ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໃຜ​ເຄີຍ​ປ່ຽນ​ຊື່​ແນ່? ໃຊ້​ເວ​ລາ​ດົນ​ບໍ?

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຄື​ວ່າ ຊື່​ຂອງ​ຂ້ອຍ​ໃນ​ສຳ​ມະ​ໂນ​ຄົວ​ກັບ​ ໃບ​ປະ​ກາ​ສະ​ນີ​ຍະ​ບັດແລະ​ເອ​ກະ​ສານຕ່າງໆ​ມັນ​ບໍ່​ກົງ​ກັນ​ນາ
ໃນ​ສຳ​ມະ​ໂນ​ຄົວສະ​ກົດ​ຜິດ: ຫວາດ​ສະ​ຫນາ("ວາດ​" ຖືກ, ບໍ່​ແມ່ນ "ຫວາດ")
ໃນ​ເວ​ລາ​ເຂົ້າ​ໂຮງ​ຮຽນ​ຂ້ອຍ​ໃຊ້ : ວາດ​ສະ​ຫນາ
ແລະ​ຂໍ້​ມູນ​ແລະ​ເອ​ກະ​ສານ​ທຸກ​ຢ່າງ​ທີ່​ກ່ຽວ​ຂອງ​ກັບ​ຂ້ອຍ​ກໍ​ແມ່ນ ວາດ​ສະ​ຫນາ ຫມົດ​ທຸກ​ອັນ
ລະ​ພໍ​ດີ​ຈະ​ເຮັດ​ບັດ​ປະ​ຈຳ​ຕົວ ລະ​ຊື່​ບໍ່​ຖືກ​ກັບ​ສຳ​ມະ​ໂນ ເລີຍ​ຕ້ອງ​ໄດ້​ປ່ຽນ​ຊື່​ລະ​ຈຶ່ງ​ເຮັດ​ບັດ​ປະ​ຈຳ​ໂຕໄດ້
ຢາກ​ຮູ້​ວ່າ​ໃຜ​ເຄີຍ​ປ່ຽນ​ແນ່​ໃຊ້​ເວ​ລາ​ດົນ​ບໍ?
ຂໍຂອບ​ໃຈລ່ວງ​​ຫນ້າ​ຫລາຍໆ

♡ເເມ່ລູກອ໋ອນ♡



.

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ຄັນເອົາຕາມຫຼັກການແທ້ໆ ມັນຕ້ອງແກ້ສຳມະໂນຄົວ ໃຊ້ເວລາດົນເຕີບເພາະມັນເວົ້າເລື່ອງເງິນໆທອງໆເປັນໃຫຍ່ ແຕ່ຖ້າບໍ່ເອົາຕາມຫຼັກການ ຕອນໄປເຮັດບັດປະຈຳຕົວຖາມກະເຈົ້າເລີຍ ວ່າຢາກໃຫ້ແກ້ຢູ່ບັດປະຈຳຕົວເສຍເທົ່າໃດ ຕອນຂ້ອຍໄປເຮັດບັດປະຈຳຕົວ ສຳມະໂນຄົວຂ້ອຍ ບໍ່ມີນາມສະກຸນ ບັດກໍ່ບໍ່ມີນາມສະກຸນ ເຂົາວ່າຄັນຢາກມີນາມສະກຸນຕ້ອງແກ້ທີ່ສຳມະໂນຄົວກ່ອນ ວ່າໄປວ່າມາພັດວ່າບໍ່ຕ້ອງກໍ່ໄດ້ ອ້າຍສິເຄຍໃຫ້ ພຽງແຕ່ຈ່າຍເພີ່ມ ປະມານ 75000 ພັນນິແຫລະ ວ່າຊັ້ນ ແລ້ວແຕ່ຄົນງາມລະເດີ ວ່າ ສິເລືອກເສັ້ນທາງໃດ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຮູ້ຈັກວິທີແກ້ສົ່ງຫລັງໄມມາເດີໂຕກະຕ່າຍ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືໍບໍ່ປ່ຽນແຟນເລີຍ.ກ...ອຶອຶ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ຄື​ວ່າ ຊື່​ຂອງ​ຂ້ອຍ​ໃນ​ສຳ​ມະ​ໂນ​ຄົວ​ກັບ​ ໃບ​ປະ​ກາ​ສະ​ນີ​ຍະ​ບັດແລະ​ເອ​ກະ​ສານຕ່າງໆ​ມັນ​ບໍ່​ກົງ​ກັນ​ນາ
ໃນ​ສຳ​ມະ​ໂນ​ຄົວສະ​ກົດ​ຜິດ: ຫວາດ​ສະ​ຫນາ("ວາດ​" ຖືກ, ບໍ່​ແມ່ນ "ຫວາດ")
ໃນ​ເວ​ລາ​ເຂົ້າ​ໂຮງ​ຮຽນ​ຂ້ອຍ​ໃຊ້ : ວາດ​ສະ​ຫນາ
ແລະ​ຂໍ້​ມູນ​ແລະ​ເອ​ກະ​ສານ​ທຸກ​ຢ່າງ​ທີ່​ກ່ຽວ​ຂອງ​ກັບ​ຂ້ອຍ​ກໍ​ແມ່ນ ວາດ​ສະ​ຫນາ ຫມົດ​ທຸກ​ອັນ
ລະ​ພໍ​ດີ​ຈະ​ເຮັດ​ບັດ​ປະ​ຈຳ​ຕົວ ລະ​ຊື່​ບໍ່​ຖືກ​ກັບ​ສຳ​ມະ​ໂນ ເລີຍ​ຕ້ອງ​ໄດ້​ປ່ຽນ​ຊື່​ລະ​ຈຶ່ງ​ເຮັດ​ບັດ​ປະ​ຈຳ​ໂຕໄດ້
ຢາກ​ຮູ້​ວ່າ​ໃຜ​ເຄີຍ​ປ່ຽນ​ແນ່​ໃຊ້​ເວ​ລາ​ດົນ​ບໍ?
ຂໍຂອບ​ໃຈລ່ວງ​​ຫນ້າ​ຫລາຍໆ


