ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ພໍດີມື້ນີ້ໄປເຮັດພາສປອດ ລະມີເຈົ້າຫນ້າທີ່ຢູ່ຫັນວ່າເຮົາສະກົດຊື່ຕົນເອງເປັນພາສາຕ່າງປະເທດບໍ່ຖືກ ປົກກະຕິຂຽນວ່າ :Vathsana SENGSOULIDDETH ລະເຈົ້າຫນ້າທີ່ຢູ່ກົງສູນ ປ່ຽນໃຫ້ vatsana SENGSOULITDETH ເຮົາກະອະທິບາຍວ່າເຮົາໃຊ້ແບບທຳອິດຫມົດເລີຍ ລະເຈົ້າຫນ້າທີ່ວ່າຖ້າບໍ່ປ່ຽນຕາມ ກະເຈົ້າຈະບໍ່ອອກພາສປອດໃຫ້ ບາດນີ້ຊື່ຢູ່ພາສປອດກັບໃບປະກາດບໍ່ຄື ເລີຍເປັນບັນຫາໃຫຍ່ ເລີຍ
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໂດນຄືກັນ ແຕ່ກ່ອນສະກົດນາມສະກຸນ ວ່າ: ໂພໃບເງິນ PHOBAINGERN ແຕ່ເພິ່ນປ່ຽນໃຫ້ເປັນ PHOBAINGEUNE , ເອົາໄປເອົາມາ ອ່ານຊື່ໂຕເອງ ກະຈົນຊິບໍ່ໄດ້, ດີທີ່ຍັງຈື່ຊື່ຕົນເອງໄດ້ຢູ່. ກະມີຄວາມບໍ່ພໍໃຈຢູ່ແຕ່ກະເຮັດຫຍັງບໍ່ໄດ້ເພາະ ພາສປອດເພິ່ນອອກໃຫ້ຮຽບຮ້ອຍແລ້ວ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ LAOEXOTICAR ຂຽນວ່າ... ໂດນຄືກັນ ແຕ່ກ່ອນສະກົດນາມສະກຸນ ວ່າ: ໂພໃບເງິນ PHOBAINGERN ແຕ່ເພິ່ນປ່ຽນໃຫ້ເປັນ PHOBAINGEUNE , ເອົາໄປເອົາມາ ອ່ານຊື່ໂຕເອງກະຈົນຊິບໍ່ໄດ້, ດີທີ່ຍັງຈື່ຊື່ຕົນເອງໄດ້ຢູ່. ກະມີຄວາມບໍ່ພໍໃຈຢູ່ແຕ່ກະເຮັດຫຍັງບໍ່ໄດ້ເພາະ ພາສປອດເພິ່ນອອກໃຫ້ຮຽບຮ້ອຍແລ້ວ ຂ້ອຍເອົາຫນັງສືຈາກສະຖານທູດໄປໃຫ້ເຈົ້າຫນ້າທີ່ເບິ່ງ ວານງກີ້ນີ້ແຕ່ບໍ່ທັນແລ້ວ ພາສປອດພິມແລ້ວ
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂ້ອຍຊື່ນີ້ ເຈົ້າໜ້າທີ່ບໍ່ວ່າຫຍັງ ແຕ່ຂ້ອຍວ່າຊື່ນີ້ເປັນຂອງໃຜຂອງລາວ ປ່ຽນບໍ່ໄດ້ລະໃດວ່າບໍ? ເຊັ່ນວ່າ: ໄປອ່ານຊື່ພາສາອັງກິດຂອງຄົນເກົາຫຼີ ເກືອບອ່ານບໍ່ອອກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອືມເວົ້າໄປເວົ້າມາ ພາສປອດຂ້ອຍ ເຂົາກໍ່ພິມຜິດເຊັ່ນກັນ ບ້ານດອນແດງ ລະໄປພິມ ບ້ານ ແດງແດງ, ຊື່ພໍ່ຂ້ອຍກໍ່ພິມຜິດ, ມີຄົນບອກວ່າ ຖ້າເຂົາພິມຜິດ ໄປໃຫ້ເຂົາແປງໃໝ່ກໍ່ໄດ້ ເພາະຈະເປັນບັນຫາຕາມມາໃຫ້ແກ່ເຮົາເອງ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໄອໂດໂນ່ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອືມເວົ້າໄປເວົ້າມາ ພາສປອດຂ້ອຍ ເຂົາກໍ່ພິມຜິດເຊັ່ນກັນບ້ານດອນແດງ ລະໄປພິມ ບ້ານ ແດງແດງ, ຊື່ພໍ່ຂ້ອຍກໍ່ພິມຜິດ, ມີຄົນບອກວ່າ ຖ້າເຂົາພິມຜິດ ໄປໃຫ້ເຂົາແປງໃໝ່ກໍ່ໄດ້ ເພາະຈະເປັນບັນຫາຕາມມາໃຫ້ແກ່ເຮົາເອງ ເຈົ້າຫນ້າທີ່ຢູ່ຫັນເວົ້າວ່າ ຕ້ອງມີຫລັກການໃນການຂຽນຕາມກະຊວງສົ່ງມາໃຫ້ ແລ້ວນ້ອງກະຂໍເບິ່ງຫລັກການນັ້ນ ລະລາວຕອບວ່າ ມີ (ແຕ່ລາວກະບໍ່ໃຫ້ເບິງ)
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ຂ້ອຍຊື່ນີ້ ເຈົ້າໜ້າທີ່ບໍ່ວ່າຫຍັງ ແຕ່ຂ້ອຍວ່າຊື່ນີ້ເປັນຂອງໃຜຂອງລາວ ປ່ຽນບໍ່ໄດ້ລະໃດວ່າບໍ? ເຊັ່ນວ່າ: ໄປອ່ານຊື່ພາສາອັງກິດຂອງຄົນເກົາຫຼີ ເກືອບອ່ານບໍ່ອອກ ຖ້າປ່ຽນແບບນັ້ນ ລະມັນບໍ່ຖືກກັບໃບປະກາດ ບໍ່ຖືກກັບປຶ້ມທະນາຄານບໍ່ຖືກກັບປະຫວັດການສຶກສາ.... ບັນຫາຕາມມາເຕັມເລີຍ
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ແທ້ຈິງແລ້ວການຂຽນ ຊື່ກໍແລ້ວແຕ່ແບບໃຜມັນ ຖ້າເປັນພາສາຕ່າງປະເທດ
ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຫາຊິຮູ້ຕອນໄປເຮັດພາສປອດນິແລະ ວ່າມີຫລັກການ
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຈົ້າ ຫນ້າທີ່ ຜູ້ນີ້ ຄືມາ ເກັ່ງແທ້ ບໍ່ແມ່ນ ລາວ ຈົບ ດຣ ອັກສອນສາດເບາະ??
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊື່ລາວໆ ຊິໃຫ້ສະກົດ ເປັນພາສາ ຕ່າງ ປະເທດແນວໃດເນາະ? ຊື່ ຂ້ອຍ ກໍ່ມີ ບັນຫາ ປະຈຳ ໃນໃບປະກາດ ຂຽນ ວ່າChanpaseuth .ໃນໃບຄະແນນ ພັດວ່າchanpaserth ແບບໃດລະ ໄປບອກ ອາຈານ ຜູ້ ເຮັດໃບຄະ ແນນ ໃຫ້ ປ່ຽນໃຫ້ ລາວ ກໍ່ໄປ ພິມໂຕເກົ່າ ອີກ ເຊັງ ແຮງ ກໍ່ ເລີຍ ຢ່າ ມັນ ຊະ ບໍ່ຕອ້ງປ່ຽນ ເພາະ ໃບຄະແນນ ມັນບໍ່ສຳຄັນ ແລ້ວ ໄດ້ ວຽກພໍ ແຮງ ບໍ່ງໍ້ ໃຫ້ ເສຍ ອາລົມ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເທົ່າທີ່ ເຄີຍເຫັນຈາກຊື່ ຂອງຫລາຍຄົນ ດ ມັກຈະ ສະກົດດ້ວຍ D.Th .T ເປັນຕົ້ນ ບໍ່ຕາຍຕົວ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ... ເຈົ້າ ຫນ້າທີ່ ຜູ້ນີ້ ຄືມາ ເກັ່ງແທ້ ບໍ່ແມ່ນ ລາວ ຈົບ ດຣ ອັກສອນສາດເບາະ??ລາວວ່າລາວຈົບມາແຕ່ເອີລົບ ເຮົາເປັນພຽງແຕ່ນັກສຶກສາທຳມະດາກໍເລີຍເວົ້າຫຍັງບໍ່ໄດ້ T.T " Vat " ຂຽນແບບນີ້ໃຜໆ ກໍອ່ານວ່າ "ວັດ" ອຸກໃຈ
