ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫວ່ງເດີ

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ເປັນຫວ່ງເດີ ຢ້າຫລີ້ນຫລາຍ ຈັກນອ່ຍເສັຍຄົນໃດ
ລູກຫລານເອີຍ

http://www.vientianemai.net/teen/khao/2/8965

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັອບປີ້ຈາກລິ້ງເທິງມາໃຫ້ອ່ານເລີຍເດີ ຖ້າໃຜຄ້ານກົດເຂົ້າລິ້ງ :)

ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...
ວັນທີ 25 ມີນາ 2013 - ເວລາ 12:46:14 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້

ຫຼາຍ​ປະ­ເທດ​ໃນ​ໂລກ ​ເປັນ​ຫ່ວງ​ເລື່ອງ​ການ​ນຳ​ໃຊ້​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ຂອງ​ຊາວ​ໜຸ່ມ​ບ່າວ-ສາວ​ທີ່​ບໍ່​ເຂົ້າ­ທ່າ ເປັນ­ຕົ້ນ​ແມ່ນ​ການຫຼິ້ນ​ອິນ​ເຕີ​ເນັດ ການ​ໃຊ້​ໂທລະ­ສັບ​ມື​ຖື iPad iPhone ຫຼື ການຫຼິ້ນ​ເວບ​ໄຊ Facebook ການ Skype ແລະ ອື່ນໆ.

ທີ່​ເປັນ​ຫ່ວງ​ນັ້ນ ເພາະ​ມີ​ການ​ຫຼິ້ນ​ອິນ​ເຕີ​ເນັດ​ເກີນ​ຂອບເຂດ... ຂໍ້​ມູນ​ທັງ​ໝົດ​ແມ່ນ​ຂໍ້​ມູນ​ດິບ ບໍ່​ໄດ້​ຜ່ານ​ການ​ກັ່ນ​ຕອງສ້າງ​ໃຫ້​ຄົນ​ເຂົ້າ­ໃຈ​ໄປ​ຕາມ​ກະ­ແສ ແລະ ປັ່ນ​ປ່ວນ​ໃຫ້​ເກີດ​ຂໍ້ຂັດ​ແຍ່ງ​ໃນ​ສັງ­ຄົມ​ໄດ້​ງ່າຍ ເລື່ອງ​ນີ້​ຫາກ​ຕິດ­ຕາມ​ຂ່າວ​ຈະເຫັນ​ວ່າ​ມີ​ການ​ໂຄ່ນ​ລົ້ມ​ລະ­ບອບ​ໄດ້ ສ້າງ​ສົງ­ຄາມ​ກາງເມືອງ​ໄດ້.

ສຳ­ລັບ​ບ້ານ​ເຮົາ​ແລ້ວ ເຖິງ​ບໍ່​ມີ​ການ​ສຳ​ຫຼວດ​ຢ່າງ​ເປັນທາງ​ການ ກໍ​ຕ້ອງ​ຍອມ­ຮັບ​ວ່າ ກະ­ແສ​ນີ້​ມາ​ແຮງ​ເຊັ່ນ​ກັນ ສະແດງ​ອອກ​ໃນ​ແຕ່​ລະ​ຄັ້ງ​ທີ່​ມີ​ການ​ຈັດ​ກິດ­ຈະ­ກຳ​ສຳ­ລັບ​ຄົນ​ລຸ້ນໃໝ່ ຜ່ານ​ເຄືອ​ຂ່າຍ​ຂອງ​ບໍ­ລິ­ສັດ​ໃຫ້​ບໍ­ລິ­ການ​ດ້ານ​ໂທລະ​ຄົມຈະ​ເຫັນ​ວ່າ ມີ​ຜູ້​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ຫຼາຍໝື່ນ​ຄົນໃນ​ແຕ່​ລະກິດ­ຈະ­ກຳ.

ບາງ­ເທື່ອ​ຜູ້​ປົກ­ຄອງ​ກໍ​ບໍ່​ເຫັນ​ໄດ້​ໄຕ່­ຕອງ​ຄົ້ນ​ຄິດ​ພິ​ຈາ­ລະນາ​ຢ່າງ​ລະ­ອຽດ​ເລິກ­ເຊິ່ງ ກໍ​ເລີຍ​ນຳ​ເອົາ​ເຄື່ອງ­ໃຊ້​ຟຸມ​ເຟືອຍປະ­ເພດ​ນີ້​ມາ​ໃຫ້​ລູກ​ຫຼິ້ນ​ຕາມ­ໃຈ ເຊິ່ງ​ສ່ວນ​ຫຼາຍ​ຈະ​ໄປ​ທາງ “ຫຼິ້ນ​ເກມ” ຫຼາຍ​ກວ່າ​ສະ­ແຫວງ­ຫາ​ຄວາມ​ຮູ້ (ຮຽນ​ອະ­ນຸບານ​ກໍ​ຊື້​ໃຫ້​ແລ້ວ) ສຸດ​ທ້າຍ​ກໍ​ມາ​ນັ່ງ​ອຸກ​ໃຈ ເພາະ​ລູກ​ຕິດເກມ​ຈົນ​ບໍ່​ມີ​ເວ­ລາ​ໂອ້​ລົມ​ກັບ​ພໍ່​ແມ່ ເຂົ້າ​ກໍ​ບໍ່​ກິນ...

