ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄູ່ຮັກທຸກຄູ່ ມັກຈະຈົບລົງດ້ວຍເຫດຜົນທີ່ບໍ່ເຂົ້າທ່າ ບໍ່ວ່າຈະເປັນເລື່ອງຂອງຄວາມຮູ້ສືກ ໄລຍະຫ່າງ ຊ່ອງວ່າງຂອງກັນ ແລະ ກັນ ທີ່ສໍາຄັນນັ້ນກໍ່ຄື ຄວາມເຂົ້າໃຈ... ຖ້າຫາກເຈົ້າກັບຄົນຮັກ ປາສະຈາກຄວາມເຂົ້າໃຈ ຊື່ງກັນແລະກັນ ນັ້ນກໍ່ອາດຈະເປັນສາເຫດທີ່ເຮັດໃຫ້ຊີວິດຄູ່ບໍ່ມີຄວາມສຸກ ແລະ ຈະຈົບລົງໃນທີ່ສຸດນັ້ນເອງ.
ຄວາມເຂົ້າໃຈຂອງຄູ່ຮັກ ຫຼາຍຄູ່ມັກເກີດບັນຫາເພາະຄວາມບໍ່ເຂົ້າໃຈກັນແລະກັນ ບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ເລື່ອງໃຫ່ຍ ຕ່າງຝ່າຍຕ່າງບໍ່ເຂົ້າໃຈກັນ ຝ່າຍໜື່ງດືງດັນຈະເອົາໃຫ້ໄດ້ດັ່ງໃຈ ສ່ວນອີກຝ່າຍກໍ່ຍອມຢູ່ເສີຍໆ ເລີຍເຮັດໃຫ້ອີກຝ່າຍອາລົມໃຈຮ້າຍ ແລ້ວກາຍເປັນການຜິດຖຽງກັນ.
ຖ້າຫາກວ່າເຈົ້າ ຫຼື ເຂົາ ຍອມຫຼຸດອາລົມໃຈຮ້າຍ ແລ້ວເລີ່ມປັບຄວາມເຂົ້າໃຈກັນ ແລະ ກັນ ເຂົ້າໃຈໃນສີ່ງທີ່ເຂົາເປັນ ຫຼື ເວົ້າໃນສີ່ງທີ່ເຮົາບໍ່ເຂົ້າໃຈ ແລ້ວປ່ຽນມູມມອງໃໝ່ ນັ້ນຈະເປັນຈຸດເລີ່ມຕົ້ນ ທີ່ເຮັດໃຫ້ເຈົ້າກັບຄົນຮັກ ມີຄວາມສຸກໄດ້ ພະຍາຍາມເຂົ້າໃຈກັນ ແລະ ກັນ ຢ່າປ່ອຍໃຫ້ອາລົມ ເຂົ້າມາເປັນຕົວທໍາລາຍຄວາມຮັກ ຄວາມສໍາພັນຂອງຄູ່ເຈົ້າ.
ອີກໜື່ງເລື່ອງທີ່ສໍາຄັນ ສໍາລັບຄູ່ຮັກນັ້ນ ຄວນຈະມີການໃຊ້ສະຕິ ແລະ ເຫດຜົນຂອງການເວົ້າຈາ ບໍ່ຄວນໃຊ້ອາລົມພຽງຢ່າງດຽວ ເພາະຖ້າຫາກເຈົ້າ ຫຼື ເຂົາ ໃຊ້ອາລົມໃນການເວົ້າ ອາດຈະເຮັດໃຫ້ເລື່ອງນ້ອຍໆ ກາຍເປັນເລື່ອງໃຫ່ຍໄດ້.
ຖ້າຫາກເຈົ້າເຂົ້າໃຈໃນຕົວຕົນຂອງກັນ ແລະ ກັນໄດ້ ຄວາມສໍາພັນຂອງເຈົ້າກັບຄົນຮັກ ກໍ່ຈະຫວານເຂົ້າກັນໄດ້ຢ່າງລົງໂຕ ບັນຫາທີ່ຈະເຮັດໃຫ້ເກີດການຜິດຖຽງກັນ ກໍ່ຈະຫຼຸດນ້ອຍລົງຕາມລົງໄປ ປັບປ່ຽນໂຕເອງຈັກນ້ອຍ ຄິດໃຫ້ຫຼາຍຂື້ນ ຫຼຸດອາລົມຮ້າຍໆໃຫ້ນ້ອຍລົງ ໃຊ້ເຫດຜົນ ແລະ ເຮັດຄວາມເຂົ້າໃຈ ກັບເລື່ອງແຕ່ລະເລື່ຶອງ ນັ້ນຈະເປັນວິທີທີ່ດີທີ່ສຸດ ສໍາລັບການໃຊ້ຊີວິດຄູ່.
|