ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສປປ.ລາວ ຖືກຈັດ 1 ໃນ 10 ປະເທດ ຂອງໂລກທີ່ມີຄວາມກ້າວໜ້າໄວ.

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
(ກອບມາໃຫ້ອ່ານ)
ຕາມຂໍ້ມູນຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາ ຢູ່ ສປປ ລາວ 2012-2015 ໄດ້ໃຫ້ຮູ້ວ່າ: ສປປ ລາວ ໄດ້ຮັບການຈັດເປັນ 1 ໃນ 10 ປະເທດຂອງໂລກ ທີ່ມີຄວາມກ້າວໜ້າໄວ ໃນດ້ານຄວາມຄືບໜ້າຂອງການພັດທະນາມະນຸດ ໂດຍສະເພາະ ດ້ານການຫລຸດຜ່ອນຄວາມທຸກຍາກ ທີ່ບໍ່ພົວພັນກັບການສ້າງລາຍຮັບ ໃນໄລຍະ 20 ປີ ຜ່ານມາ ຊຶ່ງຜົນສຳເລັດທີ່ຍາດມາໄດ້ ແມ່ນຈຳນວນປະຊາກອນທີ່ທຸກຍາກຫລຸດລົງ, ຈຳນວນນັກຮຽນເຂົ້າຊັ້ນປະຖົມສູງຂຶ້ນ, ອັດຕາການຕາຍຂອງເດັກຫລຸດລົງ, ຈຳນວນແມ່ຍິງ ເຮັດວຽກໃນຂົງເຂດການເມືອງຢູ່ຂັ້ນສູນກາງເພີ່ມຂຶ້ນ, ວຽກງານຕ້ານພະຍາດວັນນະໂລກ ແລະ ໄຂ້ຍຸງມີຄວາມຄືບໜ້າ, ສາມາດຮັບປະກັນການເຂົ້າເຖິງນ້ຳດື່ມທີ່ສະອາດປອດໄພ ແລະ ມີລະບົບສຸຂາພິບານຂັ້ນພື້ນຖານຢູ່ເຂດຕົວເມືອງ.

ໃນຂະນະດຽວກັນ, ກໍຍັງມີສິ່ງທ້າທາຍຫລາຍຢ່າງ ເຊັ່ນ: ບັນຫາການຂາດແຄນວຽກເຮັດງານທຳ ໂດຍສະເພາະ ໃນຂົງເຂດທີ່ນອກເໜືອຈາກວຽກງານກະສິກຳ, ການຫລຸດຜ່ອນ ຈຳນວນເດັກຂາດສານອາຫານ, ການມີສ່ວນຮ່ວມຂອງແມ່ຍິງ ໃນການຕັດສິນບັນຫາສຳຄັນຢູ່ຂັ້ນທ້ອງຖິ່ນຍັງຈຳກັດ, ອັດຕາການຕາຍຂອງແມ່ຍັງສູງ, ການສູນເສຍຊັບພະຍາກອນຢ່າງໄວວາ ຫລື ຍັງມີການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ບໍ່ຍືນຍົງ ໂດຍສະເພາະແມ່ນປ່າໄມ້, ຊັບພະຍາກອນແຫລ່ງນ້ຳ ແລະ ຊີວະນາໆພັນ, ການຫລຸດຜ່ອນຜົນກະທົບທີ່ເກີດຂຶ້ນປະຈຳຈາກໄພທຳມະຊາດຍັງບໍ່ທັນພຽງພໍ.

ໂດຍລວມແລ້ວ, ສິ່ງທ້າທາຍໃນການພັດທະນາ ສປປ ລາວ ແມ່ນການຮັບປະກັນວ່າ ຜົນປະໂຫຍດ ຈາກການເຕີບໂຕທາງດ້ານເສດຖະກິດ ທີ່ມີອັດຕາສູງນັ້ນ ມີການແບ່ງປັນຢ່າງ ສົມສ່ວນ ແລະ ຖືກຜັນຂະຫຍາຍເປັນການພັດທະນາມະນຸດແບບຍືນຍົງ ເພື່ອທຸກຄົນລວມທັງແມ່ຍິງ, ຊົນເຜົ່າ ແລະ ຈຳນວນປະຊາກອນ 2/3 ທີ່ອາໄສຢູ່ຊົນນະບົດຫ່າງໄກ ສອກຫລີກ; ການປ່ຽນແປງດ້ານດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ; ບັນຫາລະເບີດບໍ່ທັນແຕກ ທີ່ຍັງສືບຕໍ່ເປັນອັນຕະລາຍຕໍ່ຊີວິດ ແລະ ອື່ນໆ ເປັນສິ່ງຈຳເປັນຕ້ອງໄດ້ ຮັບການແກ້ໄຂ ຖ້າຫາກ ສປປ ລາວ ຕ້ອງການຈະບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ໃຫ້ໄດ້ພາຍໃນປີ 2015./.