ຕໍ່​ມາ​ໃຫຍ່​ແດ່ (ຮຽນ​ປະ­ຖົມ ມ.ຕົ້ນ ມ.ປາຍ) ກໍ​ຫຼິ້​ິ້ນ​ອິນເຕີ​ເນັດ ເຂົ້າ​ສູ່​ເວບ​ໄຊ​ຍອດ​ນິ­ຍົມ Facebook ຈົນ​ໝົດ​ຄືນຊອດ​ແຈ້ງ... ມື້​ເວັນ​ເຫງົາ­ນອນ​ຂາດ​ໂຮງ­ຮຽນ... (ພໍ່​ແມ່ຈ່າຍ​ຄ່າ​ບັດຕື່ມ​ເງິນ) ສະ­ນັ້ນ ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກທີ່​ນັກຮຽນ​ສະ­ໄໝ​ນີ້​ໃຊ້​ເງິນ​ເປັນ​ເດີມ​ພັນ... ຈ້າງ​ຮຽນເພີ່ມ... ເຂົ້າຫາ​ຄູ-ອາ­ຈານ... ຈ້າງ​ຂຽນ​ໃບ​ຈົບ​ຊັ້ນ ແລະ ອື່ນໆ ເພື່ອ​ໃຫ້ໄດ້​ມາ​ເຊິ່ງ​ໃບ​ປະ­ກາດຜູ້​ປົກ­ຄອງ​ບາງ​ລາຍ​ກໍ​ເຂົ້າ­ໃຈ​ບໍ່​ຖືກ ຍ້ອນ​ຮັກ​ລູກ​ຫຼາຍ​ກໍ​ເລີຍ​ຕາມ­ໃຈ... ຮຽນ​ບໍ່​ໄດ້... ຄະ­ແນນ​ບໍ່​ດີກໍ​ຫາ​ວິ­ທີ​ເຂົ້າ​ນາຍ­ຄູ ແທນ​ທີ່​ຈະລະ­ດົມ​ໃຫ້​ລູກ​ຕັດ­ສິນ​ໃຈ​ບຸກ​ບືນ​ຮ່ຳ­ຮຽນ.

ເວົ້າ​ເຮີ່ ! ອວດ​ອ້າງ​ວ່າ​ລູກ​ຮຽນ​ດີ... ຮຽນ​ເກັ່ງ ມີ​ຄະ­ແນນສູງ ເສັງ​ໄດ້​ທີ​ດີ ຖື​ອັນ​ນີ້​ເປັນ​ບັນ­ທັດ­ຖານ​ເວ­ລາ​ໂອ້​ລົມ​ພົບ​ປະລະ­ຫວ່າງ​ໝູ່­ຄູ່... ນຳ­ໄປ​ເຖິງ​ການ​ບັງ­ຄັບ​ໃຫ້​ລູກ​ຮຽນ​ເພີ່ມ... ບໍ່​ມີ​ຍາມພັກ ບໍ່​ເບິ່ງ​ຄວາມ​ເປັນ​ຈິງ​ວ່າ ຄວາມ​ສາ­ມາດ​ຂອງລູກ​ເຈົ້າ​ຂອງ​ຊ່ຳ​ໃດ !...

ທຸ້ມ­ເທ​ເງິນ​ຄຳ​ໃຫ້​ລູກ​ເກີນ​ຂອບ​ເຂດ... ຄັນ​ມາ​ແຕ່​ຕ່າງແຂວງ​ກໍ​ເຊົ່າ​ເຮືອນ​ໃຫ້​ຢູ່ ຊື້​ລົດ​ໃຫ້​ຂີ່ ກິນເຂົ້າ​ຮ້ານ​ອາ­ຫານຈົນ​ມີ​ຄຳ​ເວົ້າ​ກ່າວ​ຂວັນ​ວ່າ: ຂາຍ​ຄວາຍ​ສົ່ງ​ຄວາຍ​ມາ​ຮຽນ.

- ໃຊ້​ເງິນ​ສ້າງ​ເງື່ອນ­ໄຂ​ເພື່ອ​ໃຫ້​ໄດ້​ໃບ​ປະ­ກາດ ແລະ ບ່ອນ​ເຮັດ​ການ​ໃຫ້​ລູກ.

