ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເກີດເປັນລູກຜູ້ທີ່ເທົ່າໃດດີກວ່າ ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນລູກກົກ ດີ ເພາະວ່າສັ່ງນ້ອງໄດ້ ຂູ່ຢືມເງິນກະໄດ້.
- ບ໊ະ...ບໍ່ດີ....ບໍ່ດີ ເປັນຜູ້ກົກນິ ຕ້ອງໄດ້ຮັບຜິດຊອບເບິ່ງນ້ອງເບິ່ງນຸ່ງ ຫຍຸ້ງຍາກນ້ອງນຸ່ງເວົ້າບໍ່ຟັງຄວາມ.
ເປັນລູກກາງນີ້ລະດີ ບາດອ້າຍຫລືເອື້ອຍໃຊ້ໃຫ້ເຮັດຫຍັງກະໃຊ້ນ້ອງຫຼ້າຕໍ່ ອິອິອິ
- ບ໊ະ...ຊິດີຈ່ັງໃດ ລູກຜູ້ກາງ ຫັ້ນລະແຮງຫຍຸ້ງ ສ່ວນຫລາຍພໍ່ແມ່ອ້າຍເອື້ອຍມັກໃຊ້ລູກຜູ້ກາງຫັ້ນລະ ສ່ວນລູກຫຼ້າພໍ່ກະຮັັກແມ່ກະຮັກ ຕ້ອງບໍ່ໄດ້ອິອິ
ເປັນກລູກຫຼ້າສະບາຍ ບໍ່ໄດ້ຮັບຜິດຊອບຫຍັງ ມີແຕ່ຖ້າຂໍເງິນພໍ່ແມ່ຢ່າງດຽວ ແນວວ່າເພີ່ນຮັກເດະ.!
- ບ໊ະ...ບໍ່ແມ່ນຕີວ່າເກີດເປັນລູກຫຼ້າດີນະ...! ກຳລັງຫຼີ້ນພັນລາວມ່ວນໆ ອ້າຍກະມາຍາດຫຼີ້ນຊ້ຳ..ອິອິອິ
ແລ້ວເຈົ້າທ່ານທັງຫຼາຍເດ ຄິດວ່າເກີດເປັນລູກຜູ້ທີ່ເທົ່າໃດດີກວ່າ ?

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ປານນັ້ນຕີ່ອັນລູກຫຼ້າ ຫັ້ນ

ເວົ້າບາບ ຮ່າໆໆໆໆໆ

° ° ° Believe iN DestinY ° ° °

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເດ່ະ ເປັນລູກຊາຍກາງ



ມີເອື້ອຍກັບນ້ອງສາວ ຊ່ຳນິກະດີແລ້ວ

ທ້າວທອງໃສ

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ເປັນລູກຫຼ້າ ຄັນອ້າຍມາຍາດຫຼິ້ນກະໄປຟ້ອງແມ່ເອົາ

"no one is perfect"

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເຮີ່ໆ, ຢູ່ບ້ານຮູ້ສຶກວ່າ ແຕ່ລະຄົນນີ້ບໍ່ຟັງໃຜເລີຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຢູ່ບ້ານມີຖານະ...ເລີຍບໍ່ຄ່ອຍມີບັນຫາພວກນີ້

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ທີເທົ່າໃດກາໄດ້

you will when you believe

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vip ຂຽນວ່າ...
ຢູ່ບ້ານມີຖານະ...ເລີຍບໍ່ຄ່ອຍມີບັນຫາພວກນີ້


you will when you believe

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດເປັນລູກກົກດີທີ່ສຸດ


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຖ້າເປັນໄປໄດ້ຢາກມີອ້າຍ,ເອື້ອຍ, ນ້ອງສາວ,ນ້ອງຊາຍ

ເພາະຂ້ອຍເປັນອ້າຍກົກເລີຍບໍ່ຮູ້ວ່າ ການມີອ້າຍ ແລະ ເອື້ອຍນັ້ນ ມັນຮູ້ສຶກແນວໃດ ???

ຫວານຕົ້ນຈືດປາຍ

໓ ກະທູ້
໒໒໙ ໂພສ
ນັກການກະທູ້
ລູກກົກຖືກໃຊ້ວຽກຫລາຍ


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຂໍຈົ່ມໃນນີ້ແນ່ເດີຈັກບາດ ໃນຖານະທີ່ໂຕເອງເປັນອ້າຍກົກ

ບາງເທື່ອກະຮູ້ສຶກວ່າຖືກກົດດັນຈາກຄອບຄົວຂະໜາດເລີຍວ່າ

ເປັນລູກກົກຕ້ອງເພີເຟັກ ແບບວ່າບໍ່ມີບ່ອນຕິເລີຍຫັ້ນຫນະ

ປະມານວ່າ ໃຫຍ່ຂຶ້ນມາແລ້ວຕ້ອງລ້ຽງພໍ່ແມ່ພ້ອມທັງນ້ອງໆອີກຫລາຍໃຫ້ໄດ້ດ້ວຍໂຕຄົນດຽວ

ບາດເຮົາດີ ຖ້ານ້ອງມັນບໍ່ໄດ້ຄືເຮົາກໍ່ແມ່ນຄວາມຜິດເຮົາອີກ ອີຫຍັງຫວະ ..........

