ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກໄດ້ໄປສອນນ້ອງ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຂພຈ ຕ້ອງການຫລາຍໆກອນບໍ່ຈຳກັດເນື້ອໃນ ຂອບໃຈຫລາຍໆ
ນຳທຸກໆທ່ານ (ຫມາຍເຫດຕ້ອງແມ່ນກອນ7ຫລັກຄຳປະຈຳບ່ອນ)
ຕວົຢ່າງ: ຫລັກຄຳປະຈຳບ່ອນ
0 ່ ້.............0 ່ 0 0
0 0 0.............່ 0 0 ້
0 0 ້.............0 0 0 ່
0 ່ ້.............0 ້ ່ 0
ນາມຊື່ຂ້ອຍ ນາມວ່າວັງເວີນ
ບຸນພໍມີ ແມ່ນນາມຈິງແທ້
ເປັນລູກຫລ້າ ຄົນປາຍຂອງແມ່
ມີພີ່ນ້ອງ ທັງຫ້າຮ່ວມກັນ.......


ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ມັນບໍ່ຖືກຫລັກຄຳປະຈຳບ່ອນ
ກອນ7

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຂອບໃຈມັນບໍ່ຖືກຫລັກຄຳປະຈຳບ່ອນ
ກອນ7

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ມາຊອກກາບກອນທີ່ຖືກຫລັກໃນພັນລາວ ???? ອິອິໆໆໆ ສົງໃສຜິດມ້ອງລະ ຢູ່ນີ້ເຂົາແຕ່ງມົ້ວທ່ານ ເອີຍ....


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູນລວມບັນດາອາຈານແລະຊ່ຽນຊານເລືອງກາບ,ກອນ,ໂຄງ...ເຂົ້າໄປທີ່ນີ້ຮຽນແລະສອບຖາມໄດ້ທຸກເລື່ອງ
http://laomotherpoems.blogspot.com/
ຖ້າຍັງບໍ່ຄັກຊິພາໄປຫ້ອງຮຽນແຕ່ງກອນອອນໄລ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາບຈາກລິ້ງເທິງ ອິອິ http://laomotherpoems.blogspot.com/



໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໓ ກະທູ້
໑໖໘ ໂພສ
ນັກການກະທູ້
­ນາມເຟື່ອງຟ້າ ນາມຊື່ພັນລາວ
ຈຸດພົບປະ ໝູ່ຊົນຊາວເຊືຶ້ອ
ເໜືອກາງໄຕ້ ລາວເຮົາທຸກເຜົ່າ
ຮວມຫລັ່ງເຂົ້າ ມາເຕົ້າຮ່ວມໂຮມ ກັນແທ້ແລ້ວ,


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ບໍມີຄົນແຕ່ງໄດ້ເລີຍ ຂອບໃຈ
ບໍ່ຫລິ້ນອີກແລ້ວພັນລາວຊ່ວຍຫບັງບໍ່ໄດ້
ບອກ ເວບກະກອນແຕ່ບໍ່ແມ່ນ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ບໍມີຄົນແຕ່ງໄດ້ເລີຍ ຂອບໃຈ
ບໍ່ຫລິ້ນອີກແລ້ວພັນລາວຊ່ວຍຫບັງບໍ່ໄດ້
ບອກ ເວບກະກອນແຕ່ບໍ່ແມ່ນ



ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ກອນເຈັດເປັນກອນພື້ນເມືອງຂອງລາວທີ່ແຕ່ງຍາກທີ່ສຸດ
ຄົນທີ່ແຕ່ງກອນເຈັດໄດ້ຖືກຕ້ອງແລະເກັ່ງທີ່ສຸດໃນລາວເຮົາມີພຽງຄົນດຽວ ຄືທ່ານ ພູມີ ວົງວິຈິດ
ນອກນັ້ນບໍ່ມີໃຜສາມາດແຕ່ງກອນເຈັດໄດ້ຖືກຕ້ອງແລະມ່ວນທັງບົດໄດ້ຈັກຄົນເລີຍ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ປະເທດຂ້ອຍ ເອີ້ນຊື່ເມືອງລາວ
ລວງກວ້າງຍາວ ສຸດຕາເຫຼືອອ່ານ
ນ້ຳຂອງຜ່ານ ໄຫຼລ່ວງລົງຄອນ
ເຮົາຊະອອນ ຫົນທາງສະອາດ
ປະເທດຊາດ ກວ້າງໃຫຍ່ໄພສານ
ເຮົາລູກຫຼານ ເກີດມາພາຍຊ້ອຍ
ພາກັນຊ່ວຍ ສ້າງບ້ານເມືອງລາວ
ໃຫ້ຍືນຍາວ ຈະເລີນກ້າວຫນ້າ
ບໍ່ໃຫ້ຫຼ້າ ຫຼັງບ້ານອື່ນເຂົາ

ບົດກອນທາງເທິງນີ້ເປັນ 1 ໃນບົດກອນຂອງທ່ານພູມີ ວົງວິຈິດ ມີຢູ່ໃນປຶ້ມຕຳລາພາສາລາວປໍ3 ເມື່ອສະໄໝ 20ປີທີ່ແລ້ວ ໃຜເຄີຍຮຽນສະໄໝນັ້ນຄືສິຄຸ້ນໆກັນຢູ່ ບໍ່ຮູ້ວ່າປັດຈຸບັນຍັງມີຢູ່ຫລືບໍ່