- ໃຊ້​ເງິນ​ສ້າງ​ເງື່ອນ­ໄຂ​ເພື່ອ​ບືນ​ຂຶ້ນ​ສູ່​ຕຳ­ແໜ່ງ​ໃດ​ໜຶ່ງ ?ເວ­ລາ​ເຂົ້າ​ເຮັດ​ວຽກ.

- ທີ່​ຍົກ​ມາ​ນີ້ ອາດ​ຈະ​ບໍ່​ໝົດ​ເນີ ! ສຳ­ລັບ​ຄອບ­ຄົວ​ທີ່​ມີ

ເງື່ອນ­ໄຂ​ກໍ​ບໍ່​ຖື​ກັນ ! ແຕ່​ຄອບ­ຄົວ​ຢູ່​ຕ່າງ​ແຂວງ ຢູ່​່​ຫ່າງ​ໄກ​ແດ່ແມ່ນ​ລຳ­ບາກ ຄອບ­ຄົວ​ພະ­ນັກ­ງານ​ຢູ່​ກະ​ໂຕ​ສູນ​ກາງ​ກໍ​ລຳບາກ.

ການ​ສົ່ງ­ເສີມ​ແບບ​ນັ້ນ​ມັນ​ພາ­ໃຫ້​ລູກ​ຂາດ​ຄວາມ​ບຸກ​ບືນ ບໍ່​ເປັນ​ຕົວ​ຂອງ​ຕົວ​ເອງ ເພາະ​ເຂົາ​ຄິດວ່າມີ​ພໍ່​ແມ່​ແບກ​ຫາບຢູ່​ເບື້ອງ​ຫຼັງ.

ອັນ​ທີ່​ເປັນ​ອັນ­ຕະ­ລາຍ ​ແມ່ນມັນ​ເປັນ​ການ​ມ້າງ​ລະ­ບົບ​ຄຸນນະ​ທຳມາ­ສູ່​ລະ­ບົບ​ອຸ­ປະ­ຖຳ... ເຮັດໃຫ້​ຄຸນ​ນະ​ພາບ​ຂອງຄົນ​ລຸ້ນ​ໃໝ່​ຫຼຸດ​ລົງ... ກ້າວ​ໄປ​ເຖິງ​ປະ­ກົດ​ການ​ຫຍໍ້­ທໍ້​ຫຼາຍຢ່າງ​ທີ່​ເກີດ​ຂຶ້ນໃນ​ສັງ­ຄົມ ເມື່ອ​ການ​ອຸ­ປະ­ຖຳ​ຂອງ​ຄອບ­ຄົວບໍ່​ທ່ວງ​ທັນ.

ມີ​ຄຳ​ເວົ້າ​ໜາ​ຫູ​ທີ່​ຟັງ​ແລ້ວ​ເສົ້າ​ໃຈ ເຊັ່ນ​ວ່າ: ນັກ​ສຶກ​ສາຊອກ​ແຫຼ່ງ​ອຸ­ປະ­ຖຳ​ຄ່າ​ລົງ­ທະ­ບຽນ​ໂດຍງ່າຍ ຈາກ​ມູນ­ມັງ​ຕິດຕົວ​ມາ​ແຕ່​ກຳ­ເນີດ ຈາກ​ການ​ຫວັງ​ລວຍ​ທາງ​ລັດ ຄ້າ-ຂາຍຢາ​ເສບ​ຕິດ ຂີ້­ລັກ ງັດ​ແງະ... ພ້ອມ​ກັນ​ຢຸດ​ເຊົາ​ພຶດ­ຕິ​ກຳ​ທີ່​ບໍ່​ເຂົ້າ­ທ່າ ! ການ​ເຮີ່​ເຫີມ​ທີ່ເກີນ​ຄວາມ​ເປັນ​ຈິງ ການຕິດ​ວັດ­ຖຸ​ງອມ​ແງມ ຈົນ​ໂງ​ຫົວ​ບໍ່​ຂຶ້ນ ເປັນ­ຕົ້ນ​ແມ່ນເຄື່ອງ­ໃຊ້​ຟຸມ​ເຟືອຍ ເຄື່ອງ IT.

ຢາກ​ໃຫ້​ຜູ້​ປົກ­ຄອງ​ທັງ­ຫຼາຍ​ຄິດ​ຫງຳ​ຮອບ​ຄອບ​ກ່ອນ​ຕັດສິນ​ໃຈ ຊື້​ເຄື່ອງ​ດັ່ງ­ກ່າວ​ໃຫ້​ລູກ... ຢາກ​ໃຫ້​ການ­ຈັດ­ຕັ້ງ​ວາງ​ແຜນ​ກວດ­ກາ​ເວບ​ໄຊ ກ້າວ​ໄປເຖິງ​ປິດ​ຖາ­ວອນ ຫາກ​ເຫັນ​ວ່າ​ມັນ​ບໍ່​ເຂົ້າ­ທ່າ...