ຈາກ: ສຳນັກຂ່າວສານປະເທດລາວ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ໂອ ດີຫຼາຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະເທດເຂົາພັດທະນາແລ້ວຈົນຢູ່ໂຕລະເລີຍກ້າວຫນ້າຊ້າ ບາງປະເທດກ້າວຫລັງຄືອາເມລິກາ ແຕ່ເສດຖະກິດກະຍັງເປັນອັນດັບ 1


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ກ້າວໜ້າກະໂພດແລະປ່າໄມ້ຈົນຊິໝົດ ບໍ່ຄຳອີກສອງສາມບໍ່ກະຊິໝົດລະ


໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຂໍໃຫ້ກ້າວໜ້າທັງເສດຖະກິດ ແລະ ຈິດໃຈ

_______________________________________________

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊົມເຊີຍ
ແຕ່ຕິດອັນດັບເທົ່າໃດຂອງການເປັນໜີ້ ຫຼື ກູ້ເງິນ....


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມ!

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລີກູດ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຢ່າຟ້າວດີໃຈທອ້ນ
ສປຊ ໄດ້ຈັດສະເພາະຄວາມກ້າວຫນ້າຂັ້ນພື້ນຖານ ທີ່ບໍ່ກ່ຽວກັບການສ້າງລາຍຮັບ ຫມາຍຄວາມວ່າມີແຕ່ດ້ານການສຶກສາ ແລະສາທາ ທໍ່ນັ້ນ ທັງໆ ທີ່ປະເທດອື່ນ ປຊ ເຂົາມີພອ້ມຫມົດແລວ້

ແຕ່ ສປຊ ພັດເວົ້າວ່າ ນັ້ນເປັນພຽງການຂະຫຍາຍຕົວທີ່ບໍ່ຍືນຍົງ ຍອ້ນວ່າ ພື້ນຖານບອ່ນທຳມາຫາກິນຂອງ ປຊ ທີ່ທຸກຍາກນັ້ນໄດ້ຖືກທຳລາຍໄປຫລາຍ ແລະຈະທຳໃຫ້ເກີດມີ ໄພວ່າງງານ ໄພອຶດຫີວ ການເຈັບປວ່ຍ ແລະຜົນກະທົບຈາກໄພທຳມະຊາດ ທີ່ແກ້ແບບລ່າຊ້າ

ບັນຫາຄວາມບໍ່ສະເຫມີພາບດ້ານຍິງຊາຍກໍຍັງຕອ້ງໄດ້ປັບປຸງ

ອີກອັນນຶ່ງ ເສດຖະກິດຂອງປະເທດທີ່ກຳລັງຂະຫຍາຍຕົວຢ່າງໄວນັ້ນ ບໍໄດ້ມີສວ່ນແບ່ງ ຢ່າງເຫມາະສົມ
ໃຫ້ ປຊຊ ຈຳນວນ ສອງສວ່ນສາມທີ່ທຸກຍາກ

ບັນຫາຕ່າງໆນັ້ນຄືສິ່ງທ້າທາຍວ່າເຮາຈະຫລຸດອອກຈາກຄວາມທຸກຍາກໃນປີ 2015 ໄດ້ຈັ່ງໃດ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ກະຈະເລີນແຕ່ໃນຕົວເມືອງເທົ່ານັ້ນແລະສ່ວນປະຊາຊົນຢູ່ຊົນນະບົດທຸກຍາກຄືເກົ່າເພາະລັດຂາຍບໍ່ໃຫ້ນັກທຸລະກິດ, ແຕ່ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດໂດຍກົງ, ພຽງແຕ່ງິນວ່າຂາຍເພື່ອພັດທະນາເສດຖະກິດ - ສັງຄົມ(ໃນເມືອງເທົ່ານັ້ນແລະ)


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ກ້າວໜ້າແທ້,ເພາະລັດຖະບານໃຊ້ແຜນຍຸດທະສາດສີ່ບຸກທະລຸ...