ປ່ຽນຊື່ໃຊ້ເວລາດົນເຕີບ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ບໍ່ດົນດອກຖ້າປ່ຽນແບບແລ່ນປົກກະຕິໃຊ້ເວລາ 2 ມື້ກໍ່ແລ້ວໆ(ບໍ່ລວມເວລາທີ່ໄປເອົາໄປແຈ້ງໂທດ) ຂ້ອຍເຄີຍປ່ຽນມາແລ້ວ ປ່ຽນທັງຊື່ ປ່ຽນທັງບັດປະຊາຊົນເລີຍ ເພາະວ່າໃນສຳມະໂນຄົວເພິ່ນໃສ່ຊື່ຫລິ້ນໃຫ້ ພໍຕອນຂ້ອຍໄປເຮັດພາສປອດຂ້ອຍເລີຍຕ້ອງປ່ຽນຊື່ໃໝ່ ເພື່ອໃຫ້ຖືກກັບໃບປະກາດ ທຳອິດໃຫ້ໄປເອົາແຈ້ງໂທດຕາມຊື່ເກົ່າກ່ອນ ແລ້ວກໍ່ເຮັດໃບຄຳຮ້ອງຂໍປ່ຽນຊື່ນຳນາຍບ້ານໂດຍທີ່ໃສ່ເຫດຜົນແລະເອກະສານອ້າງອີງຕາມທີ່ເຈົ້າເວົ້າ ຈາກນັ້ນໄປປ່ຽນຊື່ຢູ່ຫ້ອງການປົກຄອງເມືອງ ແລ້ວກໍ່ໄປ ປກສ ເມືອງເພື່ອປ່ຽນຊື່ໃນສຳມະໂນຄົວແລະປ່ຽນສຳມະໂນຄົວຫົວໃໝ່ ເທົ່ານີ້ຈົບ ຖ້າຈະປ່ຽນບັດປະຊາຊົນໃໝ່ເວລາເອົາເອກະສານໄປສົ່ງ ປກສ ເມືອງໃຫ້ກອັບປີ້ໄວ້ຊຸດ1ເດີ ເພື່ອເອົາໄປຍື່ນຕອນປ່ຽນບັດ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຂ້ອຍອາຍຸ10ປີພ່ອແມ່ເຄີຍປ່ຽນຊື່ຂ້ອຍເປັນທ້າວຜຸມພົນໃຊ້ຊື່ນີ້ມາໄດ້6ເດືອນ ເລີຍເອົາຊື່ເກົ່າດີກວ່າ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