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂ້ອຍລະຖືກຢູ່ປື້ມສຳມະໂນຄົວ ແລະ ບັດປະຈຳຕົວແລ້ວຕໍ່ມາໃສ່ປາສປອດຄືເພີ່ນພີມຜິດເດືອນຄືທ້າຍປີ 2012 ຢາກເຮັດປາສປອດແຕ່ຍ້າຍບ້ານແລະເມືອງກໍ່ເລີຍໄດ້ປ່ຽນສຳມະໂນຄົວ ແລະ ບັດປະຈຳຕົວພ້ອມ ວັນເກີດເກົ່າ ຕົວຈີງທີ່ໃສ່ຢູ່ໃນປື້ມສຳມະໂນຄົວແລະບັດເກົ່າແມ່ນ 27/12/1981 ແຕ່ບາດແລ້ວເພີ່ນເອົາສົ່ງໃຫ້ລະ 27/1/1981 (ຈ້າງເພີ່ນເຮັດໃຫ້ຫມົດເລີຍ) ບາດນີ້ລະຜິດກັບຂໍ້ມຸນທາງການສືກສາແລະໃປປະກາດຕ່າງໆ,ໃບຂັບຂີ່,ບັນຊີທະນາ ຄານ ...ຖ້າເຮັດໃຫ່ມແມ່ນໄດ້ຈ່າຍອີກຫມົດປະມານ 6,000 ບາດ...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ... ຂ້ອຍລະຖືກຢູ່ປື້ມສຳມະໂນຄົວ ແລະ ບັດປະຈຳຕົວແລ້ວຕໍ່ມາໃສ່ປາສປອດຄືເພີ່ນພີມຜິດເດືອນຄືທ້າຍປີ 2012ຢາກເຮັດປາສປອດແຕ່ຍ້າຍບ້ານແລະເມືອງກໍ່ເລີຍໄດ້ປ່ຽນສຳມະໂນຄົວ ແລະ ບັດປະຈຳຕົວພ້ອມ ວັນເກີດເກົ່າ ຕົວຈີງທີ່ໃສ່ຢູ່ໃນປື້ມສຳມະໂນຄົວແລະບັດເກົ່າແມ່ນ 27/12/1981 ແຕ່ບາດແລ້ວເພີ່ນເອົາສົ່ງໃຫ້ລະ 27/1/1981 (ຈ້າງເພີ່ນເຮັດໃຫ້ຫມົດເລີຍ) ບາດນີ້ລະຜິດກັບຂໍ້ມຸນທາງການສືກສາແລະໃປປະກາດຕ່າງໆ,ໃບຂັບຂີ່,ບັນຊີທະນາ ຄານ ...ຖ້າເຮັດໃຫ່ມແມ່ນໄດ້ຈ່າຍອີກຫມົດປະມານ 6,000 ບາດ... ສຸດທ້າຍຜູ້ຮັບເຄາະກະແມ່ນເຮົາເອງ ແຕ່ຂ້ອຍກະຍັງຢາກຂຂຽນຄຳຮ້ອງຂໍປ່ຽນຊື່ໃນພາສປອດໃຫມ່ ແຕ່ວ່າເລື່ອງວັນເກີດເຈົ້າປ່ຽນໄດ້ ລະຊິບໍ່ມິບັນຫາຫວາ
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊື່ເຮົາມັນເປັນລິຂະສິດຂອງເຮົາໃຜຊິເວົ້າຫຍັງໄດ້ເວັ້ນແຕ່ວ່າລາວຢາກໄດ້ເງີນເພີ່ມ ຂ້ອຍຂຽນຊື່ຂ້ອຍ phonpaseuth ແບບນີ້ບໍ່ເຫັນຊິມີໃຜເວົ້າຫຍັງ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໂດຍປົກກະຕິ ຊື່ທີ່ຂຽນເປັນພາສາອັງກິດ ຕ້ອງຢຶດຕາມທີ່ເຈົ້າຂອງຊື່ຂຽນບໍ່ແມ່ນບໍ ເປັນຫຍັງເຈົ້າໜ້າທີ່ຄົນນີ້ຈຶ່ງບອກໃຫ້ປ່ຽນໃຫ້ໄດ້ຕາມໃຈລາວ ແຕ່ຕອນຂ້ອຍໄປເຮັດບໍມີບັນຫາຫຍັງ ຕາມຂ້ອຍຂຽນທຸກຢ່າງທັງລາວແລະອັງກິດ |