ໂດຍ: ແນວ​ລາວ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຍຸກສະໄໝມັນແນວນີ້ ຫ້າມກັນບໍ່ໄດ້ດອກ ຖ້າບໍ່ໃຫ້ຫຼີນມັນກໍ່ເປັນຄົນຕົກຍຸກຫົວບໍ່ທັນເພິ່ນ ມີແຕ່ວ່າໃຫ້ຄຳແນະນຳຂໍ້ດີຂໍເສຍໃຫ້ລູກຫຼານຮັບຮູ້ ແລະເຕືອນເຂົາຢູ່ເລື້ອຍໆ...

ການໄດ້ຫຼີ້ນເນດມັນກໍ່ດີແລ້ວບໍ່ຕ້ອງຄິດຫຍັງຫຼາຍຖືວ່າເປັນເລື່ອງທຳມະດາ ເລື່ອງທີ່ໜ້າເປັນຫ່ວງຄືຄວາມທຸກຍາກຫຼ້າຫຼັງຂອງພີ່ນ້ອງປຊຊ, ສິດທິເສຣີພາບຂັ້ນພື້ນຖານ,ຄວາມບໍ່ສະເໝີພາກໃນສັງຄົມ,ຄວາມປອດໄພໃນສັງຄົມ, ຢາເສບຕິດ, ການຄ້າມະນຸດ ຂີ້ລັກປຸ້ນຈີ້ ແລະສິ່ງຍໍ້ທໍ້ອື່ໆທີ່ມີຢ່ໃນສັງຄົມລາວເຮົາໃນປະຈຸບັນ ບັນຫານີ້ຕ່າງຫາກທີ່ໜ້າເປັນຫ່ວງ ແລະຕ້ອງໄດ້ແກ້ໄຂ!

ການໄດ້ຫຼີ້ນເນດມັນກໍ່ດີແລ້ວບໍ່ຕ້ອງຄິດຫຍັງຫຼາຍຖືວ່າເປັນເລື່ອງທຳມະດາ ເລື່ອງທີ່ໜ້າເປັນຫ່ວງຄືຄວາມທຸກຍາກຫຼ້າຫຼັງຂອງພີ່ນ້ອງປຊຊ, ສິດທິເສຣີພາບຂັ້ນພື້ນຖານ,ຄວາມບໍ່ສະເໝີພາກໃນສັງຄົມ,ຄວາມປອດໄພດ້ານຊີວິດແລະຊັບສິນ, ຢາເສບຕິດ, ການຄ້າມະນຸດ ຂີ້ລັກປຸ້ນຈີ້ ແລະສິ່ງຍໍ້ທໍ້ອື່ໆທີ່ມີຢ່ໃນສັງຄົມລາວເຮົາໃນປະຈຸບັນ ບັນຫານີ້ຕ່າງຫາກທີ່ໜ້າເປັນຫ່ວງ ແລະຕ້ອງໄດ້ແກ້ໄຂ!

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຍຸກສະໄໝມັນແນວນີ້ ຫ້າມກັນບໍ່ໄດ້ດອກ ຖ້າບໍ່ໃຫ້ຫຼີນມັນກໍ່ເປັນຄົນຕົກຍຸກຫົວບໍ່ທັນເພິ່ນ ມີແຕ່ວ່າໃຫ້ຄຳແນະນຳຂໍ້ດີຂໍເສຍໃຫ້ລູກຫຼານຮັບຮູ້ ແລະເຕືອນເຂົາຢູ່ເລື້ອຍໆ...

ການໄດ້ຫຼີ້ນເນດມັນກໍ່ດີແລ້ວບໍ່ຕ້ອງຄິດຫຍັງຫຼາຍຖືວ່າເປັນເລື່ອງທຳມະດາ ເລື່ອງທີ່ໜ້າເປັນຫ່ວງຄືຄວາມທຸກຍາກຫຼ້າຫຼັງຂອງພີ່ນ້ອງປຊຊ, ສິດທິເສຣີພາບຂັ້ນພື້ນຖານ,ຄວາມບໍ່ສະເໝີພາກໃນສັງຄົມ,ຄວາມປອດໄພໃນສັງຄົມ, ຢາເສບຕິດ, ການຄ້າມະນຸດ ຂີ້ລັກປຸ້ນຈີ້ ແລະສິ່ງຍໍ້ທໍ້ອື່ໆທີ່ມີຢ່ໃນສັງຄົມລາວເຮົາໃນປະຈຸບັນ ບັນຫານີ້ຕ່າງຫາກທີ່ໜ້າເປັນຫ່ວງ ແລະຕ້ອງໄດ້ແກ້ໄຂ!

