເດີ ....
ເຫດຜົນຂອງຜູ້ຊາຍ ອາດຈະບໍ່ແມ່ນເຫດຂອງຜູ້ຍິງ ::: ໃນທາງກົງກັນຂ້າມ ເຫດຜົນຂອງຜູ້ຍິງ ອາດຈະບໍ່ແມ່ນເຫດຜົນຂອງຜຸ້ຊາຍເຊັ່ນກັນ :::
ຖ້າທຸກຄົນ ຍອມຮັບຄວາມແຕກຕ່າງຂອງກັນ ແລະ ກັນໄດ້ໂລກນີ້ຈະໜ້າຢູ່ຂື້ນອິກຕັ້ງຫຼາຍເທົ່າ :::

"Knowledge is freedom"

໗ ກະທູ້
໑໔໑ ໂພສ
ນັກການກະທູ້
ສຸກສຸດ ກໍ່ຄືເອົາກັບເມຍໝູ່
ທຸກສຸດ ກໍ່ຄືໝູ່ເອົາກັບເມຍເຮົາ



໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ຂ້ອຍບໍ່ຮູ້ນຳເດີ້ ເພາະວ່າຂ້ອຍຍັງບໍ່ເຄຍມີເມຍ


໒ ກະທູ້
໒໒໑ ໂພສ
ນັກການກະທູ້


ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>