ຫວານຕົ້ນຈືດປາຍ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຂໍ້ຄວາມຂ້າງເທິງນັ້ນແມ່ນ ສຽງຈົ່ມຄ່ອຍໆທີ່ບໍ່ມີໃຜເຄີຍໄດ້ຍິນຈາກ ສ່ວນເລິກທີ່ສຸດພາຍໃນຈິດໃຈ ກ໊າກກກກກກກກໆໆໆໆໆ ເວົ້າຊະເວີ້ເລີຍ 5555555+

ຫວານຕົ້ນຈືດປາຍ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນທັງລູກກົກແລະລູກຫຼ້າເຮັດແນວໃດດີ

~Vਕਆpïrєی™~

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...
ຂໍ້ຄວາມຂ້າງເທິງນັ້ນແມ່ນ ສຽງຈົ່ມຄ່ອຍໆທີ່ບໍ່ມີໃຜເຄີຍໄດ້ຍິນຈາກ ສ່ວນເລິກທີ່ສຸດພາຍໃນຈິດໃຈ ກ໊າກກກກກກກກໆໆໆໆໆ ເວົ້າຊະເວີ້ເລີຍ 5555555+


ຈົ່ມນຳເດີ ອິອິອິ...
ເຮົາເປັນລູກຜູ້ທີ ສາມ ມີອ້າຍສອງ ແຕ່ອ້າຍກົກຈັກມັນໄປຕາຍທາງໃດບຸ..! ອອກຈາກບ້ານໄປບໍ່ເຫັນຈ້ອຍຍັງບໍ່ກັບບ້ານເປັນເທົ່າໃດປີແລ້ວ
ສ່ວນອ້າຍຜູ້ທີ ສອງພັດໄປຮຽນຢູ່ໄທ ດົນໆຈື່ງເຫັນໂທມາເທື່ອນື່ງ ດັ່ງນັ້ນເຮົາກະເລີຍເປັນອ້າຍກົກໂດຍປະຣິຍາຍ ເບິ່ງນ້ອງນຸ່ງແທນ ຊາແຕ່ກ່ອນ ສະບາຍຊິຕາຍຢາກໄປຫຼີ້ນບຸນວັດໃດ ບ້ານໃດກະໄປ ບໍ່ໄດ້ສົນຫຍັງ ເພາະຄົນໃນເຮືອນກະບໍ່ມີໃຜສົນໃຈເຮົາຢູ່ແລ້ວແຮະໆ
ອັນນີ້ກະສຽງຈົ່ມໜ້ອຍໆບາງສ່ວນທີ່ບໍ່ເລີກປານໃດຈາກໃຈ ອິໆໆ




-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີດີມີເສຍຄືກັນ.. ຄືກັນກັບທີ່ເນື້ອໃນກະທູ້ບອກຫັ່ນແຫລະ...

.

.

.

Brother is brother that is not sister.


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາ ຄົນ ທີ 3...


໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຂພຈ ເປັນລູກຫຼ້າ ,,,,,,, ຮູ້ບໍ່ວ່າ : ເວລາແບ່ງ ມູນມາ .... ຂພຈ ບໍ່ໃດ້ຫຍັງເລີຍ ??? ລູກຫຼ້າ ມູນໝົດ ອິອິອິອິ ເຄີຍໃດ້ຍີນບໍ່ ??? ເຊັງເລີຍນິ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໐ ກະທູ້
໑໒໘ ໂພສ
ນັກການກະທູ້
ເປັນລູກຫຍັງກະດີ ຂໍພຽງເກີດນໍາພໍ່ແມ່ເຣົາ.....


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ລູກກົກຄິດວ່າ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ເປັນຜູ້ກາງດີນະ ມີທັງນ້້ອງທັງອ້າຍ

何よりも真実を貴ぶ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວນີ້ໄດ້ເປັນພໍ່ແລ້ວ ກະເລີຍລຶມວ່າເປັນລູກກົກຫຼຶລູກກາງຫຼຶລູກຫຼ້າດີ ຮັກລູກເທົ້າໆກັນໜົດທຸກຄົນ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູກຫຼ້າລະດີທີ່ສຸດນະ ພໍ່ກາຣັກ ແມ່ກາຣັກ

ຫຼານຕູ້ສາກາ ຣັກ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເນາະ ແບ໊ງເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະເປັນລູກກົກຄືກັນ

ແລະກະມັກທີ່ໄດ້ເປັນລູກກົກອີກ

ເພາະໂດຍສ່ວນໂຕແລ້ວ ....... ບ້າອຳນາດ 5555555555555+

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ເຮົາກະເປັນລູກກົກຄືກັນ
ແລະກະມັກທີ່ໄດ້ເປັນລູກກົກອີກ
ເພາະໂດຍສ່ວນໂຕແລ້ວ ....... ບ້າອຳນາດ 5555555555555+


(ລູກສາວຮິຕເລີຣ໌ທີ່ເຫລືອລອດຈາກສົງຄາມໂລກຄັ້ງທີ 2..)


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ເປັນລູກຫຼ້າແຫຼະດີ ໃຜໆກະເອົາໃຈ

"no one is perfect"

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາດນີ້ ເກີດເປັນລູກຫຼ້າລະ

ຊາດໝ້າຖ້າມີແທ້ ຢາກລອງເກີດເປັນລູດກົກ ເບີ່ງເວີ້ຍຍ ວ່າມັນສິເປັນແນວດາຍ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເປັນວ່າ ກົກກັບຫຼ້າ ຫຼ້າກັບກົກ

ຖ້າເລືອກດ້າຍນະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູກໂທນ.. ດີທີສຸດ

.

.

.

You never know my feeling..


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>