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຍຸກສະໄໝມັນແນວນີ້ ຫ້າມກັນບໍ່ໄດ້ດອກ ຖ້າບໍ່ໃຫ້ຫຼີນມັນກໍ່ເປັນຄົນຕົກຍຸກຫົວບໍ່ທັນເພິ່ນ ມີແຕ່ວ່າໃຫ້ຄຳແນະນຳຂໍ້ດີຂໍເສຍໃຫ້ລູກຫຼານຮັບຮູ້ ແລະເຕືອນເຂົາຢູ່ເລື້ອຍໆ...

ການໄດ້ຫຼີ້ນເນດມັນກໍ່ດີແລ້ວບໍ່ຕ້ອງຄິດຫຍັງຫຼາຍຖືວ່າເປັນເລື່ອງທຳມະດາ ເລື່ອງທີ່ໜ້າເປັນຫ່ວງຄືຄວາມທຸກຍາກຫຼ້າຫຼັງຂອງພີ່ນ້ອງປຊຊ, ສິດທິເສຣີພາບຂັ້ນພື້ນຖານ,ຄວາມບໍ່ສະເໝີພາກໃນສັງຄົມ,ຄວາມປອດໄພໃນສັງຄົມ, ຢາເສບຕິດ, ການຄ້າມະນຸດ ຂີ້ລັກປຸ້ນຈີ້ ແລະສິ່ງຍໍ້ທໍ້ອື່ໆທີ່ມີຢ່ໃນສັງຄົມລາວເຮົາໃນປະຈຸບັນ ບັນຫານີ້ຕ່າງຫາກທີ່ໜ້າເປັນຫ່ວງ ແລະຕ້ອງໄດ້ແກ້ໄຂ!

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຂໍໂທດເດີ4 ເນັດຊ້າເລີຍຫຼົງກົດ!

໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ຜູ້ໃຫຍ່ພາເປັນ ພັດມາຫ້າມເດັກນອ້ຍ ຊັ້ນບໍ່

ເງື່ອນໃຂ ທັງຫລາຍຫັ້ນ ມີແຕ່ຜູ້ໃຫຍ່ຕວາ ສ້າງຂື້ນມາ ເດັກນອ້ຍມີແຕ່ຮຽນເອົານຳ

ພໍ່ແມ່ ມີເງິນເຫລືອຖົງ ເລີຍແຈກໃຫ້ລູກ ຫລີ້ນກິນຟຸມເຟືອຍ

ລູກສິດຢາກເຂົ້າ ມະຫາ ວທຍລ ຫລື ສະຖາບັນ ກໍແມ່ນ ລູກສິດໄດ້ຈ້າງເຂົ້າ

ບາດສີຈົບ ກໍໃຫ້ລູກສິດ ຊື້ຄວາມຮູ້ນຳຕົວເອງ
ບາດບໍ່ມີເງິນຈ້າງ ກໍຈຳເປັນຕອ້ງຂາຍ ແຕ່ກໍຂາຍໃຫ້ ຄົນມີເງິນທີ່ເປັນຜູ້ໃຫຍ່ ທັງນັ້ນ

ບາດສີເຂົ້າເຮັດການ ພະນັກງານໃຫມ່ ຕອ້ງມີເງິນຈ້າງຜູ້ໃຫຍ່

ກ້າວໄປໄກກວ່ານັ້ນ ອິນເຕີແນດ ກໍມີແຕ່ ຜູ້ໃຫຍ່ ພາໃຊ້ ບາດເດັກນອ້ຍພັດວ່າ ເຂົາຫລິ້ນ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະວ່າແຫຼະເນາະ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກັອບປີ້ຈາກລິ້ງເທິງມາໃຫ້ອ່ານເລີຍເດີ ຖ້າໃຜຄ້ານກົດເຂົ້າລິ້ງ :)

ເປັນ​ຫ່ວງ ! ການ​ໃຊ້​ອິນ​ເຕີ​ເນັດ...
ວັນທີ 25 ມີນາ 2013 - ເວລາ 12:46:14 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້

ຫຼາຍ​ປະ­ເທດ​ໃນ​ໂລກ ​ເປັນ​ຫ່ວງ​ເລື່ອງ​ການ​ນຳ​ໃຊ້​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ຂອງ​ຊາວ​ໜຸ່ມ​ບ່າວ-ສາວ​ທີ່​ບໍ່​ເຂົ້າ­ທ່າ ເປັນ­ຕົ້ນ​ແມ່ນ​ການຫຼິ້ນ​ອິນ​ເຕີ​ເນັດ ການ​ໃຊ້​ໂທລະ­ສັບ​ມື​ຖື iPad iPhone ຫຼື ການຫຼິ້ນ​ເວບ​ໄຊ Facebook ການ Skype ແລະ ອື່ນໆ.

