ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມີນ້ຳຕາເມື່ອລາຈາກ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຢາກໄດ້ບົດກອນ ລາ ຊຶ້ງໆເຊົ້າໆ
ເອົາໄປອ່ານລາພວກນ້ອງໆນັກຮຽນ
ແລະຄູອາຈານເກົ່າໃນມື້ສະຫລຸບແລ້ວເຝິກຫັດ
ວິຊາອາຊີບຄູຂອງຂະບວນຂ້າພະເຈົ້າເອົາແບບ
ໄດ້ຟັງແລ້ວໄຫ້ ອິອິອິ ຂອບໃຈລ່ວງຫນ້າຫລາຍໆ
ນຳເພື່ອນໆ ນ້ອງໆ ແລະ ອ້າຍເອື້ອຍ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລອງແຕ່ງຫຼິ້ນໆເບິ່ງເດີ ອິອິ

ດີໃຈທີ່ໄດ້ມາພົບພໍ້...................ແສນສຸດຊື່ນອຸລາ
ພົບກັນໄດ້ເວົ້າຈາ....................ເຮຮາມີສຸກລົ້ນ
ໄປໃສມາໃສນັ້ນ......................ກໍ່ອາໄສເພື່ອແຜ່
ຮັກແພງກັນມາໂດຍແທ້..............ບໍ່ເຄີຍວ່າຈະຫ່າງໜີ

ແຕ່ເມື່ອມາບັດນີ້.......................ເວລາຊິພາພັດຈາກ
ຊິຫ່າງໄກກັນແທ້ນໍເຈົ້າ................ຄິດເວົ້າມານ້ຳຕາຊຶມ
ຈະບໍ່ລືມເດີເຈົ້າ.........................ສິ່ງທີ່ເຮົາຮ່ວມຊີວິດກັນຢູ່
ຮັກແພງກັນມາຫຼາກລົ້ນ................ບໍ່ລືມແທ້ແມ່ນແນ່ນອນ

ຈະຍັງຈຳຈື່ໄວ້...........................ເຂດນີ້ຖິ່ນເຄີຍຮັກ
ຂໍອະນຸລັກຝັງໃຈ........................ຫ່າງໄກບໍ່ລືມແລ້ວ
ຫາກມີເວລານັ້ນ.........................ວັນໃດທີ່ຫາກຫວ່າງ
ຊິຫວນມາທ່ຽວຢ້ຽມ......................ໄທບ້ານພີ່ນ້ອງເຮົາ ແທ້ແລ້ວ

ຮັກເດີຢາກບອກໄວ້.....................ມີຄວາມສຸກ ແລະ ຊື່ນໃຈ
ທີ່ໄດ້ມາເຫັນກັນ.........................ຈະບໍ່ລືມລົງໄດ້
ຂໍຈົດຈຳຈື່ໄວ້.............................ໄປແຫ່ງຫົນໃດຈຳຝັງໃຈຄືເກົ່າ
ບໍ່ວ່າຍາມທຸກຫຼືເສົ້າ.......................ຂໍຈົດຈຳໄວ້ ບໍ່ອາດລືມ ແທ້ແລ້ວ :)


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄີໍບໍ່ແຕ່ງແທ້ເລີຍ ຄີໍຊິມ່ວນກ່ວານີ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນອົກຮັກມາຫວາຫັນນາ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ໄດອົກຫັກມາເດີ ແຕ່ງຫຼິ້ນໆໃຫ້ຊື່ໆ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ມ່ວນໆຂອບໃຈ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຫວາ ແຕ່ງມ່ວນຫລາຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
:D ຍ້ອງຂ້ອຍຫວາ? ຂອບໃຈເດີ ຄິຄິ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ສຸດຍອດ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສີມືຂັ້ນເທບເລີຍເນາະ ອຶອຶອຶ