ທີ່​ເປັນ​ຫ່ວງ​ນັ້ນ ເພາະ​ມີ​ການ​ຫຼິ້ນ​ອິນ​ເຕີ​ເນັດ​ເກີນ​ຂອບເຂດ... ຂໍ້​ມູນ​ທັງ​ໝົດ​ແມ່ນ​ຂໍ້​ມູນ​ດິບ ບໍ່​ໄດ້​ຜ່ານ​ການ​ກັ່ນ​ຕອງສ້າງ​ໃຫ້​ຄົນ​ເຂົ້າ­ໃຈ​ໄປ​ຕາມ​ກະ­ແສ ແລະ ປັ່ນ​ປ່ວນ​ໃຫ້​ເກີດ​ຂໍ້ຂັດ​ແຍ່ງ​ໃນ​ສັງ­ຄົມ​ໄດ້​ງ່າຍ ເລື່ອງ​ນີ້​ຫາກ​ຕິດ­ຕາມ​ຂ່າວ​ຈະເຫັນ​ວ່າ​ມີ​ການ​ໂຄ່ນ​ລົ້ມ​ລະ­ບອບ​ໄດ້ ສ້າງ​ສົງ­ຄາມ​ກາງເມືອງ​ໄດ້.

ສຳ­ລັບ​ບ້ານ​ເຮົາ​ແລ້ວ ເຖິງ​ບໍ່​ມີ​ການ​ສຳ​ຫຼວດ​ຢ່າງ​ເປັນທາງ​ການ ກໍ​ຕ້ອງ​ຍອມ­ຮັບ​ວ່າ ກະ­ແສ​ນີ້​ມາ​ແຮງ​ເຊັ່ນ​ກັນ ສະແດງ​ອອກ​ໃນ​ແຕ່​ລະ​ຄັ້ງ​ທີ່​ມີ​ການ​ຈັດ​ກິດ­ຈະ­ກຳ​ສຳ­ລັບ​ຄົນ​ລຸ້ນໃໝ່ ຜ່ານ​ເຄືອ​ຂ່າຍ​ຂອງ​ບໍ­ລິ­ສັດ​ໃຫ້​ບໍ­ລິ­ການ​ດ້ານ​ໂທລະ​ຄົມຈະ​ເຫັນ​ວ່າ ມີ​ຜູ້​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ຫຼາຍໝື່ນ​ຄົນໃນ​ແຕ່​ລະກິດ­ຈະ­ກຳ.

ບາງ­ເທື່ອ​ຜູ້​ປົກ­ຄອງ​ກໍ​ບໍ່​ເຫັນ​ໄດ້​ໄຕ່­ຕອງ​ຄົ້ນ​ຄິດ​ພິ​ຈາ­ລະນາ​ຢ່າງ​ລະ­ອຽດ​ເລິກ­ເຊິ່ງ ກໍ​ເລີຍ​ນຳ​ເອົາ​ເຄື່ອງ­ໃຊ້​ຟຸມ​ເຟືອຍປະ­ເພດ​ນີ້​ມາ​ໃຫ້​ລູກ​ຫຼິ້ນ​ຕາມ­ໃຈ ເຊິ່ງ​ສ່ວນ​ຫຼາຍ​ຈະ​ໄປ​ທາງ “ຫຼິ້ນ​ເກມ” ຫຼາຍ​ກວ່າ​ສະ­ແຫວງ­ຫາ​ຄວາມ​ຮູ້ (ຮຽນ​ອະ­ນຸບານ​ກໍ​ຊື້​ໃຫ້​ແລ້ວ) ສຸດ​ທ້າຍ​ກໍ​ມາ​ນັ່ງ​ອຸກ​ໃຈ ເພາະ​ລູກ​ຕິດເກມ​ຈົນ​ບໍ່​ມີ​ເວ­ລາ​ໂອ້​ລົມ​ກັບ​ພໍ່​ແມ່ ເຂົ້າ​ກໍ​ບໍ່​ກິນ...

ຕໍ່​ມາ​ໃຫຍ່​ແດ່ (ຮຽນ​ປະ­ຖົມ ມ.ຕົ້ນ ມ.ປາຍ) ກໍ​ຫຼິ້​ິ້ນ​ອິນເຕີ​ເນັດ ເຂົ້າ​ສູ່​ເວບ​ໄຊ​ຍອດ​ນິ­ຍົມ Facebook ຈົນ​ໝົດ​ຄືນຊອດ​ແຈ້ງ... ມື້​ເວັນ​ເຫງົາ­ນອນ​ຂາດ​ໂຮງ­ຮຽນ... (ພໍ່​ແມ່ຈ່າຍ​ຄ່າ​ບັດຕື່ມ​ເງິນ) ສະ­ນັ້ນ ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກທີ່​ນັກຮຽນ​ສະ­ໄໝ​ນີ້​ໃຊ້​ເງິນ​ເປັນ​ເດີມ​ພັນ... ຈ້າງ​ຮຽນເພີ່ມ... ເຂົ້າຫາ​ຄູ-ອາ­ຈານ... ຈ້າງ​ຂຽນ​ໃບ​ຈົບ​ຊັ້ນ ແລະ ອື່ນໆ ເພື່ອ​ໃຫ້ໄດ້​ມາ​ເຊິ່ງ​ໃບ​ປະ­ກາດຜູ້​ປົກ­ຄອງ​ບາງ​ລາຍ​ກໍ​ເຂົ້າ­ໃຈ​ບໍ່​ຖືກ ຍ້ອນ​ຮັກ​ລູກ​ຫຼາຍ​ກໍ​ເລີຍ​ຕາມ­ໃຈ... ຮຽນ​ບໍ່​ໄດ້... ຄະ­ແນນ​ບໍ່​ດີກໍ​ຫາ​ວິ­ທີ​ເຂົ້າ​ນາຍ­ຄູ ແທນ​ທີ່​ຈະລະ­ດົມ​ໃຫ້​ລູກ​ຕັດ­ສິນ​ໃຈ​ບຸກ​ບືນ​ຮ່ຳ­ຮຽນ.

ເວົ້າ​ເຮີ່ ! ອວດ​ອ້າງ​ວ່າ​ລູກ​ຮຽນ​ດີ... ຮຽນ​ເກັ່ງ ມີ​ຄະ­ແນນສູງ ເສັງ​ໄດ້​ທີ​ດີ ຖື​ອັນ​ນີ້​ເປັນ​ບັນ­ທັດ­ຖານ​ເວ­ລາ​ໂອ້​ລົມ​ພົບ​ປະລະ­ຫວ່າງ​ໝູ່­ຄູ່... ນຳ­ໄປ​ເຖິງ​ການ​ບັງ­ຄັບ​ໃຫ້​ລູກ​ຮຽນ​ເພີ່ມ... ບໍ່​ມີ​ຍາມພັກ ບໍ່​ເບິ່ງ​ຄວາມ​ເປັນ​ຈິງ​ວ່າ ຄວາມ​ສາ­ມາດ​ຂອງລູກ​ເຈົ້າ​ຂອງ​ຊ່ຳ​ໃດ !...

ທຸ້ມ­ເທ​ເງິນ​ຄຳ​ໃຫ້​ລູກ​ເກີນ​ຂອບ​ເຂດ... ຄັນ​ມາ​ແຕ່​ຕ່າງແຂວງ​ກໍ​ເຊົ່າ​ເຮືອນ​ໃຫ້​ຢູ່ ຊື້​ລົດ​ໃຫ້​ຂີ່ ກິນເຂົ້າ​ຮ້ານ​ອາ­ຫານຈົນ​ມີ​ຄຳ​ເວົ້າ​ກ່າວ​ຂວັນ​ວ່າ: ຂາຍ​ຄວາຍ​ສົ່ງ​ຄວາຍ​ມາ​ຮຽນ.

- ໃຊ້​ເງິນ​ສ້າງ​ເງື່ອນ­ໄຂ​ເພື່ອ​ໃຫ້​ໄດ້​ໃບ​ປະ­ກາດ ແລະ ບ່ອນ​ເຮັດ​ການ​ໃຫ້​ລູກ.

- ໃຊ້​ເງິນ​ສ້າງ​ເງື່ອນ­ໄຂ​ເພື່ອ​ບືນ​ຂຶ້ນ​ສູ່​ຕຳ­ແໜ່ງ​ໃດ​ໜຶ່ງ ?ເວ­ລາ​ເຂົ້າ​ເຮັດ​ວຽກ.

- ທີ່​ຍົກ​ມາ​ນີ້ ອາດ​ຈະ​ບໍ່​ໝົດ​ເນີ ! ສຳ­ລັບ​ຄອບ­ຄົວ​ທີ່​ມີ

ເງື່ອນ­ໄຂ​ກໍ​ບໍ່​ຖື​ກັນ ! ແຕ່​ຄອບ­ຄົວ​ຢູ່​ຕ່າງ​ແຂວງ ຢູ່​່​ຫ່າງ​ໄກ​ແດ່ແມ່ນ​ລຳ­ບາກ ຄອບ­ຄົວ​ພະ­ນັກ­ງານ​ຢູ່​ກະ​ໂຕ​ສູນ​ກາງ​ກໍ​ລຳບາກ.

ການ​ສົ່ງ­ເສີມ​ແບບ​ນັ້ນ​ມັນ​ພາ­ໃຫ້​ລູກ​ຂາດ​ຄວາມ​ບຸກ​ບືນ ບໍ່​ເປັນ​ຕົວ​ຂອງ​ຕົວ​ເອງ ເພາະ​ເຂົາ​ຄິດວ່າມີ​ພໍ່​ແມ່​ແບກ​ຫາບຢູ່​ເບື້ອງ​ຫຼັງ.

ອັນ​ທີ່​ເປັນ​ອັນ­ຕະ­ລາຍ ​ແມ່ນມັນ​ເປັນ​ການ​ມ້າງ​ລະ­ບົບ​ຄຸນນະ​ທຳມາ­ສູ່​ລະ­ບົບ​ອຸ­ປະ­ຖຳ... ເຮັດໃຫ້​ຄຸນ​ນະ​ພາບ​ຂອງຄົນ​ລຸ້ນ​ໃໝ່​ຫຼຸດ​ລົງ... ກ້າວ​ໄປ​ເຖິງ​ປະ­ກົດ​ການ​ຫຍໍ້­ທໍ້​ຫຼາຍຢ່າງ​ທີ່​ເກີດ​ຂຶ້ນໃນ​ສັງ­ຄົມ ເມື່ອ​ການ​ອຸ­ປະ­ຖຳ​ຂອງ​ຄອບ­ຄົວບໍ່​ທ່ວງ​ທັນ.

ມີ​ຄຳ​ເວົ້າ​ໜາ​ຫູ​ທີ່​ຟັງ​ແລ້ວ​ເສົ້າ​ໃຈ ເຊັ່ນ​ວ່າ: ນັກ​ສຶກ​ສາຊອກ​ແຫຼ່ງ​ອຸ­ປະ­ຖຳ​ຄ່າ​ລົງ­ທະ­ບຽນ​ໂດຍງ່າຍ ຈາກ​ມູນ­ມັງ​ຕິດຕົວ​ມາ​ແຕ່​ກຳ­ເນີດ ຈາກ​ການ​ຫວັງ​ລວຍ​ທາງ​ລັດ ຄ້າ-ຂາຍຢາ​ເສບ​ຕິດ ຂີ້­ລັກ ງັດ​ແງະ... ພ້ອມ​ກັນ​ຢຸດ​ເຊົາ​ພຶດ­ຕິ​ກຳ​ທີ່​ບໍ່​ເຂົ້າ­ທ່າ ! ການ​ເຮີ່​ເຫີມ​ທີ່ເກີນ​ຄວາມ​ເປັນ​ຈິງ ການຕິດ​ວັດ­ຖຸ​ງອມ​ແງມ ຈົນ​ໂງ​ຫົວ​ບໍ່​ຂຶ້ນ ເປັນ­ຕົ້ນ​ແມ່ນເຄື່ອງ­ໃຊ້​ຟຸມ​ເຟືອຍ ເຄື່ອງ IT.

ຢາກ​ໃຫ້​ຜູ້​ປົກ­ຄອງ​ທັງ­ຫຼາຍ​ຄິດ​ຫງຳ​ຮອບ​ຄອບ​ກ່ອນ​ຕັດສິນ​ໃຈ ຊື້​ເຄື່ອງ​ດັ່ງ­ກ່າວ​ໃຫ້​ລູກ... ຢາກ​ໃຫ້​ການ­ຈັດ­ຕັ້ງ​ວາງ​ແຜນ​ກວດ­ກາ​ເວບ​ໄຊ ກ້າວ​ໄປເຖິງ​ປິດ​ຖາ­ວອນ ຫາກ​ເຫັນ​ວ່າ​ມັນ​ບໍ່​ເຂົ້າ­ທ່າ...

ໂດຍ: ແນວ​ລາວ

ໂອຂຽນຂ່າວ...ໄດດີຫລາຍ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໓ ກະທູ້
໒໑໓ ໂພສ
ນັກການກະທູ້
ບໍ່ຕ້ອງອ່ານກໍໄດ້ ເບິ່ງນາມປາກກາຂອງຄົນຂຽນ ກໍຮູ້ແລ້ວວ່າຈະຂຽນຫຍັງ..

So much I need to say been lonely since the day
the day you went away......

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເນີ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫວ່ງເດີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TUT ຂຽນວ່າ...
ບໍ່ຕ້ອງອ່ານກໍໄດ້ ເບິ່ງນາມປາກກາຂອງຄົນຂຽນ ກໍຮູ້ແລ້ວວ່າຈະຂຽນຫຍັງ..

ຈະແມ່ນເຈົ້າເກັ່ງ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...

ເຫັນດີນຳ